ເຣື້ອງທີ່ເກັບບັນທຶກໄວ້
2023-07-27
ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ເຕືອນພົລເມືອງ ຂອງຕົນໃຫ້ລະວັງເວລາ ໄປແຂວງໄຊສົມບູນ ໃນຂະນະທີ່ເຈົ້າໜ້າທີ່ ແລະຊາວບ້ານເວົ້າວ່າ ສະພາບການໃນແຂວງນັ້ນສງົບ ປົກກະຕິ, ບໍ່ມີເຫດການຫຍັງ ທີ່ນ່າເປັນຫ່ວງ.
2023-07-24
ການສແດງທັສນະ ຂອງປະຊາຊົນລາວ ຕໍ່ກັບການປະຕິບັດ ມາຕການປາບປາມຢາເສບຕິດ ຂອງເຈົ້າໜ້າທີ່ຕຳຣວດ ຕາມວາຣະແຫ່ງຊາຕ ໄລຍະແຕ່ປີ 2021 ຫາເຄິ່ງປີ 2023 ວ່າ ມີຜົລສຳເຣັດ ໃນລະດັບນຶ່ງ ໂດຍສະເພາະ ການຈັບກຸມ ຜູ້ຕ້ອງສົງໄສຄ້າສິ່ງເສບຕິດ ແຕ່ວ່າກໍ່ຍັງບໍ່ສາມາດ ແກ້ໄຂບັນຫາຕົ້ນຕໍໄດ້.
2023-07-20
ແຂວງຄຳມ່ວນ, ສວັນນະເຂດ ແລະ ສາຣະວັນ ຂາດງົບປະມານ ເຮັດໃຫ້ຄົນເຈັບ ຕ້ອງໄດ້ຊື້ຢາດ້ວຍໂຕເອງ ສາເຫດເປັນຍ້ອນກອງທຶນ ປະກັນສຸຂພາບ ຂອງກະຊວງ ສາທາຣະນະສຸຂ ທີ່ຈັດງົບປະມານແຕ່ລະປີ ໃຫ້ປະຊາຊົນ ເພື່ອຮັກສາສຸຂພາບ ບໍ່ມີງົບປະມານ ພຽງພໍ.
2023-07-19
ເຫດການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກຄົບຮອບ 5 ປີ ແຕ່ ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກເຫດການດັ່ງກ່າວ ຍັງບໍ່ມີທີ່ດິນ ເພື່ອເຮັດການກະເສດຄົງທີ່ ແລະຜົນພວງ ຈາກເຫດການດັ່ງກ່າວ ຍັງສ້າງຄວາມລຳບາກ ຫຼາຍດ້ານ ໃຫ້ກັບຊາວບ້ານ ໂດຍສະເພາະ ທີ່ຢູ່ອາໄສ.
2023-07-19
ຄົບຮອບ 5 ປີ ເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນມື້ວັນທີ 23 ກໍຣະກະດາ ປີ 2018 ເຊິ່ງມາຮອດປັດຈຸບັນ ຊາວບ້ານ ທີ່ໄດຮັບຜົລກະທົບ ສ່ວນໃຫຍ່ ຍັງບໍ່ທັນມີຄຸນນະພາບຊີວິດທີ່ດີຂຶ້ນ ແລະເງິນຊົດເຊີຍຣາຍການທີ 6 ເປັນປະເພດ ຊັບສິນມີຄ່າ ຍັງບໍ່ທັນມີການຊົດເຊີຍ.
2023-07-17
ຣະດູຝົນ ເປັນໄລຍະທີ່ເຮັດໃຫ້ຍຸງລາຍ ຂຍາຍພັນ ເຊິ່ງໃນປີນີ້ ເຣີ່ມມີຜູ້ເປັນໄຂ້ຍຸງລາຍ ເພີ່ມຂຶ້ນຢ່າງໄວວາ ແລະເຖິງປັດຈຸບັນ ມີຜູ້ເປັນໄຂ້ເລືອດອອກແລ້ວກວ່າ 10,501 ຄົນ ລວມທັງມີຜູ້ເສັຍຊີວິດແລ້ວ 6 ຄົນ ຂະນະທີ່ບາງແຂວງເອົາໃຈໃສ່ ໃຫ້ຄວາມເຂົ້າໃຈ ກັບປະຊາຊົນ ເຖິງວ່າ ເຮັດໄດ້ບໍ່ທົ່ວເຖິງກໍຕາມ.
2023-07-17
ໃນເດືອນມິຖຸນາ 2023 ທີ່ຜ່ານມາ ທົ່ວປະເທດລາວ ມີອຸປະຕິເຫດຣົຖຍົນ ເກີດຂຶ້ນ 459 ກໍຣະນີ ເຮັດໃຫ້ມີຜູ້ເສັຽຊີວິດ 55 ຄົນ, ຜູ້ບາດເຈັບ 678 ຄົນ ແລະພາຫະນະເປ່ເພ 809 ຄັນ, ອີງຕາມການຣາຍງານ ຂອງກົມຕຳຣວດ ຈະຣາຈອນ ກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ.
2023-07-13
ຣັຖບານລາວ ຈັດສັນງົບປະມານ ສໍາລັບການຮັກສາສຸຂພາບ ພຽງ 68 ໂດລ້າຣ໌ ສະຫະຣັຖ ຕໍ່ຄົນ ຕໍ່ປີ ເປັນອັນດັບ 143 ຂອງຈໍານວນ 179 ປະເທດ, ນີ້ຖືວ່າຕໍ່າຫຼາຍ ເມື່ອທຽບໃສ່ປະເທດ ທີ່ມີລາຍຮັບປານກາງ ທີ່ຈັດສັນງົບປະມານສູງ ເກືອບເຖິງ 300 ໂດລ້າຣ໌ ສະຫະຣັຖ ຕໍ່ຄົນຕໍ່ປີ.
