ເກີດອຸບັດຕິເຫດ ຣົຖຕູ້ຄົນງານລາວ ຕຳຣົຖ 10 ລໍ້ ຢູ່ປະເທດໄທຍ

ໄຊຍາ
2024.02.09
ເກີດອຸບັດຕິເຫດ ຣົຖຕູ້ຄົນງານລາວ ຕຳຣົຖ 10 ລໍ້ ຢູ່ປະເທດໄທຍ ຣົຖຕູ້ຄົນງານລາວ ທີ່ເກິດອຸບັດຕິເຫດ ຢູ່ແຂວງສະເຊິງເຊົາ ປະເທດໄທຍ, ວັນທີ 7 ກຸມພາ 2024.
ຂໍຂອບໃຈພາບຈາກເພຈເຟສບຸກຄ໌ ທີ່ນີ້ແປດຣີ້ວ

ໃນເວລາປະມານ 3 ໂມງ 30 ນາທີຕອນເຊົ້າ ຂອງວັນທີ 7 ກຸມພາ 2024 ທີ່ຜ່ານມາ, ເກີດອຸບັດຕິເຫດ ຣົຖຕູ້ໂດຍສານ ທີ່ພາຊາວລາວໄປຈ້ຳກາໜັງສືຜ່ານແດນ ຕຳທ້າຍກັບຣົຖບັນທຸກ 10 ລໍ້ ຢູ່ທາງຫຼວງເລຂທີ 304 ເຂດບ້ານທຸ່ງຣວງທອງ ຕາແສງເມືອງໃໝ່ ເມືອງຣາຊະສານ ແຂວງສະເຊິງເຊົາ ປະເທດໄທຍ ເຮັດໃຫ້ມີຜູ້ບາດເຈັບ ຢູ່ທີ່ເກີດເຫດ 16 ຄົນ, ເປັນຊາຍຊາວລາວ 12 ຄົນ, ຍິງຊາວລາວ 3 ຄົນ ແລະຄົນຂັບຣົຖຕູ້ ເປັນຊາຍຊາວໄທຍ 1. ໂດຍມີຜູ້ບາດເຈັບຊາວລາວ 3 ຄົນ ຖືກຣົຖບີບອັດຢ່າງຮຸນແຮງ ເຈົ້າໜ້າທີ່ກູ້ໄພ ຕ້ອງໄດ້ໃຊ້ອຸປະກອນຕັດຖ່າງເຫຼັກ ເພື່ອນຳເອົາຮ່າງຜູ້ບາດເຈັບອອກມາ.

ທັງນີ້, ເຈົ້າໜ້າທີ່ກູ້ໄພ ຈາກສະມາຄົມ ພຸທະອຸປະຖັມ ແຫ່ງປະເທດໄທຍ ສາຂາພະນົມສາຣະຄາມ ໄດ້ນຳສົ່ງຄົນເຈັບທັງໝົດ ໄປຍັງໂຮງໝໍເມືອງຣາຊະສານ 11 ຄົນ ແລະສົ່ງຄົນເຈັບສາຫັດອີກ 4 ຄົນ ໄປຍັງໂຮງໝໍເມືອງພະນົມສາຣະຄາມ ແຂວງສະເຊີງເຊົາ. ຊຶ່ງຕໍ່ມາ ມີຄົນເຈັບສາຫັດເພດຍິງ ເສັຽຊີວິດ 1 ຄົນ ຂະນະທີ່ຄົນຂັບຣົຖ ໄດ້ຮັບບາດເຈັບທີ່ຫົວ.

ດັ່ງທີ່ ເຈົ້າໜ້າທີ່ກູ້ໄພ ກ່າວຕໍ່ສື່ມວນຊົນຂອງໄທຍ ຕອນນຶ່ງວ່າ:

(ພາສາໄທຍ) ຜູ້ໄດ້ຮັບບາດເຈັບສາຫັດ ກໍນຳສົ່ງໂຮງພະຍາບານ ພະນົມສາຣະຄາມ ເປັນຊາຍ 3 ຄົນ ຍິງ 1 ຄົນ. ແລະກະອີກ 11 ຄົນ ນຳສົ່ງໂຮງພະຍາບານ ຣາຊະສານ. ໃນເວລາຕໍ່ມາ, ກໍໄດ້ຮັບແຈ້ງຂໍ້ມູນເພີ່ມເຕີມວ່າ ທີ່ບາດເຈັບສາຫັດ 4 ຄົນຫັ້ນ, ນຶ່ງໃນ 4 ຄົນ ກໍໄດ້ເສັຽຊີວິດ 1 ຄົນ ຢູ່ໂຮງພະຍາບານພະນົມສາຣະຄາມ ເປັນຍິງ.”

