ເມືອງຊານໄຊ ແຂວງອັດຕະປື ປະກາດ 12 ບ້ານ ເປັນບ້ານມີວິດຖ່າຍ, ບໍ່ຖ່າຍຊະຊາຍ ໃນມື້ວັນທີ 18 ພຶສຈິການີ້ ຊຶ່ງໃນນັ້ນຮວມທັງບ້ານສຸກສະຫວ່າງ, ບ້ານດອນຈັນ ແລະບ້ານດາກດໍ ຊຶ່ງເປັນບ້ານທີ່ຕັ້ງຢູ່ເຂດເນີນສູງ, ມີ 1,114 ຄອບຄົວ, ຈຳນວນ 5,400 ປາຍຄົນ ອີງຕາມການປະເມີນຕາມ 11 ມາດຖານ ຮວມທັງການມີວິດຖ່າຍ ແລະຖ່າຍໃສ່ວິດ 100% ຕາມຣາຍງານຂ່າວ ຂອງປະຊາຊົນ. ໃນຈໍານວນບ້ານທີ່ີວ່ານັ້ນ ສ່ວນໃຫຍ່ເປັນບ້ານຊົນເຜົ່າ ກະເລີ່, ຊົນເຜົ່າອາລັກ ແລະຊົນ ເຜົ່າແຍະ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 22 ພຶສຈິການີ້ວ່າ:
" ຢູ່ໃນຫັ້ນ ປະເມີນຕາມວັນຫັ້ນແຫລະ ຕາມຕົວຊີ້ວັດເຂົາກໍານົດໄວ້ ຄວາມໝາຍວ່ຊຸມຊົນບໍ່ທັນເປັນເຈົ້າການ ທາງດ້ານສາທາຣະນະສຸຂ ເຂົາເຈົ້າບໍ່ທັນມີວິດຖ່າຍ. ປັດຈຸບັນ ເຂົາເຣີ່ມມີເນາະ ມີອັດຕຣາການປົກຄຸມຊົມໃຊ້ວິດຖ່າຍ ປະມານ 90% ຂຶ້ນໄປແລ້ວ ເຮົາກໍຕ້ອງໄດ້ເຮັດໜ້າທີ່ປະກາດ ."
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ເມືອງຊານໄຊ ເວົ້າໃນມື້ດຽວກັນນີ້ວ່າ ວິດຖ່າຍ ຂອງຄອບຄົວຊົນເຜົ່າ ໃນເຂດພູດອຍ ບາງຄອບຄົວ ແມ່ນພວກເຂົາເຈົ້າ ສ້າງດ້ວຍງົບປະມານ ຂອງພວກເຂົາເຈົ້າເອງ ແລະຄອບຄົວທີ່ທຸກຍາກ ແມ່ນໄດ້ຮັບການການຊ່ອຍເຫລືອ ຂອງອົງການຈັດຕັ້ງສາກົລ.
" ປີນີ້ບໍ່ໄດ້ມີງົບປະມານ ເພາະວ່າເຂົາຈະເປັນບາງບ້ານ ເຂົາກໍມີໂຄງການເຂົາ ເຂົາກໍຊ່ວຍເຫລືອທາງວິດຖ່າຍໄປຄົບແລ້ວ . ບາງຄອບຄົວເຂົາກໍເຮັດເອງ . ຜ່ານມາຈົນຮອດມີໂຄງການ ເຂົາສນອງວິດຖ່າຍແລ້ວກໍໂຄສະນາ ການນໍາໃຊ້ວິດຖ່າຍແນວໃດໆ ຜົນດີຜົນເສັຽແນວໃດ . ຜ່ານມາ ຄວຄຸມໄດ້ແລ້ວຫລາຍປີແລ້ວ ບໍ່ເຫັນມີການຣະບາດ ຂອງພະຍາດຖອກທ້ອງ ອະຫິວາຕະກະໂຣກ . "
ສໍາລັບນໍ້າລິນ-ນໍ້າສະອາດ ເຈົ້າໜ້າທີ່ທ່ານດຽວກັນນີ້ເວົ້າວ່າ ເປັນລະບົບນໍ້າລິນທີ່ ຕໍ່ທໍ່ເອົານໍ້າມາຈາກພູ ຕໍ່ໃສ່ອ່າງເກັບນໍ້າ ແລ້ວຈຶ່ງແຈກຢາຍໄປ ເນື່ອງຈາກເຂດດັ່ງກ່າວ ບໍ່ມີນໍ້າບາດານ.
