ປະຊາຊົນ ຈໍານວນຫຼາຍ ບໍ່ມີນໍ້າໃຊ້-ນ້ຳດື່ມ ພຽງພໍ
2023.07.07
ເປົ້າໝາຍ ການພັດທະນາແບບຢືນຍົງ ທີ 6 ແມ່ນພາຍໃນປີ 2030 ຣັຖບານຈະຮັບປະກັນ ໃຫ້ປະຊາຊົນທຸກຄົນມີນໍ້າສະອາດໄວ້ໃຊ້ ແລະ ດື່ມ ໃນຂະນະທີ່ ປະຊາຊົນ ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງເຊກອງ ແລະ ແຂວງອັດຕະປື ຈໍານວນຫຼາຍ ບໍ່ມີນໍ້າໃຊ້ ແລະ ນ້ຳດື່ມ ຢ່າງພຽງພໍ ສ່ວນນໍ້າດື່ມກໍລາຄາແພງນໍາດ້ວຍ. ສະເພາະ ແຂວງຫົວພັນ ມີທັງໝົດ 727 ບ້ານ ໃນນັ້ນ ມີ 4 ບ້ານ ບໍ່ມີນໍ້າໃຊ້ ແລະ ນ້ຳດື່ມ ເຊິ່ງມີ 40 ບ້ານ ທີ່ລະບົບນໍ້າເປ່ເພ ຂະນະດຽວກັນ ບ້ານທີ່ມີນໍ້າໃຊ້ ແລະ ນ້ຳດື່ມ ຈະປັບປຸງຄຸນນະພາບ ຕາມຊັພຍາກອນ ທີ່ມີໃນທ້ອງຖິ່ນ ເພື່ອໃຫ້ໄດ້ນໍ້າສະອາດ ໄວ້ປຸງແຕ່ງອາຫານ ແລະ ດື່ມ.
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຫົວພັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 7 ກໍຣິກະດາ ວ່າ:
“ບໍ່ທັນມີນໍ້າໃຊ້ນ່າ. ຍັງ 4 ບ້ານ, ໂຄງການບໍ່ທັນຊ່ວຍ ຫຼື ວ່າຣັຖບານບໍ່ຊ່ວຍ ຍ້ອນວ່າ ຢູ່ສູງເກີນ ຫຼືວ່າ ນໍ້າມັນແຫ້ງ ຫຼືວ່າ ບ່ອນທີ່ເອົາໄປມັນຍາກ. ແລ້ວ ກໍມັນມີລະບົບນໍ້າທີ່ວ່າ ເປ່ເພ ຫຼືວ່າ ບໍ່ພໍໃຊ້ຫັ້ນນ່າ. ສັງລວມ ມັນມີ 40 ບ້ານ ມັນບໍ່ມີເງິນສ້ອມແປງຫັ້ນນ່າ ຫຼືວ່າ ຫຼື ອາດຈະເປ່ ຢູ່ຫົວງານບໍ່ ຫຼືວ່າ ກອກ ຫຼືວ່າ ທໍ່ນໍ້າ ຈັ່ງຊີ້, ແຕ່ວ່າ ສ່ວນຫຼາຍ ແຂວງພົນພັນນີ້ ເຂົາຈະຕົ້ມໝົດ ກິນນໍ້ານ່າ ຫຼືວ່າ ນໍ້າຍາມຝົນນີ້ ມັນຂຸ້ນ ກໍແນະນໍ້າ ໃຫ້ກັ່ນກອງ ບໍ່ ຫຼືວ່າ ໃຫ້ມັນມີຕົກຕະກອນ ທາງກຸ່ມມັນຂຸ້ນອິສັງ. ມັນນອນ ທາງເທິງເຮົາຈັ່ງເອົາມາໃຊ້ ມັນໄສແລ້ວນ່າ ຫຼືວ່າ ເຮົາຈະເອົາແພມຸ້ງບໍ່ ອິສັງນ່າ.”
