ໄດ້ເຮືອນຖາວອນຢູ່ແລ້ວ ແຕ່ຂາດ ນ້ຳກິນ, ນ້ຳໃຊ້
2021.12.01
ຊາວບ້ານຜູ້ສົບພັຍເຂື່ອນແຕກ ປະມານ 500 ຄອບຄົວ ຢູ່ເມືອງສນາມໄຊ ແຂວງອັດຕະປື ກໍາລັງພະເຊີນກັບການຂາດແຄນນໍ້າກິນນໍ້າໃຊ້ ເຮັດໃຫ້ຄອບຄົວເຫຼົ່ານັ້ນ ຕ້ອງໄດ້ຂຸດສ້າງບາດານຢູ່ໃກ້ກັບເຮືອນຖາວອນ ດ້ວຍທຶນຂອງຕົນເອງ ເພື່ອໃຫ້ມີນໍ້າໄວ້ກິນໄວ້ໃຊ້ໃນຄອບຄົວ ແຕ່ກໍບໍ່ພົບແຫຼ່ງນໍ້າ ຊຶ່ງສ້າງຄວາມຫຍຸ້ງຍາກໃຫ້ກັບຊາວບ້ານຢ່າງໜັກໜ່ວງ, ດັ່ງຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 1 ທັນວາ ນີ້ວ່າ:
“ແມ່ນແຫຼະ ບໍ່ມີນໍ້າ ມີແຕ່ເຮືອນ ເຂົາໃຫ້ຢູ່ ນໍ້າກິນບໍ່ມີ ນໍ້າໃຊ້ມີລູກ ກໍາລັງເຣີ່ມຂຸດມື້ນີ້ ຈັກຊິເລິກຈັກຊິຕື້ນບໍ່ຮູ້ ໄປເອົາຣົຖຕ໊ອກໆໄປຕັກເອົານໍ້າຄອງນໍ້າຫ້ວຍ ໄກ ແຕ່ບ້ານຢູ່ເປັນຫຼັກພຸ້ນ ເຂົາຊິເຮັດນໍ້າລິນ ຈັກປີໃດ ຕົກແລ້ງນີ້ແຮງຮ້າຍແລ້ວ ປະຊາຊົນຊິເຮັດຈັ່ງໃດອີກ ບໍ່ມີນໍ້າໃຊ້ ນໍ້າກິນນີ້ ມັນກະຢູ່ບໍ່ໄດ້ແລ້ວລູກ.”
ຊາວບ້ານຜູ້ນີ້ ກ່າວອີກວ່າ ຊາວບ້ານສ່ວນຫຼາຍ ເຣີ່ມຂາດແຄນນໍ້າກິນນໍ້າໃຊ້ ມາແຕ່ຕົ້ນເດືອນພຶສຈິກາແລ້ວ ແລະກໍບໍ່ມີພາກສ່ວນທີ່ກ່ຽວຂ້ອງ ມາໃຫ້ການຊ່ອຍເຫຼືອແຕ່ຢ່າງໃດ ບັນຫາການຂາດແຄນນໍ້າກິນນໍ້າໃຊ້ ພາຍໃນເມືອງສນາມໄຊນີ້ ຍັງເຮັດໃຫ້ຊາວຈໍານວນນຶ່ງ ອອກໄປຂັບຖ່າຍຊະຊາຍຕາມພື້ນທີ່ຕ່າງໆ ເພາະຫ້ອງນໍ້າຂອງພວກຂະເຈົ້າບໍ່ມີນໍ້າໃຊ້.
ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ອີກຄົນນຶ່ງກ່າວວ່າ ບາງບ້ານທີ່ອາສັຍຢູ່ໃກ້ກັບແຫຼ່ງນໍ້າ ກໍມີນໍ້າກິນນໍ້າໃຊ້ຢ່າງພຽງພໍ ບໍ່ໄດ້ຫຍຸ້ງຍາກລໍາບາກປານໃດ ແຕ່ຊາວບ້ານສ່ວນໃຫຍ່ ແມ່ນໄດ້ຍ້າຍອອກຈາກເຮືອນພັກຊົ່ວຄາວ ໄປຢູ່ເຮືອນຖາວອນແລ້ວ ແຕ່ເຮືອນຖາວອນນັ້ນ ພັດບໍ່ມີນໍ້າລິນຫຼືນໍ້າປະປາໃຊ້.
