ສຸຂພາບຂອງຄົນທ້ອງຖິ່ນ ຫົງສາ
2017.03.09
ປະຊາຊົນ ທ້ອງຖິ່ນ ທີ່ຢູ່ໃກ້ ໂຮງງານໄຟຟ້າ ຫົງສາລິກໄນ ແຂວງໄຊຍະບູຣີ ບາງຄົນ ມີອາການເຈັບປ່ວຍ ເປັນໄອ ຫລັງຈາກ ທີ່ມີການ ເປີດ ໂຮງໄຟຟ້າ ດັ່ງກ່າວ ແຕ່ປີ 2015 ເປັນຕົ້ນມາ.
ປະຊາຊົນ ບ້ານວຽງແກ້ວ ຊືຶ່ງເປັນບ້ານ ທີ່ຕັ້ງຫ່າງຈາກ ໂຮງໄຟຟ້າ ຫົງສາ ປະມານ 6 ກິໂລແມັດ ທ່ານນຶ່ງເວົ້າວ່າ ຊາວບ້ານ ບາງຄົນ ໄດ້ຮັບຜົລກະທົບ ທາງດ້ານສຸຂພາບ ແລະ ຜົລປູກ ຂອງພວກຂະເຈົ້າ ກໍບໍ່ອອກ ໝາກຜົລ ຍ້ອນຝຸ່ນຄວັນ ຈາກໂຮງງານ ຕິດຕາມໃບ ຂອງພືດຜັກ ທີ່ປູກ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ເຕົາຕົ້ມທີ່ເປັນຫຍັງ ປ່ອຍຄວັນອັນນັ້ນ ຄືວ່າປະກົດວ່າ ປີນີ້ ປະຊາຊົນ ຂອງເຮົາ ເກີດພຍາດເປັນໄອບໍ ເຄື່ອງປູກ ຂອງເຮົາມັກ ບໍ່ເປັນ ໝາກ ເປັນຫນ່ວຍ ໃບກໍແຫ້ງ ໃບຕາຍ".
ທ່ານວ່າ ຜົລກະທົບ ຈາກການປ່ອຍຄວັນ ຈາກໂຮງໄຟຟ້າ ດັ່ງກ່າວ, ປະຊາຊົນ ຜູ້ທີ່ຢູ່ຫ່າງຈາກ ໂຮງງານນີ້ ໃນຣັສມີປະມານ 10 ກິໂລ- ແມັດ ຈະໄດ້ຮັບ ຜົລກະທົບ ນອກຈາກນັ້ນ ຊາວບ້ານ ຜູ້ທີ່ເຮັດວຽກ ໃນໂຄງການນີ້ ບາງຄົນ ກໍຈະມີອາການ ເຈັບປ່ວຍ ໝາກໄຂ່ຫລັງ ອັກເສບ ໂດຍສະເພາະ ຄົນຂັບຣົດ ໃຫ້ໂຮງງານ.
ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນ ທ່ານນີ້ເວົ້າວ່າ ການມີໂຮງໄຟຟ້າ ຫົງສາ ນັ້ນກໍເຮັດໃຫ້ ການພັທນາ ທາງດ້ານເສຖກິດ ຍົກຣະດັບ ການເປັນຢູ່ ໃນຊຸມຊົນດີຂຶ້ນ. ທາງໂຄງການ ໄດ້ສ້າງວຽກເຮັດ ງານທຳ ໃຫ້ແກ່ປະຊາຊົນ ທ້ອງຖິ່ນ ແລະ ກໍມີຣາຍໄດ້ ເພີ້ມຂຶ້ນ ແຕ່ຍັງມີ ຜົລກະທົບ ທາງລົບຢູ່:
"ປະຊາຊົນໄດ້ຮັບ ການພັທນາ ຊີວິດຄວາມເປັນຢູ່ ກໍດີຂຶ້ນ, ດ້ານລົບກໍນຶ່ງມາ ກໍ່ກິ່ນ, ອາຍ, ສຽງ, ມົລພິດຫຼາຍອັນ ຮີດຄອງ ປະເພນີ ວັທນະທັມ, ຄົນໄປຢູ່ ຈຳນວນຫຼາຍ ກໍໄປຕິດ ຢາເສບຕິດ ກໍມີ ອັນໃດກໍມີ ຫຼາຍອັນເກີດຂຶ້ນ".
ທາງການລາວ ໄດ້ໃຫ້ສຳປະທານ ໂຄງການໄຟຟ້າ ຫົງສາລິກໄນ ຈົນຮອດປີ 2041 ໂດຍມີເງື່ອນໄຂ ໃຫ້ ພັທນາຊຸມຊົນ ປົກປ້ອງ ສິ່ງ ແວດລ້ອມ ແລະສ້າງອາຊີບ ໃຫ້ ປະຊາຊົນ.