ອຸບັດຕິເຫດ ຕາມທ້ອງຖນົນ ນັບມື້ເພີ່ມຈຳນວນຂຶ້ນ

ສຸພັດຕາ
2023.07.17
ອຸບັດຕິເຫດ ຕາມທ້ອງຖນົນ ນັບມື້ເພີ່ມຈຳນວນຂຶ້ນ ເຈົ້າໜ້າທີ່ຕຳຣວດ ກຳລັງກວດກາເບິ່ງເຫດການ ທີ່ເກີດຂຶ້ນ ຕາມທ້ອງຖນົນ ໃນນະຄອນຫຼວງວຽງຈັນ ເດືອນມີນາ 2022.
ນັກຂ່າວ ພົລເມືອງ

ໃນເດືອນມິຖຸນາ 2023 ທີ່ຜ່ານມາ ທົ່ວປະເທດລາວ ມີອຸປະຕິເຫດຣົຖຍົນ ເກີດຂຶ້ນ 459 ກໍຣະນີ ເຮັດໃຫ້ມີຜູ້ເສັຽຊີວິດ 55 ຄົນ, ຜູ້ບາດເຈັບ 678 ຄົນ ແລະພາຫະນະເປ່ເພ 809 ຄັນ, ອີງຕາມການຣາຍງານ ຂອງກົມຕຳຣວດຈະຣາຈອນ ກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບຂອງລາວ. ໂດຍສາເຫດຫຼັກຂອງອຸປະຕິເຫດ ແມ່ນ ເມົາແລ້ວຂັບ,
ດັ່ງທີ່ເຈົ້າໜ້າທີ່ຕຳຣວດ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ກ່ຽວກັບສະຖິຕິອຸປະຕິເຫດ ຢູ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 12 ກໍຣະກະດາ 2023 ນີ້ວ່າ:

ອຸປະຕິເຫດເດືອນມິຖຸນາ ຢູ່ 162 ກໍຣະນີເຈົ້າ. ກະຖືວ່າ ປົກກະຕິເຈົ້າ ໃນເກນນີ້ແຫຼະເຈົ້າ. ອຸປະຕິເຫດ ທີ່ຮ້າຍແຮງນໍ ທີ່ເກີດຂຶ້ນກະມີຢູ່ 10 ກວ່າກໍຣະນີເຈົ້າ. ມີຜູ້ເສັຽຊີວິດຢູ່ 5 ຄົນເຈົ້າ ສະເພາະນະຄອນຫຼວງ ສ່ວນຫຼາຍ 70-80% ແມ່ນເມົາແລ້ວຂັບ ບໍ່ຝ່າຍໃດ ກໍຝ່າຍນຶ່ງເຈົ້າ.”
ທ່ານກ່າວຕື່ມວ່າ ສາເຫດຂອງອຸປະຕິເຫດ ນອກຈາກການເມົາແລ້ວຂັບແລ້ວ ກໍຍັງມີການໃຊ້ຄວາມໄວເກີນກົດໝາຍກຳນົດ, ແລະການບໍ່ເຄົາຣົບ ແລະປະຕິບັດຕາມກົດ, ສັນຍານ ແລະເຄື່ອງໝາຍຈະຣາຈອນນຳດ້ວຍ. ສຳລັບແຂວງ ທີ່ເກີດອຸປະຕິເຫດ ຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ, ແຂວງຈຳປາສັກ, ແຂວງວຽງຈັນ, ແຂວງສວັນນະເຂດ, ແຂວງຫຼວງພຣະບາງ ແລະແຂວງຫຼວງນ້ຳທາ ສ່ວນແຂວງ ທີ່ມີຜູ້ເສັຽຊີວິດຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ ແລະ ແຂວງສວັນນະເຂດ. ທັງນີ້, ເຈົ້າໜ້າທີ່ບໍ່ໄດ້ລະບຸຢ່າງຈະແຈ້ງວ່າ ກ່ຽວກັບສະຖິຕິອຸປະຕິເຫດ ແລະຈຳນວນຜູ້ເສັຽຊີວິດ ເປັນຣາຍແຂວງແຕ່ຢ່າງໃດ.

