ງົບປະມານ ສາທາຣະນະສຸຂ ບໍ່ສອດຄ່ອງ ກັບຄວາມເປັນຈິງ
2023.07.13
ທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາຕ ເຂດ 18 ແຂວງໄຊສົມບູນ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍວຽກງານ ສາທາຣະນະສຸຂ ຕໍ່ກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 11 ກໍຣະກະດານີ້ວ່າ ຣັຖບານລາວ ຈັດສັນງົບປະມານ ສໍາລັບການຮັກສາສຸຂພາບ ພຽງ 68 ໂດລ້າຣ໌ ສະຫະຣັຖ ຕໍ່ຄົນ ຕໍ່ປີ ເປັນອັນດັບ 143 ຂອງຈໍານວນ 179 ປະເທດ, ນີ້ຖືວ່າຕໍ່າຫລາຍ ເມື່ອທຽບໃສ່ປະເທດທີ່ມີລາຍຮັບປານກາງ ຊຶ່ງຈັດສັນງົບປະມານ ສໍາລັບການຮັກສາສຸຂພາບສູງເກືອບເຖິງ 300 ໂດລ້າຣ໌ສະຫະຣັຖ ຕໍ່ຄົນ ຕໍ່ປີ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງກ່າວວ່າ ການທີ່ຣັຖບານຈັດສັນງົບປະມານ ໃຫ້ໜ້ອຍຄືແນວນັ້ນ ແມ່ນບໍ່ພຽງພໍ ແລະເມື່ອປີກາຍ ຜແນກສາທາຣະນະສຸຂແຂວງ ນີ້ກໍໄດ້ຮັບງົບປະມານແຕ່ 60% ຂອງແຜນການ, ຂາດເຂີນງົບປະມານ.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຽ ເສຣີໃນມື້ວັນທີ 13 ກໍຣະກະດານີ້ວ່າ:
“ພວກເຮົາກໍຂາດ ງົບປະມານ ໜ້ອຍຄືກັນເນາະ. ພວກເຮົາໄດ້ແຕ່ 60% ຂອງແຜນການປີ 2022 ທີ່ພວກເຮົາຕັ້ງໄວ້ ຄວາມຈິງງົບປະມານ ມັນກໍເທົ່າເກົ່າແຫລະ ແຕ່ວ່າບັນຫາພວກເຮົາ ເຈີສະພາບເງິນເຟີ້ເດ໋. ກໍໄປຊື້ຢາຊື້ອຸປະກອນການແພດ ຊື້ນໍ້າມັນລົງວຽກ ກໍໄດ້ໜ້ອຍລົງ ມັນຂາດຢູ່ຊ່ວງໂຄວິດ-19 ທີ່ມີອັດຕຣາເງິນເຟີ້ ສູງນີ້. ບາດນີ້ຢາທີ່ເຮົາຈ່າຍໃຫ້ຄົນເຈັບນີ້ ເຮົາໄປເປັນໜີ້ເອົານໍາບໍຣິສັດ ມາ. ງົບຈ້າງເນາະ ຫັ້ນນ່າ ເຂົາກໍເປັນອາສາສມັກ ຄັນເປັນເງິນເດືອນແທ້ໆນີ້ກໍບໍ່ມີ. ໂຮງໝໍ ສຸຂສາລາ ບາງບ່ອນຫັ້ນ ເປັນອາຄານເກົ່າ ມັນກໍຈໍາເປັນຕ້ອງໄດ້ປັບປຸງຄືນ.”
