ຫຼັງຈາກເຂື່ອນແຕກ 5 ປີ ຜູ້ຖືກຜົລກະທົບ ຍັງບໍ່ໄດ້ຮັບການເບິ່ງແຍງ ເທົ່າທີ່ຄວນ
2023.07.19

ຄົບຮອບ 5 ປີ ເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນມື້ວັນທີ 23 ກໍຣະກະດາ ປີ 2018 ເຫດການໃນຄັ້ງນັ້ນ ໄດ້ສ້າງຄວາມເສັຍຫາຍຢ່າງໜັກ ຕໍ່ຊີວິດ, ສັດລ້ຽງ ແລະຊັບສິນມີຄ່າຂອງປະຊາຊົນລາວ 18 ບ້ານ ໃນເມືອງສນາມໄຊ ແຂວງອັດຕະປື ໃນນັ້ນ ມີ 6 ບ້ານ ໄດ້ຮັບຄວາມເສັຍຫາຍຈົນໝົດ 100% ແລະມີຜູ້ເສັຍຊີວິດ ລວມ 71 ຄົນ, ບໍ່ມີເຮືອນຢູ່ອາສັຍອີກຫຼາຍພັນຄົນ.
ມາຮອດປັດຈຸບັນ ວຽກງານການຟື້ນຟູ ຄຸນນະພາບຊີວິດ ເປັນຕົ້ນ ການພັທນາໂຄງຮ່າງພື້ນຖານຕ່າງໆ, ການສ້າງບ້ານຈັດສັນໃໝ່ ໄດ້ສໍາເຣັດເກືອບ 100% ແລ້ວ ສ່ວນການຊົດເຊີຍທີ່ດິນ ແລະການມອບຮັບເງິນຊົດເຊີຍຣາຍການທີ 6 ປະເພດ ຊັບສິນມີຄ່າ ຍັງບໍ່ທັນສໍາເຣັດເທື່ອ ຂະນະທີ່ ຊາວບ້ານກໍລໍຖ້າຮັບເງິນຊົດເຊີຍນັ້ນ ແຕ່ບໍ່ຮູ້ວ່າ ມື້ໃດຈະໄດ້ຮັບ.
ດັ່ງຊາວບ້ານ ຜູ້ປະສັບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ກໍຣະກະດາ ນີ້ວ່າ:
“(ເງິນຊົດເຊີຍ) ຍັງ ຮອດບໍ່ໄດ້ຍິນຫາງສຽງ ມື້ໃດໆ ບໍ່ທັນເຫັນບໍ່ທັນຮູ້ ຖ້າປະຊາຊົນນີ້ໄປກ່ອນ (ຕາຍ) ເຫິງລະໃດຜູ້ຕາຍ ບໍ່ທັນໄດ້ເຫັນເງິນຊົດເຊີຍຫັ້ນ, ຫັ້ນຕີ້ ບາດໄຟຟືນ (ຄ່າໄຟ) ຜູ້ຂ້ອຍເສັຍລະໄດ໋ ບາດເງິນຊົດເຊີຍຫັ້ນ ເຂົາບໍ່ໄດ້ມອບໃຫ້ເຮົາໝົດ.”
ຊາວບ້ານຜູ້ນີ້ ກ່າວຕື່ມອີກວ່າ ພາຍຫຼັງທີ່ທາງການລາວ ແລະບໍຣິສັດຜູ້ພັທນາເຂື່ອນເຊປຽນ-ເຊນໍ້ານ້ອຍ ໄດ້ຮັບມອບເຮືອນຈັດສັນໃໝ່ ໃຫ້ກັບຊາວບ້ານຄົບໝົດແລ້ວນັ້ນ ທາງການລາວ ກໍໄດ້ເຣີ່ມເກັບຄ່າໄຟຟ້າກັບຊາວບ້ານເປັນປົກກະຕິ ຂະນະທີ່ ຊາວບ້ານຫຼາຍຄອບຄົວ ທີ່ຍັງທຸກຍາກ ມີຣາຍໄດ້ໜ້ອຍ ຕ່າງກໍພາກັນອຸກໃຈ ເພາະບໍ່ມີເງິນພຽງພໍ ທີ່ຈະຈ່າຍຄ່າໄຟຟ້າ.
ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກອີກຜູ້ນຶ່ງ ກ່າວວ່າ ຕລອດ 5 ປີ ມານີ້ ຖືວ່າ ໄດ້ຮັບຄວາມຊ່ອຍເຫຼືອຈາກພາກສ່ວນຕ່າງໆຫຼາຍສົມຄວນ ໂດຍສະເພາະ ອົງການຈັດຕັ້ງສາກົລ ທີ່ເຂົ້າມາຊ່ອຍເຫຼືອໃນດ້ານຕ່າງໆຢ່າງຕໍ່ເນື່ອງ ເປັນຕົ້ນ ການສຶກສາ, ສາທາຣະນະສຸຂ ແລະການສ້າງອາຊີບ.
ສ່ວນທາງການລາວ ແລະບໍຣິສັດຜູ້ພັທນາເຂື່ອນໄຟຟ້າ ກໍໄດ້ພັທນາດ້ານໂຄງສ້າງພື້ນຖານສໍາຄັນ ເປັນຕົ້ນ ເສັ້ນທາງໄປ-ມາ, ໄຟຟ້າ, ນໍ້າປະປາ, ໂຮງຮຽນ, ທີ່ດິນທໍາການກະເສດ ແລະເຮືອນຈັດສັນ ສໍາເຣັດເກືອບໝົດແລ້ວ ເຖິງຈະບໍ່ຄັກຕາມໃຈຂອງປະຊາຊົນ ແຕ່ກະຮູ້ສຶກປອດພັຍຂຶ້ນ ແຕ່ປັດຈຸບັນ ຍັງຄ້າງຄາເຣື່ອງຮັບມອບເງິນຊົດເຊີຍ ຣາຍການທີ 6 ໂດຍບໍ່ຮູ້ເລີຍວ່າ ຈະໄດ້ຮັບມອບເງິນຊົດເຊີຍຕອນໃດ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເງິນທີ່ວ່າເພິ່ນມາຊົດເຊີຍ ຣາຍການທີ 6 ນີ້ ວ່າຊິໄດ້ປັບແປງໃໝ່ຫັ້ນແຫຼະ ມັນກະລໍຖ້າ ຍາມໃດເພິ່ນກະບໍ່ທັນມາຊົດເຊີຍໃຫ້ ເລື່ອນມາຫຼາຍຖ້ຽວລະເດ້.”
ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ອີກຜູ້ນຶ່ງ ໃນເມືອງສນາມໄຊ ກ່າວວ່າ ພາຍຫຼັງທີ່ ໄດ້ຮັບມອບເຮືອນຈັດສັນໃໝ່ແລ້ວນັ້ນ ຊາວບ້ານສ່ວນໃຫຍ່ ກໍພາກັນຕໍ່ເຕີມຫຼາຍຢ່າງ ດ້ວຍເງິນຂອງຊາວບ້ານເອງ ເປັນຕົ້ນ ຕໍ່ເຕີມຫຼັງຄາ, ກັນສາດ-ກັນຝົນ, ຕໍ່ເຕີມເຮືອນຄົວ, ຕໍ່ເຕີມບ່ອນນັ່ງຫຼີ້ນ ເນື່ອງຈາກ ເຮືອນຈັດສັນທີ່ສ້າງໃຫ້ນັ້ນ ບໍ່ຄັກ ບໍ່ຖືກໃຈປະຊາຊົນປານໃດ.
ນອກຈາກນີ້ ຍັງມີຊາວບ້ານຈໍານວນຫຼາຍຄອບຄົວ ໄດ້ເຮືອນຈັດສັນໃໝ່ແລ້ວ ບໍ່ໄດ້ເຂົ້າໄປຢູ່ອາສັຍໃນເຮືອນດັ່ງກ່າວ ຍ້ອນບໍ່ຄຸ້ນເຄີຍກັບເຮືອນກໍ່ ຫຼື ຢູ່ໄກຈາກບ່ອນທໍາການກະເສດ ຈຶ່ງເຮັດໃຫ້ຊາວບ້ານ ພາກັນໄປສ້າງຕູບ ຫຼືເຮືອນນ້ອຍຢູ່ທົ່ງນາ ເພື່ອຄວາມສະດວກສະບາຍ ໃນການທໍາການກະເສດ ແລະລ້ຽງສັດ.
