ຄົບຮອບ 6 ປີ ເຂື່ອນເຊປຽນແຕກ ແຕ່ປະຊາຊົນ ຍັງລໍາບາກ

ຊາວບ້ານຜູ້ໜຶ່ງ ກຳລັງພາຍເຮືອນ ຂົນເຄື່ອງຂອງເທົ່າທີ່ສາມາດ ຈະເອົາໄດ້ ພາຍຫຼັງເຂື່ອນເຊນ້ຳນ້ອຍແຕກ, ບ້ານໃຫຍ່ແທ ເມືອງສນາມໄຊ ແຂວງອັດຕະປື, ວັນທີ 26 ກໍລະກົດ 2018.
ຊາວບ້ານຜູ້ໜຶ່ງ ກຳລັງພາຍເຮືອນ ຂົນເຄື່ອງຂອງເທົ່າທີ່ສາມາດ ຈະເອົາໄດ້ ພາຍຫຼັງເຂື່ອນເຊນ້ຳນ້ອຍແຕກ, ບ້ານໃຫຍ່ແທ ເມືອງສນາມໄຊ ແຂວງອັດຕະປື, ວັນທີ 26 ກໍລະກົດ 2018. (ຮູບພາບຈາກພົນລະເມືອງ)

0:00 / 0:00

ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເຮັດໃຫ້ມີຄົນເສັຍຊີວິດ 71 ຄົນ ຄົບຮອບ 6 ປີ, ແຕ່ ຊາວບ້ານທີ່ໄດ້ຮັບຜົນກະທົບ ຍັງຄົງລໍາບາກ ແລະ ລໍຖ້າຄ່າຊົດເຊີຍລາຍການທີ 6. ຫວນຄືນເຫດການ ໃນວັນທີ 23 ກໍລະກົດ 2018 ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເຮັດໃຫ້ປະຊາຊົນ 18 ບ້ານໄດ້ຮັບຜົນກະທົບ, ໃນນັ້ນ 6 ບ້ານ ໄດ້ຮັບຄວາມເສັຍຫາຍເກືອບ 100%.

ເຖິງວ່າເຫດການຜ່ານໄປ 6 ປີ ແຕ່ວຽກງານການຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ກໍຍັງຊັກຊ້າ ໂດຍສະເພາະເລື່ອງຄ່າຊົດເຊີຍ ລາຍການທີ 6 ປະເພດຊັບສິນມີຄ່າ, ການຊົດເຊີຍເນື້ອທີ່ກະສິກໍາ ກໍຍັງບໍ່ທັນສໍາເລັດ.

ຊາວເມືອງສະໜາມໄຊ ແຂວງອັດຕະປື ຜູ້ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນແຕກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ກໍລະກົດ ວ່າ:

“ຫາແນວໃດ ມັນກະຍາກຄູ່ມື້ນີ້ ເງິນກະເຟີ້ ຄືຄູ່ມື້ນີ້ ຫາຫຍັງກະບໍ່ມີ ຜູ້ຢູ່ປ່າກະຢູ່ປ່າ ເຮັດຮົ້ວເຮັດສວນພໍໄດ້ກິນ ບໍ່ເຖິງ 30 ເປີເຊັນ ດອກ. ຄົນທີ່ວ່າ ຊິສະບາຍຂຶ້ນບໍ່ມີນ່າ ທຸກກວ່າເກົ່າອີກນ່າ ບໍ່ແມ່ນທຸກຄືເກົ່າ ບ່ອນຫາຢູ່ຫາກິນກະໄກ 12 ຫຼັກ, 13 ຫຼັກ ໄປມາກະຍາກ ກັບເມືອບ້ານເກົ່າພຸ້ນ ເມືອຫາກິນ.”

ຊາວບ້ານເມືອງສະໜາມໄຊ ທ່ານນີ້ ກ່າວຕື່ມວ່າ:

“ໄລຍະຜ່ານມາ ວຽກງານການຟື້ນຟູ ຄຸນນະພາບຊີວິດຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ການພັດທະນາໂຄງລ່າງພື້ນຖານຕ່າງໆ ຖືວ່າ ຊັກຊ້າຫຼາຍ ແລະ ບໍ່ມີປະສິດທິພາບ, ຫຼາຍໂຄງການພັດທະນາຂຶ້ນມາແລ້ວ ກໍບໍ່ໄດ້ມາດຕະຖານ ສົ່ງຜົນໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ທຸກຍາກລໍາບາກລົງໄປຕື່ມ.”