ດັ່ງນັ້ນ ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ຢາກຂໍໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ລົງພື້ນທີ່ມາຊ່ອຍເຫຼືອຊາວບ້ານຢ່າງຮີບດ່ວນ ເປັນຕົ້ນ ແຈກຈ່າຍນໍ້າກິນນໍ້າໃຊ້ ໃຫ້ກັບຄອບຄົວທີ່ຂາດແຄນ ຫຼືຂຸດເຈາະນໍ້າສ້າງ ໃຫ້ຊາວກັບຊາວບ້ານ, ດັ່ງຊາວບ້ານຜູ້ປະສົບພັຍເຂື່ອນແຕກ ຜູ້ນີ້ເວົ້າວ່າ:
“ກະຖືກບ່ອນແຫ້ງກະແຫ້ງ ນໍ້າຫັ້ນໃຊ້ຍາກ ນໍ້າໃຊ້ບໍ່ໄດ້ວ່າຊັ້ນ ມີແຕ່ວ່າ ມັນເປັນນໍາໄດເບາະ ຫຼືວ່າເປັນນໍານໍ້າເບາະ ກະບໍ່ຈັກ ໃຊ້ບໍ່ໄດ້ ແລ້ວເຂົາກະອອກມາເຈາະຢູ່ເຮືອນຖາວອນ ສ່ວນຫຼາຍເຂົາຊິມາເຈາະຢູ່ເຮືອນຖາວອນຫຼາຍແຫຼະ ກະບ່ອນໄດ້ ບ່ອນບໍ່ໄດ້ຫັ້ນແຫຼະ.”
ຂະນະທີ່ ຊາວບ້ານຜູ້ປະສົບພັຍເຂື່ອນແຕກອີກນາງນຶ່ງ ກ່າວວ່າ ພໍໝົດຣະດູຝົນແລ້ວ ກໍບໍ່ມີນໍ້າກິນນໍ້າໃຊ້ຢ່າງພຽງພໍ ຊຶ່ງກະທົບຕໍ່ຊີວິດການເປັນຢູ່ຫຼາຍ ແລະຫຼາຍຄອບຄົວ ກໍໄດ້ຈ້າງຊ່າງມາຂຸດນໍ້າສ້າງບາດານໃຫ້ ເພື່ອໃຫ້ມີນໍ້າໄວ້ກິນໄວ້ໃຊ້ ສ່ວນຄອບຄົວໃດທີ່ທຸກຍາກບໍ່ມີເງິນຄໍາ ກໍໄປຕັກນໍ້າຢູ່ຕາມຫ້ວຍຕາມໜອງ ມາກິນມາໃຊ້, ດັ່ງນາງກ່າວວ່າ:
“ບໍ່ ແຫ້ງແລ້ງແລ້ວ ຍາມນີ້ມັນແລ້ງ ມັນບໍ່ໄດ້ຝົນຕົກຍາມນີ້ ຢູ່ນີ້ທັ່ງນໍ້າໃຊ້ເອົາ ແພງຫັ້ນແຫຼະ 6-7 ລ້ານພຸ້ນ ບໍ່ມີນໍ້າໃຊ້ ແພງກະໄດ້ທັ່ງແລ້ວ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຣັຖວິສາຫະກິຈນໍ້າປະປາ ແຂວງອັດຕະປື ກ່າວວ່າ ປັດຈຸບັນ ຊາວບ້ານຜູ້ປະສົບພັຍເຂື່ອນແຕກທຸກຄອບຄົວ ຍັງເພິ່ງພານໍ້າກິນ ນໍ້າໃຊ້ ຈາກແຫຼ່ງນໍ້າທັມມະຊາດພາຍໃນເມືອງ ເປັນຕົ້ນ ຈາກນໍ້າບາດານ ແລະນໍ້າຈາກຫ້ວຍໜອງຕ່າງໆ ເຊິ່ງຈະມີນໍ້າກິນ ນໍ້າໃຊ້ໜ້ອຍຫຼາຍສໍ່າໃດນັ້ນ ກໍຂຶ້ນກັບສະພາບອາກາດນໍາ.
