ມີສິນຄ້າປອມ, ສິນຄ້າເຖື່ອນ ລອດສາຍຕາເຈົ້າໜ້າທີ່ ຫຼາຍຂຶ້ນ
2023.07.13

ຜແນກອຸດສາຫະກັມ ແລະການຄ້າ ຫລາຍແຂວງຂອງລາວ ຍັງກວດພົບສິນຄ້າເຖື່ອນ ວາງຂາຍຢູ່ຕາມຕລາດ ຫລາຍໃນປັດຈຸບັນ ບໍ່ວ່າຈະເປັນສິນຄ້າ ທີ່ນໍາເຂົ້າແບບບໍ່ຖືກຕ້ອງຕາມກົດໝາຍ ແລະສິນຄ້າປອມ. ເມື່ອກວດພົບສິນຄ້າດັ່ງກ່າວ ເຈົ້າໜ້າທີ່ກໍຍຶດ ແລະນໍາໄປທໍາລາຍຖິ້ມ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວ ຂ້ອງ ຢູ່ເມືອງຕ່າງໆຂອງລາວ. ທີ່ແຂວງຫລວງນໍ້າທາ ຜແນກອຸດສາຫະກັມ ແລະການຄ້າ ໄດ້ທໍາລາຍແປ້ງນົວປອມ ທີ່ກວດພົບ ແລະຍຶດໄດ້ຢູ່ຕາມຕລາດ ແລະໃນຫ້າງຮ້ານຢູ່ເມືອງຕ່າງໆພາຍໃນແຂວງ ເມື່ອເດືອນພຶສພາ ທີ່ຜ່ານມານີ້ ຄືເມືອງຫລວງນໍ້າທາ, ເມືອງສິງ ແລະເມືອງວຽງພູຄາ ຮວມແປ້ງນົວປອມທັງໝົດ 600 ຖົງ, ນໍ້າໜັກ 200 ກິໂລກຣາມ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜແນກອຸດສາຫະກັມ ແລະການຄ້າແຂວງຫລວງນໍ້າທາ ນາງນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ກໍຣະກະດານີ້ເຖິງເຣື່ອງທີ່ວ່ານັ້ນ ຢູ່ເມືອງຫລວງນໍ້າທາ ແລະເມືອງສິງ ວ່າ ມີແປ້ງນົວປອມ ຣະບາດຫລາຍ ຍ້ອນມີຊາຍແດນຕິດກັບປະເທດພະມ້າ ຊຶ່ງເປັນປະເທດຕົ້ນທາງ ຂອງແປ້ງນົວປອມ. ໃນແຕ່ລະປີ ຈະມີການກວດກາແປ້ງນົວປອມ 1 ຄັ້ງ ໂດຍຈະມີບໍຣິສັດແປ້ງນົວເຂົ້າ ມາປະສານງານ ໃນການກວດນັ້ນ.
“ແປ້ງນົວປອມຫວາ ປີລະຄັ້ງ ໄປຮ່ວມກັບບໍຣິສັດພູວຽງ ມາທາງພະມ້າ ມາທາງຫັ້ນແຫລະຂອງປອມຫັ້ນ ສ່ວນຫລາຍຢູ່ເມືອງສິງນີ້ຫລາຍ ກັບເມືອງນໍ້າທາ. ແມ່ນ ຖ້າພົບເຫັນເຮົາຈະຍຶດເລີຍ ແລ້ວກໍເຮັດບົດບັນທຶກນໍາເຂົາເຈົ້າ. ໂອ໋ ທໍາລາຍຢູ່ຜແນກ ຈູດຖິ້ມ.”
ໃນມື້ດຽວກັນນີ້ ຊາວບ້ານຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ກໍໄດ້ໂພສຕ໌ ຄລິບວິດິໂອ ຜ່ານເຟສບຸກວ່າ ແປ້ງນົວ ທີ່ຕົນໄດ້ຊື້ມາເປັນແປ້ງນົວປອມ, ເມື່ອເອົາໄປໃສ່ນໍ້າ ແປ້ງນົວນັ້ນ ກາຍເປັນກ້ອນຍືດໆຈັບກັນ, ບໍ່ລະລາຍໃນນໍ້າ ຕາມທີ່ມັນຄວນຈະເປັນ.
ຢູ່ແຂວງຄໍາມ່ວນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ກໍຣະກະດານີ້ວ່າ ເຄີຍກວດກາພົບແປ້ງນົວປອມ, ຖ່ານໄຟສາຍປອມ ແລະນໍ້າມັນເຄື່ອງປອມ. ສ່ວນສິນຄ້າທີ່ຖືກນໍາເຂົ້າມາແບບບໍ່ຖືກຕ້ອງ ຕາມກົດໝາຍນັ້ນ ແມ່ນເນີຍ ຊຶ່ງສ່ວນຫລາຍ ແມ່ນມາຈາກວຽດນາມ.
“ແປ້ງນົວຫຍັງ ທາງເຈົ້າໜ້າທີ່ທີ່ກວດກາຢູ່ ນໍາໃສ່ໃນຕລາດ ນໍ້າມັນເຄື່ອງ ບໍ່ໜ້າຈະມີ ເພາະວ່າທີ່ຜ່ານມາທາງບໍຣິສັດເພິ່ນ ກໍໄດ້ເຮັດໜັງສື ສເນີທາງເຮົາ. ທາງເຮົາກໍມີເປົ້າໝາຍ ລົງກວດ ຄັນວ່າປະເພດເບັຽຫຍັງກໍແມ່ນຈາກວຽດນາມ. ເຫັນຢູ່. ເຈົ້າ! ທາງໄທຍ ກໍນີ້ບໍ່ສູ້ເຫັນ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຫາກຍຶດສິນຄ້າ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະສິນຄ້າປອມໄດ້ ກໍຈະທໍາລາຍຖິ້ມ, ຍັງບໍ່ມີນະໂຍບາຍຂາຍສິນຄ້າ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຊຶ່ງຍຶດໄດ້ນັ້ນຂາຍຕໍ່.