" ສ່ວນຫລຍແມ່ນນໍ້າລິນ ເອົາມາແຕ່ພູ ຕໍ່ທໍ່ແລ້ວມີອ່າງເກັບອ່າງຫຍັງຄັກແນ່ ແລ້ວຄ່ອຍແຈກໄປແຕ່ລະລານກັອກ ລານກັອກຄືວ່າ 15 ຫລັງຈາກເຮືອນຕໍ່ກັອກບໍ່ ຕາມມາຕຖານເຂົາໄລ່ແນວນັ້ນ . "
ເຈົ້າໜ້າທີ່ ອໍານາດການປົກຄອງບ້ານ ຢູ່ບ້ານສຸກສະຫວ່າງ ເມືອງຊານໄຊ ກໍເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 22 ພຶສຈິການີ້ວ່າ ປະຊາຊົນທີ່ຢູ່ໃນເຂດພູດອຍ ໂດຍສະເພາະ ບ້ານສຸກສະຫວ່າງ ທີ່ຖືກປະກາດເປັນບ້ານ ຍຸຕິການຖ່າຍຊະຊາຍ ໃນເທື່ອນີ້ ຖືວ່າເປັນບ້ານ ທີ່ບໍ່ພົບພະຍາດ ທີ່ເກີດມາຈາກອາຈົມແລ້ວ ຫລື ມີກໍມີໜ້ອຍ ຍ້ອນຊາວບ້ານໃນບ້ານນັ້ນ ແຕ່ລະຄອບຄົວມີວິດຖ່າຍ ແບບວິດຊຶມໄວ້ໃຊ້ ຂອງໃຜຂອງລາວ.
" ຊ່ວງແຕ່ກ່ອນຫັ້ນເນາະ ກໍມີການຣະບາດ ກ່ຽວກັບພະຍາດຖອກທ້ອງ ອະຫິວາ ຕາກະໂຣກເນາະ ໃນເຂດເນີນສູງຫັ້ນ ແຕ່ປັດຈຸບັນນີ້ຫັ້ນ ມັນຈະກ່ຽວກັບພະຍາດ ທີ່ຕິດພັນກັບອາຈົມ ມັນຄືບໍ່ໄດ້ມີແລ້ວເນາະ ມີກໍສ່ວນໜ້ອຍ ເພາະວ່າແຕ່ກ່ອນ ເຮົາລະດົມເດ້ ແຕ່ກ່ອນມີພະຍາດ ຖອກທ້ອງອີ່ຫຍັງຕ່າງໆ ແລ້ວກໍລົມໃຫ້ມາໜຸນໃຊ້ວິດແຫ້ງກ່ອນເນາະ ລໍຖ້າງົບປະມານທີ່ເຮົາມີຫັ້ນ ແຕ່ວ່າໃນບາງຄອບຄົວເຮົາກໍນໍາໃຊ້ຢູ່ເນາະ ແລ້ວກໍບາງຄອບຄົວທີ່ມີເງື່ອນ ໄຂຫັ້ນ ເຂົາກໍຈະໄດ້ໃຊ້ວິດຊືມ ແຕ່ວ່າສ່ວນຫລາຍແມ່ນ ວິດຊຶມ ວິດທີ່ແບບນໍ້າສ້າງຫັ້ນນ່າ . "
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ປະຈໍາສຸຂສາລາ ເຂດຊໍາຫລວງ ທີ່ມີບ້ານດາກດາວ, ດາກເສັງ ແລະບ້ານດາກປະດຸ ໄປໃຊ້ບໍຣິການ ແລະເປັນບ້ານ ທີ່ຖືກປະກາດຍຸຕິ ການຖ່າຍຊະຊາຍໃນປີນີ້ ກໍເວົ້າວ່າ ຊາວບ້ານ ທີ່ເປັນຊົນເຜົ່າກະເລີ່ ຢູ່ສາມບ້ານດັ່ງດ່າວ ມີວິດຖ່າຍ ແບບວິດຊຶມໃຊ້ຫລາຍກວ່າ 99% ແລ້ວ, ເຮັດໃຫ້ພະຍາດຖອກທ້ອງ ບໍ່ຄ່ອຍພົບເຫັນ. ພ້ອມກັນນັ້ນ ປະຊາຊົນກໍຍັງນອນໃນມຸ້ງ, ດື່ມນໍ້າຕົ້ມສຸກ ແລະນໍ້າສະອາດ, ກິນອາຫານສະອາດ ແລະສຸກດີ, ອະນາມັຍຮ່າງກາຍ ແລະລ້າງມືດ້ວຍສະບູ, ທຽບໃສ່ຊຸມປີທີ່ຜ່ານມາ ແມ່ນດີຂຶ້ນ.
