ນະຄອນຫຼວງພຣະບາງ ປະກາດຢຸດຕິ ການຖ່າຍສະຊາຍ

ໄຊຍາ
2022.11.28
ນະຄອນຫຼວງພຣະບາງ ປະກາດຢຸດຕິ ການຖ່າຍສະຊາຍ ເດັກນ້ອຍນັກຮຽນກຸ່ມນຶ່ງ ທີ່ຢູ່ຫ່າງໄກ ໃນເຂດພາກເໜືອຂອງລາວ ມີວິດຖ່າຍ (ຫ້ອງນ້ຳ) ແລະ ລະບົບນ້ຳປະປາ ໃຊ້ລ້າລ້າງ ເພື່ອສຸຂອະນາໄມ ຫ່າງໄກ ໂຣຄາພະຍາດ.
ນັກຂ່າວ ພົລເມືອງ

ໃນວັນທີ 24 ພຶສຈິກາທີ່ຜ່ານມາ ນະຄອນຫລວງພຣະບາງ ປະກາດຢຸດຕິ ການຖ່າຍສະຊາຍ 100%,  ພາຍຫລັງຊາວບ້ານ 115 ບ້ານ ພາກັນສ້າງວິດຖ່າຍ ແລະລະບົບນໍ້າລິນນໍາດ້ວຍ ຕາມທິດຊີ້ນຳ ຂອງວຽກງານຊຸມຊົນ ເປັນເຈົ້າການ ດ້ານສຸຂອະນາໄມ ນັບແຕ່ປີ 2019-2022.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເຣີ່ມຕົ້ນພຸ້ນມາຮອດປັດຈຸບັນນີ້ 115 ບ້ານ ທີ່ພວກເຮົາປະຕິດບັດຄົບ ພວກເຮົາຈຶ່ງສເນີ ປະກາດ ນະຄອນ ທົ່ວນະຄອນ ໃຫ້ເປັນນະຄອນ ຢຸດຕິການຖ່າຍສະຊາຍ. ໂອ້ ເບິ່ງແຕ່ຫົວຂໍ້ນ່າ ຊຊສ ເນາະ ຊຸມຊົນ ເປັນເຈົ້າການ ໃນການຮັກສາ ສຸຂພາບດ້ວຍໂຕເຂົາເຈົ້າ ເອງມີແຕ່ເຮົາມາຊອກ ທິດທາງໃຫ້ເຂົາເຈົ້າວ່າພວກເຮົາ ຈະເຮັດແນວໃດ ຊ່ອຍເຂົາເຈົ້າໄດ້.

ທ່ານກ່າວຕື່ມວ່າ ໃນປີ 2019-2020 ກໍເຄີຍປະກາດຢຸດຕິ ຖ່າຍສະຊາຍ 98 ບ້ານ, ປີ 2021 ປະກາດເພີ່ມອີກ 31 ບ້ານ ແລະ ປີ 2022 ປະກາດເພີ່ມ 1 ບ້ານເປັນທັງໝົດ 115 ບ້ານ. (ບາງບ້ານໃນແຕ່ລະປີ ຖືກໂຮມເປັນບ້ານດຽວ ຈຶ່ງນັບເປັນ 1 ບ້ານ).

ກ່ອນປີ 2018 ທົ່ວ ນະຄອນຫລວງພຣະບາງ ມີທັງຜູ້ໃຫຍ່ ແລະເດັກນ້ອຍ ເປັນພະຍາດ ທີ່ຕິດພັນກັບ ອາຈົມ ເປັນຕົ້ນພະຍາດຖອກທ້ອງ ແລະເດັກນ້ອຍຂາດສານອາຫານ ອັນເນື່ອງມາຈາກ ພະຍາດແມ່ທ້ອງ ທີ່ເດັກນ້ອຍກິນອາຫານ ປົນເປື້ອນອາຈົມ ຍ້ອນມືຂອງພໍ່ແມ່ ຜູ້ປົກຄອງ ຫລືຂອງເດັກນ້ອຍ ໄປສັມຜັດກັບອາຈົມ ທີ່ຖ່າຍສະຊາຍຢູ່ຕາມປ່າ, ຕາມພູ ແລະ ຕາມແຄມບ້ານ ເພາະບໍ່ມີວິດຖ່າຍ ແລະນໍ້າສະອາດໄວ້ສຳຣະລ້າງ ຫລັງຖ່າຍອາຈົມ.