ຊາວເມືອງສະໜາມໄຊ ທ່ານນີ້ ຍັງສັງເກດເຫັນວ່າ ໄລຍະ 6 ປີ ມານີ້ ມີປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບບໍ່ເຖິງ 30 ເປີເຊັນ ທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກຸ້ມຕົນເອງ ໃນຂະນະທີ່ປະຊາຊົນສ່ວນຫຼາຍທີ່ໄດ້ຮັບຜົນກະທົບ ຍັງມີຄຸນນະພາບຊີວິດທີ່ລໍາບາກ ແລະ ທຸກຍາກກວ່າເກົ່າ.

ປະຊາຊົນທີ່ໄດ້ຮັບຜົນກະທົບ ຕ້ອງການຄ່າຊົດເຊີຍດິນກະສິກໍາ ທີ່ເໝາະສົມ ປັດຈຸບັນເຖິງວ່າ ທາງການລາວ ຈະຈັດສັນເນື້ອທີ່ກະສິກໍາ 1-3 ເຮັກຕ້າຣ໌ ຕໍ່ຄອບຄົວ ແຕ່ເນື້ອທີ່ດັ່ງກ່າວ ບໍ່ເໝາະສົມ ໃນການເຮັດນາ ສະນັ້ນຊາວບ້ານຈຶ່ງຫັນໄປປູກມັນຕົ້ນ ແລະ ພືດອື່ນໆ ແທນ.

ເມື່ອຊາວບ້ານທີ່ໄດ້ຮັບຜົນກະທົບ ບໍ່ມີເນື້ອທີ່ດິນນາທີ່ເໝາະສົມ ເຂົາເຈົ້າກໍພາກັນກັບຄືນເມືອເຂດບ້ານເກົ່າ ເພື່ອເຮັດນາ ເຖິງວ່າເຂົາເຈົ້າຈະເດີນທາງຈາກບ້ານໃໝ່ ໄປບ້ານເກົ່າຈະລໍາບາກກໍຕາມ.

ຊາວບ້ານທີ່ໄດ້ຮັບຜົນກະທົບ ອີກທ່ານໜຶ່ງ ໄດ້ກ່າວວ່າ:

" ເພິ່ນໃຫ້ດິນ ໃຫ້ດິນເປັນສວນ ບາດນີ້ ເຮັດນາບໍ່ໄດ້ ມັນຢູ່ເທິງໂນນ ເຮັດແຕ່ສວນມັນຕົ້ນໄດ້ ດິນທີ່ວ່າເພິ່ນເບີກໃຫ້ໃໝ່ ສ່ວນຫຼາຍກະຊື້ກິນ ເຂົ້າກະແພງຊ້ວງນີ້ ສອບໜຶ່ງ 4 ແສນ , 5 ແສນ ປາຍ ບໍ່ໄດ້ເຮັດນາຄືແຕ່ກ່ອນ ເລີຍອິດເຂົ້າ ກະຫາເງິນບໍ່ໄດ້ ອາໄສແຕ່ປູກມັນ ອາໄສເປັນເງິນປີ."

ນອກຈາກນີ້ ເຮືອນຈັດສັນທີ່ທາງການລາວ ແລະ ບໍລິສັດ ຜູ້ພັດທະນາໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ໄດ້ສ້າງໃຫ້ຊາວບ້ານນັ້ນ ກໍມີຈໍານວນຫຼາຍຫຼັງທີ່ຍັງສ້າງບໍ່ທັນແລ້ວສົມບູນ, ສ້າງບໍ່ໄດ້ມາດຕະຖານ ແລ້ວມອບໃຫ້ປະຊາຊົນເຂົ້າມາຢູ່ອາໃສ ອີງຕາມຂໍ້ມູນຈາກຊາວບ້ານ.

ຊາວບ້ານເມືອງສະໜາມໄຊ ອີກທ່ານໜຶ່ງ ໄດ້ກ່າວວ່າ:

" ຊີວິດການເປັນຢູ່ປະຊາຊົນນີ້ກະ ລໍາບາກຍາກແຄ້ນຫຼາຍລູກເອີ້ຍ . ບາດມາຮອດປັດຈຸບັນນີ້ ມັນຕັດນີ້ ຕັດນັ້ນ ກະບໍ່ມີຫຍັງເຮືອນ ເຂົາກະຫຼາຍຫຼັງ ຍັງເປັນ 100 ນ່າ. ຄືບ້ານທ່າຫີນ ບ້ານສະໜອງໃຕ້, ບ້ານໃໝ່ນີ້ນ່າ."

ປັດຈຸບັນ ເຈົ້າໜ້າທີ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງ ກໍາລັງເກັບກໍາຂໍ້ມູນຄືນໃໝ່ ແລະ ປະເມີນຄືນອີກຄັ້ງ, ແຕ່ລັດຖະບານໄດ້ກໍານົດວ່າ ຕ້ອງໃຫ້ສໍາເລັດທັງໝົດພາຍໃນປີ 2025.