ແນວໃດກໍຕາມ ຊາວບ້ານສ່ວນໃຫຍ່ ກໍສາມາດຟື້ນຟູຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ແຕ່ກະຍັງມີຊາວບ້ານອີກຫຼາຍຄອບຄົວ ທີ່ຍັງທຸກຍາກ ບໍ່ມີອາຊີບໝັັ້ນຄົງ ຣາຍໄດ້ໜ້ອຍ ກໍຍັງບໍ່ສາມາດມີຄຸນນະພາບຊີວິດທີ່ດີຂຶ້ນ ຍ້ອນບໍ່ມີຫົວໜ້າຄອບຄົວ, ບໍ່ມີຄົນຊ່ອຍຫາເງິນ ຫຼືບາງຄອບຄົວມີຄົນພິການ ກໍຈະຍັງລໍາບາກຫຼາຍ, ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຮືອນເຂົາເຮັດ ມັນກະບໍ່ທັນໄດ້ອັນນັ້ນ (ສົມບູນ) ເຮົາກະໄດ້ມາຕໍ່ເຕີມອອກ ເຮົາກະອອກ ອອກກະເມືອຢູ່ບ້ານນອກພຸ້ນ (ຢູ່ນາ) ໄປຢູ່ປິ່ນດົງພຸ້ນ ເຮືອນກະປະ ລູກສາວຢູ່ ກະມີບາງຄອບຄົວກະຍັງຂາດຫັ້ນແຫຼະ ຂາດປະເພດເຂົ້າກິນ ເພາະວ່າ ນາມັນເຮັດບໍ່ສົມບູນຄືເກົ່າເດ້ ອັນນີ້ແຫຼະ ຄືເສຖກິຈຄູ່ມື້ນີ້ ກະຂາດຫຼາຍຢ່າງຫັ້ນແຫຼ້ວ ວ່າແລ້ວກະດາຍ, ໂຮງໝໍ ກະເຮັດບໍ່ທັນແລ້ວເດ້ ແຕ່ວ່າ ເຮົາກະຍັງໃຊ້ໂຮງໝໍເກົ່າ ໂຮງໝໍເມືອງ.”
ສ່ວນຊາວບ້ານ ຜູ້ສົບພັຍເຂື່ອນແຕກອີກຜູ້ນຶ່ງ ໃນເມືອງສນາມໄຊ ກ່າວວ່າ ເຖິງຊາວບ້ານ ຈະໄດ້ຮັບການຊ່ອຍເຫຼືອໃນຫຼາຍໆດ້ານຈາກທາງການລາວ ແລະບໍຣິສັດຜູ້ພັທນາເຂື່ອນໄຟຟ້າ ແຕ່ກະຍັງມີອີກຫຼາຍບັນຫາ ທີ່ຍັງບໍ່ສາມາດແກ້ໄຂ ແລະຕອບສນອງກັບຄວາມຕ້ອງການຂອງຊາວບ້ານໄດ້ ເປັນຕົ້ນ ການຈັດສັນທີ່ດິນທໍາການກະເສດ ຍັງບໍ່ທັນລົງໂຕ ຍ້ອນທີ່ດິນ ມີການທັບຊ້ອນກັນ, ດິນບາງຕອນ ກໍມີການຈັບຈອງໄປແລ້ວ ຈຶ່ງເຮັດໃຫ້ມີຊາວບ້ານຈໍານວນນຶ່ງ ຍັງບໍ່ໄດ້ຮັບທີ່ິດິນທົດແທນ.
