ຣັຖບານ ປາມປາບ ຂະບວນການຄ້າຢາເສບຕິດແທ້ ຫຼື ເປັນພຽງຮູບການ
2023.06.28

ເນື່ອງໃນວັນຕ້ານຢາເສບຕິດໂລກ ວັນທີ 26 ມິຖຸນານີ້ ທ່ານ ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ກ່າວວ່າ ຣັຖບານຍັງສືບຕໍ່ ປະຕິບັດຕາມວາຣະແຫ່ງຊາຕ ວ່າດ້ວຍການປາບປາມຢາເສບຕິດຢ່າງເຂັ້ມງວດ, ແຕ່ປະຊາຊົນລາວ ຫລາຍຄົນຍັງເຫັນວ່າ ການປາບປາມຢາເສບຕິດ ທີ່ວ່ານັ້ນ ແທບຈະບໍ່ມີຜົລເລີຍ, ເຮັດເອົາຮູບການ ແລະເປັນຂະບວນການຊື່ໆ, ຍັງບໍ່ເຄັ່ງຄັດ, ຈັບໄດ້ແຕ່ຜູ້ຂາຍຍ່ອຍ.
ດັ່ງຊາວບ້ານຜູ້ນຶ່ງ ຢູ່ແຂວງບໍຣິຄໍາໄຊ ໄດ້ກ່າວຕໍ່ວິທຍຸ ເຊັຽ ເສຣີ ໃນມື້ວັນທີ 27 ມິຖຸນານີ້ວ່າ:
“ມັນແທບຈະບໍ່ ມີຜົລເລີຍ ເຮັດເປັນແບບຮູບການຊື່ໆ ໃຫ້ມັນເປັນຂະບວນການ ຈັດຮູບໃຫ້ມັນງາມໆຊື່ໆ ຖ້າຖາມແກ້ໄຂ ມັນຍາກ ຖ້າຣັຖບານບໍ່ເຄັ່ງຄັດດີໆ ບໍ່ໄດ້ ມີຈັບໄດ້ກໍມີແຕ່ຈັບໄດ້ ຕົວເອເຈັນນ້ອຍໆ ແຕ່ຕົວເອເຈັນໃຫຍ່ໆຍັງບໍ່ໄດ້.”
ທ່ານກ່າວຕື່ມວ່າ ປັດຈຸບັນ ລາຄາຢາເສບຕິດ ຖືກລົງຫລາຍ, ມີການຊື້-ຂາຍກັນງ່າຍຂຶ້ນ ແລະຢາເສບຕິດຣະບາດ ທັງໃນຕົວເມືອງ ແລະເຂດນອກ.
“ມັນຖືກດຽວນີ້ຫັ້ນນ່າ ເພາະວ່າ 4 ປີກ່ອນ ເມັດນຶ່ງ 20 ພັນກີບ, ແຕ່ດຽວນີ້ 2 ເມັດ 5 ພັນກີບ ຕອນນີ້ແທບຈະຣະບາດຫລາຍຢູ່ລາວຫັ້ນນ່າ ຢາເສບຕິດ ມັນຈະຣະບາດ ສະເພາະຢູ່ຕ່າງແຂວງ. ຄັນຕົວເມືອງນີ້ເຣື່ອງຢາ ແບບພວກມັນຈະປາຕີ້ ຫັ້ນນ່າ. ອັນນັ້ນກໍຣະບາດຢູ່ໃນຕົວເມືອງ.”
ຊາວບ້ານ ຢູ່ໃນນະຄອນຫລວງວຽງຈັນ ຜູ້ນຶ່ງກໍເວົ້າວ່າ ຢູ່ລາວມີຄົນ ເສບຢາເສບຕິດຫລາຍ, ສ່ວນຫລາຍແມ່ນຢູ່ເຂດນອກ ຫ່າງໄກ ແລະຢູ່ແຂວງຕ່າງໆ ກໍມີຄົນເສບຢາເສບຕິດຫລາຍ.
“ມີໆ ສ່ວນຫລາຍຢູ່ເຂດນອກ. ຄົນແບບວ່າຢູ່ຫ່າງໄກສອກຫລີກ, ມັນຢູ່ແຖວນອກໆ ຢູ່ຕ່າງແຂວງມັນກໍຍັງມີຄົນເສບຫລາຍ ຄົນກິນຫລາຍ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ພາຍຫລັງທີ່ໄດ້ຈັດຕັ້ງປະຕິບັດ ແຜນວາຣະແຫ່ງຊາຕ ວ່າດ້ວຍການປາບປາມຢາເສບຕິດ ນັ້ນ ກໍເຮັດໃຫ້ການເສບ ແລະການຂາຍຢາເສບຕິດດຽວນີ້ ຫລຸດລົງ ເມື່ອທຽບໃສ່ໄລຍະກ່ອນໜ້ານັ້ນ.
“ບາດນີ້ເຮົາຈັດຕັ້ງວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມັນກໍຫລຸດລົງແລ້ວດຽວນີ້ ທັງການຂາຍ, ການເສບ ມັນກໍຫລຸດແດ່. ລົງໆ ລົງໂຄສະນາຜົລຮ້າຍ ຂອງຢາເສບຕິດ ໄດ້ລົງໂຄສະນາຕາມໂຮງຮຽນ, ຕາມສະຖາບັນ. ສຶກສາອົບຮົມເປົ້າໝາຍ ພວກມົ້ວສຸມ ຢາເສບຕິດ ດຽວນີ້ກໍຍັງລົງຢູ່ບ້ານໃດທີ່ບໍ່ແລ້ວ.”