ຢູ່ດ່ານສາກົລນໍ້າພາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍເວົ້າວ່າ ເມື່ອເດືອນມິຖຸນາທີ່ຜ່ານມາ ໄດ້ມີການທໍາລາຍໝາກເຜັດ ສົດຖິ້ມຈໍານວນ 4 ຕັນ ທີ່ນໍາເຂົ້າມາຈາກວຽດນາມ ແບບບໍ່ຖືກຕ້ອງຕາມລະບຽບການ. ທ່ານເວົ້າວ່າ ປັດຈຸບັນ ເຈົ້າໜ້າທີ່ດ່ານຊາຍແດນ ລາວ-ວຽດນາມ ສາມາດຍຶດສິນຄ້າປະເພດເຄື່ອງ ບໍຣິໂພກໄດ້ຫລາຍ ເປັນຕົ້ນ ອາຫານທະເລ, ສິນຄ້າທີ່ຍຶດໄດ້ເປັນສິນຄ້າທີ່ບໍ່ໄດ້ເສັຍພາສີຂອງລາວ, ຢູ່ດ່ານຊາຍແດນ ມີທັງຈຸດກວດກາຄົນ ແລະຈຸດກວດກາສິນຄ້າ, ແຕ່ຜູ້ທີ່ລັກລອບນໍາສິນຄ້າ ເຂົ້າມາ ແລ້ວຖືກເຈົ້າໜ້າທີ່ກວດພົບນັ້ນ ເປັນສິນຄ້າທີ່ບໍ່ໄດ້ເສັຍພາສີ ແລະອາກອນ.
“ສິນ ຄ້າທີ່ເຮົາກວດຊີ້ມາ ສ່ວນຫລາຍເປັນປະເພດເຄື່ອງບໍຣິໂພກ ຫລາຍກວ່າ. ປີນີ້ເຮົາກວດກາ ມີແຕ່ປະ ເພດສິນ ຄ້າອາຫານທະເລ ກໍຜິດກົດໝາຍ ແຫລະ ເພາະວ່ານໍາເຂົ້າໂດຍບໍ່ໄດ້ເສັຽພາສີອາກອນ.”
ແຕ່ເຖິງຢ່າງໃດກໍຕາມ ທ່ານກໍເວົ້າວ່າ ເຈົ້າໜ້າທີ່ກວດກາສິນຄ້າປອມທີ່ວ່ານັ້ນ ຍັງຂາດປະສົບການ, ຂາດເທັກນິກວິຊາການ ແລະຄວາມຊ່ຽວຊານ ໃນການກວດກາສິນຄ້າ ຍັງບໍ່ທັນສູງ ແລະສິນຄ້າກໍມີຫລາຍຊະນິດ. ຖ້າບໍ່ມີບໍຣິສັດ ທີ່ສິນຄ້າຂອງເຂົາຖືກປອມແປງ ມາພົວພັນ ຫລືທາງຂັ້ນເທິງບໍ່ແຈ້ງມາໃຫ້ຮູ້ ກໍຈະ ບໍ່ຮູ້ໄດ້ວ່າ ສິນຄ້າອັນໃດ ເປັນສິນຄ້າປອມ.
“ສິນຄ້າປອມນີ້ ເວົ້າເຣື່ອງເຕັກນິກໃນການກວດກາ ຂອງພວກເຮົາ ຍັງບໍ່ທັນສູງ ໃນການເບິ່ງບໍ່ ຫັ້ນນ່າ.
ເຮົາບໍ່ມີສິນຄ້າ ເປັນຕົວແບບ, ແບບເປັນສິນຄ້າແທ້, ແຕ່ສິນຄ້າປອມເປັນແນວໃດ. ພວກເຮົາໂຕນີ້ເທັກນິກ ໃນການເບິ່ງ ເຮົາບໍ່ທັນໄດ້ມີປະສົບການ ໃນການຮຽນຮູ້ຫັ້ນນ່າ.”
ກ່ອນໜ້ານີ້ ຄືໃນເດືອນມິຖຸນາ ຢູ່ບ້ານສາງນໍ້າມັນ ນະຄອນປາກເຊ ແຂວງຈໍາປາສັກ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ຂອງແຂວງ ໄດ້ຍຶດເບັຍທີ່ນໍາເຂົ້າມາແບບບໍ່ຖືກຕ້ອງ ຕາມກົດໝາຍ 695 ແກັດ ຢູ່ໃນຮ້ານຂອງຄົນວຽດນາມ. ໃນຈໍານວນນັ້ນ ເປັນເບັຍຍີ່ຫໍ້ຄາເມວ (Camel) 189 ແກັດ ແລະເບັຍຊາໂຄຕ້າ 297 ແກັດ. ເບັຍທີ່ນໍາເຂົ້າມານັ້ນ ບໍ່ມີເອກະສານນໍາເຂົ້າຢ່າງຖືກຕ້ອງ, ບໍ່ຕິດສະແຕັມພາສີ ແລະບໍ່ມີສລາກພາສາລາວ.
ໃນເດືອນດຽວກັນນີ້ ຢູ່ຫລັກ 33 ເມືອງໄຊທານີ ນະຄອນຫລວງວຽງຈັນ ກໍມີການທໍາລາຍນໍ້າມັນເຄື່ອງປອມ 6,864 ຕຸກ, ລວມມູນຄ່າ 574,860,000 ກີບ.