2023-07-13
ສິນຄ້າປອມ ແລະ ສິນຄ້າເຖື່ອນ ກຳລັງຣະບາດຫຼາຍ ໂດຍສະເພາະແປ້ງນົວ, ຖ່ານໄຟສາຍ, ນໍ້າມັນເຄື່ອງ, ອາຫານທະເລ ແລະເບັຍ ຊຶ່ງສິນຄ້າເຫຼົ່ານັ້ນ ຈະຖືກທຳລາຍຖິ້ມເມື່ອຖືກຍຶດ, ແຕ່ດ້ວຍຂີດຈຳກັດທາງດ້ານເທັກນິກ ວິຊາການ, ເຈົ້າໜ້າບໍ່ສາມາດ ກວດກາໄດ້ທົ່ວເຖິງ.
2023-07-07
ຍັງມີຫຼາຍແຂວງ, ຊາວບ້ານ ບໍ່ມີນ້ຳສະອາດ ເພື່ອໃຊ້ອຸປະໂພກ-ບໍຣິໂພກ, ສ່ວນນ້ຳທີ່ໃຊ້ໃນຊີວິດປະຈຳວັນນັ້ນ ມາຈາກທັມມະຊາຕ ເຊິ່ງບາງຣະດູກໍບໍ່ພຽງພໍ ແລະ ທີ່ສຳຄັນ ບໍ່ມີຄວາມປອດໄພ ດ້ວຍເຫດນີ້ ປະຊາຊົນສ່ວນໃຫຍ່ ຈຶ່ງບໍ່ສາມາດສ້າງວິດຖ່າຍໄດ້ ກາຍເປັນບັນຫາຕໍ່ເນື່ອງ ເຖິງສຸຂອະນາໄມ.
2023-07-06
ການໃຫ້ໂຮງໝໍ ຂອງຣັຖ ໄປກຸ້ມຕົນເອງ ດ້ານງົບປະມານ ຈະເປັນການສ້າງພາຣະ ໃຫ້ຜູ້ມີລາຍໄດ້ໜ້ອຍ ເຊິ່ງປະຊາຊົນຜູ້ທຸກຍາກ ອາດບໍ່ສາມາດເຂົ້າເຖິງ ການບໍຣິການສຸຂພາບໄດ້, ແຕ່ສິ່ງພາກຣັຖຄວນເອົາໃຈໃສ່ ຄືການປັບປຸງ ການບໍຣິການໂຮງໝໍຣັຖ ໃຫ້ມີຄຸນນະພາບ ແລະປະສິດທິພາບ.
2023-06-30
ສານເສບຕິດ ປະເພດ ກາເຟມ່ວນ, ຄໍລາເຈນ, ນໍ້າສະຫວັນ, ນໍ້າໃບກະທ້ອມ ແລະ ສານລະເຫີຍ ທີ່ມາໃນຮູບແບບໝາກປູມເປົ້າ ແກັສສູດດົມ ຖືວ່າເປັນສານເສບຕິດ ທີ່ຜິດກົດໝາຍ ເຊິ່ງກຳລັງຣະບາດຫຼາຍ ຢູ່ຕາມສະຖານບັນເທີງຕ່າງໆ, ເປັນບັນຫາສັງຄົມ ອີກຮູບແບບທີ່ລໍຖ້າໃຫ້ ຣັຖບານແກ້ໄຂ.
2023-06-30
ທາງການເມືອງສໍາພັນ ແຂວງຜົ້ງສາລີ ພົບເຫັນປາຕາຍເປັນຈໍານວນຫຼາຍ ໂດຍບໍ່ຮູ້ສາເຫດຢູ່ລຸ່ມເຂື່ອນໄຟຟ້ານໍ້າອູ 5 ຂອງຈີນ ໃນວັນທີ 27 ມິຖຸນາ ຜ່ານມາ. ພ້ອມນີ້ກໍສັ່ງຫ້າມຊາວບ້ານ ເອົາປາທີ່ຕາຍມາກິນ ຫຼື ນຳໄປຂາຍ ແລະ ຫ້າມຫາປາລວມເຖິງສັດນໍ້າ ຊະນິດອື່ນໆ ທີ່ຢູ່ໃນແມ່ນໍ້າອູ ມາກິນ ໃນໄລຍະນີ້.
2023-06-29
ເກີດເຫດຍິງກັນ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນຕອນກາງຄືນຂອງວັນທີ 27 ມິຖຸນາ ທີ່ຜ່ານມາ, ເບື້ອງຕົ້ນມີຄົນຈີນ ໄດ້ຮັບບາດເຈັບສາຫັດ 2 ຄົນ ສ່ວນຜູ້ກໍ່ເຫດ ແມ່ນຄົນລາວ ທີ່ເຮັດວຽກໃນເຂດດັ່ງກ່າວ.
2023-06-28
ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ກ່າວອ້າງວ່າ ຣັຖບານສືບຕໍ່ ປະຕິບັດຕາມວາຣະແຫ່ງຊາຕ ດ້ວຍການປາບປາມ ການຄ້າ-ຂາຍ ຢາເສບຕິດ ຢ່າງເຂັ້ມງວດ, ແຕ່ປະຊາຊົນຫລາຍຄົນ ເຫັນວ່າ ການປາບປາມ ຢາເສບຕິດນັ້ນ ແທບຈະບໍ່ມີຜົລເລີຍ, ເຮັດເອົາຮູບການ ແລະ ເປັນສ້າງຂະບວນການ ເທົ່ານັ້ນ.