ຊາວລາວຈຳນວນນຶ່ງ ສແດງທັສນະ ຕໍ່ກັບຜົລຂອງການປະຕິບັດມາຕການ ປາບປາມຢາເສບຕິດ ຂອງເຈົ້າໜ້າທີ່ຕຳຣວດ ຕາມວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ປີ 2021 ຫາເຄິ່ງປີ 2023 ວ່າ ມີຜົລສຳເຣັດໃນລະດັບນຶ່ງ ໃນການຈັບກຸມຜູ້ຖືກກ່າວຫາ ແຕ່ວ່າກໍ່ຍັງບໍ່ສາມາດ ແກ້ໄຂບັນຫາຕົ້ນຕໍໄດ້.
ດັ່ງທີ່ ຊາວບ້ານ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກໍຣະກະດາ 2023 ນີ້ວ່າ:
“ກໍມີຫຼາຍຜົລສຳເຣັດຫັ້ນແຫຼະນໍ ເພາະວ່າຕາມສະຖິຕິ ທີ່ທາງເຈົ້າໜ້າທີ່ ສລຸບຣາຍງານຕໍ່ກອງປະຊຸມສະພາບໍ່ ຫຼືວ່າ ກອງປະຊຸມ ຂອງກະຊວງປ້ອງກັນຄວາມສງົບຫັ້ນ ກໍໄດ້ມີການສະກັດກັ້ນ ແລະຕ້ານຢາເສບຕິດນີ້. ໝາຍຄວາມວ່າ ແມ່ນໄດ້ມີການຈັບໂຕ ຜູ້ຊື້ຂາຍຢາເສບຕິດມາດຳເນີນຄະດີ ໄດ້ຫຼາຍພັນຄົນ.”
ທາງດ້ານ ຊາວບ້ານ ຢູ່ແຂວງວຽງຈັນ ເວົ້າວ່າ ພົບເຫັນ ການຕັ້ງດ່ານກວດກາຢາເສບຕິດ ແລະ ສິ່ງຜິດກົດໝາຍ ຂອງເຈົ້າໜ້າທີ່ຕຳຣວດ ຢູ່ຫຼາຍຈຸດ ໂດຍສະເພາະ ຕາມຊາຍແດນ ຕໍ່ເຂດແຂວງ ລະຫວ່າງ ນະຄອນຫຼວງວຽງຈັນ ກັບແຂວງວຽງຈັນ ແຕ່ຍັງເຫັນວ່າ ການຕັ້ງດ່ານຂອງເຈົ້າໜ້າທີ່ ຫຼາຍເທື່ອຂາດຊ່ວງຂາດຕອນ ເຮັດໃຫ້ເກີດຊ່ອງວ່າງ ເປັນໂອກາດໃຫ້ຜູ້ລັກລອບ ຂົນສົ່ງຢາເສບຕິດ ຫຼຸດລອດ ສາຍຕາຂອງເຈົ້າໜ້າທີ່ໄປໄດ້.
ດັ່ງທີ່ທ່ານກ່າວວ່າ:
“ມີ, ມັນມີແຕ່ລະວ່າງ ສົມມຸດນະຄອນຫຼວງ ຫາແຂວງວຽງຈັນ ມັນຈະມີດ່ານນຶ່ງ ມັນຈະມີຢູ່ແບບຊາຍແດນນໍ ຊາຍແດນ ລະຫວ່າງນະຄອນຫຼວງ ກັບແຂວງວຽງຈັນ ເລີຍໂຕນີ້. ດ່ານນຶ່ງທີ່ວ່າ ດ່ານພາຍໃນຂອງແຂວງ ມີດ່ານນຶ່ງ ສອງດ່ານ. ບາງເທື່ອກໍເຫັນ ເສົາ-ອາທິດ ກໍບໍ່ເຫັນ ມັນຍັງມີຊ່ອງວ່າງຫຼາຍ.”
ກະຊວງ ປ້ອງກັນຄວາມສງົບ ໄດ້ສລຸບຜົລງານການ ປາບປາມ ຢາເສບຕິດ ໃນໄລຍະ ການປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ແຕ່ປີ 2021 ຫາເຄິ່ງປີ 2023 ວ່າ ເຈົ້າໜ້າທີ່ສາມາດສະກັດກັ້ນ ການລັກລອບຄ້າຂາຍ ແລະຂົນສົ່ງຢາເສບຕິດ ໄດ້ເປັນຈຳນວນຫຼາຍ ສາມາດຈັບກຸມ ຜູ້ຄ້າຢາເສບຕິດໄດ້ກວ່າ 13,935 ຄົນ ແລະ ຍຶດຢາເສບຕິດຂອງກາງ ໄດ້ຫຼາຍຣາຍການ ເປັນຕົ້ນ ຢາບ້າ ກວ່າ 285 ລ້ານເມັດ, ຢາໄອຊ໌ 7,193.38 ກິໂລກຣາມ ແລະ ເຮໂຣອິນ 572 ກິໂລກຣາມ.
