ເຂື່ອນແຕກ 5 ປີ, ຊາວບ້ານ ຍັງບໍ່ມີອາຊີບຖາວອນ
2023.07.19
ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ໃນວັນທີ 23 ກໍລະກະດາ 2018 ເຮັດໃຫ້ມີຜູ້ເສັຽຊີວິດ ຫຼາຍ 10 ຄົນ ແລະ ມາຮອດປັດຈຸບັນ ກໍຄົບຮອບ 5 ປີ ແຕ່ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ກໍຍັງບໍ່ມີທີ່ດິນເຮັດນາແບບຖາວອນ.
ບັນຫາດັ່ງກ່າວ ຈະເຮັດໃຫ້ປະຊາຊົນ ຢູ່ເມືອງສນາມໄຊ ແຂວງອັດຕະປື ເຊິ່ງເປັນຜູ້ທີ່ໄດ້ຮັບຜົລກະທົບ ບໍ່ສາມາດຟື້ນຟູ ຊີວິດການເປັນຢູ່ ຂອງເຂົາເຈົ້າ.
ສາສຕຣາຈານ Ian Baird ຈາກມະຫາວິທຍາໄລ Wisconsin Madison ສະຫະຣັຖອາເມຣິກາ ເຊິ່ງເປັນຜູ້ທີ່ ເຮັດວຽກດ້ານການພັທນາຢູ່ປະເທດລາວ ມາຫຼາຍປີ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ອັນນີ້ ກະເປັນບັນຫາສໍາຄັນເນາະ ເພາະວ່າ ແຕ່ກ່ອນປະຊາຊົນ ທີ່ເຂົາຖືກນໍ້າເນາະ ຕອນນັ້ນເນາະ ກະສ່ວນຫຼາຍເຂົາເຈົ້າກະມີດິນນາເນະ ຂະເຈົ້າມີດິນນາມາແຕ່ດົນແລ້ວ ລະກະສ່ວນຫຼາຍກະພໍກິນ ບາງທີກະເຫຼືອໄດ້ຂາຍ ຢູ່ໃນບໍລິເວນເຂດນັ້ນ. ເຮັດນາງາມໄດ໋ແຖວນັ້ນ ມັນມີໂຄງສ້າງສົມບູນພໍສົມຄວນ ກ່ອນທີ່ມັນຈະເກີດເຫດການ.”
ສາສຕຣາຈານ Ian Baird ກ່າວຕື່ມອີກວ່າ:
“ທີ່ວ່າ ຍ້າຍເຂົາເຈົ້າໄປຢູ່ ມັນບໍ່ມີດິນນາ ມັນເປັນແຕ່ດິນໄຮ່ຫັ້ນນ່າ. ມັນກະບໍ່ມີເງື່ອນໄຂຢູ່ແຖວນັ້ນ ເພາະວ່າ ເຂດເຂົາເຈົ້າໄປຢູ່. ມັນບໍ່ເໝາະສົມທີ່ຈະເຮັດນານ່າ ແຜນການ ກໍເລີຍໃຫ້ເຂົາເຈົ້າປູກມັນຕົ້ນ ບໍ່ຈັ່ງຊີ້ນ່າ. ເພື່ອຂາຍມັນຕົ້ນເອົາເງິນມາຊື້ເຂົ້າກິນ ບັນຫານີ້ ບັນຫາ ມັນບໍ່ຄ່ອຍຍືນຍົງປານໃດ ເຈົ້າເຮັດ.”
ສາສຕຣາຈານ Ian Baird ກ່າວຕື່ມອີກວ່າ:
“ເຈົ້າເຮັດໃສ່ປີທໍາອິດ ປີທີສອງ ປີທີສາມ ກະຊິພໍໃຊ້ໄດ້ຢູ່ ດິນໂຕນັ້ນ ແຕ່ວ່າ ຖ້າຫຼາຍປີລຽນຕິດມັນກະຊິເຮັດໃຫ້ດິນເຊື່ອມໂຊມເນາະ. ລະກະລາຄາມັນຕົ້ນກະບໍ່ຄົງໂຕ ມັນບໍ່ຄືກັນກັບເຂົ້າ ເຂົ້າເຈົ້າຂາຍບໍ່ໄດ້ ເຈົ້າກະຍັງໄດ້ກິນຫັ້ນນ່າ ຄືມັນຕົ້ນ ເຈົ້າຂາຍບໍ່ໄດ້ ມັນກະຊິເນົ່າຫັ້ນລະ.”
