ສາເຫດທີ່ ປະຊາຊົນ ຫຼາຍບ້ານ ໃນແຂວງເຊກອງ ຍັງບໍ່ມີນ້ຳປະປາໃຊ້

ໄຊຍາ
2023.05.24
ສາເຫດທີ່ ປະຊາຊົນ ຫຼາຍບ້ານ ໃນແຂວງເຊກອງ ຍັງບໍ່ມີນ້ຳປະປາໃຊ້ ລະບົບນ້ຳປະປາ ໃນບາງບ້ານ ທີ່ຢູ່ໃນເຂດຫ່າງໄກ ສອກຫຼີກ ຂອງສປປ ລາວ.
ນັກຂ່າວ ພົລເມືອງ

ໃນໄລຍະສອງປີຜ່ານມາ ອັດຕຣາສ່ວນການສນອງ ນໍ້າປະປາ ທົ່ວແຂວງເຊກອງ ກວມເອົາອັດຕຣາ 32.17% ອີງຕາມການຣາຍງານ ຂອງ ທ່ານ ແກ້ວປະເສີດ ແກ້ວມະນີວົງ ຮອງຫົວໜ້າ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ກ່າວຕໍ່ສື່ມວນຊົນ. ສະເພາະເມືອງກາລືມ ທົ່ວເມືອງມີທັງໝົດ 52 ບ້ານ ໃນນັ້ນມີພຽງບ້ານໃນເຂດເທສບານ ຈຳນວນ 2 ບ້ານເທົ່ານັ້ນ ທີ່ເປັນພື້ນທີ່ ບໍຣິການນໍ້າປະປາ ຍ້ອນທາງການ ບໍ່ມີງົບພຽງພໍ ທີ່ຈະລົງທຶນຕິດຕັ້ງ ລະບົບນໍ້າປະປາ ໃຫ້ທຸກບ້ານ ເນື່ອງຈາກວ່າ ບ້ານທີ່ຢູ່ເຂດຫ່າງໄກ ສອກຫຼີກ ເປັນບ້ານຂນາດນ້ອຍ ເປັນຕົ້ນ 1 ບ້ານມີພຽງ 20-40 ຄົວເຮືອນ ບໍ່ຮອດຫຼັກຮ້ອຍ ຄົວເຮືອນ ແລະ ຈາກບ້ານນຶ່ງ ຫາອີກບ້ານນຶ່ງ ຫ່່າງກັນເຖິງ 30 ກິໂລແມັດ ຈຶ່ງບໍ່ຄຸ້ມຄ່າໃນການຕິດຕັ້ງ ລະບົບນໍ້າປະປາ ເຮັດໃຫ້ບ້ານທີ່ຢູ່ເຂດຫ່າງໄກ ສອກຫຼີກ ໄດ້ໃຊ້ລະບົບນໍ້າລິນ ໃນຊີວິດປະຈຳວັນແທນລະບົບນໍ້າປະປາ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງກາລືມ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ພຶສພາ ນີ້ວ່າ:

ທົ່ວເມືອງນີ້ ເມືອງກາລືມ ຂອງພວກເຮົານີ້ ບໍຣິການຫັ້ນ ມີແຕ່ 2 ບ້ານເທົ່ານັ້ນ ເຫຼືອ 50 ບ້ານນັ້ນແມ່ນບໍ່ມີນໍ້າປະປາເດ້ ຕໍ່ມາຈາກຫ້ວຍ ມັນຈະບໍ່ມີລະບົບ ທີ່ວ່າກັ່ນກອງ ຄືລະບົບນໍ້າປະປາ ມັນເປັນທີ່ວ່າ ມັນຢູ່ກະແຈກ ກະຈາຍ ມັນຢູ່ຫ່າງໄກສອກຫຼີກ ສ່ວນຫຼາຍມັນຈະເປັນຊົນເຜົ່າ ຊົນເຜົ່າ ກະຣ່ຽງ, ຊົນເຜົ່າກະຕູ.

ຄັນວ່າທຸຣະກິຈ ຂອງຣັຖ ຄັນວ່າເຮັດໄປແລ້ວ ມັນບໍ່ມີຜົລກຳໄລ ລົງທຶນຫຼາຍ ມັນເງື່ອນໄຂ ມັນກໍຫຍຸ້ງຍາກ.”

