ພົບການໃຊ້ຈ່າຍເງິນບໍຣິຈາກ-ເງິນຊົດເຊີຍ ຜູ້ຖືກຜົລກະທົບ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ບໍ່ຖືກຕ້ອງ

ແຂວງອັດຕະປື ກວດພົບການໃຊ້ຈ່າຍ ເງິນບໍຣິຈາກ ແລະເງິນຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແບບບໍ່ຖືກຕ້ອງ ເປັນຈຳນວນ 84 ຕື້ກີບ ແລະ ອີກ 100,000 ໂດລ້າຣ໌ສະຫະຣັຖ ແລະມີຫຼາຍພາກສ່ວນທີ່ພົວພັນ ກັບເຣື່ອງນີ້.

ຊີວິດການເປັນຢູ່ ຂອງຊາວບ້ານ ຜູ້ຮັບເຄາະຈາກເຂື່ອນແຕກ ຢູ່ ເມືອງສນາມໄຊ.
ຊີວິດການເປັນຢູ່ ຂອງຊາວບ້ານ ຜູ້ຮັບເຄາະຈາກເຂື່ອນແຕກ ຢູ່ ເມືອງສນາມໄຊ. (RFA)

0:00 / 0:00

ໃນວັນທີ 10 ມົກກະຣາ 2024 ທີ່ຜ່ານມາ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງ ແຂວງອັດຕະປື ໄດ້ກ່າວຣາຍງານ ຕໍ່ປະທານຄະນະກວດກາ ສູນກາງພັກ, ປະທານອົງການກວດກາ ແຫ່ງຣັຖ ແລະ ຫົວໜ້າ ອົງການຕ້ານການສໍ້ຣາສ ບັງຫຼວງຂັ້ນສູນກາງ ແລະ ເຮັດວຽກຢູ່ແຂວງອັດຕະປືວ່າ ແຂວງອັດຕະປື ກວດພົບການໃຊ້ຈ່າຍ ບ້ວງເງິນບໍຣິຈາກ ແລະເງິນຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສນາມໄຊ ແບບບໍ່ຖືກຕ້ອງ ເປັນຈຳນວນເງິນ 84 ຕື້ກີບ ແລະ 100,000 ໂດລ້າຣ໌ສະຫະຣັຖ.

ກ່ຽວກັບເຣື່ອງການໃຊ້ຈ່າຍ ບ້ວງເງິນບໍຣິຈາກ ແລະ ເງິນຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແບບບໍ່ຖືກຕ້ອງ ດັ່ງກ່າວນີ້ ແມ່ນເປັນເຣື່ອງທີ່ເກີດຂຶ້ນແທ້ ແຕ່ຍັງບໍ່ທັນໃຫ້ຣາຍລະອຽດ ເນື່ອງຈາກການເບີກຈ່າຍເງິນ ແມ່ນພົວພັນກັບຫຼາຍພາກສ່ວນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງອັດຕະປື ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ມົກກະຣາ 2024 ນີ້ວ່າ:

“ບໍ່ຮູ້ຣາຍລະອຽດເດີ້ໂຕນັ້ນ. ບໍ່ຮູ້ເລິກປານນັ້ນ. ບໍ່ເຂົ້າໃຈວ່າໂຕໃດໆ ວຽກບາງວຽກ ເພິ່ນກໍບໍ່ໄດ້ໃຫ້ຂໍ້ມູນລະອຽດ. ຊົດເຊີຍກໍໄດ້ບໍ່ຖືກຕ້ອງ ຢູ່ໃນລາວຫັ້ນ ທາງອ໋ອນລາຍນ໌ອັນນັ້ນດອກໃດ ມັນເປັນຊື່ຂອງສູນກາງອົງການ ກວດສອບແຫ່ງຣັຖ ລົງມາທາງທ້ອງຖິ່ນ. ບໍ່ຮູ້ຂ່າວວ່າ ຂ່າວມາຈາກໃດ. ເອີ ປະທານສູນກາງກວດກາ ເພິ່ນລົງມາ.”

