ກະຊວງການຕ່າງປະເທດ ສະຫະຣັຖ ເຕືອນພົລເມືອງສະຫະຣັຖ ລະວັງການເດີນທາງໄປໄຊສົມບູນ
2023.07.27

ເວັບໄຊຕ໌ ຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ອອກແຈ້ງການ ໃນມື້ວັນທີ 24 ກໍຣະກະດາ 2023 ນີ້ ເຕືອນພົລເມືອງຂອງຕົນ ທີ່ເດີນ ທາງໄປທ່ອງທ່ຽວຢູ່ແຂວງໄຊສົມບູນ ໃຫ້ມີຄວາມລະມັດລະວັງ ເພາະມີການຂົ່ມຂູ່ວ່າ ຈະເກີດເຫດການບໍ່ສງົບຂຶ້ນ ຢູ່ແຂວງນີ້. ໃນແຈ້ງການນັ້ນ ລະບຸວ່າ ຣັຖບານ ສະຫະຣັຖ ອາເມຣິກາ ມີຄວາມສາມາດແບບຈໍາກັດ ໃນການຊ່ອຍເຫລືອພົລ ເມືອງອາເມຣິກັນແບບສຸກເສີນ ເພາະວ່າ ຣັຖບານອາເມຣິກາ ຕ້ອງໄດ້ຮັບອະນຸຍາດ ເປັນພິເສດ ຈຶ່ງຈະເດີນທາງໄປເຂດນັ້ນໄດ້.
ກ່ຽວກັບການແຈ້ງເຕືອນ ດັ່ງກ່າວ ວິທຍຸ ເອເຊັຽ ເສຣີ ໄດ້ສົ່ງອີແມວໄປຫາສະຖານທູດ ສະຫະຣັຖອາເມຣິກາ ປະຈໍາ ສປປ ລາວ ເພື່ຶອຂໍຮູ້ຂໍ້ມູນເພີ່ມຕື່ມ, ແຕ່ຍັງບໍ່ທັນໄດ້ຮັບຄໍາຕອບກັບມາເທື່ອ, ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງໄຊສົມບູນທ່ານນຶ່ງ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 27 ກໍຣະກະດານີ້ວ່າ ທາງໜ່ວຍງານ ຂອງພວກທ່ານ ຍັງບໍ່ທັນໄດ້ຮັບຂ່າວ ກ່ຽວກັບການແຈ້ງເຕືອນນັ້ນເທື່ອ ແລະໄດ້ຢືນຢັນເຖິງສະພາບການ ທົ່ວໄປຢູ່ແຂວງໄຊສົມບູນ ປັດຈຸບັນວ່າ ມີຄວາມສງົບຮຽບຮ້ອຍ, ບໍ່ມີເຫດການຫຍັງ ທີ່ນ່າເປັນຫ່ວງ ແລະມີນັກທ່ອງທ່ຽວ ເດີນທາງເຂົ້າ-ອອກແຂວງນີ້ຢູ່ທຸກມື້.
“ໄດ້ມີແຈ້ງການໂຕນັ້ນອອກມາຕິ ຄືວ່າຍັງບໍ່ທັນເຫັນຄືກັນເດ໋ ມັນບໍ່ມີເຫດການຫຍັງນ່າ. ປົກກະຕິເດ໋ ກາໂອເຄຢູ່ ນັກທ່ອງທ່ຽວກໍາລັງເຂົ້າມາຫລາຍຢູ່.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ລາວອີກທ່ານນຶ່ງ ທີ່ເດີນທາງເຂົ້າ-ອອກ ແຂວງໄຊສົມບູນຢູ່ເລື້ອຍໆ ກ່າວໃນທໍານອງດຽວກັນນັ້ນວ່າ ສະພາບການບ້ານເມືອງ ຢູ່ແຂວງນີ້ ມີຄວາມສງົບຮຽບຮ້ອຍດີ ແລະບໍ່ມີຫຍັງທີ່ໜ້າເປັນຫ່ວງ; ສ່ວນຂ່າວທີ່ວ່າ ອາດເກີດເຫດການບໍ່ສງົບຂຶ້ນນັ້ນ ທ່ານກໍເຊື່ອວ່າ ໜ້າຈະເປັນຂ່າວລື ຫລາຍກວ່າ.
