ປາຕາຍ ຢູ່ເຂື່ອນນໍ້າອູ 5, ຊາວບ້ານຮຽກຮ້ອງ ໃຫ້ກວດກາ

ໄຊຍາ
2023.06.30
ປາຕາຍ ຢູ່ເຂື່ອນນໍ້າອູ 5, ຊາວບ້ານຮຽກຮ້ອງ ໃຫ້ກວດກາ ເຮືອໃຫ້ບໍຣິການ ແລ່ນຕາມສາຍນໍ້າອູ (TP).
RFA

ທາງການເມືອງສໍາພັນ ແຂວງຜົ້ງສາລີ ພົບເຫັນປາຕາຍເປັນຈໍານວນຫຼາຍ ໂດຍບໍ່ຮູ້ສາເຫດຢູ່ລຸ່ມເຂື່ອນໄຟຟ້ານໍ້າອູ 5 ຂອງຈີນ ໃນວັນທີ 27 ມິຖຸນາ ຜ່ານມາ. ພ້ອມນີ້ກໍສັ່ງຫ້າມຊາວບ້ານ ເອົາປາທີ່ຕາຍມາກິນ ຫຼື ນຳໄປຂາຍ ແລະ ຫ້າມຫາປາລວມເຖິງສັດນໍ້າ ຊະນິດອື່ນໆ ທີ່ຢູ່ໃນແມ່ນໍ້າອູ ມາກິນ ໃນໄລຍະນີ້.

ດັ່ງຊາວບ້ານ ຢູ່ເມືອງສຳພັນ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ມິຖຸນາ ນີ້ວ່າ:

ແມ່ນແຫຼະເຈົ້າປາຕາຍ ໄດ້ຫວ່າງອາທິດນີ້ແຫຼະ ຂະເຈົ້າກາແຈ້ງການຫ້າມ ບໍ່ໃຫ້ຫາແລ້ວ. ຂະເຈົ້າກາຕ້ອງກວດສອບເບິ່ງວ່າ ມັນເປັນຍ້ອນສາເຫດຫຍັງກ່ອນຕີ. ຊ່ວງນີ້ກໍໃຫ້ໂຈະກ່ອນ ຊອກຫາຢູ່ ຫາກິນເຈົ້າ.”

ຊາວບ້ານອີກຜູ້ໜຶ່ງ ຢູ່ເມືອງສໍາພັນ ແຂວງຜົ້ງສາລີ ກ່າວວ່າ ປາທີ່ຕາຍຢູ່ລຸ່ມເຂື່ອນນໍ້າອູ 5 ໃນຄັ້ງນີ້ຈະຕ້ອງໄດ້ຮັບການກວດກາ ຢ່າງລະອຽດວ່າ ສາເຫດປາຕາຍນັ້ນ ເປັນຍ້ອນສາເຫດໃດ. ເປັນອັນຕະຣາຍຕໍ່ສຸຂພາບຕໍ່ຄົນກິນ ຮຸນແຮງແນວໃດ ແລະຈະສົ່ງຜົລກະທົບ ຕໍ່ສຸຂພາບ ຫຼື ສ່ຽງຈະເປັນພະຍາດແນວໃດ ກໍຕ້ອງຊີ້ແຈງ ໃຫ້ຊາວບ້ານ ແລະ ສັງຄົມຮັບຮູ້ນໍາດ້ວຍ.

ຊາວບ້ານໃນພື້ນທີ່ ສ່ວນໃຫຍ່ບໍ່ເຊື່ອວ່າ ປາທີ່ຕາຍເປັນຈໍານວນຫຼາຍ ຈະເກີດຈາກການປ່ອຍນໍ້າ ຫຼື ປັບສະພາບ ບໍ່ທັນ ເນື່ອງຈາກລັກສະນະ ຂອງປາຕາຍ ມີກິ່ນເໝັນຂີວ ຄ້າຍຄືກັບ ມີການປົນເປື້ອນ ຂອງສານເຄມີບາງຢ່າງ.