" ຄືວ່າຄັນເຮົາຊິທຽບປີຜ່ານມາ ຖືວ່າດີຂຶ້ນ ສໍາລັບຢູ່ເຂດຊໍາຫລວງຫັ້ນ ພະຍາດຖອກທ້ອງຈະບໍ່ມີ ກໍຈະມີແຕ່ເດັກນ້ອຍ ແບບວ່າເຂົາກິນອາຫານ ທີ່ແມ່ເຂົາປ້ອນມາຫັ້ນນ່າ ມັນກໍເປັນ ແຕ່ຈົນບໍ່ໄດ້ເຂົ້າໂຮງໝໍດອກ ເປັນແບບວ່າມື້ນຶ່ງສອງມື້ ເຮົາໃຫ້ຢາແລ້ວກໍເຊົາ ເຣື່ອງດື່ມນໍ້າສຸກຫັ້ນເຂົາເຈົ້າເຮັດໄດ້ ເຂົາກັ່ນກອງມາໂດຍດີ ບາງຄອບຄົວ ກໍຕົ້ມນໍ້າກ່ອນມາກັ່ນກອງ ເຂົາຊື້ເຄື່ອງກັ່ນກອງນໍ້າວຽດຫັ້ນເດ້ ເຂົາມາກັ່ນກອງ. "
ນາງກ່າວຕໍ່ໄປວ່າ ດຽວນີ້ ເວລາເຈົ້າໜ້າທີ່ລົງກວດກາ ດ້ານສຸຂອະນາມັຍ ບ້ານຊົນເຜົ່າກະເລີ່ ຢູ່ໃນ 3 ບ້ານດັ່ງກ່າວ ກໍບໍ່ພົບວ່າ ມີກິນເໝັ່ນຈາກອາຈົມ ຂອງສັດລ້ຽງຄືແຕ່ກ່ອນ ເນື່ອງຈາກຊາວບ້ານເກັບມ້ຽນໄວ້ດີ ຫລືຍ້າຍຄອກສັດອອກຈາກ ກ້ອງຕະລ່າງເຮືອນ ແລະພວກເຂົາເຈົ້າຍັງມີກະຕ່າ ໃສ່ຂີ້ເຫຍື້ອ, ຖິ້ມຂີ້ເຫຍື້ອເປັນລະບຽບ, ຂຸດຂຸມຝັງດິນ ຫລືເຜົາທໍາລາຍຖິ້ມ ຢູ່ຫລັງບ້ານ.
ໃນປີ 2021 ທີ່ຜ່ານມາ ຢູ່ເມືອງຊານໄຊ ກໍມີ 12 ບ້ານ ຖືກປະກາດໃຫ້ເປັນບ້ານ ຍຸຕິການຖ່າຍຊະຊາຍ. ໃນນັ້ນ ມີ 3 ບ້ານ, ຈຳນວນ 40 ປາຍຄອບຄົວ ທີ່ທາງການຊ່ອຍງົບປະມານ ສ້າງວິດຖ່າຍໃຫ້. ສ່ວນທີ່ເຫລືອ ແມ່ນປະຊາຊົນສ້າງເອົາເອງ ແລະປັດຈຸບັນ ຍັງເຫລືອອີກ 15 ບ້ານ ທີ່ຍັງບໍ່ທັນໄດ້ຖືກປະກາດ ໃຫ້ເປັນບ້ານຍຸຕິ ການຖ່າຍຊະຊາຍ ເນື່ອງຈາກວ່າ ຍັງບໍ່ມີງົບປະມານພຽງພໍ ທີ່ຈະສ້າງວິດຖ່າຍ ແລະລະບົບນໍ້າລິນ, ແຕ່ກໍຄາດວ່າ ພາຍໃນປີ 2023 ທີ່ຈະມາເຖິງນີ້ 15 ບ້ານດັ່ງກ່າວ ຈະຖືກປະກາດເປັນບ້ານຍຸຕິການຖ່າຍຊະຊາຍ ຊຶ່ງທາງພາກສ່ວນທີ່ກ່ຽວຂ້ອງ ກໍາລັງຫາງົບປະມານມາສ້າງຢູ່, ອີງຕາມຂໍ້ມູນຈາກ ຜແນກສາທາຣະນະສຸຂ ແຂວງອັດຕະປື.