ອຸບັດຕິເຫດ ທ້ອງຖະໜົນໃນເດືອນເມສາ ເຮັດໃຫ້ເສຍຊີວິດ 96 ຄົນ

ຈຳປາທອງ
2024.05.23
ອຸບັດຕິເຫດ ທ້ອງຖະໜົນໃນເດືອນເມສາ ເຮັດໃຫ້ເສຍຊີວິດ 96 ຄົນ ອຸບັດຕິເຫດທ້ອງຖະໜົນ ໃນນະຄອນຫຼວງວຽງຈັນ ເດືອນມັງກອນ 2024.
ນັກຂ່າວພົນລະເມືອງ

ທົ່ວປະເທດລາວ ເກີດອຸບັດຕິເຫດ ຕາມທ້ອງຖະໜົນ ທັງໝົດໃນເດືອນເມສາ ທີ່ຜ່ານມານີ້ 710 ຄັ້ງ ທຽບໃສ່ໄລຍະດຽວກັນ ຂອງປີກາຍ ແມ່ນເພີ່ມຂຶ້ນ 161 ຄັ້ງ, ເຮັດໃຫ້ມີຜູ້ເສຽຊີວິດຍ້ອນ 96 ຄົນ. ໃນນັ້ນ ເປັນຍິງ 35 ຄົນ, ມີຜູ້ບາດເ ຈັບ 1,167 ຄົນ, ປີກາຍ 249 ຄົນ ຍານພາຫານະ ເປ່ເພ 1,269 ຄັນ ຄືເປ່ເພເພີ່ມຂຶ້ນ 310 ຄັນ. ສະເພາະໃນນະຄອນ ຫລວງວຽງຈັນ ໃນເດືອນເມສາ ທີ່ຜ່ານມາ ເກີດອຸບັດຕິເຫດ 97 ຄັ້ງ, ມີຜູ້ເສຽຊີວິດ 12 ຄົນ, ໄດ້ຮັບບາດເຈັບ 118 ຄົນ, ອີງຕາມລາຍງານ ຂອງກົມຕໍາລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ.

ສະເພາະໄລຍະບຸນປີໃໝ່ລາວ ແຕ່ວັນທີ 11 ຫາວັນທີ 17 ເມສາທີ່ຜ່ານມາ ມີອຸບັດຕິເຫດທົ່ວປະເທດທັງໝົດ 316 ຄັ້ງ ຫາກທຽບໃສ່ຊ່ວງດຽວກັນຂອງປີກາຍ ຖືວ່າຫລຸດລົງ 26 ຄັ້ງ ແລະມີຜູ້ເສຽຊີວິດ 33 ຄົນ ໃນນັ້ນເປັນຍິງ 4 ຄົນ, ມີຜູ້ບາດເຈັບ 594 ຄົນ ທຽບໃສ່ປີກາຍຫລຸດລົງ 17 ຄົນ ແລະມີພາຫານະເປ່ເພ 567 ຄັນ ຫລຸດລົງ 22 ຄັນ ທຽບໃສ່ໄລຍະດຽວກັນຂອງປີກາຍ.

ກ່ຽວກັບເລື່ອງນີ້ ຄົນຂັບແທັກຊີ ຢູ່ເມືອງຈັນທະບູລີ ນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າເຖິງອຸບັດຕິເຫດ ທີ່ເກີດຂຶ້ນນັ້ນວ່າ ຫລາຍແທ້, ສາເຫດຫລັກ ແມ່ນມາຈາກການບໍ່ປະຕິບັດຕາມກົດຈະລາຈອນ ແລະການເມົາແລ້ວຂັບ ຊຶ່ງມີທັງກໍລະນີ ລົດໃຫຍ່ຕໍາລົດໃຫຍ່, ລົດໃຫຍ່ຕໍາລົດຈັກ ແລະລົດຈັກຕໍາລົດຈັກ. ແລະເຖິງແມ່ນວ່າ ຕໍາຫລວດ ຈະຕັ້ງດ່ານປ້ອງກັນ ແລະສະກັດກັ້ນບໍ່ໃຫ້ເກີດອຸບັດຕິເຫດຢູ່ເລື້ອຍໆ ໂດຍສະເພາະ ໃນໄລຍະເທດສະການສໍາຄັນ ແຕ່ການບັງຄັບໃຊ້ກົດໝາຍ ລົງ ໂທດຜູ້ກະທໍາຜິດ ກໍຍັງບໍ່ເຄັ່ງຄັດພໍເທົ່າໃດ, ມີພຽງການຕັກເຕືອນ ແລະກວດເອກກະສານ, ຫາກມີເອກະສານຄົບ ກໍຈະປ່ອຍຜູ້ຂັບຂູ່ລົດນັ້ນໄປ, ຍັງບໍ່ມີການບັງຄັບໃຫ້ເປົ່າເຄື່ອງວັດແທກເຫລົ້າ ຊຶ່ງອາດຈະຊ່ວຍຫລຸດຜ່ອນ ອຸ ບັດຕິເຫດນັ້ນໄດ້.