ຂະນະທີ່ ເຈົ້າໜ້າທີ່ຕຳຣວດ ທ່ານນຶ່ງ ຢູ່ແຂວງບໍ່ແກ້ວ ເວົ້າວ່າ ທາງເຈົ້າໜ້າທີ່ ກໍພະຍາຍາມເຝົ້າຕິດຕາມ ການເຄື່ອນໄຫວ ຂອງຂບວນການຄ້າ ຢາເສບຕິດຂ້າມຊາຕ ທີ່ມັກອາໄສເຂດພື້ນທີ່ ຂອງແຂວງບໍ່ແກ້ວ ໃນການລັກລອບຂົນສົ່ງ ຢາເສບຕິດຈາກປະເທດເພື່ອນບ້ານ.
ດັ່ງທີ່ທ່ານກ່າວວ່າ:
“ເຈົ້າ, ຂອງເຮົາກໍໄດ້ຕິດຕາມຕລອດແຫຼະ ແລ້ວກະໄດ້ສົ່ງສືບຂ່າວ ສືບຫຍັງ ຕິດຕາມ ຕາມບໍຣິເວນຊາຍແດນຕລອດແຫຼະ. ຄັນຖ້າມີການເຄື່ອນໄຫວ, ເຄື່ອນຍ້າຍ, ຂົນສົ່ງ ພວກເຮົາຮູ້ ພວກເຮົາກໍລັກສະກັດລະເຈົ້າ.”
ທ່ານກ່າວຕື່ມວ່າ ໃນໄລຍະ ຕົ້ນເດືອນ ກໍຣະກະດາ 2023 ນີ້, ທາງເຈົ້າໜ້າທີ່ຕຳຣວດ ກໍໄດ້ຈັບກຸມຜູ້ຕ້ອງສົງໄສ 4 ຄົນ ພ້ອມຂອງກາງຢາບ້າ ປະມານ 7,000,000 ເມັດ ແລະ ຢາເຄຕາມິນ 190 ຫໍ່ ຊຸກເຊື່ອງ ຢູ່ກ້ອງພື້ນຣົຖໂດຍສານ ພ້ອມທັງຂອງກາງອື່ນໆ ຈຳນວນນຶ່ງ ເຊິ່ງເປັນການຈັບກຸມຄັ້ງໃຫຍ່ຢູ່ແຂວງບໍ່ແກ້ວ ໃນປີ 2023 ນີ້.
ໃນວັນທີ 19 ກໍຣະກະດາ 2023 ທີ່ຜ່ານມາ, ກອງບັນຊາການປ້ອງກັນຄວາມສງົບ ແຂວງໄຊສົມບູນ ໄດ້ຈັດພິທີສລຸບການຈັດຕັ້ງ ປະຕິບັດວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໄລຍະ 6 ເດືອນ ຕົ້ນປີ 2023 ໂດຍສາມາດແກ້ໄຂ ຄະດີຢາເສບຕິດໄດ້ 23 ເຣື່ອງ ກັກໂຕຜູ້ຖືກກ່າວຫາໄດ້ 38 ຄົນ, ຍຶດຂອງກາງ ປະເພດຢາບ້າໄດ້ 10,289 ເມັດ, ເຮໂຣອິນ 100 ກຣາມ ແລະ ຂອງກາງ ທີ່ພົວພັນກັບຄະດີ ຈຳນວນນຶ່ງ ອີກທັງລົງທຳລາຍສວນຝິ່ນໄດ້ 4,800 ຕາແມັດ ແລະຍັງດຳເນີນການກໍ່ສ້າງ ສູນບຳບັດ ຜູ້ຕິດຢາເສບຕິດ ຢູ່ດອນກໍມີ້ ອ່າງນ້ຳງຶ່ມ 2 ເມືອງອະນຸວົງ ແຂວງໄຊສົມບູນ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຂັ້ນສູງ ຍອມຮັບວ່າ ມາຕການປາບປາມຢາເສບຕິດ ຕາມວາຣະແຫ່ງຊາຕ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ເທົ່າທີ່ຄວນ ຍ້ອນວ່າຍັງມີຂໍ້ຄົງຄ້າງຫຼາຍດ້ານ ທີ່ເປັນອຸປະສັກ ຕໍ່ການແກ້ໄຂ ບັນຫາຢາເສບຕິດ.