ທ່ານກ່າວຕື່ມວ່າ 2 ບ້ານໃນເຂດເທສບານ ທີ່ໄດ້ໃຊ້ລະບົບນໍ້າປະປາ ຍ້ອນເປັນບ້ານເຕົ້າໂຮມ ຕາມແຜນພັທນາເມືອງ ຂອງທາງການ ແລະຢູ່ເມືອງກາລືມ ບໍ່ມີໂຄງການຊ່ອຍເຫຼືອລ້າ ສ້າງລະບົບນໍ້າປະປາແຕ່ມີໂຄງການ ຊ່ອຍເຫຼືອລ້າ ສ້າງລະບົບນໍ້າລິນ ຈຳນວນ 30 ບ້ານ ຈາກຕ່າງປະເທດ ແລະກອງທຶນຫຼຸດຜ່ອນ ຄວາມທຸກຍາກ ຂອງພາກຣັຖ ໂດຍມີເຈົ້າໜ້າທີ່ ຫ້ອງການປະປາເມືອງ ເຂົ້າໄປຊ່ອຍຕໍ່ທໍ່ ຕິດຕັ້ງກ໋ອກນໍ້າ ໃຫ້ຊາວບ້ານ ແລ້ວໃຫ້ຊາວບ້ານ ເປັນເຈົ້າການປົກປັກ ຮັກສາລະບົບນໍ້າລິນ ຂອງເຂົາເຈົ້າເອງ.

ຂະນະທີ່ເມືອງດາກຈຶງ ມີປະຊາຊົນທີ່ໄດ້ໃຊ້ນໍ້າປະປາ ບໍ່ເຖິງ 10%, ທົ່ວເມືອງມີພຽງ 4 ບ້ານໃນເຂດເທສບານເມືອງ ທີ່ໄດ້ໃຊ້ນໍ້າປະປາ ຈາກທົ່ວເມືອງ ມີທັງໝົດ 50 ປາຍບ້ານ, ຊຶ່ງສ່ວນໃຫຍ່ ເປັນປະຊາຊົນໃນເຂດຫ່າງໄກ ສອກຫຼີກ ທີ່ບໍ່ມີນໍ້າປະປາໃຊ້ ຍ້ອນທາງການລາວ ບໍ່ມີງົບປະມານ ຂຍາຍທໍ່ນໍ້າ ໃຫ້ທົ່ວເຖິງທຸກບ່ອນ ຖ້າທາງການມີງົບດັ່ງກ່າວ ປະຊາຊົນກໍຈະໄດ້ໃຊ້ນໍ້າປະປາ ຢ່າງທົ່ວເຖິງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງດາກຈຶງ ກ່າວໃນມື້ດຽວກັນວ່າ:

ໝົດເມືອງໄດ້ໃຊ້ນໍ້າປະປາແຕ່ 4 ບ້ານ ເທສບານເມືອງ ພວກຢູ່ຫ່າງໄກ ນອກຮອບ ຂອບເຂດໂຕເມືອງ ກໍບໍ່ໄດ້ໃຊ້ ຄັນມາທຽບໃສ່ແລ້ວ ປະຊາຊົນທີ່ໄດ້ໃຊ້ນໍ້າ ມັນບໍ່ໄດ້ພໍ 10% ຂອງຈຳນວນ ປະຊາກອນ ທັງໝົດ ບັນຫາມັນຢູ່ທີ່ວ່າ ຕາຂ່າຍຂອງພວກເຮົານີ້ຕິ ມັນບໍ່ສາມາດສົ່ງຮອດເຂົາ ມັນບໍ່ມີງົບປະມານ ຂຍາຍຕາຂ່າຍທໍ່ ໃຫ້ທົ່ວເຖິງ ສ້າງຕາຂ່າຍນໍ້າເພີ່ມ ໃຫ້ທົ່ວເຖິງທຸກໆບ່ອນ ປະຊາຊົນກໍໄດ້ໃຊ້ນໍ້າປະປາ.

ທ່ານກ່າວຕື່ມວ່າ ປະຊາຊົນໃນເຂດຫ່າງໄກ ສອກຫຼີກ ທີ່ບໍ່ມີນໍ້າປະປາໃຊ້ນັ້ນ ກໍຈະໃຊ້ລະບົບນໍ້າລິນແທນຊຶ່ງລະບົບນໍ້າລິນ ເປັນລະບົບນໍ້າ ທີ່ບໍ່ໄດ້ໃຊ້ງົບຫຼາຍ ມີວິທີການຕໍ່ທໍ່ນໍ້າ ຈາກຫ້ວຍ ຫຼື ຈາກພູ ມາໃສ່ອ່າງເກັບນໍ້າ ຂອງບ້ານ ແລ້ວປະຊາຊົນ ຈະຕໍ່ທໍ່ນໍ້າ ຈາກອ່າງເກັບນໍ້າ ຂອງບ້ານໄປແຕ່ລະຄົວເຮືອນອີກເທື່ອນຶ່ງ ແລະບໍ່ສາມາດບໍ່ເວົ້າໄດ້ວ່າ ລະບົບນໍ້າລິນ ຈະມີຄຸນນະພາບເຕັມທີ່ ເທົ່າລະບົບນໍ້າປະປາ ຍ້ອນເປັນນໍ້າຈາກທັມມະຊາຕ ບໍ່ໄດ້ຜ່ານການກັ່ນກອງ ບຳບັດ ແລະຂ້າເຊື້ອ.

