ຊາວບ້ານ ຢູ່ເມືອງໂພນໂຮງ ຍັງເດືອດຮ້ອນ ຍ້ອນຂີ້ຝຸ່ນຈາກໂຮງງານຊີມັງ
2024.06.07

ຂໍ້ຂັດແຍ່ງລະຫວ່າງ ຊາວບ້ານສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ກັບ ໂຮງງານຊີມັງ ຂອງບໍລິສັດ ຫົງຄໍາ ຄອນກຣີດ ຍັງບໍ່ທັນໄດ້ຮັບການແກ້ໄຂ ເຖິງວ່າ ທີ່ຜ່ານມາ ຈະມີບົດບັນທຶກກັບທາງການວ່າ ໂຮງງານຊີມັງ ຈະຕ້ອງຍົກຍ້າຍຈຸດເຄື່ອງຈັກໃຫ້ຫ່າງຈາກຊຸມຊົນ ເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ຊຸມຊົນກໍຕາມ.
ທາງການໄດ້ມີການເຊັນບົດບັນທຶກ ກັບບໍລິສັດ ດັ່ງກ່າວ ໃນວັນທີ 23 ຕຸລາ 2023 ເພື່ອຍ້າຍເຄື່ອງຈັກອອກຈາກເຂດຊຸມຊົນ ພາຍໃນວັນທີ 31 ພຶດສະພາ 2024.
ຈົນມາຮອດປັດຈຸບັນ ໂຮງງານ ກໍຍັງບໍ່ທັນລົງມາແກ້ໄຂບັນຫາ ດັ່ງກ່າວເທື່ອ ແລະ ຍັງຜະລິດ ປະສົມປູນຊີມັງ ຄືເກົ່າ ເຮັດໃຫ້ປະຊາຊົນຢູ່ໃນພື້ນທີ່ ຍັງຄົງໄດ້ຮັບຜົນກະທົບຈາກຂີ້ຝຸ່ນຈາກໂຮງງານ ແລະ ສຽງດັງ ຄືເກົ່າ.
ເມື່ອສອບຖາມໄປຍັງຜພແນກອຸດສາຫະກໍາ ແລະ ການຄ້າ ແຂວງວຽງຈັນ, ເຈົ້າໜ້າທີ່ກ່ຽວຂ້ອງແຂວງ ກໍບອກໃຫ້ຊາວບ້ານ ລໍເຈລະຈາກັບ ບໍລິສັດ ອີກຄັ້ງໜຶ່ງ ຍ້ອນວ່າ ຕອນນີ້ ເຈົ້າຂອງໂຮງງານ ກໍາລັງພັກຟື້ນຈາກການຜ່າຕັດຕາ ແລະ ເຈົ້າຂອງໂຮງງານຍັງບໍ່ສະດວກມາເຈລະຈາ.
ຊາວບ້ານຕ້ອງການໃຫ້ໂຮງງານ ປະຕິບັດຕາມຂໍ້ສະເໜີ 2 ຂໍ້ ທີ່ເຂົາເຈົ້າສະເໜີໄປ ຄື ໃຫ້ໂຮງງານຍ້າຍອອກ ຫຼື ໃຫ້ຊົດເຊີຍດິນ ແລະ ເຮືອນໃຫ້ກັບຊາວບ້ານ.
ຖ້າຈະເຈລະຈາກັນອີກ ຊາວບ້ານ ຢາກໃຫ້ລັດຖະບານ ສັ່ງໃຫ້ໂຮງງານໂຈະການຜະລິດໄວ້ກ່ອນ ຍ້ອນວ່າ ໂຮງງານບໍ່ໄດ້ປະຕິບັດຕາມບົດບັນທຶກທີ່ໄດ້ເຊັນກັນໄປ ແລະ ຊາວບ້ານ ບໍ່ຕ້ອງການແກ່ຍາວເວລາອອກໄປອີກ.