ປັດຈຸບັນ ພະຍາດທີ່ຕິດພັນ ກັບອາຈົມ ຢູ່ທົ່ວນະຄອນຫລວງພຣະບາງ ບໍ່ຄ່ອຍພົບເຫັນແລ້ວ ອີກທັງຕາມສະຖິຕິເດັກນ້ອຍ ທົ່ວນະຄອນຫລວງພຣະບາງ ອາຍຸຕໍ່າກ່ວາ 5 ປີ ຂາດສານອາຫານພຽງ 8% ຊຶ່ງເປັນຈຳນວນ ທີ່ບໍ່ເກີຕາມສູນກາງກຳນົດໄວ້ ໃນຈຳນວນ 20%.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຜູ້ດຽວກັນກ່າວວ່າ:

ໂພສະນາການ ພວກເຮົາປະຕິດບັດ ມີແຕ່ 8% ນຶ່ງນ່າ, ສອງ ເຮົາບໍ່ມີກໍຣະນີຖອກທ້ອງ, ອະຫິວາຕະກະໂຣກ ມາໄດ້ຈັກປີແລ້ວ ມາໄດ້ 3-4 ປີແລ້ວ ບໍມີຫັ້ນນ່າ, ສາມມາເວົ້າເຣື່ອງ ແມ່ທ້ອງ ການສົມທຽບການປະເມີນ ບໍ່ເຖິງອັນນ່າ 10% ການມີແມ່ທ້ອງຂອງພີ່ນ້ອງ.

ທ່ານກ່າວຕື່ມວ່າ ທົ່ວນະຄອນຫລວງພຣະບາງ ຈະໃຊ້ລະບົບນໍ້າ ປະປາຂນາດໃຫຍ່ (ພາສາທ້ອງຖິ່ນຮ້ອງວ່າ ລະບົບນໍ້າປະປາ ອະນາໄມ) 80% ຄຽງຄູ່ກັບການໃຊ້ວິດຖ່າຍ ແບບຊືມ ແລະ ຖາວອນ ສ່ວນທີ່ເຫລືອຈາກນັ້ນ ຈະເປັນລະບົບນໍ້າປະປາ ທ້ອງຖິ່ນ (ຫລືລະບົບນໍ້າບາດານ ດູດນໍ້າຈາກໃຕ້ດິນ ແລ້ວມາກັ່ນກອງ ໃຫ້ຊາວບ້ານໄດ້ຊົມໃຊ້) ແລະ ຈະມີສ່ວນໜ້ອຍ ທີ່ໃຊ້ລະບົບນໍ້າລິນ ຄຽງຄູ່ກັບການໃຊ້ວິດຖ່າຍແບບຊືມ ແລະຖາວອນໃນເຂດພູດອຍ.

ມາຮອດປັດຈຸບັນນີ້ ແຂວງຫລວງພຣະບາງ ໄດ້ປະກາດຢຸດຕິການຖ່າຍສະຊາຍໄດ້ 2 ເມືອງ ຄື ເມືອງນໍ້າບາກ ແລະນະຄອນຫລວງພຣະບາງ ແລະ ມີແຜນຈະປະກາດ ຢຸດຕິຖ່າຍສະຊາຍ ພາຍໃນສິ້ນປີ 2022 ນີ້ ຕື່ມອີກ 3 ເມືອງ ຄື ເມືອງນານ, ເມືອງຊຽງເງິນ ແລະ ເມືອງໂພໄຊ, ສ່ວນເມືອງທີ່ເຫລືອ ຍັງບໍ່ມີຂໍ້ມູນວ່າ ຈະປະກາດເປັນເມືອງຢຸດຕິ ການຖ່າຍສະຊາຍໃນໝໍ່ໆນີ້ ປະກອບດ້ວຍ ເມືອງໂພນທອງ, ເມືອງປາກແຊງ ແລະ ເມືອງວຽງຄຳ ເນື່ອງຈາກເປັນເມືອງ ທີ່ປະຊາຊົນ ມີຄວາມທຸກຍາກ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ປະກາດມີແຕ່ 2 ເມືອງເນາະ ມີເມືອງນໍ້າບາກກັບ ນະຄອນຫລວງພຣະບາງນີ້ ແລະກຽມຈະປະກາດມີເມືອງນານ, ເມືອງຊຽງເງິນ, ເມືອງໂພນໄຊ ປີນີ້. ທ້າຍເດືອນນີ້ນ່າ ໂອ້ຍັງໜັກນີ້ເມືອງໂພນທອງ, ເມືອງປາກແຊງ, ເມືອງວຽງຄຳ ອັນນຶ່ງປະຊາຊົນທຸກຍາກເນາະ ຫ່າງໄກສອກຫລີກ ສຳຄັນຊົນເຜົ່າມົ້ງ ເຂົາເຈົ້າເຮືອນເຂົາເຈົ້າ ບ່ອນຢູ່ ບ່ອນກິນ ຢູ່ນຳກັນເລີຍ ຫ້ອງນໍ້າ ຢາກຍາກ ມັນຕັ້ງແຕ່ສູນກາງ ເພິ່ນໂຄງການ(ສ້າງວິດຖ່າຍ) ຢາກຕັດ (ງົບປະມານ) ອອກ. ໃນໃຈກໍຢາກໃຫ້ຊ່ອຍເຫລືອແຫລະ ປະຊາຊົນທຸກຍາກຫລາຍນ່າ.