“ຖືວ່າປອດໄພນ່າ ເພາະວ່າພວກເຮົາກໍປະສານກັນຢູ່. ທ່ອງທ່ຽວທາງນັ້ນເຮົາກໍປະ ສານຢູ່ ບໍ່ມີຫຍັງເກີດຂຶ້ນນ່າ ບາງທີເປັນຂ່າວລືຊື່ໆ ເບາະ ມີແຕ່ເຂດໄກໆ ເພິ່ນບໍ່ໃຫ້ໄປ ແຕ່ວ່າເຂດທີ່ສາ ມາດທ່ຽວໄດ້ນີ້ ປົກກະຕິນະ ເປີດປົກກະຕິ.”
ໃນມື້ດຽວກັນນີ້ ຊາວບ້ານຢູ່ເມືອງອະນຸວົງ ຜູ້ນຶ່ງ ກໍເວົ້າເຖິງສະພາບການ ພາຍໃນເຂດເທສບານເມືອງອະນຸວົງ ແຂວງໄຊສົມບູນວ່າ ມີຄວາມສງົບຮຽບຮ້ອຍ. ສ່ວນຂ່າວທີ່ວ່າ ອາດມີເຫດການບໍ່ສງົບເກີດຂຶ້ນນັ້ນ ເປັນພຽງຂ່າວລືຊື່ໆ ແລະນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ສາມາດເດີນທາງໄປໄດ້ທົ່ວແຂວງ, ຍົກເວັ້ນເຂດພູເບັ້ຽ ທີ່ຍັງມີການປິດເສັ້ນທາງຂຶ້ນໄປ.
“ບໍ່. ບໍ່ໄດ້ມີຫຍັງເລີຍ. ມັນເປັນຂ່າວລືຊື່ໆ ບໍ່ມີແລ້ວ ສະພາບປອດໄພ 100% ສະບາຍໆ ບໍ່ມີຫຍັງ. ມີແຕ່ພູເບັ້ຽແຫລະ ທີ່ວ່າເພິ່ນຍັງບໍ່ທັນເປີດໃຫ້ຂຶ້ນເທື່ອ ເພາະວ່າທາງຍັງບໍ່ແລ້ວ.”
ພະນັກງານນໍາທ່ຽວ ຢູ່ແຂວງໄຊສົມບູນ ນາງນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 27 ກໍຣະກະດານີ້ວ່າ ປັດຈຸບັນ ກໍມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຢູ່ແຂວງໄຊສົມບູນ ຫລາຍສົມຄວນ. ໃນນັ້ນກໍມີນັກທ່ອງທ່ຽວ ຊາວອາເມຣິກັນ ນໍາດ້ວຍ, ພວກເຂົາເຈົ້າສາມາດໄປທ່ຽວໄດ້ທຸກເຂດ ທ່ອງທ່ຽວ ຍົກເວັ້ນເຂດພູເບັ້ຽ ທີ່ຍັງບໍ່ທັນຮອດຣະດູເປີດໃຫ້ໄປທ່ຽວເທື່ອ.
“ສ່ວນຫລາຍຈະເປັນຄົນໄທຍຫລາຍ. ຄົນອາເມຣິກັນສ່ວນຫລາຍ ເພິ່ນໃຫ້ທ່ຽວໝົດນະ. ກະຫລາຍຢູ່ໄດ໋ ບາງອາທິດ ວັນສຸກ, ວັນເສົາ ຫັ້ນ ຄົນມາເປັນ 100. ບໍ່ຄ່ອຍມີບ່ອນທີ່ວ່າຫ້າມ ທາງຂຶ້ນພູເບັ້ຽ ຍັງບໍ່ໃຫ້ຄົນຂຶ້ນເທື່ອ ປີນຶ່ງເພິ່ນຈະເປີດໃຫ້ຄົນຂຶ້ນໄປ ເທື່ອນຶ່ງຊີ້ນ່າ.”
ຜູ້ປະກອບການ ນໍາທ່ຽວອີກຜູ້ນຶ່ງ ເວົ້າວ່າ ເຖິງແມ່ນຢູ່ແຂວງໄຊສົມບູນ ບໍ່ຄ່ອຍມີເຫດການ ບໍ່ສງົບເກີດຂຶ້ນແລ້ວ ແລະທາງແຂວງໄດ້ສົ່ງເສີມ ການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວ ແຕ່ທາງແຂວງກໍໄດ້ແນະນໍາໃຫ້ ນັກທ່ອງທ່ຽວ ທີ່ຈະມາທ່ຽວແຂວງນີ້ ຕ້ອງໄດ້ເຮັດປະກັນໄພດ້ານຄວາມປອດໄພ ເພື່ອຄຸ້ມຄອງ ໃນກໍຣະນີເກີດອຸບັດຕິເຫດ ຫລືເຫດການຕ່າງໆຂຶ້ນ ແລະຕ້ອງມີເອກະສານ ພິເສດໜ້ອຍນຶ່ງ.