ສໍາລັບຊາວບ້ານ ທີ່ຍັງບໍ່ທັນໄດ້ຮັບທີ່ດິນທົດແທນນັ້ນ ບາງຄອບຄົວ ກະໄປຂໍແບ່ງທີ່ດິນນໍາຍາດພີ່ນ້ອງ ເພື່ອເຮັດການກະເສດ ພໍໄດ້ຢູ່ໄດ້ກິນ, ບາງຄອບຄົວມີເງິນພຽງພໍ ກະຊອກຊື້ທີ່ດິນບ່ອນໃໝ່, ບາງຄອບຄົວ ກະເຮັດການກະເສດຢູ່ດິນເກົ່າ ບ່ອນທີ່ບໍ່ຖືກນໍ້າຖ້ວມເສັຍຫາຍ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແຕ່ດິນຫັ້ນ ເຂົາໃຫ້ຄອບຄົວໃຜມັນຫັ້ນແຫຼ້ວ ດິນຫັ້ນ ແຕ່ວ່າ ເຈົ້າຂອງດິນຫັ້ນຕິ ມັນເຮັດພິສັງບໍ່ໄດ້ ມີແຕ່ເຂົາເຮັດນາປັດຈຸບັນນີ້ ເຂົາເອົາຊື້ນານໍາປະຊາຊົນ ນໍາພີ່ນ້ອງ ເອົາໂຕນາເດີມຫັ້ນແນ່ ເພາະວ່າໂຕໃດພໍເຮັດໄດ້ ລະເຂົາກະເຮັດ ເບີກເອງ ແປງເອງ ຟື້ນຟູເອງຊັ້ນແຫຼະ.”
ທາງດ້ານເຈົ້າໜ້າທີ່ທ້ອງຖິ່ນ ເມືອງສນາມໄຊ ແຂວງອັດຕະປື ກ່າວວ່າ ເມື່ອປີ 2021 ທີ່ຜ່ານມາ ທາງການແຂວງອັດຕະປື ໄດ້ບຸກເບີກ ແລະຈັດສັນທີ່ດິນທໍາການກະເສດ ໃຫ້ກັບຊາວບ້ານຜູ້ປະສົບພັຍເຂື່ອນແຕກ ຈໍານວນ 4 ບ້ານ ເນື້ອທີ່ທັງໝົດ 1,545 ເຮັກຕ້າຣ໌ ມີີ 852 ຕອນ, 852 ຄອບຄົວ ປະກອບມີ 1. ຈຸດ ບ້ານດົງບາກໃໝ່ ຈໍານວນ 842 ເຮັກຕ້າຣ໌ 420 ຄອບຄົວ, 2. ຈຸດ ບ້ານທ່າແສງຈັນ ຈໍານວນ 123 ເຮັກຕ້າຣ໌ 123 ຄອບຄົວ, 3. ຈຸດ ບ້ານຫິນລາດ ແລະຕາມະຢອດ ຈໍານວນ 400 ເຮັກຕ້າຣ໌ 219 ຄອບຄົວ ແລະ 4. ຈຸດບ້ານສມອງໃຕ້ (ປິ່ນດົງ) ຈໍານວນ 180 ເຮັກຕ້າຣ໌ 90 ຄອບຄົວ.
ແຕ່ສະເພາະບ້ານທ່າແສງຈັນ ແລະບ້ານຫິນລາວ ແມ່ນຍັງບໍ່ທັນລົງໂຕ ຍ້ອນທີ່ດິນ ມີການທັບຊ້ອນກັນ, ດິນບາງຕອນ ກໍມີການຈັບຈອງໄປແລ້ວ ຈຶ່ງເຮັດໃຫ້ມີຊາວບ້ານຈໍານວນນຶ່ງ ຍັງບໍ່ໄດ້ຮັບທີ່ດິນທົດແທນ ເຊິ່ງປັດຈຸບັນ ຢູ່ລະຫວ່າງການໄກ່ເກັ່ຍ ເພື່ອທົດແທນໃຫ້ກັບຊາວບ້ານເຫຼົ່ານັ້ນ.
ສ່ວນເຮືອນຈັດສັນໃໝ່ ທີ່ມີຊາວບ້ານບາງຄອບຄົວ ບໍ່ມາຢູ່ອາສັຍນັ້ນ ກໍເປັນສິດຂອງຊາວບ້ານ ທີ່ຈະມາຢູ່ ຫຼືບໍ່ມາຢູ່ ແຕ່ທາງການລາວ ກໍໄດ້ມອບໃຫ້ແລ້ວ ສາເຫດກໍມາຈາກ ເຮືອນຈັດສັນໃໝ່ ຢູ່ໄກຈາກບ່ອນທໍາການກະເສດ ເຮັດໃຫ້ຊາວບ້ານຫຼາຍຄົນ ບໍ່ສະດວກໃນການເດີນທາງໄປ-ມາ ເລີຍໄປສ້າງຕູບ ຢູ່ເຂດທໍາການຜລິດແທນ.