ດັ່ງຊາວບ້ານ ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ບໍ່ເປັນໆນໍ້າບ່ອນອື່ນ ມີແຕ່ນໍ້າອູ 5 ນີ້ແຫຼະ ຖ້າວ່າມີຜູ້ມາກວດນີ້ ກາຊິດີເນາະ ເພາະວ່າ ຖ້າເອົາໄວ້ດົນນີ້ຢ້ານ ມັນເປັນອັນອື່ນກ່ອນ ຜູ້ບໍຣິໂພກຕິດພະຍາດກ່ອນ ແລ້ວກາຜູ້ຢູ່ແຄມນໍ້າ ກາຕິດພະຍາດໄປ ຍ້ອນເພາະມັນເປັນເນົ່າ ເປັນຄາວ.

າງດ້ານເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງສຳພັນ ແຂວງຜົ້ງສາລີ ກ່າວວ່າ ຈະປະຊຸມຫາລືກັບພາກສ່ວນ ທີ່ກ່ຽວຂ້ອງກ່ອນ ເພື່ອທີ່ຈະລົງພື້ນທີ່ ເກັບກຳໂຕຢ່າງປາ ແລະ ນໍ້າ ເພື່ອນຳໄປກວດກາ ຢ່າງລະອຽດ ຫາສາເຫດທີ່ແທ້ຈິງ ລວມເຖິງຫາການປົນເປື້ອນ ຂອງສາມເຄມີ ໃນນໍ້າຫຼືໃນໂຕປາ.

ດັ່ງເຈົ້າໜ້າທີ່ ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ປັດຈຸບັນນີ້ ຊິສົມທົບກັນ ແລະປຶກສາກັນກ່ອນ ແລ້ວຊິເກັບໂຕຢ່າງນໍ້າ ໂຕຢ່າງປາຫັ້ນ. ທາງບໍຣິສັດນໍ້າອູ ມີໜັງສືຊີ້ແຈງວ່າ ບໍຣິສັດບໍ່ມີການໃສ່ຢາກັນຊືມ ມີແຕ່ວ່າ ຂະເຈົ້າອະນາໄມ ຕະກອນ (ຝຸ່ນຕົມ) ສະສົມ ຂອງເຂື່ອນຫັ້ນ.

ຫຼ້າສຸດໃນວັນທີ 28 ມິຖຸນາ 2023 ບໍຣິສັດ ຜລິດໄຟຟ້າ ນໍ້າອູ ຈຳກັດ ໄດ້ອອກໜັງສືຊີ້ແຈງວ່າ ໃນຕອນບ່າຍເວລາ 13:15 ໂມງ ຂອງວັນນທີ 26 ມິຖຸນາ 2023 ລະດັບນໍ້າໃນອ່າງ ຂອງເຂື່ອນໄຟຟ້າ ນໍ້າອູ 5 ມີລະດັບຕໍ່າສຸດ.

ເພື່ອຮັບປະກັນ ຄວາມປອດໄພ ໃນການປ້ອງກັນ ອຸທົກກະໄພ ໃນໄລຍະລະດູຝົນ ແລະ ການຜະລິດໄຟຟ້າ ໃນຣະດູແລ້ງ ໃຫ້ເປັນປົກກະຕິ ບໍຣິສັດ ຈຶ່ງລະບາຍນໍ້າອອກ ໄປສູ່ອ່າງເກັບນໍ້າ ຂອງເຂື່ອນໄຟຟ້ານໍ້າອູ 4.

ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2023 ບໍຣິສັດ ໄດ້ພົບເຫັນມີປາຕາຍ ໃນເຂດລຸ່ມເຂື່ອນໄຟຟ້າ ນໍ້າອູ 5 ຜ່ານການກວດວິເຄາະ ເບື້ອງຕົ້ນ ສາເຫດແມ່ນ ນັບແຕ່ເຂື່ອນໄຟຟ້າ ນໍ້າອູ 5 ໄດ້ກັກເກັບນໍ້າໃນປີ 2015 ເປັນຕົ້ນມາ ນ້ຳໃນອ່າງ ກາຍເປັນນໍ້ານິ້ງ ເປັນເວລາດົນ, ມີຝຸ່ນຕົມ ຫຼື ຕະກອນຫຼາຍຂຶ້ນ ເມື່ອເປີດປະຕູລະບາຍນໍ້າ ຝຸ່ນຕົມ ຫຼື ຕະກອນ ໄຫຼລົງສູ່ເຂດລຸ່ມເຂື່ອນ ຈຶ່ງເຮັດໃຫ້ປາຕາຍ.

