ຣັຖບານຕຣຽມເອົາ ໂຮງໝໍຣັຖຫຼ່າຍແຫ່ງ ອອກຈາກງົບປະມານ
2023.07.06
ໃນກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຣັຖບານ ໄດ້ມີການສເນີ ໃຫ້ໂຮງໝໍຂອງຣັຖ ໄປກຸ້ມຕົນເອງ ດ້ານງົບປະມານ ໂດຍບໍ່ໃຫ້ອາສັຍງົບປະມານ ຈາກຣັຖບານ. ກ່ຽວກັບເຣື່ອງນີ້ ທ່ານ ບຸນລ້ອມ ແກ້ວບົວໂຮມ ສະມາຊິກສະພາແຫ່ງຊາຕ ຈາກແຂວງ ໄຊຍະບູຣີ ໄດ້ກ່າວໃນກອງປະຊຸມ ສະພາແຫ່ຊາຕ ວ່າ ການໃຫ້ໂຮງໝໍ ຂອງຣັຖໄປກຸ້ມຕົນເອງ ດ້ານງົບປະມານ ຈະເປັນການສ້າງພາຣະ ໃຫ້ຜູ້ມີລາຍໄດ້ໜ້ອຍ ເພາະລາຍຈ່າຍທຸກຢ່າງ ໂຮງໝໍຕ້ອງບໍຣິຫານເອງໝົດ ທາງໂຮງໝໍຂອງຣັຖ ກໍຕ້ອງມີການເກັບຄ່າບໍຣິການແພງຂຶ້ນ. ນອກຈາກນີ້ຍັງເຮັດໃຫ້ຊາວລາວ ຫຼາຍຄົນລວມໄປເຖິງທ່ານໝໍ ຂອງຣັຖ ກໍບໍ່ໄດ້ເຫັນດີກັບເຣື່ອງດັ່ງກ່າວນີ້ ເພາະວ່າ ປະເທດລາວຍັງບໍ່ທັນໄດ້ເປັນປະເທດ ພັທນາແລ້ວ ຍັງມີຄົນທຸກຍາກ ລຳບາກຫຼາຍ ຖ້າໂຮງໝໍຣັຖກຸ້ມຕົນເອງ ດ້ານງົບປະມານທັງໝົດ ຊາວລາວຜູ້ທຸກຍາກ ທີ່ມີລາຍໄດ້ໜ້ອຍ ຈະລຳບາກ ເພາະບໍ່ມີເງິນ ຈະເຂົ້າມາປິ່ນປົວ ສຸຂພາບ ເນື່ອງຈາກວ່າ ໂຮງໝໍຂອງຣັຖ ຈະຕ້ອງເກັບຄ່າບໍຣິການ ແພງຂຶ້ນກ່ວາເກົ່າ.
ດັ່ງທ່ານໝໍ ຂອງຣັຖແຫ່ງໜຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 06 ກໍຣະກະດານີ້ວ່າ:
“ເປັນປະເທດທີ່ວ່າ ຍັງບໍ່ທັນພັທນາ ໃຫ້ມັນຈະເຣີນຫັ້ນນ່າເນາະ ມັນຍັງຝືດເຄືອງຢູ່ ບາດນີ້ປະຊາຊົນ ມີຜູ້ຝືດເຄືອງຫຼາຍຫັ້ນນ່າເນາະ ກາລຳບາກຫັ້ນແຫຼະເນາະ ແຕ່ຂນາດວ່າ ມີທຶນຊ່ອຍ ເຫຼືອສົມມຸດວ່າປົວຟຣີສົມມຸດວ່າ ຈັ່ງຊີ້ນ່າ ກໍຍັງໄດ້ເສັຍຈຳນວນໃດ ຈຳນວນໜຶ່ງ. ເຂົາກໍຍັງບໍ່ຢາກລອດແລ້ວ ຊິນ່າເນາະ ຜູ້ບໍ່ມີກາບໍ່ມີຊິຈ້າງຣົຖ ເຂົ້າມາໂຮງມໍກໍຍັງບໍ່ມີ.”
ສ່ວນທ່ານໝໍ ຣັຖອີກທ່ານໜຶ່ງ ກ່າວວ່າ ກ່ຽວກັບເຣື່ອງນີ້ ທ່ານກໍບໍ່ໄດ້ເຫັນດີນຳ ກັບເຣື່ອງດັ່ງກ່າວນີ້ ເພາະຄົນທີ່ຈະໄດ້ຮັບຜົນກະທົບ ຄືປະຊາຊົນເຊິ່ງປະຊາຊົນທົ່ວໄປ ເຂົາເຈົ້າກໍບໍ່ໄດ້ມີເງິນຫຼາຍ ຍັງທຸກຍາກຫຼາຍໃນປະເທດລາວ ຖ້າເປັນແນວນັ້ນ ປະຊາຊົນກໍຈະບໍ່ສາມາດ ເຂົ້າເຖິງການປີ່ນປົວ ສຸຂພາບໃນໂຮງໝໍ ໄດ້ແນ່ນອນ ເພາະຕ້ອງເສັຍເງິນຫຼາຍຂຶ້ນ.