ການປູກມັນຕົ້ນ, ມັນເປັນພຽງແຕ່ຜົລໄດ້ຮັບ ໄລຍະສັ້ນ ຫຼັງຈາກນັ້ນທີ່ດິນຖືກປະໃຫ້ເປັນດິນເຮື້ອໄປ ໃນທີ່ສຸດ.
ນັກທຸຣະກິຈ ເຈົ້າຂອງສວນມັນຕົ້ນ ຢູ່ແຂວງພາກໃຕ້ ຂອງປະເທດລາວ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຄືຢູ່ທາງໄປວຽດນາມ ປູກມັນຕົ້ນໄດ້ປະມານ 3-4 ປີ ກະໝົດລະ ເປັນປ່າຮົກເຮື້ອໝົດລະ. ແຕ່ກີ້ຂ້ອຍກະປູກມັນ ແຕ່ 3-4 ປີມານີ້ ເຂົາກະປະຖິ້ມໝົດລະ. ບໍ່ໄດ້ປູກ ສວນມັນກະ 4-5 ປີ ກະໝົດລະ ແຕ່ເຂົາກະຟື້ນໂຕລະ ເຮັກຕ້ານຶ່ງກະປະມານ 30-40 ລ້ານ ກີບ. 3-5 ປີ ກະອັນຕະລາຍລະ ເຂົາກະຖິ້ມດິນລະ.”
ນັກທຸຣິກິຈ ທ່ານນີ້ ກ່າວຕື່ມອີກວ່າ:
“ເຮັດນາຜົລຕອບຮັບມັນ ບໍ່ໄວເທົ່າກັບການປູກມັນຕົ້ນຂາຍ ເຮັດນາ ຊາວບ້ານຕ້ອງໄດ້ບຸກເບີກທີ່ດິນ ແລ້ວຂຸດຕໍໄມ້ ອອກໝົດແລ້ວຈຶ່ງເຮັດໄດ້ ການເຮັດສວນມັນ ນີ້ ກໍຄື ຊາວບ້ານຕັດຕົ້ນໄມ້ລົງ ແລ້ວຈູດປ່າ ຫຼັງຈາກນັ້ນ ກໍປູກມັນໃສ່ເລີຍ ຮອດມື້ມາແລ້ວ ກໍໄປເກັບກູ້ມັນເລີຍ.”
ຊາວບ້ານ ທີ່ໄດ້ຮັບຜົລກະທົບກໍຍັງບໍ່ສາມາດຟື້ນຟູ ຊີວິດການເປັນຢູ່ຂອງເຂົາເຈົ້າ ແລະ ຊາວບ້ານບາງຄົນ ກໍຍັງບໍ່ທັນໄດ້ທີ່ດິນທໍາກິນ.
ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ບາດນີ້ ໄປຄືນຫຼັງການຟື້ນຟູກະບໍ່ທັນປານໃດດອກ ໄດ້ຢູ່ປະມານ 60 ເປີເຊັນ ເປັນແນວໃດ ຈັ່ງວ່າເປັນຮູບການນັ້ນ ອັນນຶ່ງກະແມ່ນ ເລື່ອງໄຮ່ນາຕາກ້າ, ດິນດອນຕ່ອນຫຍ້າ, ກະຍັງຈໍານວນນຶ່ງ ກະຍັງບໍ່ທັນໄດ້ໝົດ ຍັງຢູ່ 21 ຄອບຄົວທີ່ຍັງບໍ່ທັນໄດ້ຈັກໜ້ອຍ ທີ່ວ່າຣັຖຊິມາບຸກເບີກໃຫ້ເຮືອນລະເຮັກຕ້າຣ໌.”
ການສ້າງເຮືອນໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບ ກໍຍັງບໍ່ທັນສໍາເລັດ 100 ເປີເຊັນ ໂດຍສະເພາະລະບົບນໍ້າ ແລະ ລະບົບໄຟຍັງບໍ່ທັນມີການຕັດຕັ້ງຢ່າງຖາວອນ.
ຊາວບ້ານທ່ານນີ້ ໄດ້ກ່າວຕື່ມວ່າ:
“ລະອັນທີ 3 ມາ ລະເຮືອນທີ່ ທີ່ພັກ-ຣັຖ ຂັ້ນເທິງຊິມາເຮັດໃຫ້ຫັ້ນ ກະຖືວ່າ ມາປານນີ້ ກະຍັງບໍ່ທັນສໍາເລັດໝົດ. ຍັງນໍ້າເຂົາກະຍັງບໍ່ທັນມີ ລະໃນການປົວແປງລະບົບ ຢູ່ໃນຫ້ອງນໍ້າ ກະບໍ່ທັນມີ ຖືວ່າ 3 ບັນຫານີ້.”
