ສານເສບຕິດ ຊະນິດໃໝ່ ກໍາລັງຣະບາດ

0:00 / 0:00

ສານເສບຕິດຊນິດໃໝ່ ເຂົ້າມາຣະບາດຢູ່ຕາມສະຖານທີ່ບັນເທີງ ໂດຍສະເພາະສານດັ່ງກ່າວ ມາໃນຮູບແບບເຄື່ອງດື່ມ ແລະ ສານສູດດົມ. ປະເພດເຄື່ອງດື່ມລວມມີ ກາເຟມ່ວນ, ຄໍລາເຈນ, ນໍ້າສະຫວັນ, ນໍ້າໃບກະທ້ອມ ສ່ວນວ່າ ສານລະເຫີຍ ມາເປັນລັກສະນະແບບປູມເປົ້າ ແກັສສໍາລັບສູດດົມ ເຊິ່ງເຈົ້າໜ້າທີ່ ຈັດໃຫ້ຢູ່ໃນປະເພດ ສານເສບຕິດ ທີ່ຜິດກົດໝາຍ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່.​

ຜູ້ທີ່ໃຊ້ສານເສບຕິດ ດັ່ງກ່າວ ຈະມີຄວາມຮູ້ສຶກມ່ວນ ແລະ ຕື່ນເຕັ້ນ ໄດ້ໝົດຄືນ. ຊາວໜຸ່ມຄົນນຶ່ງ ຢູ່ເມືອງປາກງື່ມ ຜູ້ທີ່ເຄີຍລອງ ສານເສບຕິດ ດັ່ງກ່າວ ໄດ້ກ່າວວ່າ:

“ສາຍປາຕີ້ ແຕ່ວ່າ ກາເຟມ່ວນ ຄັນເຈົ້າຊິສັ່ງນ່າ ບໍ່ໄດ້ ເຂົາເຈົ້າເຊົາຂາຍແລ້ວ. ເຂົາເຮັດແລ້ວ ມີຢູ່ ແຕ່ວ່າ ບໍ່ຮູ້ວ່າ ຊິເອົາຢູ່ໃສນ່າ, ບໍ່ຄຽດ ເຮັດໃຫ້ມັນ ມັນໄຫຼ ໄປເລີຍນ່າ. ເຮັດໃຫ້ເຮົາຕື່ນ ແລ້ວກໍທັງມ່ວນ ທັງຕື່ນ ແລະ ເຮັດໃຫ້ເຂົາມີຄວາມມ່ວນຫັ້ນນ່າ.”

ອີງຕາມຂໍ້ມູນ ຈາກຜູ້ຊ່ຽວຊານ, ສານດັ່ງກ່າວ ມີຜົລຕໍ່ລະບົບປະສາດ, ຜູ້ທີເສບເຂົ້າໄປ ຈະມີຄວາມຕື່ນເຕັ້ນ, ມ່ວນ ແຕ່ຖ້າເສບໄປດົນ ຜູ້ເສບຈະເກີດອາການຕິດ.​

ຫຼັງຈາກທີ່ມີຜູ້ຄົນ ເຣີ່ມຫັນມາໃຊ້ສານເສບຕິດ ຊນິດດັ່ງກ່າວ ຈຶ່ງເກີດມີຂອງປອມ ຣະບາດໄປນໍາ. ອະດີິດແມ່ຄ້າ ຂາຍຄໍລາເຈນ ນາງນຶ່ງ ໄດ້ກ່າວວ່າ:

“ເຮົາສັ່ງໄປ ເຮົາສັ່ງໄປຂາຍ ແຕ່ລາວ ຂາຍເປັນຂອງປອມ ຊື້ໄປກິນ ບໍ່ຮູ້ສຶກຫຍັງແຕ່ວ່າເຮົາສັ່ງ. ເຮົາສັ່ງໄປຂາຍ ແຕ່ເຮົາບໍ່ໄດ້ຂາຍ ເພາະວ່າ ມັນເປ້ຂອງປອມ. ບໍ່ມີຜູ້ໃດຊື້ຊໍ້າ ຖິ້ມເງິນລ້າໆ 2 ລ້ານ ກີບ ມີແຕ່ວ່າ ເຂົາເຈົ້າກິນ ມັນເປັນແນວໃດ ເຮົາກໍບໍ່ຮູ້. ເຫັນເຂົາເຈົ້າມັກກິນແລ້ວ ເຮົາເລີຍຢາກສັ່ງ.”​

ຜູ້ຄົນມັກໃຊ້ສານເສບຕິດດັ່ງກ່າວ ຢູ່ສະຖານທີ່ບັນເທີງ ເຊິ່ງຜ່ານມາເຈົ້າໜ້າທີ່ ກໍໄດ້ມີການຈັບກຸມ ແລະ ດໍາເນີນຄະດີ.

