ຜູ້ເປັນໄຂ້ຍຸງລາຍ ເຣີ່ມຫຼາຍຂຶ້ນ, ໂຮງໝໍຮອງຮັບ ບໍ່ພຽງພໍ

ຄົນເຈັບໄຂ້ຍຸງລາຍ ທີ່ມີອາການໜັກ ຕ້ອງໄດ້ນອນໂຮງໝໍ.
ຄົນເຈັບໄຂ້ຍຸງລາຍ ທີ່ມີອາການໜັກ ຕ້ອງໄດ້ນອນໂຮງໝໍ. (ນັກຂ່າວ ພົລເມືອງ)

0:00 / 0:00

ປັດຈຸບັນ ປະເທດລາວ ເຂົ້າສູ່ຣະດູຝົນຢ່າງເປັນທາງການແລ້ວ ເຮັດໃຫ້ຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ່ມຂຶ້ນຢ່າງໄວວາ ສູນຂ່າວສານການແພດ ສຸຂສຶກສາ ກະຊວງສາທາຣະນະສຸຂ ເຜີຍແຜ່ຂໍ້ມູນວ່າ ມາຮອດວັນທີ 21 ກໍຣະກະດາ ທົ່ວປະເທດ ຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ສະສົມແລ້ວ 10,501 ຄົນ. ມີຜູ້ເສັຍຊີວິດສະສົມແລ້ວ 6 ຄົນ, ໃນນີ້ ຢູ່ແຂວງບໍຣິຄຳໄຊ 3 ຄົນ, ແຂວງຄໍາມ່ວນ 1 ຄົນ ແລະນະຄອນຫຼວງວຽງຈັນ 1 ຄົນ.

ຢູ່ໂຮງໝໍ ແຂວງບໍຣິຄໍາໄຊ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ເຣີ່ມຫຼາຍຂຶ້ນ ຕັ້ງແຕ່ປາຍເດືອນມິຖຸນາ, ແຕ່ໂຮງໝໍບໍ່ສາມາດຮອງຮັບ ຄົນເຈັບໄດ້ທັງໝົດ ຍ້ອນຕຽງນອນ ບໍ່ພຽງພໍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 13 ກໍຣະກະດານີ້ວ່າ:

“ໄຂ້ເລືອດອອກ ມີຢູ່ເຈົ້າ. ກໍຫຼາຍຢູ່ ເຣີ່ມມັນມາກໍເປັນມາຫວ່າງທ້າຍເດືອນຫົກ ນີ້ແຫຼະ. ຊ່ວງໜ້າຝົນນີ້ແຫຼະ ຖ້າວ່າຊິໃຫ້ພໍແທ້ ມັນກໍບໍ່ໍພໍເນາະ ເພາະວ່າ ຊ່ວງນີ້ມັນຊ່ວງຣະບາດ ແລ້ວບາດນີ້ຄົນ ເຈັບຕາມພະຍາດ ຣະດູການແດ່. ແລ້ວກໍຄົນເຈັບປົກກະຕິທົ່ວໄປຫັ້ນນ່າ ຕຽງນອນ ມັນກໍບໍ່ພໍຫັ້ນແຫຼະ”

ໃນວັນທີ 30 ມິຖຸນາ ທີ່ຜ່ານມາ ຄະນະກັມມະການ ການຮັກສາສຸຂພາບ ຂັ້ນແຂວງ ຂອງແຂວງອຸດົມໄຊໄດ້ອອກໜັງສື ແຈ້ງການວ່າດ້ວຍການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການ ຣະບາດພະຍາດໄຂ້ຍຸງລາຍ ຍ້ອນການຣາຍງານ ກໍຣະນີໄຂ້ຍຸງລາຍ ແລະ ອັດຕຣາການເຈັບເປັນ ໄດ້ເພີ່ມຂຶ້ນທຸກວັນ. ປັດຈຸບັນແຂວງອຸດົມໄຊ ເປັນແຂວງທີ່ມີຜູ້ເປັນໄຂ້ຍຸງລາຍ ສະສົມຫຼາຍທີ່ສຸດ ຄື 2,395 ຄົນ ໂດຍເມືອງທີ່ມີຜູ້ເປັນໄຂ້ເລືອດອອກ ຫຼາຍທີ່ສຸດ ແມ່ນເມືອງຮຸນ ຮອງລົງມາ ແມ່ນເມືອງແບງ ແລະ ເມືອງໄຊ.