ນອກຈາກນີ້ ເຮືອນພັກຖາວອນ ຂອງຜູ້ທີ່ໄດ້ຮັບຜົລກະທົບ ກໍມີການເປ່ເພ ຍ້ອນວ່າ ການກໍ່ສ້າງບໍ່ໄດ້ມາດຕະຖານ ໂດຍສະເພາະ ເພດານ ແລະ ຫຼັງຄາ.
ຊາວບ້ານທ່ານນີ້ ໄດ້ກ່າວວ່າ:
“ລະບົບນໍ້າ ກະໃນການກໍ່ສ້າງນັ້ນ ກະບໍ່ສົມບູບປານໃດ ລະມີບາງຫຼັງເພດານ ກະເບື້ອງກະລົ່ນລົງໝົດແລ້ວ ເຮືອນລະ 2 ແສນ 3 ແສນ 4 ແສນ 5 ແສນ ກະມີ ທີ່ວ່າ ມັນລົ່ນອອກຫັ້ນນ່າ ແລ້ວເພດານກະຫຼາຍຫຼັງທີ່ວ່າ ມັນຫຼຸໄປໝົດແລ້ວ.”
ການຟື້ນຟູ ຊີວິດການເປັນຢູ່ ຂອງຊາວບ້ານບາງຄົນ ໄດ້ພຽງແຕ່ 30%. ຊາວບ້ານຜູ້ທີ່ໄດ້ຜົລກະທົບອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ຍັງກໍກ່າວຕໍ່ເອເຊັຽເສຣີ ວ່າ ດິນຍັງບໍ່ທັນໄດ້ ແລະ ການຟື້ນຟູຊີວິດການເປັນຢູ່ ກໍໄດ້ພຽງແຕ່ 30 ເປີເຊັນ ເທົ່ານັ້ນ. ຍັງໆ ປະມານ 30 ເປີເຊັນ. ປະມານ 30 ເປີເຊັນ ທໍ່ນັ້ນແຫຼະ. ດິນຍັງໄດ໋ ຍັງບໍ່ທັນໄດ້ດິນເດີ.”
ວິທຍຸ ເອເຊັຽ ເສຣີ ພະຍາຍາມ ຕິດຕໍ່ຫາ ເຈົ້າເມືອງ ເມືອງສນາມໄຊ ແລະ ເຈົ້າແຂວງ ແຂວງອັດຕະປື ເພື່ອຖາມກ່ຽວກັບບັນຫາດັ່ງກ່າວ, ແຕ່ ທ່ານ ບໍ່ຮັບໂທລະສັບ.
ເຖິງຢ່າງໃດກໍຕາມ ທີ່ຜ່ານມາ ທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງ ເມືອງສນາມໄຊ ແຂວງອັດຕະປື ເຄີຍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ເຮັດຢູ່ໄດ້ນາ ເຮັດແຕ່ລະປີ. ປີກາຍນີ້ ກະໄດ້ເຂົ້າໝາກຫຼາຍໆ. ລະບົບຊົລປະມານ ກະປົກຕິ ຖືວ່າສຳເຣັດແລ້ວ.”
ທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງ ເມືອງສນາມໄຊ ກ່າວຕື່ມວ່າ:
“ມີຈຳນວນນຶ່ງ ມັນກະເຮັດບໍ່ໄດ້ ແນວວ່າ ນ້ຳມັນທະລຸລົງມາ ແກ່ຂີ້ຫີນ ຫຼືວ່າ ຂີ້ຊາຍຫັ້ນນ່າ.”
ເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເກີດຂຶ້ນໃນວັນທີ 23 ກໍຣະກະດາ 2018 ເຮັດໃຫ້ມີຜູ້ເສັຽຊີວິດ 71 ຄົນ ແລະ ມີປະຊາຊົນ ໄດ້ຮັບຜົລກະທົບຫຼາຍ 1,000 ຄອບຄົວ. ບ້ານ ທີ່ໄດ້ຮັບຜົລກະທົບຫຼາຍທີ່ສຸດ ແມ່ນ ທ່າແສງຈັນ, ບ້ານໃໝ່, ບ້ານຫີນລາດ, ບ້ານທ່າຫີນ, ບ້ານສະໝອງໃຕ້ ແລະ ບ້ານໃຫຍ່ແທ.