ຊາວບ້ານໂພນສະຫວ່າງ ຜູ້ທີ່ໄດ້ຮັບຜົນກະທົບ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 7 ມິຖຸນາ ວ່າ:
“ວັນທີ 31 ເຮົາກໍໄດ້ໂທຫາທາງສະພາ ແລ້ວ ກໍທາງຂະແໜງການທີ່ກ່ຽວຂ້ອງເນາະ ວ່າ ເປັນແນວໃດ ຖືວ່າ ມິດງຽບໄປເລີຍ ຄືບໍ່ເຫັນເຮັດຄາມບົດບັນທຶກ ທີ່ແຈ້ງການມາຫາໂຮງງານກັບທາງເຮົາ ຂະແໜງການນັ້ນນ່າ ເພິ່ນກໍຕອບພວກເຮົາວ່າ ເຫັນໃຈທາງໂຮງງານ ເພາະວ່າ ລາວຜ່າຕັດຕາມາຫັ້ນເນາະ ເພິ່ນກໍໃຫ້ລໍຖ້າ ເພື່ອຈະນັດໃຫ້ພວກເຮົາກັບເຈົ້າຂອງໂຮງງານໄປເຈລະຈາກັນອີກ ເຮົາກໍບໍ່ເຂົ້າໃຈກັບຂັ້ນເທິງວ່າ ເຮັດວຽກແບບໃດ ກະຍ້ອນພວກເຮົາເຈລະຈາກັບບໍ່ໄດ້ແລ້ວ ຈຶ່ງສະເໜີມາຫາສະພາ ແລ້ວກໍຂະແໜງການກ່ຽວຂ້ອງ ໃຫ້ເພິ່ນມາແກ້ໄຂນໍາເນາະ.”
ທີ່ຜ່ານມາ ໂຮງງານ ໄດ້ແກ້ໄຂ ໂດຍການໃຊ້ຜ້າກັນແສງມາກັ້ນໄວ້ຮອບໂຮງງານ ແຕ່ ຊາວບ້ານກໍເຫັນວ່າ ມັນແກ້ໄຂຫຍັງບໍ່ໄດ້ ຍ້ອນວ່າ ຂີ້ຝຸ່ນກໍຫຍັງໄງ່ ສ້າງຜົນກະທົບຕໍ່ຊາວບ້ານຄືເກົ່າ.
ຊາວບ້ານຍັງບໍ່ຮູ້ວ່າ ຈະມີພາກສ່ວນໃດເຂົ້າຮ່ວມການເຈລະຈາ ທີ່ຈະມີຂຶ້ນ ແລະ ເມື່ອໃດຈະມີການເຈລະຈາ.
ຊາວບ້ານສະຫວ່າງ ຜູ້ທີ່ໄດ້ຮັບຜົນກະທົບອີກຄົນໜຶ່ງ ໄດ້ກ່າວວ່າ:
“ລາວວ່າຫັ້ນນ່າ ຊິເປີດກອງປະຊຸມອີກເທື່ອໜຶ່ງ ແລ້ວຊິເຊີນຫັ້ນ ທາງເຈົ້າຂອງໂຮງງານແລ້ວ ກໍທາງຜູ້ເສັຍຫາຍ ໄດ້ຮັບຜົນກະທົບຫັ້ນນ່າ ໄປເຈລະຈາທັງ 2 ຝ່າຍ ອີກວ່ຊັ້ນ ລາວວ່າເປີດໄວໆນີ້ ແຕ່ລາວ ບໍ່ບອກວ່າ ມື້ໃດ ກໍບໍ່ບອກອີກວ່າ ຊິມີຈັກຄົນເຂົ້າຮ່ວມກອງປະຊຸມ ມີຜພແນກໃດແດ່ເຂົ້າຮ່ວມຫັ້ນນ່າ.”
ຕອນນີ້ ກໍາລັງຢູ່າໃນຂັ້ນຕອນການພິຈາລະນາແກ້ໄຂ ແຕ່ ເຈົ້າໜ້າທີ່ກຽວຂ້ອງກໍເຫັນວ່າ ມັນເປັນໄປໄດ້ຍາກທີ່ຈະຍ້າຍໂຮງງານງານອອກ ຍ້ອນວ່າ ມີການລົງທຶນໄປແລ້ວ.
ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ບ້ານ ສະຫວ່າງ ເມືອງໂພນໂຮງ ໄດ້ກ່າວວ່າ:
“ຜພແນກຫ້ອງການອຸດສາຫະກໍາ ແລະ ການຄ້າ ກໍລົງມາ ກຽມຊິແກ້ໄຂ ແຕ່ວ່າ ດຽວນີ້ ມັນຍັງຢູ່ຂັ້ນຕອນພິຈາລະນາ ເພາະວ່າ ກໍຫຼາຍເທື່ອແລ້ວ ແຕ່ວ່າ ຊິໄດ້ຕາມອັນນັ້ນ ມັນກໍບໍ່ໄດ້ ມັນວຽກຫຼາຍ ໂຮງງານ ກໍຕັ້ງໄດ້ແລ້ວ ຄັນວ່າ ຕັ້ງໂຮງງານມູນຄ່າມັນສູງ ການພັດທະນາ ແນ່ນອນ ບໍ່ວ່າຂົງເຂດໃດ ມີການພັດທະນາ ກໍມີການລົບກວນແດ່ຫັ້ນແຫຼະ ມັນຫຼີກລ້ຽງບໍ່ໄດ້ ອັນນີ້ ເພິ່ນກໍຫາວິທີແກ້ໄຂ.”
ຊາວບ້ານໄດ້ສົ່ງຄໍາຮ້ອງທຸກໄປຫາສະປະຊາຊົນແຂວງແລ້ວ ແລະ ເຈົ້າໜ້າທີ່ເມືອງກໍຈະໄປເຂົ້າຮ່ວມກອງປະຊຸມ ເພື່ອແກ້ໄຂບັນຫາດັ່ງກ່າວ. ເຈົ້າໜ້າທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ:
“ອັນນີ້ມັນຮອດແຂວງແລ້ວເດ້ ແຕ່ວ່າ ເພິ່ນຍັງບໍ່ໄດ້ເຫັນວ່າ ຈະແຈ້ງຕອບມາແນວໃດ ເພິ່ນກໍໄດ້ໄປໄກ່ເກັ່ຍ ກັນຢູ່ແຂວງ ແລ້ວບົດບັນທຶກກອງປະຊຸມຫັ້ນ ກໍວ່າ ໄດ້ມອບໃຫ້ເຂົາເຈົ້າ ໄກ່ເກັ່ຍກັນຫັ້ນແຫຼະ ມີແຕ່ມອບໃຫ້ບໍລິສັດ ໄກ່ເກັ່ຍກັນ ເຈົ້າຂອງຊັບສິນຫັ້ນ ເຈົ້າຂອງເປັນເຮືອນເປັນດິນຫັ້ນນ່າ ມາລົມກັນໃຫ້ມັນຂາດ ຄັນບໍ່ຂາດ ມີແຕ່ຕາງໜ້າມາເລີຍໆ ແລ້ວໄທເຮົາເປັນພະນັກງານເປັນຂົວຕໍ່ໃຫ້ຊື່ໆ ນີ້ເນາະ ຄັນເປັນຂົວຕໍ່ ກະຫຼຸດ ເປັນແນວນີ້ ມັນກໍບໍ່ໄດ້ ບໍ່ແລ້ວຈັກເທື່ອ.”
ໃນເດືອນມີນາ 2024 ທີ່ຜ່ານມາ, ຕາງໜ້າ ບໍລິສັດ ຫົງຄໍາຄອນກຣີດ ແລະ ກໍ່ສ້າງ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ວ່າ ບໍລິສັດ ບໍ່ໄດ້ນິ້ງນອນໃຈ ເຖິງຂໍ້ຮຽກຮ້ອງຂອງຊາວບ້ານ ໄດ້ເຮັດການແກ້ໄຂເລື່ອງຝຸ່ນແລ້ວ ສ່ວນເລື່ອງສຽງ ດັງນັ້ນ ກໍເປັນທໍາມະດາຂອງໂຮງງານທີ່ຕ້ອງມີສຽງດັງແດ່ ແລະ ໄດ້ມີການໄກ່ເກັ່ຍກັບ 1 ຄອບຄົວ ທີ່ໄດ້ຮັບຜົນກະທົບແລ້ວ ແຕ່ດຽວນີ້ ກໍຍັງຢູ່ໃນຂັ້ນຕອນການປະເມີນມູນຄ່າດິນ ແລະ ເຮືອນຫຼັງດັ່ງກ່າວ.
ບໍລິສັດ ຫົງຄໍາ ຄອນກຣີດ ສ້າງຕັ້ງມາແຕ່ປີ 2017 ເຊິ່ງເຈົ້າຂອງເປັນຄົນລາວ ລົງທຶນ 100% ດໍາເນີນ ກິດຈະການຄອນກຣີດ ແລະ ການກໍ່ສ້າງຕ່າງໆ.