ດັ່ງທ່ານກ່າວວ່າ:
“ກໍຄືວ່ານີ້ແຫລະ ມັນຕ້ອງໄດ້ມີປະກັນໄພດ້ານຄວາມປອດໄພ ທາງແຂວງເພິ່ນເຂົາເຈົ້າ ກໍຈະໂປໂມດເຣື່ອງແຂວງເນາະ, ເຣື່ອງການທ່ອງທ່ຽວ ຂອງແຂວງແດ່. ເປີດໂອກາດໃຫ້ນັກທ່ອງທ່ຽວ ໄປຫລາຍ ກະຄືວ່າຫັ້ນແຫລະ ຄັນໄປກໍຕ້ອງໄດ້ມີເອກະສານ ທີ່ພິເສດໜ້ອຍນຶ່ງຫັ້ນນະ.”
ເມື່ອກ່ອນ ຄືໃນເດືອນມິນາ 2021 ອົງການທີ່ເຮັດວຽກ ເພື່ອຊາຕ ແລະປະຊາຊົນ ທີ່ບໍ່ມີຕົວແທນ ຫລື UNPO ທີ່ມີສໍານັກງານໃຫຍ່ ຢູ່ປະເທດແບວຢຽມ ໄດ້ໃຫ້ຂໍ້ມູນ ແກ່ວິທຍຸ ເອເຊັຽ ເສຣີ ວ່າ ທາງການແຂວງໄຊສົມບູນ ໄດ້ອອກແຈ້ງການຫ້າມ ບໍ່ໃຫ້ປະຊາຊົນ ເຂົ້າໄປຫາກິນ ໃນເຂດພູເບັ້ຽ ທີ່ເປັນບ່ອນຢູ່ອາໄສຂອງຊາວເຜົ່າມົ້ງ ມານານຫລາຍປີ ແລະຍັງມີການໃຊ້ຄວາມຮຸນແຮງ ຕໍ່ຊາວເຜົ່າມົ້ງ ໃນເຂດນັ້ນຢູ່. ບຸກຄົນທີ່ໃກ້ຊິດ ກັບນາຍທະຫານຜູ້ນຶ່ງ ທີ່ປະຕິບັດພາຣະກິຈ ຢູ່ແຂວງໄຊສົມບູນ ໄດ້ເວົ້າຕໍ່ ວິທຍຸ ເອເຊັຽເສຣີ ເມື່ອປີ 2021 ວ່າ ກຸ່ມຕໍ່ຕ້ານ ຈໍານວນນຶ່ງ ຍັງຫລົບໜີການຕາມລ້າ ຂອງທະຫານຢູ່ ແລະໄດ້ມີການສົ່ງກອງກໍາລັງ ທະຫານລາວ ໄປປະຈໍາການຢູ່ເຂດທີ່ມີການປະທະກັນ ຊຶ່ງເປັນເຂດພູສູງ ແລະຫລັງຈາກມີການປະທະກັນແລ້ວ ທາງການແຂວງໄຊສົມບູນ ກໍໄດ້ສົ່ງທະຫານໄປສົມທົບກັບ ທະຫານເມືອງທ່າໂທມ ເພື່ອປິດລ້ອມ ຝ່າຍຕໍ່ຕ້ານຣັຖບານ ແລະກ່ອນໜ້ານັ້ນ ເມື່ອເດືອນກໍຣະກະດາ 2020 ກຸ່ມຕິດອາວຸດບໍ່ຊາບຝ່າຍ ກໍໄດ້ຍິງທະຫານລາວ ເສັຽຊີວິດ 1 ຄົນ ໃນຂະນະທີ່ກໍາລັງລາຕເວນ ກວດກາການລັກລອບປູກຝິ່ນຢູ່ແຂວງໄຊສົມບູນ ທີ່ຕິດກັບແຂວງວຽງຈັນ ແລະແຂວງຫລວງພຣະບາງ, ແຕ່ເມື່ອຖາມໄປຍັງເຈົ້າໜ້າທີ່ ທາງການແຂວງໄຊສົມບູນ ປາກົດວ່າ ບໍ່ມີໃຜຮູ້ເຫດການດັ່ງກ່າວ ແລະປະຕິເສດວ່າ ເປັນຂ່າວບໍ່ມີມູນຄວາມຈິງ, ອີງຕາມການຣາຍງານ ຂອງວິທຍຸ ເອເຊັຽ ເສຣີ.