ນໍ້າປະປາ ແຂວງຫຼວງພະບາງ ປິດບໍລິການ 35 ມື້
2024.05.09
ລັດວິສາຫະກິດ ນໍ້າປະປາ ແຂວງຫລວງພະບາງ ອອກແຈ້ງການໃນມື້ວັນທີ 7 ພຶດສະພານີ້ ກ່ຽວກັບການປິດນໍ້າປະປາ ຂອງໂຮງງານຜະລິດນໍ້າຄານ ຢູ່ບ້ານຜານົມ ນະຄອນຫລວງພະບາງ ເປັນເວລາ 35 ມື້ ຄືແຕ່ວັນທີ 6 ພຶດສະພາ ຫາວັນທີ 9 ມິຖຸນາ 2024 ນີ້ ເພື່ອຕິດຕັ້ງປໍ້ານໍ້າ ແລະອຸປະກອນຕ່າງໆ ໃນໂຮງງານໃໝ່ ອັນຈະເຮັດໃຫ້ນໍ້າປະປາມາ ບໍ່ເປັນປົກກະຕິ, ນໍ້າປະປາບໍ່ອອກ ຫລືອອກຄ່ອຍ ໃນເຂດທີ່ໂຮງງານນີ້ໃຫ້ການບໍລິການ.
ເຈົ້າໜ້າທີ່ ລັດວິສາຫະກິດ ນໍ້າປະປາ ແຂວງຫລວງພະບາງ ນາງໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ພຶດສະພານີ້ວ່າ ນັບແຕ່ໂຮງງານໃຫຍ່ປິດນໍ້າປະປາມາ ແຕ່ວັນທີ 6 ພຶດສະພາມາ ມີປະຊາຊົນເກືອບທຸກເຂດ ໃນນະຄອນ ຫລວງພະບາງ ໄດ້ໂທລະສັບມາແຈ້ງ ໃຫ້ລັດວິສາຫະກິດນີ້ຮູ້ວ່າ ນໍ້າປະປາບໍ່ໄຫລມາຕາມປົກກະຕິ.
“ເຮົາປິດໂຮງງານຕົວໃຫຍ່ຢູ່ນໍ້າຄານນີ້ ຢູ່ບ້ານຜານມນີ ມັນກໍເລີຍເຮັດໃຫ້ນໍ້າອອກຄ່ອຍ ເພາະວ່າຂະເຈົ້າເລີ້ມຜະລິດນໍ້າໃໝ່ຫັ້ນນ່າ. ແລ້ວຕ້ອງປ່ຽນປໍ້ານໍ້າໃຫຍ່ກວ່າເກົ່າເນາະ ຜະລິດເຂົ້າຕົວເມືອງເລີຍເນາະ. ຕົວທີ່ວ່າເຮົາປິດ ຄັນມີຄົນໃຊ້ຫລາຍມັນກໍໜ້າຈະບໍ່ອອກ, ເຈົ້າ. ເພາະວ່າມີຫລາຍເຂດໂທມາແຈ້ງວ່າ ນໍ້າມັນບໍ່ອອກ ທຸກເຂດເລີຍ ຕ້ອງໄດ້ກວດເບິ່ງຕອນກາງຄືນເນາະ. ຄັນຖ້າຄົນບໍ່ໃຊ້ນໍ້າຫລາຍ ມັນກໍອາດຈະຮອດຈະອອກ.”
ເຈົ້າຂອງເຮືອນພັກ ຢູ່ນະຄອນຫລວງພະບາງ ນາງໜຶ່ງເວົ້າວ່າ ປັດຈຸບັນ ລັດວິສາຫະກິດນໍ້າປະປາ ຈະເປີດນໍ້າໃຫ້ໃຊ້ເປັນໄລຍະໆ, ຈະປິດນໍ້າໃນຕອນເຊົ້າ ແລະຈະເປີດໃຫ້ໃນຕອນແລງ ເພື່ອໃຫ້ປະຊາຊົນເກັບນໍ້າໄວ້ ເປັນເວລາ 2-3 ຊົ່ວໂມງ.