ຍານາງກ່າວຕື່ມວ່າ ປະຊາຊົນ ທີ່ບໍ່ມີນໍ້າໃຊ້ ແລະ ດື່ມຢ່າງພຽງພໍ ສ່ວນຫຼາຍຈະເປັນຈຸຢູ່ເທິງ ກໍຈະມາຕັກນໍ້າຢູ່ລຸ່ມ ເພື່ອໃຫ້ມີນໍ້າໃຊ້ ແລະ ນ້ຳດື່ມ ນອກຈາກນີ້ ສະເພາະເມືອງຊໍາເໜືອ, ເມືອງຊໍ້າໃຕ້ ແລະ ເມືອງກວ້ານ ຍັງບໍ່ຖືກປະກາດ ເປັນເມືອງຢຸດຕິການຖ່າຍຊະຊາຍເທື່ອ ຍ້ອນປະຊາຊົນບໍ່ມີທຶນສ່ວນໂຕ ສ້າງວິດຖ່າຍ ຕາມທີ່ທາງການຕ້ອງການ ແລະ ບໍ່ໄດ້ຮັບການຊ່ວຍເຫຼືອ ຈາກອົງການຈັດຕັ້ງສາກົລ ຫຼື ຣັຖບານ. ຖ້າເມືອງໃດ ເມືອງນຶ່ງ ພາຍໃນແຂວງ ປະເຊີນກັບໄພແຫ້ງແລ້ງ ແລະ ລະບົບນໍ້າເປ່ເພ ກໍຈະເຮັດໃຫ້ຫຼຸດໂຕຊີ້ວັດເປົ້າໝາຍ ການພັທນາແບບຍືນຍົງ ທີ 6 ແລະ ບໍ່ຮັບປະກັນວ່າ ປະຊາຊົນພາຍໃນແຂວງ ທຸກຄົນ ຈະມີນໍ້າສະອາດໃຊ້ ແລະ ດື່ມ. ສໍາລັບແຂວງຊຽງຂວາງ ນໍ້າສະອາດ ແລະ ປະຊາຊົນ ຕ້ອງມີວິດຖ່າຍ ໃນຄົວເຮືອນ ເປັນເຣື່ອງຕ້ອງພັທນາຄຽງຄູ່ກັນ ຖ້າບ້ານໃດ ບໍ່ມີນ້ໍາລິນ ຕອບສນອງຄວາມຕ້ອງການ ຂອງປະຊາຊົນ ຢ່າງພຽງພໍ ກໍເຮັດໃຫ້ບ້ານນັ້ນ ຈະມີການຖ່າຍຊະຊາຍ. ຂະນະນທີ່ ແຂວງຊຽງຂວາງ ມີ 4 ເມືອງ ປະກອບດ້ວຍ ເມືອງແປກ, ເມືອງຄໍາ, ເມືອງໝອກໃໝ່ ແລະ ເມືອງຜາໄຊ ຈາກທັງມົດ 7 ເມືອງ ທີ່ຍັງບໍ່ໄດ້ປະກາດ ເປັນເມືອງຢຸດຕິການຖ່າຍຊະຊາຍ ເທື່ອ ຍ້ອນວ່າ ປະເຊີນໄພແຫ້ງແລ້ງ ເຮັດໃຫ້ ບໍ່ມີນໍ້າໃຊ້ ແລະ ດື່ມຢ່າງພຽງພໍ ແລະ ຍັງບໍ່ທັນມີໂຄງການ ເຂົ້າມາຕິດຕັ້ງລະບົບນໍ້າໃຫ້ປະຊາຊົນ.
ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຊຽງຂວາງ ກ່າວວ່າ:
“ບໍ່ສະອາດ ເຮົາຫາກໍ່ໄດ້ 80 ປາຍກວ່າເປີເຊັນ. ວິດຖ່າຍໄດ້ 90 ປາຍ ໜ້ອຍນຶ່ງ. ວິດຖ່າຍນີ້ ກໍແມ່ນ ເຂດທີ່ວ່າ ສ່ວນຫຼາຍ ແຫລ່ງຂາດນ້ໍາ, ບໍ່ມີແຫລ່ງນໍ້າ ແຕ່ວ່າ ຍາມນີ້ ນໍ້າລະແຫ່ງແລ້ງໄປ ກໍຍ້ອນວ່າ ສາເຫດໂຕນີ້ ກໍມາຈາກໄພທັມມະຊາຕ ທີ່ວ່າ ນໍ້າບໍ່ພຽງພໍ ບໍ່ມີນໍ້າລິນ ແຕ່ວ່າ ເຮົາຍັງບໍ່ມີໂຄງການໃດ ທີ່ວ່າ ຈະເຮັດລະບົບໂບ້ມ ຫຼືວ່າ ເອົານໍ້າຂຶ້ນມາໄດ້ຫັ້ນນ່າ.”