ທ່ານກ່າວຕື່ມວ່າ ພາຍໃນແຂວງຫລວງພຣະບາງ ມີອົງການສາກົລ ແລະອົງການກາແດງ ຂອງພາກຣັຖເຂົ້າມາຊ່ອຍ ສ້າງວິດຖ່າຍ ແລະລະບົບນໍ້າລິນ ໃຫ້ຄອບຄົວທຸກຍາກ ແຕ່ວ່າ ການຊ່ອຍເຫລືອ ດັ່ງກ່າວກັບບໍ່ໄດ້ພຽງພໍໍ່ ຈຳນວນປະຊາຊົນ ທຸກຍາກ.

ເມືອງໂພນທອງ ແຂວງຫລວງພຣະບາງ ຖືວ່າເປັນເມືອງທຸກຍາກ ແລະ ເປັນເມືອງໃໝ່ ທົ່ວເມືອງມີ 19 ບ້ານ ໂດຍຕາມຍຸດທະສາຕ ລຶບລ້າງການຖ່າຍສະຊາຍ ແຫ່ງຊາຕ 2025 ເມືອງໂພນທອງ ຈະຕ້ອງປະກາດໃຫ້ທົ່ວເມືອງ ເປັນເມືອງແຫ່ງການຢຸດຕິ ການຖ່າຍສະຊາຍ ໃນປີ 2024 ແຍກເປັນປີ 2022 ປະກາດ 9 ບ້ານ, ປີ 2023 ປະກາດ 5 ບ້ານ ແລະ ປີ 2024 ປະກາດ 5 ບ້ານ.

ຊຶ່ງເມືອງຈະເຮັດໄດ້ ຫລື ບໍ່ນັ້ນ ກໍຕ້ອງປະເຊີນກັບຄວາມທ້າທາຍ ດ້ານງົບປະມານ ສ້າງວິດຖ່າຍ ແລະ ລະບົບນໍ້າລິນ ບໍ່ມີມາແຕ່ປີ 2019 ແລ້ວ ປະກອບກັບ ປະຊາຊົນພາຍໃນເມືອງ ມີຖານະທຸກຍາກ ຈຳນວນຫລາຍ ໂດຍສະເພາະ ປະຊາຊົນຊົນເຜົ່າມົ້ງ ຢູ່ບ້ານພູຍີ, ບ້ານຫ້ວຍທອງ, ບ້ານສາມໝື່ນ ແລະ ບ້ານທອງສີ ເຄີຍເຮັດລະບົບນໍ້າລິນ ກໍບໍ່ໄດ້ມີນໍ້າໃຊ້ ຕລອດປີ ຍ້ອນປະເຊີນກັບບັນຫາ ນໍ້າບົກແຫ້ງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໂພນທອງ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ນໍ້າລິນເນາະ ນໍ້າລິນຫັ້ນ ເຂົາເຈົ້າກໍ່ສ້າງແລ້ວ ແລ້ວກໍຍ້ອນຫຍັງ ມີການບົກແຫ້ງ ແລ້ວກໍນໍ້າບໍ່ພຽງພໍ ອັນນັ້ນບັນຫານຶ່ງ, ບັນຫາສອງມາ ລະແມ່ນເຣື່ອງຄວາມທຸກຍາກ ງົບປະມານ ໃນການເຮັດນັ້ນ ບໍ່ມີແລ້ວ ມັນຫ່າງໄກ ຈາກໂຕເມືອງນ່າ ວັດສະດຸອີ່ຫຍັງ ແພງໝົດ ປະຊາຊົນທຸກຍາກອີກ ໂດຍສະເພາະ ແມ່ນບ້ານເຜົ່າມົ້ງນ່າ ມັນບໍ່ມີ.

