ໂຮງໝໍຣັຖ ຫຼາຍແຫ່ງ ຂາດງົບປະມານ ປິ່ນປົວຄົນເຈັບ
2023.07.20

ໂຮງໝໍ ຢູ່ແຂວງຄຳມ່ວນ, ສວັນນະເຂດ ແລະ ສາຣະວັນ ຂາດງົບປະມານ ເຮັດໃຫ້ຄົນເຈັບ ຕ້ອງໄດ້ຊື້ຢາດ້ວຍໂຕເອງ ແລະຍັງໄດ້ເກັບຄ່າບໍຣິການ ນຳຄົນເຈັບນຳອີກ.
ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສາຣະວັນ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 20 ກໍຣະກະດານີ້ວ່າ:
“ປະກັນສຸຂພາບ ບໍ່ທັນໃຫ້ເຮົາ. ແຕ່ງວດ 4 ປີ 2022 ພຸ້ນ, ເພິ່ນບໍ່ທັນເອົາເງິນມາໃຫ້ເຮົາ. ຈຸເຮົາມີບັນຫາບ່ອນວ່າ ດຽວນີ້ໂຮງໝໍເຮົາ ມັນເຣີ່ມຊິຂາດຢາ. ບໍຣິສັດ ບໍ່ສົ່ງຢາໃຫ້ເຮົາ ຍ້ອນເຮົາບໍ່ມີເງິນໃຫ້ເຂົາ. ບໍ່ຖອກເງິນໃຫ້ເຂົາເຈົ້າ. ຍ້ອນເຮົາບໍ່ໄດ້ເງິນຈາກຫ້ອງການປະກັນສຸຂພາບ ກະຊວງບໍ່ຖອກເງິນໃຫ້ເຮົາ ທັມມະດາ ເຮົາບໍ່ຕິດໜີ້ແລ້ວ ແຕ່ກ່ອນຄົນເຈັບບໍ່ໄດ້ຊື້ຢາ ຫາກໍມາເປັນແຕ່ວັນທີ 14 ກໍຣະກະດາ. ເຮົາຂາດຢາ.”
ທ່ານກ່າວຕື່ມວ່າ ກອງທຶນປະກັນສຸຂພາບ ເປັນພາກສ່ວນນຶ່ງ ຂອງກະຊວງສາທາຣະນະສຸຂ ທີ່ຈັດງົບປະມານ ແຕ່ລະປີ ໃຫ້ປະຊາຊົນ ເພື່ອຮັກສາສຸຂພາບ ແຕ່ວ່າງປາຍປີ 2022 ຜ່ານມາ ຣັຖບານມີງົບປະມານບໍພຽງພໍ ໃຫ້ກອງທຶນປະກັນສຸຂພາບ ຈຶ່ງເຮັດໃຫ້ໂຮງໝໍແຂວງສາຣະວັນ ແລະແຂວງອື່ນໆ ປະເຊີນກັບບັນຫາ ກອງທຶນປະກັນສຸຂພາບ ບໍ່ຈ່າຍເງິນໃຫ້ຕາມລາຍການຢາ ທີ່ໝໍໃຊ້ປົວພະຍາດ, ທາງໂຮງໝໍຈຶ່ງໃຫ້ຄົນເຈັບຊື້ຢາເອງ.
“ປະກັນສຸຂພາບ ພາກຣັຖເຮົານີ້ ເພິ່ນສນອງໃຫ້ເຮົາ ບໍ່ໄດ້ຕາມການໃຊ້ຈ່າຍ ຄືວຽງຈັນ ຄົນເຈັບຜູ້ນຶ່ງນອນໂຮງໝໍ ເຮົານີ້ຊິຈ່າຍ 4 ແສນກີບ. ເຈົ້າຊິປົວໝົດເທົ່າໃດ ກະຢ່າ ໃຫ້ສເລັ່ຽກັນ. ເມື່ອມັນເປັນແນວນັ້ນ ແຕ່ກ່ອນພວກເຮົາກໍຢູ່ໄດ້ ເພາະວ່າຢາບໍ່ແພງ. ໃນປັດຈຸບັນຢາມັນຂຶ້ນສາມເທົ່າ ຕາມເງິນໂດລ້າຣ໌ ແລະເງິນບາທ. ປະກັນສຸຂພາບເຮົາຈ່າຍ ຍັງຄືເກົ່າ. ແຕ່ກ່ອນ ເງິນຕື້ນຶ່ງເຄີຍຈ່າຍ 100 ລາຍການປົວ. ປັດຈຸບັນສາມດຈ່າຍໄດ້ແຕ່ 50 ລາຍການຈັ່ງຊີ້ນ່າ.”
ທີ່ແຂວງຄຳມ່ວນ ໃນວັນທີ 17 ກໍຣະກະດາ ຜ່ານມາ ເຈົ້າໜ້າທີ່ແຂວງຄຳມ່ວນ ຍັງຢືນຢັນວ່າ ໂຮງໝໍແຂວງຄຳມ່ວນ ຂາດຢາປິ່ນປົວຫລາຍຢ່າງ ເປັນຕົ້ນຢາປົວ ໄຂ້ຍຸງລາຍ (ໄຂ້ເລືອດອອກ) ທີ່ກຳລັງຣະບາດ ຢູ່ໃນເວລານີ້ ທາງໂຮງໝໍ ຈຳເປັນຕ້ອງໃຫ້ຄົນເຈັບ ຊື້ຢາເອງ ເພາະໂຮງໝໍ ມີຄົນເປັນໄຂ້ຍຸງລາຍຫລາຍ ເຮັດໃຫ້ຂາດຢາປີ່ນປົົວ.