ກ່ອນໜ້ານີ້ໃນວັນທີ 07 ພຶສຈິກາ 2024 ທີ່ຜ່ານມາ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໄດ້ຣາຍງານຕໍ່ກອງປະຊຸມສໄມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ວ່າຈາກການກວດກາ ຄ່າຊົດເຊີຍໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສນາມໄຊ ແຂວງອັດຕະປື ພົບວ່າມີຣາຍຈ່າຍ ທີ່ບໍ່ຕິດພັນກັບການຊົດເຊີຍ ຫຼື ບໍ່ຖືກລະບຽບການຈຳນວນ 81.22 ຕື້ກີບ ແລະ ບໍ່ມີຣາຍລະອຽດການຈ່າຍ 1.81 ຕື້ກີບ. ຂະນະດຽວກັນກໍຍັງມີຄ່າຊົດເຊີຍ ທີ່ຍັງຄ້າງຈ່າຍຈຳນວນ 697.53 ຕື້ກີບ. ຍ້ອນການເກັບກຳຂໍ້ມູນ ບໍ່ລະອຽດເປັນຕົ້ນຊັບສິນມີຄ່າ, ຜົລປູກ, ຕົ້ນໄມ້ໃຫ້ໝາກ, ໄມ້ອຸດສາຫະກັມ ແລະ ອື່ນໆ.

ນັບແຕ່ເກີດເຫດເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກໃນປີ 2018 ເປັນຕົ້ນມາກໍມີທາງການລາວ ແລະ ອີກຫຼາຍພາກສ່ວນ ເຂົ້າມາກ່ຽວຂ້ອງ ກັບການຈັດສັນເງິນບໍຣິຈາກ ແລະ ເງິນຊົດເຊີຍ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບເປັນຕົ້ນ ຜແນກໂຍທາທິການ ແລະຂົນສົ່ງ, ຜແນກກະສິກັມ ແລະປ່າໄມ້, ຜແນກຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ, ຜແນກແຮງງານ ແລະ ສວັດດີການສັງຄົມ ແລະ ຜແນກການເງິນ.

ເຖີງວ່າ ຈະດໍາເນີນການມາເປັນໄລຍະເວລານຶ່ງແລ້ວ ແຕ່ຍັງບໍ່ທັນສໍາເຣັດໂດຍສະເພາະ ການມອບເງິນຊົດເຊີຍ ຣາຍການທີ 6 ປະເພດຊັບສິນມີຄ່າເຊັ່ນເຮືອນ, ຄຳ, ຣົຖຈັກ, ຣົຖໃຫຍ່, ພຣະພຸທທະຮູບ ແລະ ອື່ນໆ ຍ້ອນການຮີບໂຮມຂໍ້ມູນ ຍັງບໍ່ທັນຄົບຖ້ວນ.

ດັ່ງຜູ້ທີ່ເຮັດວຽກ ດ້ານການຊ່ອຍເຫຼືອ ຜູ້ປະສົບໄພ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຮ່ວມກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງອັດຕະປື ກ່າວວ່າ:

“ແມ່ນຄັນເຮົາເວົ້າຫຼາຍໆ ເວົ້າງ່າຍໆ ຫາງສຽງຜູ້ດຽວມັນກໍຄືເຫັນຫັ້ນແຫຼະເນາະ ມັນກໍຊິຫຼາຍພາກສ່ວນທີ່ວ່າໂຈມຕີິຫັ້ນແຫຼະນ່າ. ຄັນວ່າແຂ່ງຂາເຮົາບໍ່ລໍ້າແຂ່ງຂາເຮົາ ບໍ່ແມ່ນເຮົາກໍບໍ່ຢາກເວົ້າຈັ່ງຊີ້ແມ່ນຄັນຖ້າມັນມີທີ່ວ່າ ກໍຢາກໃຫ້ຣາຍງານຂໍ້ມູນທີ່ແທ້ຈິງ ມັນກໍໂອເຄຢູ່ທາງນີ້ກໍມີກໍຮູ້ຫຼາຍຢູ່ດອກ ແຕ່ວ່າເຮົາບໍ່ຢາກໃຫ້ແຕະຕ້ອງກໍມີແຕ່ລໍຖ້າເບິ່ງ ຕາມໂຕຈິງວ່າຊິເຮັດແນວໃດ ຫັ້ນນ່າ. ມັນຈະເຂົ້າຢູ່ກັບຣາຍການທີ 6 ຫັ້ນແຫຼະ ສ່ວນຫຼາຍນີ້ນ່າ ເພາະວ່າຣາຍການທີ 6 ບໍ່ທັນໄດ້ຈັກເທື່ອ.”