ລາຍການທີ 6 ທີ່ຊາວບ້ານກໍາລັງລໍຖ້າການຊົດເຊີຍນັ້ນ ລວາມມີ ເຮືອນ, ຄໍາ, ລົດໃຫຍ່, ລົດຈັກ, ພຣະພຸດທະຮູບ ແລະ ຊັບສິນອື່ນໆ ໂດຍທາງການແຂວງໄດ້ປະເມີນໄປແລ້ວ ແຕ່ ລັດຖະບານຍັງບໍ່ທັນໄດ້ເຫັນດີ ຍ້ອນວ່າ ມີການປະເມີນລາຄາສູງເກີນໄປ.

ເຈົ້າໜ້າທີ່ທ້ອງຖິ່ນ ແຂວງອັດຕະປື ໄດ້ກ່າວວ່າ:

" ບໍ່ທັນແລ້ວ ຍັງລົງເກັບກໍາຂໍ້ມູນຄືນໃໝ່ໝົດ ຈະລົງໄປວັດແທກຄືນ ເນື້ອທີ່ສວນໄມ້ ໃຫ້ເຈົ້າຂອງສວນລົງໄປຢັ້ງຢືນຕົວຈິງ . ບາດນີ້​ຄືວ່າປະຊາຊົນ ເຂົາຫັ້ນວ່າ 3 ເຮັກຕ້າຣ໌. 3 ເຮັກຕ້າຣ໌ ມັນມີຫຼາຍຈຸດ ມັນບໍ່ໄດ້ຢູ່ຈຸດດຽວຫັ້ນເດ້ ບ່ອນລະເຮັກຕ້າ ບ່ອນລະອີ່ຫຍັງໄປ ແລ້ວມາບວກກັນ ຍັງບໍ່ທັນໄດ້ແລ້ວງ່າຍດອກຕາມຟັງຫັ້ນ."

ໃນເດືອນເມສາ 2024, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ທາງການແຂວງອັດຕະປື ເລັ່ງຈ່າຍເງິນຄ່າຊົດເຊີຍ ລາຍການທີ 6 ປະເພດຊັບສິນມີຄ່າ ໃຫ້ກັບປະຊາຊົນບ້ານທີ່ໄດ້ຮັບຜົນກະທົບ.

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ກ່າວຢູ່ໃນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນເດືອນພະຈິກ 2023 ຕອນໜຶ່ງວ່າ ແຜນການຊົດເຊີຍ ແລະ ແຜນການຟື້ນຟູຄຸນນະພາບຊີວິດ ຂອງຊາວບ້ານທີ່ຖືກຜົນກະທົບ ໂຄງການເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແມ່ນມີລາຍຮັບທັງໝົດ 1,032.7 ຕື້ກີບ ກັບອີກ 32.46 ລ້ານໂດລ້າ.

ນອກຈາກນີ້ ອົງການກວດກາແຫ່ງລັດ ຍັງກວດພົບເຫັນການຈ່າຍເງິນບໍ່ເປັນໄປຕາມແຜນການຊົດເຊີຍ ແລະ ແຜນການຟື້ນຟູຄຸນນະພາບຊີວິດຫຼາຍກວ່າ 81 ຕື້ກີບ ແລະ ປັດຈຸບັນ ກະຍັງບໍ່ມີຄໍາຕອບວ່າ ເງິນນໍານວນດັ່ງກ່າວ ສູນຫາຍ ຫຼື ເບີກຈ່າຍໄປກັບພາກສ່ວນໃດ.

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ກ່າວຢູ່ໃນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ຕື່ມອີກວ່າ:

" ການຊົດເຊີຍທີ່ຍັງຄ້າຈ່າຍ ຈໍານວນ 697.53 ຕື້ກີບ ຍ້ອນການເກັບຂໍ້ມູນບໍ່ລະອຽດ ຊັດເຈນ ເຊັ່ນ ຊັບສິນມີຄ່າ ຜົນລະປູກ ກົກໄມ້ໃຫ້ໝາກ ໄມ້ອຸດສາຫະກໍາ ແລະ ອື່ນໆ ຊຶ່ງມີການເກັບກໍາໂຕຈິງ ມັນບໍ່ທັນກົງກັນ ຂໍ້ມູນບໍ່ທັນເອກະພາບກັນ. "

ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ໃນວັນທີ 23 ກໍລະກົດ 2018 ມີປະຊາຊົນປະມານ 13,000 ຄົນ ໄດ້ຮັບຜົນກະທົບ ໃນຈໍານວນ 18 ບ້ານ ໃນນັ້ນມີ 6 ບ້ານ ໄດ້ຮັບຜົນກະທົບຫຼາຍເກືອບ 100 ເປີເຊັນ.