ບໍຣິສັດ ຜລິດໄຟຟ້າ ພະລັງນ້ຳ ນໍ້າອູ ຈຳກັດ ຂອງຈີນ ໄດ້ສຳເຣັດການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າອູ ທັງ 7 ແຫ່ງ ແລະ ໄດ້ມີການຈັດພິທີ ເປີດຢ່າງເປັນທາງການ ໃນວັນທີ 28 ກັນຍາ 2021 ທີ່ນະຄອນຫຼວງພຣະບາງ, ແຂວງຫຼວງພຣະບາງ.

ອີງຕາມການຣາຍງານ ບົດປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງບໍຣິສັດ ໄຟຟ້າພະລັງນ້ຳ ນໍ້າອູ ຈຳກັດ ລະບຸວ່າ ເຂື່ອນໄຟຟ້າ ນໍ້າອູ ສ້າງຜົລກະທົບຕໍ່ຊາວບ້ານ ທີ່ອາສັຍຢູ່ຕາມແຄມແມ່ນໍ້າອູ ຕ້ອງຖືກໂຍກຍ້າຍ ອອກຈາກພື້ນທີ່ ລວມທັງໝົດ 2 ແຂວງ, 8 ເມືອງ, 63 ບ້ານ ມີປະຊາກອນ ຢ່າງໜ້ອຍ 5,000 ຄົນ.

ຊາວບ້ານອີກຜູ້ໜຶ່ງ ຢູ່ບ້ານຫາດສາ ເມືອງປາກອູ ແຂວງຫຼວງພຣະບາງ ກ່າວວ່າ ຍັງມີຄວາມຫຍຸ້ງຍາກເຣື່ອງການທຳມາຫາກິນ ເພາະຊາວບ້ານສ່ວນໃຫຍ່ ມີທີ່ດິນທຳການກະເສດໜ້ອຍ ບໍ່ພຽງພໍຕໍ່ການເຮັດໄຮ່, ເຮັດສວນ, ພໍໝົດໄລຍະຣະດູການ ທຳການກະເສດ ຊາວບ້ານກໍບໍ່ມີອາຊີບ ສ້າງເສີມລາຍໄດ້.

ດັ່ງຊາວບ້ານ ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ກາຍັງຫຼາຍແນວ ແນວທີ່ວ່າມັນຄ້າງຄາ ມັນບໍ່ມີວຽກເຮັດ, ເອີ! ກາຢູ່ຕາມພື້ນ ບ້ານເຮົານີ້ແຫຼະ ຊອກມາກຊອກກິນ ຕາມປ່າຕາມດົງຫັ້ນແຫຼະ ຊ່ອຍເຫຼືອປະຊາຊົນແດ່. ຊ່ອຍແດ່.

ຊາວບ້ານ ບ້ານຫ້ວຍໂລ ເມືອງປາກອູ ແຂວງຫຼວງພຣະບາງ ທີ່ໄດ້ຮັບຜົນກະທົບ ແລະ ຖືກໂຍກຍ້າຍຈາກໂຄງການ ກໍ່ສ້າງເຂື່ອນນໍ້າອູ 3 ໄດ້ປະມານ 3 ປີປາຍ ແຕ່ຊີວິດການເປັນຢູ່ ຂອງຊາວບ້ານສ່ວນໃຫຍ່ ກໍຍັງທຸກຍາກລຳບາກ ບໍ່ມີອາຊີບໝັ້ນຄົງ ມີຫຼາຍສີ່ງຫຼາຍຢ່າງ ທີ່ຊາວບ້ານຮຽກຮ້ອງ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເປັນຕົ້ນການຈັດສັນອາຊີບ, ທີ່ດິນທຳການກະເສດ ບໍ່ພຽງພໍ.