ນາງເວົ້າຕື່ມວ່າ ສໍາລັບທຸລະກິດເຮືອນພັກຂອງນາງ ຕອນນີ້ໄດ້ເປີດໃຫ້ບໍລິການ ແຕ່ຢູ່ຊັ້ນລຸ່ມ, ສ່ວນຊັ້ນເທິງປິດໄວ້ກ່ອນ ຍ້ອນຢ້ານນໍ້າປປະປາຂື້ນບໍ່ເຖິງ ແລະວ່າ ເຮືອນພັກ ຫລືໂຮງແຮມໃດມີແຂກຫລາຍ, ບໍ່ມີນໍ້າປະປາພຽງພໍ ກໍຈະມີລົດດັບເພີງ ເອົານໍ້າມາສົ່ງໃຫ້.
“ເປີດເປັນຍາມ ເຈົ້າ ຕອນເຊົ້າປິດແປງທໍ່ ລົງທໍ່ແລ້ວກໍຕອນແລງກໍເປີດໃຫ້ປະມານ 2-3 ຊົ່ວໂມງ, ເຈົ້າ. ກໍຮັບພໍຢູ່ ແຕ່ເຮົາຮັບໜ້ອຍ ເຮົາຮັບແຂກເທົ່າໃດ 10 ຫ້ອງບໍ່. ຊັ້ນເທິງຮູ້ວ່າບໍ່ຂຶ້ນ ເຮົາຈະປິດ ມີແຕ່ວ່າຂອງເຮົານີ້ 20 ປາຍຫ້ອງ, ແຕ່ວ່າໄດ້ຮັບແຕ່ຊັ້ນລຸ່ມ ຊັ້ນເທິງຫັ້ນຢ້ານຮັບແຂກລໍາບາກ.”
ແລະເຈົ້າຂອງຮ້ານອາຫານ ຢູ່ນະຄອນຫລວງພະບາງ ທ່ານໜຶ່ງກໍເວົ້າວ່າ ຊ່ວງນີ້ ເປັນຊ່ວງທີ່ນັກທ່ອງທ່ຽວ ມາທ່ຽວນະຄອນຫລວງພະບາງບໍ່ຫລາຍ, ມີລູກຄ້າຫລຸດລົງ ເຮັດໃຫ້ການຊ່ອມແປງໂຮງງານນໍ້າປະປາໃນຊ່ວງນີ້ ບໍ່ໄດ້ສົ່ງຜົລກະ ທົບຕໍ່ຜູ້ປະກອບການທຸລະກິດ ຈໍານວນໜຶ່ງພໍປານໃດ, ແຕ່ສໍາລັບພວກທີ່ມີລູກຄ້າຫລາຍ ກໍໄດ້ຮັບຜົນກະທົບ.
ດັ່ງທີ່ທ່ານກ່າວວ່າ:
“ກໍຄືເກົ່າຫັ້ນແຫລະ ເພາະປົກກະຕິກໍບໍ່ມີລູກຄ້າຢູ່ແລ້ວຊ້ວງນີ້ ໜ້າໂລຊີຊັນ ເຈົ້າຈະເຮັດຫຍັງກໍຕ້ອງເຮັດ ຈະຕ້ອງສ້ອມແປງ. ຊິເຮັດຫຍັງກໍຕ້ອງເຮັດຊ້ວງນີ້ຫັ້ນນ່າ ເດືອນພຶດສະພາ, ມິຖຸນາ, ກໍລະກົດ ກໍພໍກະລ້ອມກ້ອມແກ້ມແລ້ວ. ມີຜົນກະທົບຢູ່ ຖ້າຮ້ານຄົນຂາຍດີ ແລ້ວເພິ່ນວ່າຕ້ອງໃຊ້ນໍ້າອຸ່ນຢູ່ຕະຫລອດ ຕ້ອງມີຢູ່ແລ້ວ.”
ໃນຂະນະດຽວກັນ ເຈົ້າຂອງຮ້ານອາຫານ ຢູ່ນະຄອນຫລວງພະບາງ ນາງໜຶ່ງກໍເວົ້າວ່າ ນາງໄດ້ກຽມຕົວເອົາໄວ້ແລ້ວ, ໄດ້ໂຕ່ງນໍ້າປະປາໃສ່ຖັງຢາງເອົາໄວ້ໃຊ້ ໃນຕອນກາງຄືນ 3-4 ຖັງ ແລະຖືວ່າ ບໍ່ໄດ້ຮັບຜົນກະທົບປານໃດ ຍ້ອນນໍ້າຍັງໄຫລມາທຸກມື້ ເຖິງວ່າຈະໄຫລບໍ່ແຮງ.