ຢູ່ເມືອງທ່າແຕງ ແຂວງເຊກອງ ສຸຂສາລາບາງແຫ່ງ ຂາດເຂີນງົບປະມານ ໃນການຮັກສາສຸຂພາບ, ເຮັດໃຫ້ປັດຈຸບັນ ຢາປິ່ນປົວຄົນເຈັບປ່ວຍ ບໍ່ພຽງພໍ ເນື່ອງຈາກຣັຖບານຕິດໜີ້ ຄ່າຢາ ນໍາບໍຣິສັດຂາຍຢາມາຫລາຍເດືອນ, ບໍຣິສັດບໍ່ສົ່ງຢາໃຫ້ ຕັ້ງແຕ່ເດືອນພຶສຈິກາ 2022, ເຮັດໃຫ້ເຈົ້າໜ້າທີ່ ຂແນງສາທາຣະນະສຸຂ ປະຈໍາທ້ອງຖິ່ນ ຕ້ອງໄດ້ຂຽນໃບສັ່ງຢາ ໃຫ້ຜູ້ຄົນເຈັບ ໄປຊື້ເອົາເອງຢູ່ຮ້ານຂາຍຢາ ສໍາລັບຢາບາງຊະນິດ ທີ່ທາງສຸຂສາລາບໍ່ມີ.
ດັ່ງເຈົ້າໜ້າທີ່ ປະຈໍາສຸຂສາລາ ຢູ່ເມືອງທ່າແຕ່ງ ທ່ານນຶ່ງກ່າວໃນມື້ດຽວກັນນັ້ນວ່າ:
“ບາງຢາ ສົມມຸດວ່າມັນບໍ່ມີເນາະ ເຮົາກໍໄດ້ແນະນໍາໃຫ້ເຂົາໄປຊື້ເອົາຢູ່ນອກ ພາກຣັຖເຮົາກະຕິດໜີ້ຫລາຍ ກໍບໍ່ຈັກສິເຮັດ ຄືໂຕຢ່າງວ່າ ເຮົາເອົາຢາ ເອົາຢານໍາບໍຣິສັດ ຂາດສົ່ງ 3 ເດືອນແລ້ວ ເຂົາສິບໍ່ຈ່າຍຢາໃຫ້ເຮົາ ເຮົາກໍບໍ່ມີຢາ ບາດນີ້ເພິ່ນບໍ່ໄດ້ດູນມາໃຫ້ເຮົານີ້ຕັ້ງແຕ່ເດືອນ 11 12 2022 ຈົນຮອດປັດຈຸບັນນີ້ ເພິ່ນບໍ່ໄດ້ດູນໃຫ້ເຮົາເລີຍ ບໍ່ໄດ້ລົບໜີ້ຈັກເທື່ອມັນກໍຫລາຍ ຄືສຸກສາລາເຮົານີ້ ກໍສິເຂົ້າ 30 ລ້ານກີບ ຕິດໜີ້.”
ທ່ານກ່າວຕື່ມວ່າ ສຸຂສາລາຢູ່ເມືອງທ່າແຕງນີ້ ບາງແຫ່ງບໍ່ພຽງແຕ່ຂາດເຂີນງົບປະມານ ຊື້ຢາປົວຄົນເຈັບເທົ່ານັ້ນ ແຕ່ຍັງຂາດງົບປະມານຈ້າງບຸກຄະລາກອນການແພດນໍາດ້ວຍ, ສຸກສາລາບາງແຫ່ງ ທັງພະນັກງານຣັຖ ແລະອາສາສມັກ ຕ້ອງໄດ້ຢູ່ເວນຍາມ 24 ຊົ່ວໂມງ.