ດັ່ງທີ່ທ່ານເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ພຶດສະພານີ້ວ່າ:

ຍັງຫລາຍໆ ການເກີດອຸບັດຕິເຫດຂອງລົດສ່ວນບຸກຄົນຫັ້ນ ແມ່ນຍ້ອນວ່າ 1. ຄວາມປະໝາດ 2 ມາແມ່ນເມົາແລ້ວຂັບ ຖ້າຢາກສິຫລຸດຜ່ອນກໍຕ້ອງປະຕິບັດກົດລະບຽບ. 2 ມາກໍເມົາແລ້ວບໍ່ຂັບ ຫລັກໆມັນເມົາແລ້ວຂັບແດ່ຢູ່ລາວ ຄັນສົມມຸດວ່າມີການຕັ້ງດ່ານແລ້ວ ສ່ວນຫລາຍຈະຫລຸດ ຜ່ອນໄດ້ຫລາຍເຕີບຢູ່ ແຕ່ວ່າມີແຕ່ຕັ້ງດ່ານກວດເອກກະສານຈັ່ງຊີ້ມັນກໍບໍ່ຫລຸດຜ່ອນປານໃດດອກ.

ແລະຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ຊາວບ້ານໜອງພະຍາ ກໍເວົ້າເຖິງອຸບັດຕິເຫດ ທີ່ເກີດຂຶ້ນຕາມທ້ອງຖະໜົນວ່າ ມີຫລາຍຄືກັນ ຍ້ອນຜູ້ຂັບຂີ່ລົດ ບໍ່ປະຕິບັດຕາມກົດຈະລາຈອນ ເປັນຕົ້ນ ຂັບລົດໄວ, ຂັບລົດຜ່າໄຟແດງ ແລະວ່າ ການປູກຝັງຈິດສໍານຶກ ໃຫ້ປະຊາຊົນ ເລື່ອງການຂັບຂີ່ລົດ ຈະຊ່ວຍໃຫ້ມີການປະຕິບັດກົດຈະລາຈອນຫລາຍຂຶ້ນ.

ການລ່ວງກົດຈະ ລາຈອນກໍ ບໍ່ເຄົາລົບກົດຈະລາຈອນຫັ້ນແຫລະ ແມ່ນ ໄປທາງໃດກໍໄປຫັ້ນແຫລະ ສ່ວນຫລາຍກໍມັກຍ້ອນສອນຄັນແມ່ນລົດຈັກ ຜ່າໄຟແດງຫັ້ນແຫລະ ຈິງໆ ມັນກໍມີຄົບແລ້ວ ປ້າຍຫ້າມອີ່ຫຍັງແລ່ນຫວອກແລ່ນໄວ ບ່ອນກໍາໜົດໃຫ້ລ້ຽວມັນກໍມີເບິດແລ້ວ ຕ່າງແຕ່ວ່າຄົນເຮົາທີ່ວ່າຂັບຂີ່ຕາມຖະໜົນຫັ້ນນ່າ ມັນບໍ່ເຄົາລົບຊື່ໆ ຄັນປູກຝັງຈິດສໍານຶກແນວນັ້ນມັນກໍຈະຄ່ອຍໝົດໄປ.

ຢູ່ນະຄອນປາກເຊ ແຂວງຈໍາປາສັກ ເຈົ້າໜ້າທີ່ກູ້ໄພທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ພຶດສະພານີ້ ເຖິງຊ້ວງເທດສະການປີໃໝ່ລາວ ທີ່ເກີດອຸ ບັດຕິເຫດຫລາຍກວ່າຊ້ວງອື່ນໆນັ້ນ ແມ່ນເປັນຍ້ອນມີລົດສັນຈອນໄປມາຫລາຍກວ່າປົກກະຕິ. ສະເພາະແຕ່ວັນທີ 11 ຫາວັນທີ 17 ເມສາທີ່ຜ່ານມາ ຢູ່ແຂວງ ຈໍາປາສັກ ມີອຸບັດຕິເຫດຕາມທ້ອງຖະໜົນ 39 ຄັ້ງ ຊຶ່ງມີທັງລົດຈັກ ແລະລົດໃຫຍ່ກໍ່ຂຶ້ນ ແລະຜູ້ຂັບຂີ່ ສ່ວນຫລາຍເປັນຜູ້ຊາຍ ອາຍຸ 20 ປີ, 20 ປາຍປີ.

ມີຫລາຍຢູ່ ເມົາແລ້ວຂັບ ບາງເທື່ອກໍລົ້ມເອງ ລົດໃຫຍ່ກໍເມົາມາແລ້ວກໍຂັບຊວງສົງການນີ້ຫລາຍ ສ່ວນຫລາຍມີແຕ່ໄວລຸ້ນປະມານ 20 ປາຍ ສ່ວນຫລາຍມີແຕ່ຜູ້ຊາຍ ຢູ່ນີ້ຫລາຍຊ້ວງມີງານ ມີງານບຸນ.