ທາງດ້ານ ເຈົ້າໜ້າທີ່ກູ້ໄພ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ໃນຂົງເຂດຮັບຜິດຊອບຂອງລາວ ກໍຄືທາງຫຼວງເລຂທີ 13 ໃຕ້ ຢູ່ເມືອງປາກງື່ມ ກໍເປັນບ່ອນທີ່ເກີດອຸປະຕິເຫດເປັນປະຈຳ ໂດຍສະເພາະ ອຸປະຕິເຫດຣົຖໃຫຍ່ ຍ້ອນທາງດັ່ງກ່າວ ມີຣົຖໃຫຍ່ໃຊ້ຫຼາຍ ແຕ່ຂນາດຂອງທາງ ຍັງເປັນທາງ 2 ເລນສວນກັນ ເຊິ່ງເຮັດໃຫ້ຣົຖໃຫຍ່ ສວຍໃຊ້ຈັງຫວະແຊງ ແລະເລັ່ງຄວາມໄວ ເຮັດໃຫ້ເກີດອຸປະຕິເຫດຮ້າຍແຮງຫຼາຍຄັ້ງ.

ຣົຖພ່ວງກັບຣົຖເມນີ່ ຈະເອົາກັນຢູ່ຕລອດ ຄັນເອົາກັນຍາມໃດ ລະແມ່ນພວກເຮົາກະຈະບໍ່ໄຫວ ແຕ່ສ່ວນຫຼາຍ ເວລາທີ່ມັນເກີດເຫດຈັ່ງຊີ້. ສ່ວນຫຼາຍແມ່ນຈຸດປາກງື່ມ ຢູ່ເສັ້ນ 13 ໃຕ້ຂອງເຮົາເທົ່ານັ້ນ ຢູ່ນະຄອນຫຼວງ ມັນຈະບໍ່ຄ່ອຍມີ ມັນຈະໜັກຢູ່ເບື້ອງທີ່ກູ້ໄພເຮົາຢູ່ລະ.”
ເຖິງແມ່ນວ່າ ສະຖິຕິອຸປະຕິເຫດ ໃນເດືອນມິຖຸນາ 2023 ຈະຫຼຸດລົງ ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ກໍຄື ຈຳນວນອຸປະຕິເຫດ ຫຼຸດລົງ 23 ກໍຣະນີ, ຈຳນວນຜູ້ເສັຽຊີວິດ ຫຼຸດລົງ 8 ຄົນ ແລະຈຳນວນຜູ້ໄດ້ຮັບບາດເຈັບ ຫຼຸດລົງ 29 ຄົນ, ແຕ່ວ່າ ສາເຫດຫຼັກ ຂອງການເກີດອຸປະຕິເຫດ ກໍຄືການເມົາແລ້ວຂັບ ກໍ່ຍັງເປັນບັນຫາຊ້ຳຊາກ ແກ່ຍາວ ທີ່ພາກສ່ວນກ່ຽວຂ້ອງ ຍາກທີ່ຈະແກ້ໄຂຢ່າງເປັນຮູບປະທັມ.

ຂະນະທີ່ ຊາວບ້ານນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ສຳລັບບັນຫາອຸປະຕິເຫດຢູ່ລາວ ກໍເປັນເຣື່ອງທີ່ຕ້ອງໄດ້ລະມັດລະວັງ ແຕ່ກໍບໍ່ໄດ້ຢ້ານກົວຈົນເກີນໄປ ເພາະວ່າການເດີນທາງ ກໍແມ່ນກິຈກັມໃນຊີວິດປະຈຳວັນ ຂອງທຸກຄົນຢູ່ແລ້ວ.