“ຖ້າພວກເຮົາກຸ້ມຕົນເອງ ກາຕ້ອງໄດ້ເພີ່ມເຣື່ອງຄ່າປີ່ນປົວ ຄ່າຢາ. ພວກເຮົາເກັບໝົດ ຄ່ານອນໂຮງໝໍ, ຄ່າຕຽງນອນເບາະ ຕ້ອງເກັບໝົດຫັ້ນແຫຼະ ຜູ້ມີຜົນກະທົບ ຄືພໍ່-ແມ່ ປະຊາຊົນເນາະ. ການບໍຣິການສຸຂພາບນີ້ ກໍຈະບໍ່ເຂົ້າເຖິງປະຊາຊົນແຫຼະ.”
ບັນຫາດັ່ງກ່າວນີ້ ຊາວລາວກ່າວວ່າ ກໍບໍ່ເຫັນດີ ທີ່ພາກຣັຖ ຈະໃຫ້ໂຮງໝໍຂອງຣັຖ ຫັນໄປກຸ້ມຕົນເອງ ດ້ານງົບປະມານ ຈາກທີ່ຜ່ານມາໂຮງໝໍຂອງຣັຖ ກໍເກັບຄ່າບໍຣິການຢູ່ແລ້ວ ແນ່ນອນວ່າ ຖ້າໂຮງໝໍຣັຖກຸ້ມຕົນເອງ ໃນເຣື່ອງການເງິນ ກໍຈະເກັບຄ່າບໍຣິການແພງຂຶ້ນຕື່ມອີກ ຜູ້ບໍ່ມີເງິນ ແລ້ວມີອາການເຈັບປ່ວຍແຮງ ເຂົາເຈົ້າຈະບໍ່ໄດ້ຮັບການບໍຣິການ ດ້ານສຸຂພາບ. ທຸກມື້ນີ້ກໍມີຫຼາຍຄົນ ທຸກຍາກ ທີ່ເຈັບປ່ວຍແລ້ວ ບໍ່ທັນໄດ້ເຂົ້າເຖິງໂຮງໝໍ. ຣັຖບານຄືບໍ່ເບິ່ງແຍງບັນຫານີ້.
“ແຕ່ຜ່ານມາກໍຍັງບໍ່ໄຫວແລ້ວເດ້. ຜ່ານມານ່າ ບໍ່ມີກໍໄດ້ກູ້ ໄດ້ຢືມ ບາງຄົນ ຄົນເຂົາຂາດເຂີນອິຫຼີເດ້ ຊິບໍ່ຕາຍຖິ້ມຢູ່ນອກພີ້ບໍ່ ເຂົາບໍ່ມີເງິນໄປໂຮງໝໍນີ້ ຄືສ່ວນຫຼາຍ ດຽວນີ້ກໍຍັງເຫັນຢູ່ນີ້ນ່າ.”
ສ່ວນຊາວລາວ ອີກທ່ານໜຶ່ງ ກໍບໍ່ເຫັນດີເຊັ່ນກັນ ເພາະທາງໂຮງໝໍ ຂອງຣັຖເກັບເງິນຄ່າບໍຣິການ ແພງຕື່ມອີກ ເຊິ່ງຜູ້ບໍ່ມີເງິນກໍລຳບາກ ຕ້ອງຫາເງິນດີ້ນຮົນຫຼາຍຂຶ້ນ ເພື່ອຈະປີ່ນປົວສຸຂພາບ ເຊິ່ງຈຳເປັນຕ້ອງເພີ່ງພາໝໍຢູ່.
“ຄັນວ່າບໍ່ມີງົບ ຈາກຣັຖນີ້ ໄປບໍ່ໄດ້ດອກ ມັນຊິແພງ ເກັບແພງ ແລະປະຊາຊົນແຫຼະເນາະ ຈະບໍ່ມີເງິນຜູ້ທຸກ ຜູ້ຍາກ ຫັ້ນນ່າ ຊິລຳບາກ ກະທົບໄປຫຼາຍຫັ້ນແຫຼະ. ບໍ່ເຂົ້າກໍຈະເຮັດຈັ່ງໃດ ມັນກໍຈຳເປັນເນາະ. ເອກະຊົນກໍແຮງແພງ.”
ຊາວລາວ ອີກທ່ານໜຶ່ງ ກ່າວວ່າ ທຸກມື້ນີ້ໂຮງໝໍ ຂອງຣັຖການບໍຣິການບໍ່ດີ ເຊິ່ງມີຫາງສຽງຫຼາຍ ເວລາຄົນທຸກຍາກໄປໂຮງໝໍ ການເບິ່ງແຍງບໍ່ດີ. ໃນຄວາມເປັນຈິງ ພາກຣັຖ ຄວນຈະມີສ່ວນຮ່ວມ ໃນແກ້ໄຂຊ່ອຍເຫຼືອ ຜູ້ທຸກຍາກ ໃຫ້ເຂົ້າເຖິງໝໍ ແລະການປິ່ນປົວ ທີ່ດີ.