ດັ່ງຊາວບ້ານ ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ອັນໂຍກຍ້າຍມານີ້ ກາໄດ້ຫຼາຍປີແລ້ວ ບໍ່ມີແນວໃດ ຜູ້ໃດກາບໍ່ໄປໃສ ແລ້ວໃຜກາຢູ່ເຮືອນໃຜ ເຮືອນມັນ. ບາດນີ້ນ່າ ຕັ້ງບ້ານເປັນຮູບເປັນຮ່າງ ທໍ່ນັ້ນ ແຕ່ມັນບໍ່ໄດ້ຄົບຕາມຈຳນວນ ທີ່ວ່າ ຄວາມຕ້ອງການຂອງປະຊາຊົນ ທີ່ວ່າເຮົາໄດ້ສ້າງມາຫັ້ນແຫຼະ.

າວບ້ານ ບ້ານໂພນຊະນະ ໃນເມືອງງອຍ ແຂວງຫຼວງພຣະບາງ ກ່າວວ່າ ຖືກໂຍກຍ້າຍມາຫຼາຍປີແລ້ວ ແຕ່ກາບໍ່ໄດ້ມີຄຸນນະພາບຊີວິດ ທີ່ດີຂື້ນປານໃດ. ຊາວບ້ານ ຍັງຫາເຊົ້າກິນຄໍ່າ ຄືເກົ່າ, ການໄປ ການມາ ກໍຍັງມີຄວາມຫຍຸ້ງຍາກ ລຳບາກ ເພາະເສັ້ນທາງບໍ່ດີ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເພາະວ່າສະພາບຕ່າງໆ ຕາມໄດ້ອອກມານີ້ ກາຄືວ່າບໍ່ມີຫຍັງ ສະພາບແວດລ້ອມຕ່າງໆເບາະ ຫຼືຜົລກະທົບຕໍ່ເຂື່ອນເບາະ ຕໍ່ແມ່ນຫຍັງນີ້ ບໍ່ມີຮອດທາງປູຢາງ ກາບໍ່ໄດ້. ພໍ່ແມ່ປະຊາຊົນ ກາໄປໆມາໆ.

ສຳລັບໂຄງການ ເຂື່ອນໄຟຟ້ານໍ້າອູທັງ 7 ແມ່ນເປັນໂຄງການ ລົງທຶນຂອງບໍຣິສັດ Power Construction Corporation of China ຫຼື Power China ພາຍໃຕ້ ການຈົດທະບຽນ ໃນຊື່ບໍຣິສັດ ຜລິດໄຟຟ້າ ພະລັງນໍ້າອູ ຈຳກັດ ມີມູນຄ່າການລົງທຶນ ລວມ 2,700 ລ້ານໂດລ້າຣ໌ສະຫະຣັຖ ມີໄລຍະເວລາສັມປະທານ 29 ປີ ລວມມີກຳລັງ ການຕິດຕັ້ງ 1,272 ເມກາວັດ.

ອີງຕາມສັນຍາການ ຊື້-ຂາຍ ໄຟຟ້າໃນປີ 2014 ລະບຸວ່າ ໄຟຟ້າທີ່ຜລິດຈາກເຂື່ອນນໍ້າອູ ທັງ 7 ແຫ່ງແມ່ນສນອງໃຫ້ກັບ ໂຄງການເສັ້ນທາງຣົຖໄຟ ລາວ-ຈີນ ເຊິ່ງປັດຈຸບັນ ກໍໄດ້ຕິດຕັ້ງສະຖານີ ສາຍສົ່ງ ແລະລະບົບການຈ່າຍໄຟຟ້າ ສຳເຣັດໝົດແລ້ວ ລວມເຖິງໂຄງການອື່ນໆ ທີ່ຕິດພັນກັບໂຄງການ One Belt One Road ຫຼື ນຶ່ງແລວທາງ ນຶ່ງເສັ້ນທາງ. ພາຍຫຼັງທີ່ກໍ່ສ້າງ ສຳເຣັດ ບໍຣິສັດ ຜລິດໄຟຟ້າລາວ ຫຼື EDL-GEN ໄດ້ຮ່ວມຖືຫຸ້ນ ໃນໂຄງການເຂື່ອນໄຟຟ້າ ນໍ້າອູ 2, 5 ແລະ 6 ຈຳນວນ 15% ໃນແຕ່ລະເຂື່ອນ ແລະ ມີແຜນຈະເຊັນສັນຍາ ຊື້-ຂາຍ ຮຸ້ນໃນເຂື່ອນນໍ້າອູ 1, 3 ແລະ 4 ເພີ່ມຕື່ມ ຕາມລຳດັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.