ທ່ານ ພົລຕຣີ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ທັງເປັນຫົວໜ້າຄະນະຮັບຜິດຊອບ ແກ້ໄຂບັນຫາຢາເສບຕິດ ແຂວງໄຊສົມບູນ ໄດ້ເວົ້າກ່ຽວກັບບັນຫາ ກົງຈັກການຈັດຕັ້ງ ໃນການຈັດຕັ້ງປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງໄຊສົມບູນ ຕອນນຶ່ງວ່າ:
“ເຫັນວ່າ ການເຄື່ອນໄຫວ ຂອງຄະນະຮັບຜິດຊອບ ພວກເຮົາຢູ່ຂັ້ນແຂວງ ກົງຈັກການຈັດຕັ້ງ ພວກເຮົານີ້ ຍັງບໍ່ທັນຄົບຖ້ວນ ຍັງຂາດຂແນງການນັ້ນ ຂແນງການນີ້.”
ນອກຈາກນີ້ແລ້ວ, ຢູ່ໃນກອງປະຊຸມສໄມ ສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນທ້າຍເດືອນມິຖຸນາ ທີ່ຜ່ານມາ ທ່ານ ພົລເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ຕອບຄຳຖາມ ກ່ຽວກັບ ບັນຫາຂາດເຂີນງົບປະມານ ທີ່ກ່ຽວຂ້ອງ ການຈັດຕັ້ງປະຕິບັດ ວະຣະແຫ່ງຊາຕດັ່ງກ່າວ ຕໍ່ກອງປະຊຸມ ສະພາແຫ່ງຊາຕ ຕອນນຶ່ງວ່າ:
“ແຕ່ກ່ອນນີ້ແມ່ນວ່າ ບັນຫາຕ້ານຢາເສບຕິດນີ້ ມັນຂື້ນກັບຣັຖບານໂດຍກົງໄດ໋. ແຕ່ວ່າດຽວນີ້ນີ່ ມອບໃຫ້ແຕ່ກົມຕຳຣວດຢ່າງດຽວ ກົມນ້ອຍໆ ນຶ່ງນີ້ນ່າ ຮັບຜິດຊອບເບິດ ຢາເສບຕິດນີ້. ບາດນີ້ກໍ່ໄປຮັບຜິດຊອບ ເຣື່ອງຄຸກ ຄຸມຂັງນີ້ ແລ້ວຊິໃຫ້ກົມຕຳຣວດນີ້ ເອົາເງິນມາແຕ່ໃສ ໄປລ້ຽງຫັ້ນນ່າ. ແລະ ຊິໃຫ້ກົມຕຳຣວດນີ້ ໄປເອົາຢາຢູ່ໃສມາປົວນີ້ນ່າ. ເວົ້າຕັ້ງແຕ່ປົວຊື່ໆ ນີ້ຍັງຢາບໍ່ພໍແລ້ວນໍ ບໍ່ທັນເວົ້າວ່າ ເອີ! ຊິຝຶກວິຊາຊີບອອກມາ ໃຫ້ໄດ້ມີອາຊີບເຮັດ, ແຕ່ວ່າມັນບໍ່ເປັນຣະບົບ, ບໍ່ມີຫຼັກສູດ, ບໍ່ມີຫຼັກການ ໃນການໂຄສະນາ ບໍ່ມີຣະບຽບອັນນັ້ນ ແລະກະເອົາຕາມ ຄວາມຮູ້ຄວາມສາມາດ ຂອງຜູ້ຄຸ້ມຄອງຄຸມຂັງຢູ່ຫັ້ນແຫຼະ.”
ສຳລັບການປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະປີ 2021-2023 ປັດຈຸບັນ ຢູ່ໃນໄລຍະສຸດທ້າຍ ກ່ອນທີ່ຈະສິ້ນສຸດລົງໃນທ້າຍປີ 2023 ນີ້.
ເຖິງຢ່າງໃດກໍຕາມ ທ່ານ ດຣ.ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕ ໄດ້ມີການໂອ້ລົມ ປຶກສາຫາຣື ຕໍ່ກອງປະຊຸມ ສະພາແຫ່ງຊາຕວ່າ ຈະສືບຕໍ່ວາຣະແຫ່ງຊາຕ ດັ່ງກ່າວຕຶ່ມອີກ ຫຼືບໍ່?, ເຊິ່ງຄາດວ່າ ຈະມີການຕົກລົງ ກ່ຽວກັບເຣື່ອງນີ້ ຢ່າງຈະແຈ້ງ ຢູ່ໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ທີ່ຈະຈັດຂຶ້ນໃນທ້າຍປີ 2023 ທີ່ຈະມາຮອດນີ້.