ອີງຕາມຄຳໃຫ້ການ ຂອງຄົນຂັບຣົຖຕູ້ ລະບຸວ່າ ຣົຖຕູ້ຄັນດັ່ງກ່າວ ເດີນທາງພາຊາວລາວ ຈຳນວນ 15 ຄົນ ຈາກນະຄອນຫຼວງບາງກອກ ໄປຈ້ຳກາໜັງສືຜ່ານແດນ ທີ່ດ່ານສາກົລຄຼອງລຶກ ແຂວງສະແກ້ວ ຕິດຕໍ່ກັບດ່ານສາກົລປອຍເປດ ແຂວງບັນເຕັຽມຽນເຈີຍ ປະເທດກັມພູຊາ ເພື່ອສືບຕໍ່ຢູ່ໄທຍອີກ 30 ວັນ. ເມື່ອມາຮອດຈຸດເກີດເຫດ ພົບຣົຖສິບລໍ້ບັນທຸກໄກ່ພັນ ແລ່ນສ່າຍໄປມາ ບໍ່ມີສັນຍານໄຟທ້າຍ ແລ້ວຣົຖບັນທຸກປ່ຽນເລນກະທັນຫັນ ເຮັດໃຫ້ຣົຖຕູ້ ຕຳທ້າຍຣົຖບັນທຸກ ຢ່າງເຕັມແຮງ.

ທັງນີ້, ໃນສື່ສັງຄົມອອນລາຍນ໌ ຂອງລາວ ຈຳນວນນຶ່ງ ໄດ້ມີການລະບຸວ່າ ມີຜູ້ເສັຽຊີວິດເປັນເພດຊາຍ ຊຶ່ງເປັນຊາວແຂວງສວັນນະເຂດນັ້ນ. ວິທຍຸເອເຊັຽເສຣີ ໄດ້ກວດສອບກັບເຈົ້າໜ້າທີ່ ກ່ຽວຂ້ອງ ເບື້ອງໄທຍແລ້ວ ໃຫ້ການຢັ້ງຢືນວ່າ ຜູ້ເສັຽຊີວິດ 1 ຄົນ ແມ່ນເພດຍິງ ແຕ່ບໍ່ໄດ້ມີການລະບຸວ່າ ເປັນຊາວແຂວງໃດ.

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ໂຮງໝໍເມືອງພະນົມສາຣະຄາມ ແຂວງສະເຊິງເຊົາ ປະເທດໄທຍ ຊຶ່ງທາງໂຮງໝໍ ບໍ່ສາມາດໃຫ້ຄົນລະອຽດ ກ່ຽວກັບອາການຂອງຄົນເຈັບໄດ້ ຍ້ອນເປັນການປົກປ້ອງສິດຂອງຄົນເຈັບ ຕາມກົດໝາຍ.

ທາງດ້ານ ຄົນງານລາວ ຢູ່ປະເທດໄທຍ ນາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ກ່າວວ່າ ນາງເລືອກທີ່ຈະເດີນທາງໄປຈ້ຳກາໜັງສືຜ່ານແດນ ໂດຍຣົຖໄຟ ເພື່ອໄປດ່ານສາກົລຄຼອງລຶກ-ປອຍເປດ ຊຶ່ງນາງວ່າ ມີຄວາມປອດໄພຫຼາຍກວ່າ ແລະບໍ່ແອອັດ. ເຖິງແມ່ນວ່າ, ຈະຕ້ອງໄດ້ໃຊ້ເວລາຫຼາຍຂຶ້ນ ກວ່າການເດີນທາງ ດ້ວຍຣົຖຕູ້ກໍຕາມ.