ຢູ່ໂຮງໝໍ ທີ່ແຂວງຫລວງພຣະບາງ ຕົກຢູ່ໃນສະພາບຂາດເຂີນ ງົບປະມານດັ່ງດຽວກັນ ຄືທີ່ວ່ານັ້ນ ຍ້ອນ ຣັຖບານບໍ່ມີງົບປະມານ ໄປຈ່າຍໜີ້ຄ່າຢາໃຫ້ບໍຣິສັດ ເຮັດໃຫ້ທຸກມື້ນີ້ ໂຮງໝໍຂາດຢາຫລາຍຊະນິດ ແລະບໍ່ມີງົບປະມານ ຮັບພະນັກງານ ໃໝ່ນໍາດ້ວຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ໂຮງໝໍ ແຂວງຫລວງພຣະບາງ ກ່າວໃນມື້ວັນທີ 13 ກໍຣະກະດານີ້ວ່າ:
“ບາດນີ້ເງິນກໍເຟີ້ແດ່ເນາະ. ບາດນີ້ງົບປະມານຢາອິຫຍັງ ຈັ່ງຊີ້ຣັຖບານ ເຂົາເຈົ້າກໍບໍ່ຖອກໂຮງໝໍຊີ້ນ່າ ຄັນຖ້າວ່າມີງົບປະມານດີ. ມັນກໍຊ່ວຍປະຊາຊົນແມ່ນຫຍັງ ໃຫ້ມີສຸຂພາບດີຂຶ້ນ ແຕ່ດຽວນີ້ໄດ້ຕິດໜີ້ເນາະ. ຣັຖຕິດໜີ້ໂຮງໝໍ ໂຮງໝໍກໍບໍ່ມີງົບປະມານໄປຊື້ຢາ ແລ້ວຢາບາງຊະນິດ ຫລາຍຊະນິດມັນກໍຂາດຊ່ວງໄລຍະນີ້ ໝໍ, ພະຍາບານ ກໍຂາດ. ມີຄົນເຂົ້າບໍານານເນາະ ສ່ວນຫລາຍເຂົ້າບໍານານແລ້ວ. ແລ້ວງົບປະມານໂຕໃໝ່ ຮັບພະນັກງານໃໝ່ນີ້ ມັນກໍບໍ່ມີຫັ້ນນ່າ ມັນກໍມີແຕ່ດ້າມໜ້ອຍ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຈໍານວນນຶ່ງ ກໍຮູ້ ທີ່ຣັຖບານຈັດງົບປະມານ ຮັກສາສຸຂພາບໜ້ອຍຫລາຍ ໃນແຕ່ລະປີ ແຕ່ກໍໜ້າເຫັນໃຈ ທີ່ມີງົບປະມານຈໍາກັດ ແລະອິດູໂຕນຜູ້ທຸກຍາກ ທີ່ບໍ່ມີເງິນຊື້ຢາປິ່ນປົວເວລາເຈັບປ່ວຍ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນັ້ນວ່າ:
“ມາທຽບໃສ່ງົບປະມານຕໍ່ປີ ມັນກໍໜ້ອຍຫັ້ນແຫລະ ຄວາມຈໍາເປັນເວົ້າແລ້ວ ເຮົາກໍຄາດຄະເນບໍ່ໄດ້ວ່າ. ເອີ ເຮົາຊິເຈັບແນວໃດໆ ຫັ້ນນ່າ ກໍບໍ່ຈັກຊິວ່າແຫລະ ເຮົາກໍມີແຕ່ວ່າ ແນວເປັນໜີ້ເນາະ ໜ້າເຫັນໃຈເຂົາຄືກັນຫັ້ນແຫລະນ່າ ຄິດໃສ່ຜູ້ວ່າບໍ່ມີຫັ້ນນ່າ ຜູ້ທຸກຍາກ ໂຕຢ່າງວ່າຊື້ເຂົ້າໂລກິນ ຈັ່ງຊີ້ກໍດູຕົນເຂົາຫັ້ນແຫລະ.”
ນັກວິຊາການ ດ້ານງົບປະມານປະຈໍາ ຂແນງສາທາຣະນະສຸຂ ກໍເວົ້າໃນມື້ດຽວກັນນັ້ນວ່າ ຖ້າຢາກໃຫ້ວຽກງານສາທາຣະນະສຸຂ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຄ່ອງຕົວ, ສະດວກ ແລະມີປະສິດທິພາບ ທາງຣັຖບານ ກໍຕ້ອງເພິ່ມງົບປະມານ ໃຫ້ຫລາຍຂື້ນ ຊຶ່ງຂະນະນີ້ໃຊ້ງົບປະມານ ສັກສາສຸຂພາບພຽງ 68 ໂດລ້າຣ໌ ຕໍ່ຄົນຕໍ່ປີ ມັນໜ້ອຍຫລາຍ.