ເຖິງແນວໃດກໍຕາມ ທາງການລາວ ກໍພຍາຍາມ ທີ່ຈະເລັ່ງຕິດຕັ້ງຣະບົບນໍ້າລິນ ແລະນໍ້າປະປາ ຢູ່ເຮືອນຖາວອນທຸກຫຼັງໃຫ້ສໍາເຣັດໄວທີ່ສຸດ ພາຍໃນປີ 2022 ທີ່ຈະມາເຖິງນີ້ ແຕ່ກໍຕ້ອງອີງຕາມສະພາບການຣະບາດ ຂອງເຊື້ອໂຄວິດ-19 ນໍາດ້ວຍ ເພາະປັດຈຸບັນ ຊ່າງກໍ່ສ້າງຣະບົບນໍ້າລິນ ແລະນໍ້າປະປາ ກໍຢຸດເຊົາໄປຫຼາຍເດືອນແລ້ວ ຍ້ອນມາຕການລ໊ອກດາວ, ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ນໍ້າປະປາ ແຂວງອັດຕະປີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂະເຈົ້າກະໃຊ້ນໍ້າບາດານ ເຮົາກະກໍ່ສ້າງແລ້ວ ເຮົາກະຫາກະກໍ່ສ້າງ ລົງມືອີກປະມານປີປາຍນີ້ແຫຼະ ກໍານົດໃຫ້ປະມານ 2 ປີເນາະ ແຕ່ວ່າ ເຮົາກະເບິ່ງໂຕຈິງຫັ້ນນ່າ.”
ທ່ານກ່າວຕື່ມວ່າ ບັນຫາການຂາດແຄນນໍ້າກິນ ນໍ້າໃຊ້ ຂອງຊາວບ້ານຜູ້ປະສົບພັຍເຂື່ອນແຕກນັ້ນ ເບື້ອງຕົ້ນ ກໍຈະນໍາເອົາບັນຫາດັ່ງກ່າວນີ້ ແຈ້ງຕໍ່ທາງການເມືອງສນາມໄຊ ແລະທາງການແຂວງອັດຕະປືໃຫ້ຮັບຮູ້ ແລະຈະເລັ່ງດໍາເນີນການ ຊອກຫາວິທີແກ້ໄຂໃຫ້ໄວທີ່ສຸດ.
ສໍາລັບພື້ນທີ່ ທີ່ປະສົບພັຍຂາດແຄນນໍ້າກິນ ນໍ້າໃຊ້ນັ້ນ ແມ່ນເປັນພື້ນທີ່ ທີ່ໄດ້ຮັບຜົລກະທົບ ຈາກເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກເມື່ອວັນທີ່ 23 ກໍຣະກະດາ ປີ 2018 ເຊິ່ງເປັນເຫດການຮ້າຍແຮງທີ່ສຸດຂອງຊາວບ້ານໃນເມືອງສນາມໄຊ ປັດຈຸບັນ ກໍຜ່ານມາໄດ້ 3 ປີປາຍແລ້ວ ແຕ່ຊາວບ້ານສ່ວນໃຫຍ່ ກໍຍັງໃຊ້ຊີວິດຫຍຸ້ງຍາກລໍາບາກ ແລະບໍ່ໄດ້ຮັບການເບິ່ງແຍງເອົາໃຈໃສ່ດີເທົ່າທີ່ຄວນ.
ຂະນະທີ່ ຄວາມຄືບໜ້າໃນການກໍ່ສ້າງເຮືອນຖາວອນ ຈໍານວນ 700 ຫຼັງ ເພື່ອມອບໃຫ້ຊາວບ້ານໄດ້ຢູ່ອາສັຍນັ້ນ ພາຍໃນທ້າຍປີ 2021 ນີ້ ຊາວບ້ານຢູ່ໃນເຂດເມືອງສນາມໄຊ ຈໍານວນນຶ່ງ ກໍເຫັນວ່າ ຕາມທີ່ສັງເກດເຫັນໂຕຈິງນັ້ນ ການກໍ່ສ້າງເຮືອນຖາວອນ ຈະບໍ່ສໍາເຣັດຕາມແຜນຢ່າງແນ່ນອນ.