ເມື່ອເວົ້າເຖິງລາຄານໍ້າປະປາ ຢູ່ພາຍໃນແຂວງເຊກອງ ບໍ່ໄດ້ແພງແຕ່ວ່າ ປະຊາຊົນທີ່ເຂົ້າເຖິງ ການບໍຣິການ ນໍ້າປະປາ ໃນເຂດເທສບານ ຈະຕ້ອງໃຊ້ນໍ້າປະປາ ຢ່າງປະຢັດ ຫາກໃຊ້ນໍ້າປະປາ ຄືກັບນໍ້າລິນເປີດປະໃສ່ສວນຜັກໄວ້ ກໍຈະເຮັດໃຫ້ຄ່ານໍ້າປະປາແພງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງເຊກອງ ກ່່າວໃນມື້ດຽວກັນວ່າ:

ມັນກໍຄັນວ່າແພງແທ້ ມັນກໍວ່າບໍ່ແພງເນາະ ເຣື່ອງການໃຊ້ນໍ້າປະປາ ເຮົາຕ້ອງປະຢັດໃຊ້ ຈຸດພິເສດຂອງເຂົາເຈົ້າ ຈະໃຊ້ຄືນໍ້າລິນ ແບບເປີດປະໄວ້ເລີຍເນາະ ໃສ່ສວນໃສ່ຫຍັງໄປເລີຍຫັ້ນນ່າເນາະ ຄັນເປັນແນວນັ້ນເນາະ ມັນກໍເສັຍ ບໍ່ຮ້ອນ ເຣື່ອງຄ່ານໍ້າປະປາ ຄັນວ່າລາຄາແພງ ກໍບໍ່ແພງ ຄວາມບໍ່ເຂົ້າໃຈ ເຂົາຫັ້ນນ່າ.

ຂະນະທີ່ຊາວບ້ານ ຢູ່ໃນເຂດເທສບານ ແຂວງເຊກອງ ກ່າວວ່າ ປະຊາຊົນໃນເຂດຫ່າງໄກສອກຫຼີກ ບໍ່ມີນໍ້າປະປາໃຊ້ ຢ່າງທົ່ວເຖິງແທ້ ຍ້ອນຣັຖວິສາຫະກິຈ ນໍ້າປະປາ ຂຍາຍລະບົບນໍ້າປະປາ ບໍ່ທົ່ວເຖິງ ແລະພາຍໃນແຂວງເຊກອງ ເຄີຍມີໂຄງການ ເຂົ້າມາຊ່ອຍປະຊາຊົນ ເຂດຫ່າງໄກສອກຫຼີກ ຫຼື ຄອບຄົວທຸກຍາກ ຈ່າຍຄ່ານໍ້າປະປາ ເຄິ່ງນຶ່ງ ຂອງຈຳນວນທີ່ໃຊ້ທັງໝົດ ນຳດ້ວຍ.

ດັ່ງຍານາງກ່າວ ໃນມື້ດຽວກັນວ່າ:

ຢູ່ເຂດຫ່າງໄກສອກຫຼີກຫັ້ນນ່າ ບ້ານເຮົາກໍຍັງບໍ່ທັນທົ່ວເຖິງ ຂຍາຍໄປບໍ່ທັນທົ່ວເຖິງ ຊ່ວງມີໂຄງການອິຫຍັງ ມາເພິ່ນກໍມີນະໂຍບາຍ ສົມມຸດນ່າເຮົາຈ່າຍປົກກະຕິຫັ້ນ 7-8 ແສນກີບ ເພິ່ນກໍໃຫ້ເຂດຫ່າງໄກສອກຫຼີກ ຈ່າຍຢູ່ຊໍ່າເຄິ່ງນຶ່ງ ບໍ່ແພງເກີນໄປ ສໍ່ານັ້ນ ເພິ່ນກໍສາມາດເອົາເຂົ້າໄດ້.

ຄະນະພັກ, ຄະນະນຳ ມີແຜນພັທນາວຽກງານ ຂແນງນໍ້າສະອາດປະປາ ຮອດ 2025 ສູ້ຊົນໃຫ້ປະຊາຊົນ ທີ່ຢູ່ອາໄສໃນໂຕເມືອງ ແລະຊຸມຊົນ ສາມາດເຂົ້າເຖິງ ການບໍຣິການ ນໍ້າປະປາໃຫ້ໄດ້ 80% ຕາມແຜນຍຸທະສາດ 3S ຄືປອດພັຍ, ສະຖຽນລະພາບ ແລະ ຄວາມຍືນຍົງ ພ້ອມນັ້ນຍັງຮັບປະກັນ ການປະຕິບັດງານ ໃຫ້ໄດ້ 23 ໂຕຊີ້ວັດ ຂອງຣັຖວິສາຫະກິຈ ນໍ້າປະປາ ອີງຕາມການຣາຍງານ ຂອງ ທ່ານ ແກ້ວປະເສີດ ແກ້ວມະນີວົງ ຮອງຫົວໜ້າ ຜແນກໂຍທາທິການ ແລະຂົນສົ່ງ ແຂວງເຊກອງ ກ່າວຕໍ່ສື່ມວນຊົນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.