ສ່ວນຢູ່ ແຂວງເຊກອງ ພາບລວມ ປະຊາຊົນພາຍໃນແຂວງ ສ່ວນໃຫຍ່ມີນໍ້າໄວ້ໃຊ້ ແລະ ດື່ມ ແຕ່ວ່າ ມີບາງບ້ານ ລະບົບນໍ້າລິນເປ່ເພ ເຮັດໃຫ້ມີນໍ້າໃຊ້ບໍ່ພຽງພໍ ສ່ວນວ່າ ນໍ້າລິນ ທີ່ໄຫລຈາກພູດອຍລົງມານັ້ນ ກໍບໍ່ໄດ້ມີຄວາມສະອາດ, ປະຊາຊົນ ຈະຕ້ອງໄດ້ປັບປຸງຄຸນນະພາບນໍ້າ ດ້ວຍວິທີການຕົ້ມກ່ອນດື່ມ ທຸກຄັ້ງ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງເຊກອງ ກ່າວໃນມື້ດຽວກັນວ່າ:
“ແຕ່ລະບ້ານມີໝົດ ນໍ້າໃຊ້ຫັ້ນເນາະ ແຕ່ວ່າ ບາງບ້ານຫັ້ນ ມັນກໍມີການທີ່ວ່າ ໃຊ້ມາດົນແດ່ແລ້ວ ກໍຕ້ອງໄດ້ສ້ອມແປງຄືນຫັ້ນນ່າ ແຕ່ລະປີ ຢາກບໍ່ຢາກ ນໍ້າມັນຕ້ອງໄດ້ໄຫລລົງມາ ມັນມາດຈະມາທັບໃສ່ຫົວງານບໍ່ ທໍ່ບໍ່ ຂາດຄັນວ່າ ປະຊາຊົນ ຖ້າວ່າເປ່ແຮງ ເຂົາເຈົ້າບໍ່ມີຄວາມສາມາດສ້ອມແປງ ຄັນວ່າ ຂີ້ເຫຍື້ອຕັນຫົວກອກ ຫົວງານ ເລັກໆນ້ອຍໆ ເຂົາເຈົ້າແປງເອງໄດ້ ຖ້າວ່າ ຂາດ ວ່າຫລຸອິຫຍັງ ເຂົາເຈົ້າກໍບໍ່ມີຄວາມສະອາດ ທີ່ວ່າ ສະອາດ ກັ່ນກອງນີ້ ບໍ່ມີແຕ່ວ່າວ່າ ປະຊາຊົນເອົາເມືອແລ້ວ ກໍແນະນໍາໃຫ້ເຂົາເຈົ້າຕົ້ມກິນຫັ້ນນ່າ.”
ຍາງນາງ ກ່າວຕື່ມວ່າ ຢູ່ເມືອງກາລຶມ ເປັນເມືອງດຽວຂອງແຂວງ ທີ່ຍັງບໍ່ທັນປະກາດເປັນເມືອງຢຸດຕິການຖ່າຍຊະຊາຍ ເທື່ອ ຍ້ອນວ່າ ລໍຖ້າການຊ່ວຍເຫຼືອດ້ານງົບປະມານ ຈາກພາກສ່ວນກ່ຽວຂ້ອງ ສນັບສນູນ ການຕິດຕັ້ງ ລະບົບນໍ້າລິນ ຫຼື ນໍ້າບາດານ ແລະ ສ້າງວິດຖ່າຍແບບຊຶມໃຫ້ ຂະນະທີ່ ປັດຈຸບັນເປັນເມືອງຢຸດຕິຖ່າຍຊະຊາຍ ແຕ່ຖ້າເມືອງກະລຶມ ຍັງບໍ່ສາມາດປະກາດໃຫ້ເປັນເມືອງຢຸດຕິ ການຖ່າຍຊະຊາຍ ກໍສູ້ຊົນໃຫ້ໄດ້ພາຍໃນປີ 2024.
ຂະນະທີ່ ບ້ານສົມບູນ ເມືອງພູວົງ ແຂວງອັດຕະປື ທັງບ້ານມລະບົບນໍ້ລິນ ທີ່ໄດ້ຈາກນໍ້າຫ້ວຍພຽງບ່ອນດຽວ ຈຶ່ງເຮັດໃຫ້ນໍ້າເພື່ອໃຊ້, ເພື່ອດື່ມບໍ່ພຽງພໍ ຕໍ່ຄວາມຕ້ອງການ ຂອງປະຊາຊົນ. ປະຊາຊົນພາຍໃນບ້ານ ສົມບູນ ຕ້ອງຊື້ນ້ໍາດື່ມ ລາຄາແພງ, ຕຸກລະ 15 ພັນ ກີບ ຂະນະທີ່ ນໍ້າດື່ມຕຸກໃຫຍ່ ລາຄາຕາມທ້ອງຕລາດ ຕຸກລະ 8 ພັນກີບ.