ແລະຢູ່ແຂວງວຽງຈັນ ເຈົ້າໜ້າທີ່ຕໍາລວດຈະລາຈອນ ຢູ່ແຂວງນີ້ຜູ້ນຶ່ງ ກໍເວົ້າເຖິງອຸບັດຕິເຫດ ທີ່ເກີດຂຶ້ນຕາມທ້ອງຖະໜົນວ່າ ສ່ວນຫລາຍ ແມ່ນເກີດຈາກການເມົາແລ້ວຂັບ ແລະການບໍ່ປະຕິບັດກົດຈະລາຈອນ ເປັນຕົ້ນ ແມ່ນການປ່ຽນທາງຢ່າງກະທົນຫັນ, ຜູ້ຂັບຂີ່ບໍ່ເປີດໄຟທ້າຍສັນຍານ ກ່ອນທີ່ຈະລ້ຽວ. ຖະໜົນທີ່ເກີດເຫດ ສ່ວນຫລາຍ ເປັນຖະໜົນທາງຢາງດີ ແລ່ນລົດໄວ.

ອາຍຸຂອງຜູ້ຂັບຂີ່ ສ່ວນຫລາຍ ແມ່ນແຕ່ 18 ປີຫາ 35 ປີ. ຊ່ວງເວລາ ທີ່ເກີດອຸບັດຕິເຫດຫລາຍທີ່ສຸດ ຄືແຕ່ 5 ໂມງແລງ ຫາ 9 ໂມງແລງ. ເຖິງບໍ່ມີເຄື່ອງກວດແທກເຫລົ້າ ແຕ່ຖ້າຕໍາຫລວດຈະ ລາຈອນ ກວດພົບເຫັນ ຜູ້ທີ່ດື່ມເຫລົ້າເມົາແລ້ວຂັບ ຜູ້ນັ້ນຈະຖືກກັກຕົວ ໄວ້ດ່ານ ໃຫ້ຊ່ວງເມົາກ່ອນຈຶ່ງໄປ.

ຢ່າງໃດກໍຕາມ ເຈົ້າໜ້າທີ່ ກໍໄດ້ລົງກວດກາ ຕັ້ງດ່ານສະກັດກັ້ນ ແລະພົບວ່າ ອຸບັດຕິເຫດ ທີ່ເກີດຂຶ້ນນັ້ນ ສ່ວນຫລາຍ ແມ່ນຍ້ອນການດື່ມ ຫລືເສບສິ່ງມືນເມົາ ແລະປ່ຽນທິດແລ່ນລົດ ແບບບໍ່ຖືກຈະລາຈອນ.

ດັ່ງເຈົ້າໜ້າທີ່ຕໍາລວດຈະ ລາຈອນ ທ່ານດຽວກັນນີ້ ກ່າວຕື່ມວ່າ:

ນຶ່ງກໍຄືດື່ມສິ່ງມືນເມົາເນາະ 2 ມາກໍປ່ຽນທິດ ບໍ່ຖືກລະບຽບສັນຈອນຫັ້ນນ່າ ຊ້ວງເທດສະການພັດບໍ່ເກີດຫລາຍເດ້ ເພາະວ່າຊ້ວງເທດສະການນີ້ 1 ສະ ຖານທີ່ປ້ອມ ເຈົ້າໜ້າທີ່ເຮົາລົງກວດກາຫລາຍ ນັກຂັບຂີ່ມີສະຕິ ຄົນຫລາຍ ລົດກໍຄ່ອຍໆແລ່ນ ແຕ່ລະຄົນເຂົາກໍວ່າ ຊ້ວງນີ້ປີໃໝ່ ລົດຫລາຍ ເມົາ ບາງຄົນເຂົາກໍບໍ່ໄປເລີຍ.”

ໃນຊ່ວງບຸນປີໃໝ່ລາວ ແຕ່ວັນທີ 11 ຫາວັນທີ 17 ເມສາທີ່ຜ່ານມາ ແຂວງທີ່ເກີດອຸບັດຕິເຫດຫລາຍທີ່ສຸດ ແມ່ນແຂວງວຽງຈັນ ທີ່ເກີດອຸບັດຕິເຫດ 43 ຄັ້ງ, ແຂວງຈໍາປາສັກ ເກີດອຸບັດຕິເຫດ 39 ຄັ້ງ ແລະນະຄອນຫລວງວຽງຈັນ 37 ຄັ້ງ. ສ່ວນແຂວງ ທີ່ມີຜູ້ເສຽຊີວິດຫລາຍກວ່າໝູ່ ແມ່ນແຂວງວຽງຈັນ ແລະແຂວງຫລວງພະບາງ ທີ່ມີຜູ້ເສຽຊີວິດແຂວງລະ 5 ຄົນ ແລະນະຄອນຫລວງວຽງຈັນ ເສຽຊີວິດ 4 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.