ການຣະບາດໃນເມືອງຮຸນ ສ່ວນຫຼາຍ ຢູ່ໃນເທສບານເມືອງ ຍ້ອນເປັນເຂດມີຄົນໜາແໜ້ນ ຂະນະທີ່ເຂດອ້ອມຂ້າງນັ້ນ ບໍ່ມີການຣະບາດຫຼາຍເທົ່າໃດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວໃນມື້ດຽວກັນວ່າ:

“ພົ້ນເດັ່ນທີ່ສຸດ ລະແມ່ນເຂດເທສບານ ອັດຕຣາໜາແໜ້ນ ໂຕນີ້ເນາະ ອັດຕຣາຊຸມຊົນນີ້ເນາະ ກໍບໍ່ຄ່ອຍຈະຫຼາຍ ໂຕເລຂຢູ່ໂຮງໝໍນ້ອຍ ສົ່ງມາບໍ່ຄ່ອຍຈະຫຼາຍ.”

ເມື່ອເປັນໄຂ້ຍຸງລາຍ ຄົນເຈັບຕ້ອງໄດ້ຮັບການປີ່ນປົວ ຮັກສາຢູ່ໂຮງໝໍ ເພື່ອຕິດຕາມເບິ່ງອາການ 3-7 ມື້ແຕ່ບາງເທື່ອ ໂຮງໝໍກໍບໍ່ສາມາດຮັບຮອງ ຄົນເຈັບໄດ້ທັງໝົດ ຍ້ອນຕຽງບໍ່ ພຽງພໍ ແລະ ຂາດເຂີນຢາດັ່ງທ່ານໝໍກ່າວຕື່ມວ່າ:

“ມັນກໍບໍ່ຮັບຮອງໄດ້ແທ້ ມັນກໍບໍ່ຮອງຮັບ ໄດ້ຕຽງບໍ່ພຽງພໍ ກໍລົ້ນແລ້ວເນາະ ມີຈຳນວນຫຼາຍແຫຼະ ທີ່ເຂົາເຈົ້າເປັນແລ້ວ ກໍມາໂຮງໝໍແລ້ວພັກຜ່ອນເຂົາເຈົ້າກໍແນະນຳ ໃຫ້ກັບບ້ານໄປນອນພັກຜ່ອນ ກີນຢາແລ້ວກໍກີນນໍ້າໂອລະລິດ ແຕ່ຄົນເຈັບມີອາການເຈັບ ຢູ່ໃນຂັ້ນເຕືອນເນາະແຕ່ກໍຣະນີຂັ້ນຮ້າຍແຮງ ທີ່ສຸດ ຈຶ່ງມານອນໂຮງໝໍ.”

ຢູ່ແຂວງຫຼວງພຣະບາງ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມ 831 ຄົນໂດຍນະຄອນຫຼວງພຣະບາງ ແມ່ນມີຄົນຕິດເຊື້ອໄຂ້ຍຸງລາຍ ຫຼາຍກ່ວາເມືອງອື່ນໆ ໂດຍເຣີ່ມຫຼາຍຕັ້ງແຕ່ເດືອນມິຖຸນາ ແລະ ຕ້ອງປະເຊີນສະພາບໂຮງໝໍລົ້ນ ແລະ ຢາທີ່ໃຊ້ປິ່ນປົວ ຂາດເຂີນ ມາຕັ້ງແຕ່ຕົ້ນປີ ຄືກັນດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານໜຶ່ງກ່າວວ່າ:

“ໂຮງໝໍເຮົານີ້ນ່າກໍເຕັມຢູ່ ແຕ່ບາງກໍຣະນີບໍ່ເຖິງຂັ້ນວ່າໜັກ ເຂົາເຈົ້າກໍເອົາຢາເມືອກິນຢູ່ເຮືອນເອງຫັ້ນນ່າ. ສ່ວນຫຼາຍເຂົາເຈົ້າກໍໃຫ້ກິນແຕ່ໂອລະລິດ ໃຫ້ໄປເບົາໄປຫຍັງແລ້ວ ກໍອອກ ສື່ໆຫັ້ນນ່າ ແລ້ວກໍກິນນໍ້າໝາກພ້າວ ບໍ່. ຢາກໍຄືວ່າຫັ້ນແລ້ວ ມັນຊິບໍ່ພໍຫັ້ນແຫຼະ ມັນຂາດນໍ້າ. ໃຫ້ພໍ່-ແມ່ປະຊາຊົນ ບໍ່ມີແທ້ໆ ມັນຕັ້ງເຣີ່ມຕົ້ນປີມາແລ້ວ ເຮົາມັນບໍ່ມີແລ້ວນ່າ.”

ດ້ານການປ້ອງກັນ ແລະ ສະກັດກັ້ນ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ກໍໄດ້ລົງໂຄສະນາ ໃນບ່ອນຊຸມຊົນຕ່າງໆ ເປັນຕົ້ນໂຮງຮຽນ ແລະ ຕລາດ ລວມເຖິງໂຄສະນາ ຜ່ານໂທລະໂຄ່ງ ແລະ ແຈກໜັງສືແຈ້ງການຂັ້ນແຂວງ ໄປຍັງບ້ານຕ່າງໆ ເພື່ອໂຄສະນາເຖິງຫຼັກການ 5 ປ ທີ່ປ້ອງກັນ ແລະປາບປາມ ຍຸງລາຍ, ແຕ່ປະຊາຊົນ ບາງສ່ວນໃນເຂດນອກ ກໍຍັງບໍ່ທັນເຫັນເຈົ້າໜ້າທີ່ລົງ ໂຄສະນາກັບການປ້ອງກັນ ຍຸງລາຍປານໃດ ຈຶ່ງຍັງບໍ່ຮູ້ຈັກຫຼັກການ 5 ປ.

ດັ່ງຊາວບ້ານ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ນາງໜຶ່ງກ່າວວ່າ:

“ຊ່ວງນີ້ຄົນໜ້າຈະນອນໂຮງໝໍຫຼາຍ ຢູ່ມັນກໍເປັນໄຂ້ຍຸງຣະບາດ ແຕ່ລະປີ. ບໍ່ໆ ຄັນເຫັນເຂົາເຈົ້າ ລົງຂະເຈົ້າເຄີຍໄປຕລາດ ຂະເຈົ້າເຄີຍເປີດບູດ ຂະເຈົ້າຊິເປີດໃນຕລາດຕອນເຊົ້າ ອອກຕລາດທຸກມື້ ບໍ່ເຫັນບໍ່ຮູ້ຈັກ 5 ປ. ມີແຕ່ວ່າຈູດຢາກັນຍຸງສື່ໆ.”

ຫຼັກການປ້ອງກັນ ແລະ ປາບປາມ ໄຂ້ຍຸງລາຍ ຫຼື 5 ປ ປະກອບມີ:

  1. ປິດ: ຄືປິດພາຊະນະ ທີ່ເກັບນໍ້າ ໃນເຮືອນ ແລະນອກເຮືອນ ເພື່ອບໍ່ໃຫ້ຍຸງໄຂ່ໃສ່.
  2. ປ່ຽນ: ຄືປ່ຽນນໍ້າ ໃນພາຊະນະ ທີ່ປິດບໍ່ໄດ້.
  3. ປ່ອຍ: ຄືປ່ອຍປາຫາງນົກຍຸງ ເພື່ອໃຫ້ກິນໜອນນໍ້າ.
  4. ປັບປຸງ: ຄືປັບປຸງສະພາບແວດລ້ອມ ບໍ່ໃຫ້ມີນໍ້າຂັງ.
  5. ປະຕິບັດ: ຄືປະຕິບັດ ເປັນປະຈໍາທຸກໆ 3-5 ມື້ ຫຼື ທຸກສັປດາ.