ຢູ່ແຂວງຫົວພັນ ນັບຕັ້ງແຕ່ໄດ້ມີການປະຕິບັດ ແຜນວາຣະແຫ່ງຊາຕ ວ່າດ້ວຍການປາບປາມ ຢາເສບຕິດມານີ້ ກໍມີການຈັບກຸມພວກຄ້າຂາຍຢາເສບຕິດ ໄດ້ຫລາຍຂຶ້ນ, ເມື່ອຈັບໄດ້ກໍດໍາເນີນຄະດີ ແລະໄດ້ນໍາພວກຕິດຢາເສບຕິດ ໄປບໍາບັດ, ແຕ່ຢາເສບຕິດ ກໍຍັງຣະບາດຄ້ອນຂ້າງຫລາຍຢູ່, ຢາເສບຕິດສ່ວນຫລາຍຈະມາຈາກ ເຂດສາມຫລ່ຽມຄໍາ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວວ່າ:
“ແຫລ່ງມັນ ມາຈາກສາມຫລ່ຽມພຸ້ນນະ ຍ້ອນວ່າເຮົາເລັ່ງເອົາໃຈໃສ່ ແຕ່ບັນຫາຢາເສບຕິດ ເນື່ອງຈາກວາຣະແຫ່ງຊາຕ ເຮັດໃຫ້ຄະດີທີ່ເກີດຂຶ້ນ ເພີ່ມຂຶ້ນເນາະ ກໍມີແຕ່ວ່າຈັບຕົວມາດໍາເນີນຄະດີນີ້ແຫລະ ຜູ້ໃດຕົກເປັນຜູ້ເຄາະຮ້າຍ ເຮົາກໍນໍາໄປບໍາບັດເນາະ ການສະກັດກັ້ນນີ້ ມີການລົງໂຄສະນາເນາະ ນີ້ເຮົາກໍມີແຜນໂຄສະນາບ່ອນອື່ນ ແຕ່ຄືຮູ້ນໍາກັນວ່າ ບໍ່ມີງົບປະມານຕອບສນອງເນາະ.”
ທ່ານກ່າວຕື່ມວ່າ ໃນການສະກັດກັ້ນຢາເສບຕິດນັ້ນ ກໍໄດ້ມີການໂຄສະນາເຜີຍແພ່ລະບຽບກົດໝາຍທີ່ກ່ຽວຂ້ອງ ແລະຜົລຮ້າຍຂອງຢາເສບຕິດ ໃນກຸ່ມເປົ້າໝາຍ ຄືໂຮງຮຽນ ແລະມີແຜນທີ່ຈະຂຍາຍໄປບ່ອນອື່ນໆອີກ ແຕ່ຍັງຂາດເຂີນງົບປະມານ ຈຶ່ງຍັງປະຕິບັດບໍ່ທັນໄດ້.
ສໍາລັບຢູ່ແຂວງບໍ່ແກ້ວ ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດການອົບຮົມ ໃຫ້ຄວາມຮູ້ເຣື່ອງຜົລຮ້າຍຂອງຢາເສບຕິດ ແກ່ນັກຮຽນ 300 ປາຍຄົນ ໃນມື້ວັນທີ 27 ມິຖຸນານີ້ ແລະໃນມື້ດຽວກັນນັັ້ນ ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ເມືອງຫົງສາ ແຂວງໄຊຍະບູຣີ ກໍໄດ້ສະກັດຈັບ ຜູ້ທີ່ລັກລອບຂົນຢາບ້າ ໄດ້ 6 ຄົນ ແລະຍຶດຢາບ້າ ຈໍານວນ 1,200,000 ເມັດ. ທັງ 6 ຄົນ ສາລະພາບວ່າ ໄດ້ຮັບຈ້າງຈາກຄົນໄທຍ ໃຫ້ຂົນຢາບ້າຈໍານວນດັ່ງກ່າວ ຈາກບ້ານປາງໄຮ ເມືອງຄອບ ແຂວງໄຊຍະບູຣີ ໄປນະຄອນຫລວງວຽງຈັນ.
ໃນມື້ວັນທີ 2 ມິຖຸນານີ້ ທີ່ຜ່ານມາ, ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ເມືອງຊ່ອນ ແຂວງຫົວພັນ ກໍໄດ້ຈັບຊາຍ 2 ຄົນ ທີ່ກໍາລັງເຄື່ອນຍ້າຍ ຢາບ້າຈໍານວນ 2,995 ເມັດ ແລະຄົ້ນພົບຢາບ້າ ໃນຕູ້ເຊັບຢູ່ເຮືອນຂອງຜູ້ກ່ຽວອີກ 1,005 ເມັດ.
ເມື່ອກ່ອນໜ້ານັ້ນ ຄືໃນມື້ວັນທີ 17 ພຶສພາ ທີ່ຜ່ານມາ ເຈົ້າໜ້າທີ່ສະກັດກັ້ນ ແລະປາບປາມ ຢາເສບຕິດຢູ່ແຂວງວຽງຈັນ ກໍຈັບເປົ້າໝາຍຊື້-ຂາຍ ຢາເສບຕິດໄດ້ 3 ຄົນ ພ້ອມຂອງກາງ ຢາບ້າຈໍານວນ17 120,000 ເມັດ.
ຣາຍງານຂອງອົງການ ສະຫະປະຊາຊາຕ ເພື່ອຕ້ານຢາເສບຕິດ ແລະອາຊຍາກັມ ຫລື UNODC ລະບຸວ່າ ໃນປີ 2022 ການຍຶດຢາໄອຊ໌ ຢູ່ ສປປ ລາວ ຫລຸດລົງ, ແຕ່ຍຶດຢາບ້າໄດ້ຫລາຍຂຶ້ນ ຄືຍຶດໄດ້ 143,991,200 ປາຍເມັດ ແລະຢາໄອຊ໌ 2,00209 ກິໂລປາຍ.