ຂະນະທີ່ ການຮັບມອບເງິນຊົດເຊີຍຣາຍການທີ 6 ປະເພດຊັບສິນມີຄ່່າ ເຊັ່ນ: ເຮືອນ, ຄໍາ, ຣັຖຈັກ, ຣົຖໃຫຍ່, ພຣະພຸດທະຮູບ ຫຼືອື່ນໆ ປັດຈະບັນ ໄດ້ປະເມີນລາຄາໄປແລ້ວ ແຕ່ຍັງຢູ່ລະຫວ່າງການພິຈາຣະນາ ຂອງແຂວງແລະຣັຖບານລາວ (ສູນກາງ) ກໍບໍ່ຮູ້ສາເຫດເທື່ອວ່າ ມີຄວາມຊັກຊ້າຍ້ອນສາເຫດໃດ, ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຮືອນຊານຫຍັງ ກະຢາກວ່າແລ້ວຫັ້ນແຫຼະ ຕ່າງແຕ່ວ່າ ຄົນຂະເຈົ້າບໍ່ຢູ່, ດິນດອນຕອນຫຍ້າ ກະຢາກວ່າຍັງໃດ໋ ແຕ່ກ່ອນຫັ້ນ ມັນເປັນດິນຈັບຈອງຂອງຊາວບ້ານ ກ່ອນໜ້ານັ້ນແລ້ວເດ້ ບາດນີ້ເຂື່ອນແຕກນີ້ ຂະເຈົ້າກະມາເບີກ ກະແບ່ງສິດນໍາໃຊ້ ໃຫ້ຜູ້ທີ່ຖືກຜົລກະທົບ ອອກໃບແຈ້ງ ອອກໃບຕາດິນຄັກແນ່ ແຕ່ເຮັດບໍ່ໄດ້ ຍັງເຄັຍກັນຢູ່.”
ທ່ານກ່າວຕື່ມອີກວ່າ ສ່ວນວຽກງານຟື້ນຟູຄຸນນະພາບຊີວິດ ແລະການພັທນາໂຄງຮ່າງພື້ນຖານຕ່າງໆ ແມ່ນເກືອບສໍາເຣັດໝົດແລ້ວ ທັງເຮືອນຈັດສັນໃໝ່, ເສັ້ນທາງໄປ-ມາ, ໂຮງຮຽນ, ວັດ, ສຸກສາລາ, ຕລາດ, ໄຟຟ້າ ແລະນໍ້າປະປາ ໄດ້ສ້າງຄົບໝົດແລ້ວ ສ່ວນວຽກງານ ທີ່ຍັງຄ້າງຄາເລັກໆໜ້ອຍໆ ກໍຈະພຍາຍາມແກ້ໄຂໃຫ້ສໍາເຣັດໄວທີ່ສຸດ ແຕ່ບໍ່ໃຫ້ກາຍປີ 2025 ນີ້.
ເຈົ້າໜ້າທີ່ບໍຣິສັດເຂື່ອນເຊປຽນ-ເຊນໍ້ານ້ອຍ ຫຼື PNPC ກ່າວວ່າ ເຣື່ອງການມອບເງິນຊົດເຊີຍຣາຍການທີ 6 ປະເພດຊັບສິນມີຄ່ານັ້ນ ທາງບໍຣິສັດ ໄດ້ຕຣຽມງົປມານໄວ້ແລ້ວ ປະມານ 284 ຕື້ກີບ ແຕ່ການອະນຸມັດງົປມານເງິນຊົດເຊີຍນັ້ນ ຍັງຕ້ອງເບິ່ງບົດຣາຍງານ ການປະເມີນມູນຄ່າຊັບສິນ ຈະຕ້ອງຖືກຕ້ອງ, ໂປ່ງໃສ, ຄົບຖ້ວນ ແລະມີຄວາມສົມເຫດ ສົມຜົນ.