ເຈົ້າໜ້າທີ່ ກ່ຽວຂ້ອງເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:

“ຊ້ວງໄລຍະນັ້ນ ຊາວໜຸ່ມ ໄວໜຸ່ມເຂົານິຍົມເດ້ ເປັນນໍ້າກະທ້ອມຄືກັນ, ກາເຟມ່ວນນີ້, ໝາກປູມເປົ້າ. ມ່ວນແລ້ວກໍເຕັ້ນ ເຂົາຊື້ກັນ ເຂົາມ່ວນກັນ ນໍ້າ ເທັກ ນໍາເຂົ້າບາ ສ່ວນຫຼາຍແລ້ວເຫັນ ຢູ່ໃນລັກສະຊະເປັນຊອງຫັ້ນແຫຼະ ສ່ວນວ່າ ເຂົາຊິໄປປະສົມກັບອັນນັ້ນ ອັນນີ້ ມັນກໍມີຢູ່ ປະສົມເຫຼົ້າ ປະສົບເບັຽ.​”

ຢູ່ນະຄອນຫລວງວຽງຈັນ ຄົນທົ່ວໄປ ກໍຍັງບໍ່ຮູ້ວ່າລະອຽດວ່າ ມັນເປັນສານເສບຕິດ ປະເພດໃດ. ນັກຂ່າວທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:

“ກໍມີສັງຄົມເຂົາວ່າ ນໍາໃຊ້ກໍມີຫຼາຍຢູ່ ກໍມີແຕ່ເຫັນ ປະກົດຢູ່ນໍາຂ່າວທີ່ວ່າ ມັນອອກຕ່າງໆ ຫັ້ນເນາະ ແຕ່ວ່າເລື່ອງຢາເສຕິດໂຕນີ້ ເຮົາຍັງບໍ່ຮູ້ແນ່ນ້ອນເທື່ອວ່າ ມັນເປັນແບບໃດ ມັນໜ້າຈະເປັນຊອງຄ້າຍໆ ຄືກັບ ກາເຟປ່າຕີ້ ຫຼື ຈັ່ງໃດ.​”

ອີງຕາມຂໍ້ມູນ ຈາກສໍານັກຂ່າວໄທຍ, ນໍ້າສະຫວັນ ໃນປັດຈຸບັນ ໃສ່ຊອງຄ້າຍຄືກັບ ຖົງຢາງອະນາໄມ ມີຫຼາກຫຼາຍຍີ່ຫໍ້ ບາງຍີ່ຫໍ້ ໂລໂກ້ ຄືກັບຍີ່ຫໍ້ເບັຽ ຊນິດນຶ່ງ ແລະ ຂາຍເປັນຊອງ ໃນລະຄາ 3,500 – 6,000 ບາທ.​

ຫຼ້າສຸດ ພົນໂທ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາຕ ຕ່າງໜ້າຄະນະ ປະຈໍາສະພາແຫ່ງຊາຕ ກ່າວຕໍ່ກອງປະຊຸມ ສະພແຫ່ງຊາຕ ຕອນນຶ່ງ ໃນໄລຍະ 6 ເດືອນ ທ້າຍປີ 2023 ໂດຍເນັ້ນໃຫ້ຣັຖບານ ສືບຕໍ່ປັບປຸງນິຕິກໍາ ແກ້ໄຂບັນຫາຢາເສບຕິດ ທີ່ເກີດຂຶ້ນໃໝ່ ເຊັ່ນ ນໍ້າໃບກະທ້ອມ, ກະເຟມ່ວນ, ຄໍລາເຈນ, ຢາສູບໄຟຟ້າ, ປູມເປົ້າອາຍແກັສ ກະຕຸ້ນປະສາດ ແລະ ອື່ນໆ.