ຢູ່ບ້ານພີ ເມືອງໂພນທອງ ປະຊາຊົນໝົດບ້ານ ບໍ່ມີວິດຖ່າຍຈັກຄອບຄົວ ລວມເຖິງຢູ່ບ້ານຫ້ວຍທອງ ມີພົລເມືອງ 90 ປາຍຄອບຄົວ ໃນນັ້ນມີວິດຖ່າຍພຽງ 2 ຄອບຄົວ ຊຶ່ງປະຊາຊົນທັງ 2 ບ້ານ ສ່ວນໃຫຍ່ເປັນຊົນເຜົ່າມົ້ງ ທີ່ມີຖານະທຸກຍາກ ບໍ່ມີເງິນເພື່ອສ້າງວິດຖ່າຍ ດ້ວຍໂຕເອງ ເຮັດໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງດ້ານສາທາຣະນະສຸຂ ລົງໂຄສະນາ ໃຫ້ຄວາມຮູ້ ກ່ຽວກັບການຮັກສາ ສຸຂອະນາໄມ ເພື່ອປ້ອງກັນ ການຣະບາດ ຂອງພະຍາດຖອກທ້ອງ ຫລື ພະຍາດອື່ນໆ ທີ່ຕິດພັນ ກັບອາຈົມ.

ດັ່ງເຈົ້າໜ້າທີ່ ສຸຂສາລາ ເຂດບ້ານພູຍີ ແລະ ຫ້ວຍທອງ ເມືອງໂພນທອງ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ມັນມານຳພະຍາດ ນຳອາຈົມຫັ້ນເດ້ ເປັນພະຍາດຖອກທ້ອງ ມີຫຍັງຕ່າງໆ ກໍພົບຢູ່ ແຕ່ຫາກບໍ່ຫລາຍເພາະວ່າ ເຮົາວຽກງານ ສາທາຣະນະສຸຂ ລົງຕລອດນ່າ ບາງຄັ້ງຄາວພວກເຮົາ ກໍໃຫ້ເຂົາເຈົ້າ ກຸ້ມໂຕເອງ. ໄປຖ່າຍນີ້ ເຮົາເອົາຈົກ ເອົາສຽມ ໄປຂຸດ, ຂຸດແລ້ວແລ້ວກໍຖ່າຍໃສ່. ໂອ້ຈະໃຫ້ເຂົາເຈົ້າເຮັດ(ວິດຖ່າຍ) ດ້ວຍໂຕເອງ. ໂອ້ເຂົ້າຊິກິນກໍບໍ່ມີຫັ້ນນ່າ ຫຍຸ້ງຫັ້ນນ່າ.

ປັດຈຸບັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນບ້ານ, ຂັ້ນເມືອງ ແລະ ຂັ້ນແຂວງ ກຳລັງລະດົມ ແຕ່ລະບ້ານ ແຕ່ລະຄອບຄົວ ໃຫ້ມີສະຕິດ້ານສຸຂອະນາໄມ ເຂັ້ມງວດ ເພື່ອບັນລຸເປົ້າໝາຽ ຍຸດທະສາຕກ້າວໄປ ສູ່ປະເທດລາວຈະປະກາດ ເປັນປີຢຸດຕິ ການຖ່າຍສະຊາຍ ໃນປີ 2025 ເພື່ອຫລຸດຜ່ອນ ການເຈັບເປັນ ແລະການເສັຽຊີວິຕ ເນື່ອງຈາກການຂາດສຸຂ ອະນາໄມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.