“ນໍ້າປະປາແມ່ນເຂດບໍລິການ ຂະເຈົ້າຈະປ່ອຍໃຫ້ໃຊ້ ແຕ່ວ່າຂະເຈົ້າຈະບໍ່ປ່ອຍແຮງຫັ້ນນ່າ. ໃຊ້ໄດ້ແຕ່ວ່າບໍ່ຂາດ ຢູ່ແຖວເຂດໃນເມືອງ. ເຮົາໃຊ້ໄດ້ຢູ່ ແຕ່ກາງຄືນຂະເຈົ້າກໍປ່ອຍໃຫ້ເຮົາໂຕ່ງໄວ້ ໃສ່ອຸ່ງເກັບນໍ້າອິຫຍັງຫັ້ນແຫລະ ຂອງເຮົາມັນຈະບໍ່ມີອຸ່ງເກັບນໍ້າ, ແຕ່ວ່າເຮົາມີຖັງຢາງ 3-4 ຖັງ. ເຮົາຈະເກັບໃສ່ຖັງຢາງໄວ້ ແຕ່ກໍບໍ່ຄ່ອຍຂາດດອກ ນໍ້າເຮົາມາຕະຫລອດຢູ່ ແຕ່ມັນມັກບໍ່ມາແຮງ ແຕ່ກໍພໍໃຊ້ຊີ້ນ່າ ເພາະວ່າເຮົາກໍຕົ່ງໄວ້ແດ່.”
ແລະຊາວບ້ານນາຫລວງ ນະຄອນຫລວງພະບາງ ຜູ້ໜຶ່ງກໍເວົ້າວ່າ ໃນເຂດບ້ານຂອງຕົນ ນໍ້າປະປາກໍຍັງໄຫລຢູ່ ແຕ່ໄຫລຄ່ອຍກວ່າເກົ່າ, ເອົາອ່າງເກັບນໍ້າໄວ້, ບໍ່ມີບັນຫາ, ແຕ່ຖ້າຜູ້ໃດ ບໍ່ມີອ່າງເກັບນໍ້າໄວ້ ກໍຈະບໍ່ສະດວກປານໃດ.
“ເຂົາປິດຕັ້ງແຕ່ວັນທີ 6. ເຂົ້າແປງຕັ້ງແຕ່ວັນທີ 6 ມີຕີ້ ແຕ່ວ່າບ່ອນຂ້ອຍຢູ່ກໍອອກຢູ່ ແຕ່ວ່າບໍ່ອອກແຮງ ອອກຄ່ອຍ ຖ້າວ່າອອກຄ່ອຍ ຖ້າວ່າມີອ່າງໃສ່ ໃຊ້ນໍ້າໃນອ່າງກໍຊິບໍ່ມີບັນຫາ. ຖ້າບໍ່ມີອ່າງ ໃຊ້ແຕ່ນໍ້າປະປາ ກໍສິຂາດ ບໍ່ສະດວກປານໃດ.”
ກ່ຽວກັບບັນຫາການຂາດເຂີນນໍ້າປະປານີ້ ວິທຍຸເອເຊັຽເສຣີ ກໍໄດ້ລາຍງານ ໃນມື້ວັນທີ 7 ພຶດສະພານີ້ເຖິງວ່າ ຢູ່ນະຄອນຫລວງວຽງຈັນ ປະສົບກັບບັນຫາ ນໍ້າປະປາບໍ່ໄຫລມາຕາມປົກກະຕິ, ນໍ້າໄຫລຄ່ອຍ, ບາງບ່ອນກໍໄຫລໄປບໍ່ຮອດ ແລະບາງບ້ານ ກໍມີບັນຫາຂາດເຂີນນໍ້າ ມາໄດ້ເກືອບ 2 ເດືອນແລ້ວ ຊຶ່ງສ່ວນໜຶ່ງ ເປັນຍ້ອນນໍ້າໃນແມ່ນໍ້າຂອງ ແລະນໍ້າງື່ມ ທີ່ນໍາມາໃຊ້ຜະລິດນໍ້າປະປານັ້ນ ບົກລົງຫລາຍ ແລະແຮງດັນຂອງນໍ້າ ຈາກໂຮງງານກໍຫລຸດລົງ.