“ຄັນຢາກໃຫ້ສະດວກ ກໍເພີ່ມໃສ່ຫົວຄົນຫັ້ນແຫລະຕໍ່ປີຫັ້ນແຫລະ 68 ໂດລ້າຣ໌ ສະຫະຣັຖ ນີ້ ເຮົາໄປກວມເອົາມາຕການລົງທຶນ ຂອງຣັຖທັງໝົດ. ບາດນີ້ເຮົາໄປໃສ່ຫັ້ນ ເຮົາໄປໃສ່ທັງຈັດຊື້ອຸປກອນການແພດ ທັງມາໄລ່ງທັງເງິນເດືອນ ພະນັກງານກວມຢູ່ນີ້ໝົດທຸກອັນຫັ້ນແຫລະ. ຄັນເຮົາໄລ່ແຕ່ແຄ່ຢາ ເຣື່ອງອຸປກອນການແພດ 68 ໂດລ້າຣ໌ ຕໍ່ຫົວຄົນນີ້ ພໍ ບໍ່ລວມເງິນເດືອນ ບໍ່ລວມທັງກໍ່ສ້າງພື້ນຖານໂຄງລ່າງ ບໍ່ລວມອຸປະກອນຊີ້ນເປືອງລະແມ່ນພໍ.”
ອົງການຈັດຕັ້ງສາກົລ ກໍເປັນຫ່ວງ ທີ່ຣັຖບານລາວຈັດສັນງົບປະມານ ສໍາລັບການຮັກສາສຸຂພາບພຽງ 68 ໂດລ້າຣ໌ ສະຫະຣັຖ ຕໍ່ຄົນຕໍ່ປີ ແລະໄດ້ເຄີຍສເນີໃຫ້ຣັຖບານລາວຍົກລະດັບ ລາຍຈ່າຍທາງດ້ານສາທະຣະນະສຸຂ ນີ້ໃຫ້ສູງຂຶ້ນ, ອີງຕາມຄໍາເວົ້າຂອງທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາຕ.
ນອກຈາກບັນຫາທີ່ວ່ານັ້ນແລ້ວ ຢູ່ ສປປ ລາວ ກໍຍັງມີບັນຫາການຂາດ ສານອາຫານ, ເດັກນ້ອຍອາຍຸຕໍ່າກວ່າ 5 ປີ, ຂາດສານອາຫານ ແບບຊໍາເຮື້ອເຖິງ 33% ຍ້ອນຣັຖບານຂາດງົບປະມານ ໃນການສົ່ງເສີມການປະຕິບັດແຜນງານ ດ້ານກະສິກັມ ທີ່ຕິດພັນກັບໂພສະນາການ ໃນທົ່ວປະເທດ, ຂາດການສົ່ງເສີມດ້ານໂພສະນາການ ໃນການລ້ຽງດູ ເດັກນ້ອຍຢ່າງພຽງພໍ.
ແຕ່ປີ 2010 ເປັນຕົ້ນມາ ອົງການຈັດຕັ້ງສາກົລ ເປັນຕົ້ນອົງການ UNFPA LAOS, KOFIH LAOS ແລະອົງການອະນາໄມໂລກ ໄດ້ຊ່ອຍເຫລືອລາວ ທາງດ້ານງົບປະມານ ແລະການຝຶກອົບຮົມດ້ານຜະດຸງຄັນ ມາເລື້ອຍໆ. ມາເຖິງປີ 2022 ທາງສະຫະພັນຜະດຸງຄັນ ສາກົລ ກໍໄດ້ກຽມການປະເມີນ ເພື່ອພິຈາຣະນາ ຮັບຮອງ 3 ວິທຍາໄລໂຕແບບ ໃນການສ້າງແພດຜະດຸງຄັນ ເພື່ອຫລຸດຜ່ອນອັດຕຣາການເສັຍຊີວິດ ຂອງຜູ້ເປັນແມ່ ແລະລູກນ້ອຍ ຢູ່ປະເທດລາວ.