ເຮົາກໍມີແຕ່ຕ້ອງໄດ້ລະວັງຕົວຊື່ໆ ເພາະວ່າ ຢູ່ປະເທດໃດກໍມີນໍ. ເຮົາກະກັງວົນຢູ່ ແຕ່ວ່າເຮົາກໍບໍ່ໄດ້ຄິດຢ້ານຂນາດນັ້ນຫັ້ນນ່າ.”
ທາງດ້ານ ຊາວບ້ານ ອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ນອກຈາກຣົຖຂອງຊາວບ້ານ ຈະເກີດອຸປະຕິເຫດແລ້ວ ກໍຍັງມີຣົຖຂອງຊາວຕ່າງປະເທດຈຳນວນນຶ່ງ ເປັນຕົ້ນ ຊາວຈີນ, ໄທຍ, ວຽດນາມ ທີ່ຂັບຂີ່ຣົຖເຂົ້າມາລາວ ແລ້ວເກີດອຸປະຕິເຫດ ຍ້ອນຄວາມບໍ່ລື້ງເຄີຍ ໃນສະພາບທາງຢູ່ປະເທດລາວ ແລະພຶດຕິກັມ ການໃຊ້ຣົຖຂອງຊາວລາວ.

ກໍມີຢູ່ເຈົ້າ ແຕ່ບໍ່ຫຼາຍເຈົ້າ ເຂົ້າມາເຮັດວຽກ ແລ້ວກໍເອົາຣົຖມາໃຊ້ເອງ.”
ທີ່ຜ່ານມາ, ກົມຕຳຣວດຈະຣາຈອນ ກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບຂອງລາວ ກໍໄດ້ມີມາຕການຕ່າງໆ ໃນການຫຼຸດຜ່ອນອຸປະຕິເຫດ ຢູ່ແຕ່ລະຂົງເຂດຮັບຜິດຊອບຂອງຜແນກ ແລະຫ້ອງການຕຳຣວດຈະຣາຈອນໃນແຕ່ລະທ້ອງຖິ່ນ ໂດຍສະເພາະ ການຕັ້ງດ່ານກວດກາຣົຖ ແລະຜູ້ຂັບຂີ່ ເພື່ອກວດກາການປະຕິບັດຕາມ ຫຼືການລະເມີດກົດໝາຍ ທີ່ກ່ຽວຂ້ອງ ໃນການຈະຣາຈອນທາງບົກ ລວມທັງການລົງໂຄສະນາ ຕາມໂຮງຮຽນ, ໂຮງຈັກໂຮງງານ ແລະສະຖານທີ່ຕ່າງໆ ກ່ຽວກັບວຽກງານການຈະຣາຈອນ ແລະການຂັບຂີ່ຣົຖຢ່າງປອດໄພ ແກ່ນັກຮຽນ, ຄົນງານ ແລະປະຊາຊົນລາວໂດຍທົ່ວໄປ ເພື່ອໃຫ້ພວກເຂົາເຈົ້າ ມີຄວາມຮູ້ກ່ຽວກັບກົົດລະບຽບ ຈະຣາຈອນ ຢ່າງຖືກຕ້ອງ. ນອກຈາກນີ້ແລ້ວ, ສື່ມວນຊົນຂອງທາງການລາວ ເປັນຕົ້ນແມ່ນ ວິທຍຸກະຈາຍສຽງ ແຫ່ງຊາຕລາວ ແລະໂທຣະພາບ ປກສ ກໍພຍາຍາມໂຄສະນາ ເພື່ອສົ່ງເສີມພຶດຕິກັມ ການຂັບຂີ່ຣົຖຂອງປະຊາຊົນລາວ ໃຫ້ປອດໄພຫຼາຍຂຶ້ນ ແລະແຈ້ງສະພາບທາງເປ່ເພ ຢູ່ເປັນປະຈຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.