ດັ່ງຍານາງເວົ້າວ່າ:
“ຢາປົວພະຍາດຂາດເຂີນຫລາຍ ຢູ່ແຂວງເຮົາ. ກໍແມ່ນຢາຕ້ານໄຂ້ຍຸງລາຍ. ແຕ່ກ່ອນຄົນໄຂ້ຍຸງລາຍ ມື້ນຶ່ງ 100 ຄົນ ກໍເພີ່ມຂຶ້ນ ເປັນມື້ລະ 200 ຄົນ. ດຽວນີ້ ພວກເຮົາກໍຍັງຄຸ້ມກັນໄດ້ຢູ່ ສຳລັບຢາທີ່ມີຢູ່ ແຕ່ວ່າ ຖ້າຢາໂຕໃດບໍ່ມີ ມັນຂາດກໍຊື້ເອົາເອງ.”
ສຸຂສາລາທ້ອງຖິ່ນ ຢູ່ເມືອງຕຸ້ມລານ ແຂວງສາຣະວັນ ບາງແຫ່ງຍັງຕິດໜີ້ຄ່າຢາເຖິງ 100 ລ້ານ ກີບ ທັ້ງໆ ທີ່ກ່ອນໜ້ານີ້ ບໍ່ເຄີຍຕີດໜີ້ມາກ່ອນ ເຮັດໃຫ້ຄົນເຈັບ ຕ້ອງໄດ້ໄປຊື້ຢາເອງ ຈົນມີຫາງສຽງປະຊາຊົນຄິດວ່າ ເຈົ້າໜ້າທີ່ເກັບງົບປະມານເງິນຊື້ຢາ ຈາກຣັຖບານເອົາໄວ້ໃຊ້ເອງ ຫລື ເອົາຢາໄປຂາຍໃຫ້ຄົນອື່ນ ແທນທີ່ຈະໃຫ້ປະຊາຊົນ ໃຊ້ຟຣີ. ເຈົ້າໜ້າທີ່ ທ້ອງຖິ່ນທີ່ເມືອງຕຸ້ມລານ ກ່າວວ່າ:
“ຂາດເປັນບາງຢ່າງ ບາງຊະນິດຂອງຢາ ເປັນອັກເສບປອດ, ອັກເສບກະເພາະ. ທ້ອງອຶດ, ທ້ອງຍຶ່ງ ຍັງພໍມີ ແຕ່ມີຫາງສຽງຢາກເວົ້າສຽດສີໃສ່ແພດ ໃສ່ໝໍເຮົານັ້ນວ່າ ໝູ່ເຮົານີ້ ເກັບເງິນ ຫລື ວ່າຂາຍຢຸກຂາຍຢາ ຂອງພັກ ຂອງຣັຖ ກໍໄດ້ອະທິບາຍເຂົາເຈົ້າ ມີຄວາມຈຳເປັນ ມັນບໍ່ແມ່ນຂາດແຕ່ສະເພາະໂຮງໝໍນ້ອຍ ໂຮງມໝໍໃຫຍ່ ກໍຂາດເຫມືອນກັນ.”
ປະຊາຊົນ ຢູ່ແຂວງຄຳມ່ວນ ທ່ານນຶ່ງກ່າວວ່າ ຕາມສະພາບໂຕຈິງ ຄົນເຈັບ ຕ້ອງໄດ້ໄປຊື້ຢາເອງ ເພື່ອປິ່ນປົວຕົນເອງ ທັ້ງໆ ຕາມນະໂຍາບາຍ ຂອງຣັຖບານ ໂຮງໝໍຣັຖຕ້ອງມີຢາໃຫ້ຄົນເຈັບທັມມະດາ ແຕ່ຖ້າມີພະຍາດຮ້າຍແຮງ ຈຶ່ງໃຫ້ໄປຊື້ຢາເອງ.
ທ່ານເວົ້າວ່າ:
“ກໍຊື້ເອງ. ຢາບໍ່ທ່ວງ ບໍ່ທັນ ມັນບໍ່ທັນໃຈ ມັນກໍຕ້ອງມີ ຄືກັນກັບເຮົາໄປຊື້ເຄື່ອງຢູ່ຕລາດ. ອັນນັ້ນມັນຕ້ອງມີ.”
ຫລ້າສຸດ ຜແນກສາທາຣະນະສຸຂ ແຂວງສວັນນະເຂດ ໄດ້ອອກແຈ້ງການແນະນຳ ໃຫ້ປະຊາຊົນຈ່າຍເງິນສົມທົບ ຄ່າກວດສຸຂພາບ ຢູ່ໂຮງໝໍແຂວງ, ໂຮງໝໍຊຸມຊົນ ແລະສຸຂສາລາ ນຳອີກ ຍ້ອນຢາປົວພະຍາດ, ອຸປະກອນການແພດ, ນ້ຳຢາເຄມີ ແລະອອກຊີເຈັນ ຂາດສາງ, ໂຮງໝໍມີໜີ້ຄ້າງຄາ ຕ້ອງໄດ້ສຳຣະໜີ້ເພີ່ມຂຶ້ນ.