“ຢາກໃຫ້ພາກຣັຖແຫຼະ ມາມີສ່ວນຮ່ວມ ຫຼາຍຢູ່ກ່ຽວກັບຂອດບໍຣິການ ຂອງແພດໝໍເຮົາ ບໍ່ໄດ້ເສັຍເງິນເພິ່ນກາບໍຣິການສໍ່ານັ້ນແຫຼະ. ຄົນເຮົາມັນກໍຖານະບໍ່ຄືກັນ ສົມມຸດຄືຢູ່ບ້ານນອກ ບ້ານນາ ກໍມີຜູ້ຍາກ ຜູ້ຈົນ ມີຜູ້ພໍຢູ່ ພໍກີນຫັ້ນນ່າ.”
ປັດຈຸບັນມີ 5 ຫົວໜ່ວຍວິຊາການ ຢູ່ລະຫວ່າງການທົດລອງ ກຸ້ມຕົນເອງທາງດ້ານງົບປະມານຄື ມະຫາວິທຍາໄລ ແຫ່ງຊາຕ, ວິທຍາໄລປາກປ່າສັກ, ໂຮງໝໍມະໂຫສົດ, ໂຮງໝໍມິດຕະພາບ (150) ແລະ ໂຮງໝໍເສດຖາທິລາດ ໂດຍກະຊວງການເງິນ ເປັນຜູ້ສເນີຕໍ່ຣັຖບານໃນ ການທົດລອງ ແລະ ຈັດຕັ້ງປະຕິບັດໃນເດືອນພຶສພາປີ 2021 ທີ່ຜ່ານມາ.
ຕໍ່ມາໃນວັນທີ 07 ທັນວາ 2022 ກະຊວງພາຍໃນ ກໍເຄີຍກ່າວຕໍ່ກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ວ່າ ໄດ້ຄົ້ນຄ້ວາ ສ້າງຮ່າງດຳຣັຖ ວ່າດ້ວຍການຫັນຫົວໜ່ວຍ ວິຊາການ ກຸ້ມຕົນເອງ ທາງດ້ານງົບປະມານ ແລະດຳຣັດວ່າດ້ວຍ ຄຸ້ມຄອງພະລາກອນ ໄດ້ສຳເຣັດໂດຍພື້ນຖານ ດ້ານໂຄງຮ່າງ ເພື່ອນຳສເນີໃຫ້ນາຍົກຣັຖມົນຕຣີ ພິຈາຣະນາໃນຕົ້ນປີ 2023 ຫຼ້າສຸດໃນກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ກໍມີການເວົ້າເຖິງດຳຣັດນີ້ ອີກເທື່ອໜຶ່ງ.
ໃນວັນທີ 14 ມີນາ 2022 ທ່ານ ພູທະນູເພັດ ໄຊສົມບັດ ກໍຣາຍງານ ຕໍ່ກອງປະຊຸມ ທີ່ກະຊວງການເງິນຈັດ ເພື່ອຕີລາຄາຄວາມຄືບໜ້າ ການຈັດຕັ້ງປະຕິບັດ ວຽກງານທົດລອງ ຫັນຫົວໜ່ວຍ ກຸ້ມຕົນເອງວ່າ 5 ຫົວໜ່ວຍ ວິຊາການດັ່ງກ່າວ ຄຸ້ມຄອງງົບປະມານ ສູງເຖິງ 151 ຕື້ກີບ ສໍາສັບປີ 2021 ແລະ ສູງເຖິງ 244 ຕື້ກີບ ໃນປີ 2022 ເພີ່ມຂຶ້ນປະມານ 62% ທຽບໃສ່ປີ 2021 ບໍ່ລວມງົບປະມານ ປົກກະຕິທີ່ຣັຖສນອງໃຫ້.
ໃນໄລຍະທີ່ຜ່ານມາ ຣັຖບານໄດ້ກໍານົດໃຫ້ ເປັນວຽກງານບູລິມະສິດ ຂອງຂແນງການເງິນ ແລະ ຂແນງການກ່ຽວຂ້ອງ ທີ່ຈະສູ້ຊົນ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທັມ ເພື່ອສ້າງໃຫ້ ບັນດາຫົວໜ່ວຍງົບປະມານ ດັ່ງກ່າວມີການຫັນປ່ຽນ ໃນການປະຕິບັດ ງົບປະມານທີ່ຄ່ອງໂຕ ແລະ ກ້າວໄປສູ່ການກຸ້ມຕົນເອງ ໃຫ້ຫຼາຍຂຶ້ນ. ມີການປະຢັດ ມັດທະຍັດ ໃຊ້ງົບປະມານຢ່າງມີປະສິດທິພາບ ວ່ອງໄວ ໃນການບໍຣິຫານງົບປະມານ ການຈັດຊື້-ຈັດຈ້າງ ໃນວົງເງິນທີ່ກຳນົດ ແລະ ກ້າວໄປສູ່ການກຸ້ມຕົ້ນເອງ ໃນບັນດາພາກລາຍຈ່າຍຫຼາຍຂຶ້ນ.