ເຣື້ອງທີ່ເກັບບັນທຶກໄວ້
2023-02-28
ຜູ້ປະກອບການ ຮ້ານຂາຍຢາບາງແຫ່ງ ໃນນະຄອນຫຼວງວຽງຈັນ ໄດ້ປັບລາຄາຢາ ບາງຊະນິດແພງຂຶ້ນ ໂດຍສະເພາະ ກຸ່ມຢາແກ້ຫວັດ, ແກ້ຫຼຸດອາການໄຂ້, ແກ້ປວດ, ຢາຂ້າເຊື້ອແບັກທີເຣັຍ ແລະອື່ນໆທີ່ນໍາເຂົ້າມາຈາກຕ່າງປະເທດ ເພາະອີງຕາມເຣດ ຂອງເງິນທີ່ສັ່ງຊື້.
2023-02-24
ເກີດເຫດ ລູກປືນຄົກ ຂະນາດ 60 ມມ ແຕກໃສ່ທະຫານລາວ ໃນຂະນະທີ່ ຊ້ອມຍິງລູກປືນແທ້ ປະຈໍາປີ ຢູ່ສນາມກອງຮ້ອຍ 101 ເຂດບ້ານກະປື ເມືອງທ່າແຕງ ແຂວງເຊກອງ ເຮັດໃຫ້ມີນາຍ ແລະພົນທະຫານ ເສັຽຊີວິດຄາທີ່ 2 ຄົນ ແລະ ໄດ້ຮັບເຈັບ 4 ຄົນ.
2023-02-23
ເກີດການແຜ່ຣະບາດ ພະຍາດໃນສັດລ້ຽງ ເປັນຕົ້ນພະຍາດເຕົ້າໂຮມເລືອດ, ປາກເປື່ອຍລົງເລັບ ແລະອະຫິວາໝູ ໂດຍສະເພາະ ຢູ່ເມືອງໂຂງ ແຂວງຈຳປາສັກ ເຮັດໃຫ້ງົວ, ຄວາຍ ແລະໝູ ຂອງຊາວບ້ານຕາຍ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີມາຕການປ້ອງກັນ ສ່ວນປະຊາຊົນ ຢາກໃຫ້ພາກຣັຖຊ່ວຍເຫຼືອ.
2023-02-14
ສວນກ້ວຍຈີນ ຮວມທັງຂອງບໍຣິສັດ ວີເອສ ຈໍາກັດ ຢູ່ເຂດບ້ານທ່າເຮືອ ແລະບ້ານຫາດຍື້ນ ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ຍັງໃຊ້ສານພິດເຄມີ ທີ່ເປັນຜົລກະທົບ ຕໍ່ສຸຂພາບ ຂອງຄົນງານ ຫລາຍຄົນ ເຊິ່ງທີ່ຜ່ານມາ ສານເຄມີສວນກ້ວຍຈີນ ເຄີຍສ້າງຄວາມເດືອດຮ້ອນ ໃຫ້ຊາວບ້ານມາແລ້ວ ໂດຍສະເພາະຄົນງານ.
2023-02-13
ທີ່ຜ່ານມາເຈົ້າຫນ້າທີ່ ສາມາດ ໄດ້ຍຶດຢາໄອສ໌ ທີ່ຂົນມາຈາກປະເທດພະມ້າ ຈຳນວນ 16 ເປົາ (ມີ 500 ຫໍ່), ນໍ້າຫນັກ 500 ກິໂລກຣາມ ຣົຖໃຫຍ່ 3 ຄັນ ແລະ ຜູ້ຕ້ອງຫາຄົນລາວ 4 ຄົນ ຂະນະທີ່ ປະຊາຊົນ ຢາກເຫັນເຈົ້າໜ້າທີ່ ທ້ອງຖິ່ນ ເອົາໃຈໃສ່ ປາບປາມທັງຜູ້ຂາຍ ແລະຜູ້ເສບ ຢາເສບຕິດ ຢ່າງຈິງຈັງ.
2023-02-10
ມີຣາຍງານ ຈາກຕຳຣວດວ່າ ຢູ່ນະຄອນຫລວງວຽງຈັນ ມີຄະດີລັກພາໂຕໄດ້ 10 ຄະດີ ທີ່ແກ້ໄຂໄດ້, ໃນປີ 2022 ຢູ່ລາວມີຄະດີລັກພາໂຕ ຮຽກຄ່າໄຖ່ຫລາຍຂຶ້ນ ຊຶ່ງຕໍາຣວດຈັບຜູ້ຕ້ອງຫາໄດ້ 20 ຄົນ ໃນນັ້ນເປັນຄົນຈີນ ຢ່າງໜ້ອຍ 4 ຄົນ.
2023-02-10
ມີຣາຍງານວ່າ ໃນປີ 2022 ທີ່ຜ່ານມາ ທົ່ວປະເທດ ມີຜູ້ເສັຽຊີວິດ ຈາກການເກີດອຸບັດຕິເຫດ ຕາມທ້ອງຖນົນ ທັງໝົດ 947 ຄົນ ທຽບໃສ່ປີ 2021 ເພີ່ມຂຶ້ນ 116 ຄົນ ເຊິ່ງສາເຫດ ການເກີດອຸບັດຕິເຫດ ມາຈາກເມົາແລ້ວ ຂັບຂີ່ຍານພາຫະນະ.
2023-02-08
ອົງການພັທນາສາກົນ ປະເທດສະຫະຣັຖອາເມຣິກາ ຫລື USAID ໄດ້ເປີດໂຕໂຄງການໃໝ່ ເພື່ອສ້າງຄວາມເຂັ້ມມແຂງ ດ້ານວຽກງານສຸຂພາບແມ່-ເດັກ ແລະ ໂພສະນາການຢູ່ 24 ເມືອງ ຂອງ 5 ແຂວງຄື ແຂວງຜົ້ງສາລີ, ອຸດົມໄຊ, ສວັນນະເຂດ, ສາຣະວັນ ແລະ ເຊກອງ ນັບແຕ່ປີ 2023-2026.