ນອກຈາກນີ້, ນ້ໍາໃຊ້ບໍ່ພຽງພໍ ຍັງເຮັດໃຫ້ປະຊາຊົນພາຍໃນ ບ້ານສົມບູນ ຈໍານວນ 40% ຂອງຈໍານວນທັງໝົດ ບໍ່ສ້າງວິດຖ່າຍ ແລະ ຍັງຖ່າຍຊະຊາຍຢູ່ຕາມປ່າ.
ດັ່ງຊາວບ້ານສົມບູນ ກ່າວວ່າ:
“ຖ້າກັນແຫຼະ ເວລາອາບ ເວລາຈະໃຊ້ນ້ຳ ໃຊ້ຫຍັງ ສໍາລັບຄົນບ້ານນີ້ ກໍຢາກວ່າ ສະອາດແຫຼະ ພວກເຮົາກໍໄດ້ໃຊ້ນໍ້າຫ້ວຍ ມາແລ້ວນ່າ ບໍ່ໄດ້ກັ່ນຕອງອິຫຍັງ ມີແຕ່ຕັກແລ້ວ ເອົາມາໃຊ້ເລ່ຍ ນໍ້າດື່ມນີ້ ຈໍານວນນຶ່ງໄດ້ໄປຊື້. ຊື້ເຂົາມາຂາຍ ແຕ່ຫຼັກ 52 ມານີ້ ລາຄາແພງ, ບ້ານເຮົານີ້ ກ່ຽວກັບວິດຖ່າຍໄດ້ຢູ່ປະມານ 50-60% ຍ້ອນນໍ້າໃຊ້ນີ້ແຫຼະບໍ່ພຽງພໍ. ເພິ່ນຈັ່ງບໍ່ເຮັດ ກໍຖ່າຍແບບທັມມະຊາຕແຫຼະ ຖ່າຍຢູ່ປ່າແຫຼະ.”
ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງຫົວພັນ, ແຂວງເຊກອງ ແລະ ແຂວງຊຽງຂວາງ ກ່າວຕຣົງກັນວ່າ ຊຸມຊົນຢູ່ເຂດບ້ານດັ່ງກ່າວ ບໍ່ວ່າ ຈະເປັນຜູ້ເຖົ້າ, ຜູ້ໃຫຍ່ ແລະ ເດັກນ້ອຍ ນໍ້າໃຊ້-ນໍ້າກິນ ໃນຊີວິດປະຈໍາວັນບໍ່ປອດໄພ ເປັນຕົ້ນ ກິນດື່ມຈາກຫ້ວຍ, ຈາກແມ່ນໍ້າ ທີ່ຢູ່ຕິດກັບໄຮ່-ສ່ວນ ຂອງໂຕເອງ ຂະນະທີ່ໄຮ່-ສ່ວນຂອງໂຕເອງ ມີການປົນເປື້ອນສາເຄມີ ຈາກຢາປາບສັດຕູພືດ (ຢາຂ້າຫຍ້າ) ເຖິງແມ່ນວ່າ ເຈົ້າໜ້າທີ່ຈະແນະນໍາໃຫ້ຕົ້ມກ່ອນ ແຕ່ໂຈຈິງ ປະຊາຊົນບໍ່ປະຕິບັດ. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຫົວພັນ ກ່າວວ່າ:
“ເຂົາໄປ ໄປປ່າ ໄປພູ ໄປເຮັດ, ເຮັດສວນຫັ້ນນ່າ ເອົານໍ້າຕົ້ມສຸກໄປຢູ່. ບາງເທື່ອ ເຂົາເອົາໄປແຕ່ 5-10 ລິດ ຈັ່ງຊີ້ ມັນໝົດ ບາດນີ້ ເຂົາຢູ່ໝົດມື້ ແລ້ວຄົນຫຼາຍ ບາງເທື່ອ ເຂົາກໍຊິກິນໂອ້ ມັນຕ້ອງມີປົນເປື້ອນ ແລ້ວ ກໍມີສານເຄມີ ພ້ອມ. ແຖວນີ້ ເຂົາເຮັດໄຮ່ ເຮັດສວນ ແລ້ວ ມັນມີຢາຂ້າ ຢາຫຼາຍເນະ ຢາແບບສັດຕູພືດຫຼາຍຫັ້ນນ່າ.”
ນອກຈາກນີ້ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ເຊກອງ ຈະຮັບປະກັນໃຫ້ປະຊາຊົນທຸກຄົນມີນໍ້າສະອາດໃຊ້ ແລະ ດື່ມ ພາຍໃນປີ 2030 ໄດ້ນັ້ນ ມັນຂຶ້ນຢູ່ກັບງົບປະມານທີ່ຣັຖບານ ແລະ ອົງການຈັດຈັ້ງສາກົລຈະຊ່ວຍເຫຼືອນຳດ້ວຍ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ທາການລາວ.