ທີ່ຜ່ານມາ ມີຜູ້ໃຈບຸນທັງພາຍໃນ ແລະຕ່າງປະເທດ ນໍາເຄື່ອງຂອງ ແລະເງິນ ບໍຣິຈາກມາມອບໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກເຫດການດັ່ງກ່າວນີ້ ເປັນຈຳນວນຫຼວງຫຼາຍ ໂດຍເຄື່ອງຂອງ ແລະເງິນບໍຣິຈາກ ບາງສ່ວນໄປຮອດຜູ້ໄດ້ຮັບຜົລກະທົບຫຼ້າຊ້າຫຼາຍ ແລະບາງເທື່ອບໍ່ທັນຮອດ.

ດັ່ງຜູ້ທີ່ເຮັດວຽກ ດ້ານການຊ່ອຍເຫຼືອ ຜູ້ປະສົບໄພ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຜູ້ດຽວກັນກ່າວຕື່ມວ່າ:

“ບາດນີ້ຄອບຄົວຢູ່ ບາງບ່ອນ ມັນກໍຍັງບໍ່ທັນທົ່ວເຖິງຫັ້ນນ່າ. ເອີ ແມ່ນໆ ເພາະວ່າໄດ້ເງິນທີ່ອອກມາແລ້ວກໍເວົ້າງ່າຍໆ ຫັ້ນແຫຼະ ບາງສ່ວນເພິ່ນກໍໃຫ້ແນ່ບາງສ່ວນ ເພິ່ນກໍບໍ່ໃຫ້ແນ່ບໍ່ທັນໄດ້ໝົດຈັ່ງຊີ້ນ່າ ແມ່ນກໍຍັງມີຢູ່ສົມມຸດວ່າ ກໍຍັງຫຼາຍຄອບຄົວເຕີບຢູ່ ບໍ່ເຄື່ອງນຸ່ງຂອງເຂົ້ານໍ້າ ເຂົ້າປາ ຂອງກົງຂອງກິນຫັ້ນແຫຼະ. ຊ່ອຍບ້ານໃດກໍໄດ້ລົງຊ່ອຍໂຕຈິງເອງ ມັນດີກ່ອນຫັ້ນນ່າ ບາງເທື່ອເພິ່ນກໍມອບໃຫ້ ການຈັດຕັ້ງຫັ້ນແຫຼະ ບາງເທື່ອມັນຮອດແນ່ ບໍ່(ຮອດ)ແນ່ ມັນກໍບໍ່ທົ່ວເຖິງຫັ້ນນ່າ.”

ປັດຈຸບັນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການ ໂຍກຍ້າຍຜູ້ທີ່ໄດ້ຮັບຜົລກະທົບ ໄປອາໃສຢູ່ພາຍໃນເຂດບ້ານຈັດສັນໃໝ່ແລ້ວ ເຊິ່ງຫ່າງຈາກບ່ອນເກົ່າ ທີ່ຖືກນໍ້າຖ້ວມປະມານ 30 ປາຍກິໂລແມັດ ແລະຕັ້ງຢູ່ພື້ນທີ່ ທີ່ສູງກ່ວາເກົ່າ. ໂດຍການຈັດສັນທີ່ດິນ ໃຫ້ເຂົາເຈົ້າຈຳນວນນຶ່ງ ຕາມສັດສ່ວນແລະຄວາມເໝາະສົມ.

ດັ່ງຊາວບ້ານ ຢູ່ເມືອງສນາມໄຊ ແຂວງອັດຕະປືກ່າວວ່າ:

“ຍ້າຍແລ້ວຍ້າຍກໍມີສ່ວນຍ້າຍ ເພາະວ່າເຂົາກໍຍ້າຍຢູ່ປົກກະຕິແລ້ວ ຕາມການຈັດາສັນນີ້ ມັນມີຫຼາຍບ່ອນຫຼາຍຈຸດ ກໍຈັດສັນຢູ່ ກໍແມ່ນຈັດສັນດິນໃຫ້ ກໍບໍ່ຫຼາຍດອກ ເຂົາກໍບໍ່ຮູ້ນໍາເຂົາຄືກັນ ແຕ່ວ່າເຂົາກໍແບ່ງຕາມສັດສ່ວນ ກໍອາຊີບຫຼັກ ຂອງປະຊາຊົນ ກໍຄືເກົ່າຫັ້ນແຫຼະ ກໍຄືການປູກເຂົ້າປູກສວນກໍສ່ວນຫຼາຍ.”