ດັ່ງທີ່ນາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ກຸມພາ 2024 ນີ້ວ່າ:

ມັນກະບໍ່ໄດ້ແອອັດ ແລະອີກຢ່າງກະແບບ ມັນສະບາຍໃດ. ມັນເປັນຣົຖໄຟພັດລົມເນາະ. ມັນກະມີໜ້າຕ່າງ ອາກາດມັນກະປອດໂປ່ງ. ແລະທີ່ສຳຄັນມັນກະ ມັນບໍ່ອັນຕະຄົນຫັ້ນນ່າ ມັນປອດໄພ ມັນກະຊິອັ່ນ ໃຊ້ເວລາດົນແນ່ ເພາະວ່າຣົຖໄຟມັນຂີ່ອ້ອມເມືອງຫັ້ນນ່າ ປະມານ 4 ຊົ່ວໂມງ.”

ນາງກ່າວຕື່ມວ່າ ສຳລັບຄ່າໃຊ້ຈ່າຍ ໃນການຈ້ຳກາ ດ່ານໄທຍ ບໍ່ເສັຽຄ່າໃຊ້ຈ່າຍ ຂະນະທີ່ ດ່ານກັມພູຊາ ແມ່ນເສັຽເງິນ 850 ບາທ.

ທາງດ້ານ ຄົນງານລາວ ອີກນາງນຶ່ງ ກ່າວວ່າ ນາງກໍຕ້ອງໄປຈ້ຳກາໜັງສືຜ່ານແດນ ທຸກ 30 ວັນຄືກັນ ແຕ່ນາງເລືອກທີ່ຈະໄປຈ້ຳກາ ຢູ່ທີ່ດ່ານສາກົລບ້ານຜັກກາດ ແຂວງຈັນທະບູຣີ ຍ້ອນວ່າມີຄ່າໃຊ້ຈ່າຍ ທີ່ດ່ານເບື້ອງກັມພູຊາ ຖືກກວ່າໄປດ່ານອື່ນ.

ດັ່ງທີ່ນາງ ກ່າວວ່າ.

ມີແຕ່ພາສປອດເຈົ້າ. ແມ່ນເຈົ້າ, ດົນເຕີບຢູ່ເຈົ້າ. ໄປຕໍ່ຢູ່ (ແຂວງ) ຈັນທະບູຣີເຈົ້າ.”

ຂະນະທີ່ ຄົນງານລາວ ອີກນາງນຶ່ງ ກ່າວວ່າ ນາງໂຊກດີທີ່ໄດ້ຮັບໃບອະນຸຍາດເຮັດວຽກ ປະເພດບັດສີບົວ ໃນໄລຍະທີ່ເກີດການແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ນາງບໍ່ຈໍາເປັນຕ້ອງໄດ້ໄປຈໍ້າກາ ໜັງສືຜ່ານແດນ ແລະສາມາດເຮັດວຽກຢູ່ໃນປະເທດໄທຍ ໄດ້ຮອດເດືອນກຸມພາ ປີ 2025.

ດັ່ງທີ່ນາງ ກ່າວວ່າ:

(ພາສາໄທຍ) ກໍມີບັດເຮັດວຽກເຈົ້າ. ເພາະວ່າເຮັດທີ່ບາງກອກ ບໍ່ໄດ້ກັບຄືນໄປວຽງຈັນ. ຊ່ວງໂຄວິດ, ໜ້າຈະແມ່ນ ບັດສີຊົມພູ (ສີບົວ). (ຢູ່ຮອດ) ເດືອນກຸມພາປີໜ້າ.”

ທັງນີ້, ຄົນງານລາວທີ່ເຂົ້າມາເຮັດວຽກຢູ່ໄທຍ ໃນລັກສະນະທີ່ຕ້ອງໄປຈ້ຳກາໜັງສືຜ່ານແດນ ປະເພດນັກທ່ອງທ່ຽວ ແມ່ນຖືວ່າຜິດກົດໝາຍ ເຊິ່ງ ຣັຖບານໄທຍ ກໍໄດ້ມີການຜ່ອນຜັນໃຫ້ຄົນງານລາວກຸ່ມນີ້ ສາມາດຂໍໃບອະນຸຍາດເຮັດວຽກ ໃນຮູບແບບສັນຍາ MOU ໂດຍມີຄ່າໃຊ້ຈ່າຍຕົກຢູ່ທີ່ປະມານຜູ້ລະ 15,000-20,000 ບາທ ໄດ້ຮັບອະນຸຍາດເຮັດວຽກ 2 ປີ ແລະຕ້ອງຄົນງານໂຕກັບເຈົ້າໜ້າທີ່ ທຸກໆ 90 ວັນ. ຊຶ່ງຄົນງານລາວ ທີ່ຕ້ອງການເຮັດ MOU ຈະຕ້ອງມີໄລຍະເວລາອະນຸຍາດໃນໜັງສືຜ່ານແດນ ເຫຼືອຢູ່ ບໍ່ດັ່ງນັ້ນຈະຖືກປັບໃໝຕາມລະບຽບກົດໝາຍ ຂອງໄທຍ.

