ຜູ້ເຄາະຮ້າຍເຂື່ອນແຕກ ຂາດນໍ້າ ສະອາດໃຊ້

ໄມຊູລີ
2018.10.24
ເມືອງສນາມໄຊ ແຂວງອັດຕະປື
RFA

ເຈົ້າໜ້າທີ່ ແພດແລະໝໍ ປະຈໍາສູນອົພຍົບ ຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ສເນີໃຫ້ທາງການ ຊ່ວຍຈັດຫານໍ້າ ສະອາດ ໃຫ້ແກ່ປະຊາຊົນ ຜູ້ຖືກຜົນກະທົບ ຈາກເຂື່ອນແຕກ ຮວມເຖິງບ້ານທີ່ໄດ້ຮັບຜົນກະທົບ ຢູ່ທ້າຍເຂື່ອນນໍາ ໃຫ້ມີນໍ້າສະອາດ ໄວ້ກິນ ແລະໃຊ້ ເພື່ອປ້ອງກັນການເປັນພຍາດໂຣຄາ ຕ່າງໆນາໆ. ດັ່ງ ທ່ານໝໍ ປະຈໍາສູນອົພຍົບ ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 23 ຕຸລາ ນີ້ວ່າ:

”ກໍຊິແມ່ນ ກໍຊິສ່ຽງແທ້ ກໍຊິມີຄືລູກວ່າແທ້ແລ້ວ ນໍ້າມັນກໍຂຸ່ນອອກ ຈໍໍານວນນຶ່ງ ກໍບໍ່ທັນທົ່ວເຖິງ ປະຊາຊົນທົ່ວໄປ ນອກຈາກຜູ້ ທີ່ວ່າຖືກ ປະສົພພັຍ ນໍ້າຖ້ວມ ແລະກໍບ້ານອື່ນໆ ທີ່ຖືກນໍ້າຖ້ວມ ເຂົາກໍຂໍເອົາດຽວນີ້ ເພາະວ່າ ແຕ່ລະບ້ານເຂົາຢາກໄດ້ເພາະວ່າ ຕ້ອງການກິນນໍ້າ ສະອາດ.”

ທ່ານກ່າວຕຶ່ມວ່າ ນັບແຕ່ມື້ມາເຮັດວຽກ ປະຈໍາການ ຢູ່ສູນອົພຍົບ ກໍສັງເກດເຫັນວ່າ ປະຊາຊົນຫລາຍຄອບຄົວ ຍັງດຶ່ມນໍ້າບໍ່ສະອາດ ຊຶ່ງຈະພາໃຫ້ ເກິດພຍາດໂຣຄາ ຕ່າງໆຕາມມາ ເຊັ່ນ: ເປັນໜິ້ວ, ຕັບອັຄເສບ, ແລະໂປລີໂອ ຫາກດື່ມນໍ້າ ບໍ່ສະອາດທີ່ ສະສົມໄວ້ ອາດເຮັດໃຫ້ ເກີດໂຣຄພັຍໄຂ້ເຈັບ ຈົນເຖິງຂັ້ນເສັຍຊີວິດ.

ຜູ້ປະສົພພັຍເຂື່ອນແຕກ ເມືອງສນາມໄຊ ທ່ານນຶ່ງເວົ້າວ່າ ນໍ້າດຶ່ມສະອາດ ໃນຣະຍະເຂື່ອນແຕກໃໝ່ໆ ກໍບໍ່ມີໃຫ້ກິນ ຜ່ານມາ ເຖິງຈະມີ ນໍ້າສອາດ ໃຫ້ກິນກໍແມ່ນນໍ້າດື່ມ ຈາກຫລາຍໜ່ວຍງານ ທີ່ເຂົາເອົາມາບໍຣິຈາກ:

“ເອີກໍກິນນໍ້າສະອາດນີ້ ແຫລະແຕ່ວ່າກິນນີ້ ໄປເອົານໍ້າຢູ່ຫັ້ນແຫລະ ບ່ອນໂຮງງານເຂົາ ເພື່ອເຂົາບໍຣິຈາກ ນໍ້າກະປຸກ ນໍ້າຂວດ ແຕ່ວ່າຍັງ ຂຸ່ນຢູ່ ນໍ້າອາບໃຊ້ຫັ້ນ ກໍຈໍາເປັນຫັ້ນແລ້ວ ຜູ້ຢູ່ບ້ານນີ້ ອາບຂຸ່ນ ກໍອາບໄປໂລດ.“

ປະຊາຊົນທ່ານນີ້ ເວົ້າອີກວ່າ ສ່ວນນໍ້າອາບ ນໍ້າລ້າງໜ້າລ້າງຕາ ແລະໃຊ້ໃນເຮືອນຄົວ ສ່ວນຫລາຍ ຍັງໃຊ້ນໍ້າບາດານ ຢູ່ ຊຶ່ງເປັນນໍ້າຂຸ່ນມົວ ເປັນສີນໍ້າຕານແດງ ເພາະ ບໍ່ມີເຄື່ອງກອງນໍ້າ.

ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້້ດຽວກັນວ່າ ໄດ້ຮັບຮູ້ ເຖິງບັນຫາດັ່ງກ່າວ ນີ້ແລ້ວ ແຕ່ເນື່ອງຈາກວ່າ ເຂດເມືອງສນາມໄຊ ບໍ່ມີຣະບົບ ນໍ້າປະປາ ແລະ ຍັງໃຊ້ນໍ້າ ບາດານຢູ່ ຈິ່ງເຮັດໃຫ້ນໍ້າຂຸ່ນ, ຫລາຍບ້ານ ກໍມີນໍ້າບໍ່ພຽງພໍ, ຜ່ານມາເຄີຍສເນີ ຂໍຄວາມຊ່ວຍເຫລືອ ໄປຍັງແຂວງອັດຕະປື ແລ້ວ ເພື່ຶອຊ່ວຍຫາ ເຄື່ອງກອງນໍ້າ ມາໃຫ້ປະຊາຊົນໃຊ້ ແຕ່ກໍຍັງ ບໍ່ພຽງພໍ:

”ຄືວ່ານໍ້າບໍ່ທັນພຽງພໍ ເພາະວ່າສ່ວນຫລາຍ ແຕ່ລະບ້ານ ນໍ້າຊິເປັນນໍ້າບາດານ ເຂົາສູບເອົານີ້ແຫລະ ມັນກໍບໍ່ພໍຕໍ່ການຊົມໃຊ້ ປະຊາຊົນ ເພາະວ່າ ພວກເຮົາຂໍການຊ່ວຍເຫລືອ ຈາກພາກສ່ວນ ອື່ນພໍໄດ້ແກ້ໄຂໄປ.”

ຢ່າງໃດກໍຕາມ ແພດແລະໝໍ ປະຈໍາສູນອົພຍົບ ຜູ້ປະສົບພັຍ ເຂື່ອນແຕກ ຢູ່ເມືອງສນາມໄຊ ເວົ້າວ່າ ເຖິງແມ່ນວ່າ ປັຈຈຸບັນ ຍັງກວດບໍ່ພົບ ຜູ້ທີ່ເປັນພຍາດ ເກິດຈາກ ການໃຊ້ນໍ້າ ບໍ່ສະອາດກໍຕາມ ແຕ່ທາງການ ກໍຕ້ອງເອົາໃຈໃສ່ ເຣື້ອງນໍ້າສະອາດ ຫຼາຍກວ່ານີ້ ໂດຍສະເພາະ ຜູ້ທີ່ປະສົພພັຍ ຢູ່ສູນອົພຍົບ ບ້ານຕາໝາກຍອດ ແລະ ບ້ານດົງບາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.