ແຕ່ປັດຈຸບັນ ຣາຍງານການປະເມີນມູນຄ່າຊັບສິນ ຂອງຊາວບ້ານຈໍານວນນຶ່ງ ແມ່ນບໍ່ມີຄວາມສົມເຫດສົມຜົນ ຊັບສິນບາງຢ່າງ ເປັນຕົ້ນ ພຣະພຸດທະຮູບ, ຣົຖຈັກ, ຣົຖໃຫຍ່ ຫຼືມູນຄ່າເຮືອນ ມີການປະເມີນລາຄາແພງເກີນໄປ ສະນັ້ນແລ້ວ ທາງການລາວ ກໍຈະຕ້ອງໄດ້ໄປເມີນຄືນໃໝ່ ຈຶ່ງເກີດຄວາມຊັກຊ້າ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຣາຍການທີ 6 ຫັ້ນແຫຼະ ທີ່ມັນ ບັນຊີຕົກຫຼົ່ນ, ຊັບສິນມີຄ່າ ແມ່ນຫຍັງຕ່າງໆ ທີ່ມັນຕົກຫຼົ່ນ ເງິນໂຕເລຂ ຂະເຈົ້າບໍ່ລົງໂຕກັນ ຕົ້ນຕໍ ກະແມ່ນເບື້ອງຣັຖບານຫັ້ນແຫຼະ ພວກເຂົາ (ບໍຣິສັດ) ກະຢ້ານເບື້ອງປະຊາຊົນ ເບື້ອງເມືອງ ເກັບກໍາຂໍ້ມູນບໍ່ຈິງ ແມ່ນຫຍັງຕ່າງໆ ເຂົາກະເບິ່ງນໍາຢູ່.”
ອີງຕາມແຜນການ ຟື້ນຟູຜົລກະທົບ ແລະຄຸນນະພາບຊີວິດ ຂອງຜູ້ປະສົບພັຍ ເມືອງສນາມໄຊ ລະບຸວ່າ ທາງການແຂວງອັດຕະປື ຈະກໍ່ສ້າງເຮືອນຢູ່ຖາວອນ ແລະມອບຮັບ ໃຫ້ສໍາເຣັດ ພາຍໃນປີ 2022 ແລະພາຍໃນປີ 2025 ທຸກໂຄງການພັທນາ ຕ້ອງສໍາເຣັດ ທັງໝົດ 100% ແລະຜູ້ປະສົບພັຍທຸກຄົນ ຕ້ອງມີຊີວິດການເປັນຢູ່ທີ່ດີຂຶ້ນ ເຊິ່ງເປັນເງິນທີ່ໄດ້ຮັບຈາກບໍຣິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຈໍານວນ 835 ຕື້ປາຍກີບ.
ສໍາລັບເຫດການ ສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແມ່ນເກີດຂຶ້ນ ໃນມື້ວັນທີ 23 ເດືອນກໍຣະກະດາ ປີ 2018 ເຮັດໃຫ້ຊາວບ້ານກ້ອງເຂື່ອນ ໃນເມືອງສນາມໄຊ ແຂວງອັດຕະປື ຈໍານວນ 18 ບ້ານ ປະຊາຊົນ 13,000 ປາຍຄົນ ໄດ້ຮັບຜົລກະທົບ ຢ່າງໜັກໜ່ວງ ໃນນີ້ ເກີດຄວາມເສັຍຫາຍແບບ 100% ຈໍານວນ 6 ບ້ານ ທີ່ອາສັຍຢູ່ຕາມສາຍນໍ້າເຊປຽນ ຄື ບ້ານທ່າແສງຈັນ, ບ້ານທ່າຫິນ, ບ້ານໃໝ່, ບ້ານສມອງໃຕ້ ແລະບ້ານໃຫຍ່ແທ ເຊິ່ງເຮັດໃຫ້ທັງເດັກນ້ອຍ ແລະຜູ້ໃຫຍ່ ເສັຍຊີວິດລວມກັນແລ້ວ 71 ຄົນ.