ດັ່ງທີ່ ເຈົ້າໜ້າທີ່ບໍຣິສັດຈັດຫາງານແຫ່ງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

(ພາສາໄທຍ) ຄັນເປັນຄົນລາວນີ້ ເຮັດ MOU ນີ້ຖືກສຸດແລ້ວ ແຕ່ MOU ລາວນີ້ ຂໍໃຫ້ວີຊ້າທ່ອງທ່ຽວບໍ່ຂາດ ຈະຖືກ. ແຕ່ຖ້າວີຊ້າທ່ອງທ່ຽວຂາດເມື່ອໃດ ຄ່າໃຊ້ຈ່າຍເພີ່ມຂື້ນຕຶ່ມອີກ 8,000 ບາທເລີຍ ປິດຍ້ອນຫຼັງ ເພື່ອໃຫ້ວີຊ້າຂອງເຂົາເຈົ້າບໍ່ຂາດ.”

ທີ່ຜ່ານມາ, ຄົນງານລາວຈຳນວນຫຼາຍ ເລືອກທີ່ຈະເດີນທາງເຂົ້າມາເຮັດວຽກ ໃນປະເທດໄທຍ ຍ້ອນສະພາບເສຖກິຈ-ການເງິນ ຢູ່ລາວຝືດເຄືອງຢ່າງຮຸນແຮງ ແລະບັນຫາເງິນເຟີ້ ຊຶ່ງສ່ວນຫຼາຍ ຄົນງານລາວ ຍັງເຂົ້າມາເຮັດວຽກ ໂດຍໃຊ້ການຈ້ຳກາ ໜັງສືຜ່ານແດນ ປະເພດນັກທ່ອງທ່ຽວ ຍ້ອນວ່າມີຄ່າໃຊ້ຈ່າຍ ທີ່ຖືກກວ່າການຂໍໃບອະນຸຍາດເຮັດວຽກ ແລະສາມາດປ່ຽນແປງນາຍຈ້າງໄດ້ ສະດວກຫຼາຍກວ່າ, ແຕ່ກໍຈຳເປັນຕ້ອງໄດ້ເດີນທາງ ໄປຈ້ຳກາທີ່ດ່ານສາກົລລະຫວ່າງໄທຍ ກັບກັມພູຊາ ເປັນຕົ້ນ ດ່ານສາກົລຄຼອງລຶກ ແຂວງສະແກ້ວ, ດ່ານສາກົລບ້ານຜັກກາດ ແລະດ່ານສາກົລບ້ານແຫຼມ ແຂວງຈັນທະບູຣີ ຍ້ອນເປັນດ່ານຢູ່ໃກ້ ກັບນະຄອນຫຼວງບາງກອກ ແລະບັນດາແຂວງເສຖກິຈ ພາກຕາເວັນອອກຂອງໄທຍ  ຊຶ່ງເປັນຈຸດທີ່ຄົນລາວ ໄປເຮັດວຽກຫຼາຍກວ່າໝູ່.

ດັ່ງນັ້ນ, ຈຶ່ງເຄີຍມີອຸປັດຕິເຫດ ໃນລັກສະນະດັ່ງກ່າວ ຫຼາຍເທື່ອ ເປັນຕົ້ນ ໃນວັນທີ 21 ມົກກະຣາ 2023, ເກີດເຫດຣົຖຕູ້ຂົນສົ່ງຄົນງານລາວ 2 ຄັນ ຕຳກັນ ຢູ່ທາງຫຼວງເລຂທີ 359 ເຂດບ້ານໂປ່ງສະເດົາ ຕາແສງເຂົາໄມ້ແກ້ວ ເມືອງກະບິນບູຣີ ແຂວງປຣາຈີນບູຣີ ເຮັດໃຫ້ມີຄົນເຈັບ 11 ຄົນ ສາຫັດ 4 ຄົນ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.