ຊາວບ້ານຈໍານວນນຶ່ງ ທີ່ຖືກໂຍກຍ້າຍໃຫ້ໄປອາໄສຢູ່ບ້ານຈັດສັນ ບ່ອນໃໝ່ພັດຕັດສິນໃຈ ໂຍກຍ້າຍກັບຄືມາຢູ່ບ້ານເດີມ ຍ້ອນດິນເຮັດການກະເສດບໍ່ພຽງພໍ ສໍາລັບປູກຝັງລ້ຽງສັດ.

ດັ່ງຊາວບ້ານ ຜູ້ຖືກຜົລກະທົບ ຈາກໍຣະນີ ເຂື່ອນແຕກກ່າວວ່າ:

“ເຮັດສວນເຮັດນາຫຍັງແລ້ວ ກໍລ້ຽງສັດເພິ່ນກໍຈັດດິນໃຫ້ຢູ່ ເພິ່ນກໍເຮັດເຮືອນໃຫ້ ບາງຄົນເຂົາກໍຢາກຢູ່ບ້ານເກົ່າ ຄືເກົ່າຫັ້ນນ່າ ທີ່ເຂົາເຄີຍຢູ່ຫັ້ນເນາະ ມີໄຮ່ມີນາຫັ້ນນ່າເຂົາກໍມາຢູ່ຄືບ້ານເກົ່າ ເຂົາກໍມີນໍ້າກໍໃຊ້ນໍ້າຫ້ວຍແຕ່ເດີມໆ ກໍມີໄຟຫັ້ນແຫຼະ ນໍ້າຖ້ວມມັນກໍໄປໝົດຫັ້ນແຫຼະ ຄັນຖ້ວມ.”

ຊາວບ້ານກ່າວຕື່ມວ່າ ຊາວບ້ານຜູ້ຖືກຜົນກະທົບ ບາງສ່ວນຈະໄດ້ຮັບເງິນຊົດເຊີຍ ແລະທີ່ດິນທຳກີນບາງສ່ວນແລ້ວ ແຕ່ຊີວິດການເປັນຢູ່ ຂອງພວກເຂົາເຈົ້າ ຍັງບໍ່ທັນດີຂຶ້ນ ຈຶ່ງຈຳເປັນຕ້ອງພະຍາຍາມ ດີ້ນຮົນເພື່ອຄວາມຢູ່ລອດ ດ້ວຍໂຕເອງຕື່ມ.

ອີງຕາມແຜນການຟື້ນຟູ ຜົລກະທົບ ແລະຄຸນນະພາບຊີວິດ ຂອງຜູ້ປະສົບໄພ ເມືອງສນາມໄຊ ທີ່ໄດ້ຣາຍງານ ເມື່ອກໍຣະກະດາ 2023 ທີ່ຜ່ານມາ ວ່າ ທາງການແຂວງອັດຕະປື ໄດ້ກໍ່ສ້າງເຮືອນຢູ່ ຖາວອນ ແລະມອບຮັບໝົດແລ້ວ ແລະພາຍໃນປີ 2025 ທຸກໂຄງການພັທນາ ຕ້ອງສຳເຣັດທັງໝົດ 100% ແລະ ຜູ້ປະສົບໄພ ທຸກຄົນຕ້ອງມີຊີວິດການເປັນຢູ່ ທີ່ດີຂຶ້ນ.

ສໍາລັບເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແມ່ນເກີດຂຶ້ນໃນວັນທີ 23 ກໍຣະກະດາ 2018 ເຮັດໃຫ້ຊາວບ້ານ ກ້ອງເຂື່ອນທີ່ອາໄສຢູ່ເມືອງສນາມໄຊ ແຂວງອັດຕະປື ຈຳນວນ 18 ບ້ານ, ປະຊາຊົນ 13,000 ປາຍຄົນ ໄດ້ຮັບຜົລກະທົບຢ່າງໜັກ ໃນນີ້, ເກີດຄວາມເສັຍຫາຍ ແບບ 100% ຈຳນວນ 6 ບ້ານ ທີ່ອາໄສຢູ່ຕາມສາຍນໍ້າເຊປຽນ ຄືບ້ານ ທ່າແສງຈັນ, ຫີນລາດ, ທ່າຫີນ, ບ້ານໃໝ່, ສະໝອງໃຕ້ ແລະ ບ້ານໃຫຍ່ແທເຊິ່ງເຮັດໃຫ້ ທັງເດັກນ້ອຍ ແລະຜູ້ໃຫຍ່ເສັຍຊີວິດ ລວມກັນ 71 ຄົນ.