2023-02-06
ອົງການຢູນິເຊຟ ສນັບສນຸນ ໂຄງການນ້ໍາ, ສຸຂາພິບານ ແລະ ສຸຂະອະນາໄມ ໃຫ້ຊົນເຜົ່າຢ້າວ ຢູ່ບ້ານພັງຊານ ເມືອງຍອດອູ ແຂວງຜົ້ງສາລີ ພາຍຫລັງ ພວກເຂົາເຈົ້າ ມີນ້ໍາຊົມໃຊ້ ບໍ່ພຽງພໍ ມາດົນຫລາຍປີ ໂດຍໄດ້ຮັບການສນັບສນຸນ ງົບປະມານຈາກ ຄອບຄົວ ຮາກິວາຣະ ຜ່ານອົງການຢູນິເຊຟ ປະຈໍາຍີ່ປຸ່ນ.
2023-01-31
ເກີດເຫດການ ພະນັກງານ ຂອງບໍຣິສັດ ຢຸນນານວັນເວ ພະລັງງານຈຳກັດ (ສັນຊາດຈີນ) ໃຊ້ປືນຍິງນາບຂູ່ ປະຊາຊົນ ບ້ານແຊວລີສູ່ ເມືອງຍອດອູ ແຂວງຜົ້ງສາລີ ພ້ອມກັບ ໃຊ້ພ້າ ແລະກ້ອນຫິນຂູ່ທຳລາຍປະຊາຊົນ ທີ່ບໍ່ຍອມຮັບເອົາເງິນ ຄ່າຊົດເຊີຍທີ່ບໍ່ເໝາະສົມ ເປັນເຫດໃຫ້ມີຜູ້ບາດເຈັບ ໃນຄັ້ງນີ້ນຳດ້ວຍ.
2023-01-30
ການແກ້ໄຂບັນຫາ ການຄ້າ ແລະການເສບຢາເສບຕິດ ຢູ່ລາວ ປະກົດວ່າ ມິດງຽບລົງ ຫຼັງຈາກ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ລາອອກຈາກຕຳແໜ່ງ ເມື່ອທ້າຍປີກາຍນີ້ ຊຶ່ງອາດກໍ່ໃຫ້ເກີດບັນຫາຢາເສບຕິດ ກັບມາຣະບາດ ຫຼາຍຂຶ້ນກວ່າເກົ່າ ແລະສົ່ງຜົນກະທົບ ຕໍ່ສັງຄົມລາວ ໂດຍລວມ.
2023-01-27
ສະຫະພັນຜະດຸງຄັນສາກົລ ໄດ້ປະກາດຢ່າງເປັນທາງການ ເພື່ອຮັບຮອງເອົາ ສູນການສຶກສາຜະດຸງຄັນ 3 ແຫ່ງ ໃນ ສປປ ລາວ ເພື່ອໃຫ້ເປັນວິທຍາໄລໂຕແບບ ທີ່ໄດ້ມາຕຖານສາກົລ ດ້ານການສຶກສາຜະດຸງຄັນ ແລະ ເປັນປະເທດທໍາອິດໃນອາຊ້ຽນ ທີ່ມີວິທຍາໄລສຸຂພາບ ຖືກຮັບຮອງມາຕຖານສາກົລ.
2023-01-23
ຣັຖບານຈີນ ໃຫ້ທຶນຊ່ວຍເຫຼືອ ທາງການແຂວງຫຼວງພຣະບາງ ຕຣຽມຈະປັບປຸງ ແລະ ຍົກລະດັບ ໂຮງໝໍແຂວງ ໃຫ້ມີຄຸນນະພາບດີຂຶ້ນ ຮວມເຖິງໃຫ້ມີ ຄວາມທັນສມັຍຂຶ້ນນໍາດ້ວຍ ເຊິ່ງຈະປັບປຸງໃນເຣື່ອງ ກໍ່ສ້າງພື້ນຖານໂຄງຮ່າງ, ການບໍຣິການ, ປິ່ນປົວສຸຂພາບ ໃຫ້ປະຊາຊົນ ໃຫ້ສະດວກສະບາຍຂຶ້ນ.
2023-01-19
ສະຫະພັນກັມມະບານລາວ ແລະອົງການ ອ໋ອກແຟມ (Oxfam) ປະຈໍາປະເທດລາວ ໄດ້ລົງນາມເຊັນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບວຽກງານ ການສົ່ງເສີມ ການປົກປ້ອງທາງສັງຄົມ ແລະສິດທິແຮງງານ ຂອງຄົນງານລາວ ໃນພາກການກະເສຕ ແລະອາຫານ ໃນປະເທດລາວ ທີ່ເຮັດວຽກນອກລະບົບ ໃຫ້ເຂົາເຈົ້າມີປະກັນສັງຄົມ ແລະປະກັນດ້ານອື່ນໆນໍາ.
2023-01-18
ຫົວໜ້າຜແນກ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຍອມຮັບວ່າ ມີບັນຫາກ່ຽວກັບ ຮ້ານບັນເທີງ, ຮ້ານອາຫານ ແລະ ຮ້ານກິນດື່ມ ເປີດໃຫ້ມົ້ວສຸມ ສິ່ງເສບຕິດ, ຄ້າປະເວນີ ແລະ ໄພສັງຄົມອື່ນໆ ຢູ່ຫຼາຍຕົວເມືອງ ໃນນະຄອນຫຼວງວຽງຈັນ.