ພະນັກງານສາທາຣະນະສຸຂ ຈາກໂຮງຫມໍ ແລະສຸຂສາລາ ຂອງຣັຖບານ ຜູ້ທີ່ໄດ້ຮັບ ການຊ່ອຍເຫລືອ ຈາກອົງການ ຕ່າງຊາດ ໃນການ ບໍຣິການ ປະຊາຊົນ ຕ້ອງໄດ້ ເຮັດວຽກຫນັກ ເພື່ອໃຫ້ການ ບໍຣິການ ດ້ານການແພດ ຕໍ່ປະຊາຊົນ ຜູ້ທີ່ທຸກຍາກ ແລະ ຜູ້ທີ່ຕ້ອງການ.
ກະຊວງສາທາຣະນະສຸຂ ສປປລາວ ຢືນຢັນວ່າງຫລັງໆມານີ້ວ່າ ທາງກະຊວງໄດ້ ບັນລຸເປົ້າໝາຍ ໃນແຜນການກວດ ສຸຂພາບ ຟຣີ ໃຫ້ແກ່ ປະຊາຊົນ ໃນຫຼາຍແຂວງ ໃນລາວ.
ເຖິງຢ່າງໃດກໍຕາມ ປະຊາຊົນ ຜູ້ທຸກຍາກ ຢູ່ໃນເຂດສອກຫລີກ ຫ່າງໄກ ໃນລາວ ຊຶ່ງເປັນເຂດ ເປົ້າຫມາຍ ໃນຫຼາຍແຂວງ ຍັງບໍ່ສາມາດ ເຂົ້າເຖິງການບໍຣິການ ນັ້ນໄດ້ເທື່ອຍ້ອນການ ເຂົ້າໄປບໍ່ເຖິງ ຂອງເຈົ້າຫນ້າທີ່ ສາທາຣະສຸຂ ແລະການເດີນທາງ ມາສຸຂສາລາ ຫຼືໂຮງຫມໍ ຂອງ ປະຊາຊົນ ກໍລຳບາກ ຍ້ອນຂາດ ການຄົມມະນາຄົມ ແລະ ຖນົນຫົນທາງ ແລະ ຫຼາຍຄົນ ກໍບໍ່ມີເງິນ ຈ້າງຣົດມາຮັບ ການບໍຣິການ ຢູ່ໃນເມືອງ. ອີງຕາມ ການສຳຣວດ ຈາກຫນ່ວຍງານ ດ້ານ ສາທາຣະສຸຂ ຈາກພາຍນອກ.
ກຸ່ມດັ່ງກ່າວເວົ້າວ່າ ໂຮງຫມໍຣັດແລະສຸຂສາລາ ຫລາຍບ່ອນ ຍັງບໍ່ປະຕິບັດ ຕາມນະໂຍບາຍ ທາງດ້ານ ສາທາຣະນສຸຂ ຂອງຣັຖບານ ຢ່າງຈິງຈັງ. ດຣ ພູນຄຳ ລັດຕະນະວົງ ຮອງຫົວຫນ້າ ຫ້ອງການ ການວາງແຜນ ແລະ ຄວາມຮ່ວມມື ໄດ້ຣາຍງານ ບັນຫາ ດັ່ງກ່າວ ຕໍ່ກອງປະຊຸມ ສາທາຣະນະສຸຂ ປະຈຳປີ ທີ່ນະຄອນຫຼວງວຽງຈັນ ໃນປີນີ້.