ຣັຖບານຈີນ ຈະໃຫ້ທຶນ ປັບປຸງໂຮງໝໍ ແຂວງຫຼວງພຣະບາງ

ສຸພັດຕາ
2023.01.23
ຣັຖບານຈີນ ຈະໃຫ້ທຶນ ປັບປຸງໂຮງໝໍ ແຂວງຫຼວງພຣະບາງ ບັນຍາກາດ ຕາມຖນົນສັກກະລິນ ທີ່ມີຊື່ສຽງ ລຽງລາຍໄປດ້ວຍ ເຮືອນເກົ່າ ແບບຝຣັ່ງເສດ ໃນນະຄອນຫຼວງພຣະບາງ, ແຂວງຫຼວງພຣະບາງ (TS), ເດືອນພຶສຈິກາ 2020.
RFA

ທາງການແຂວງຫຼວງພຣະບາງ ຕຣຽມຈະປັບປຸງ ແລະ ຍົກລະດັບໂຮງໝໍແຂວງ ໃຫ້ມີຄຸນນະພາບດີຂຶ້ນ ຮວມເຖິງ ມີຄວາມທັນສມັຍຂຶ້ນນໍາດ້ວຍ ດ້ວຍທຶນຊ່ອຍເຫຼືອ ຂອງຣັຖບານຈີນ ເຊິ່ງໃນວັນທີ 14 ມົກກະຣາ 2023 ໄດ້ມີພິທີວາງສີລາຣຶກ ຢ່າງເປັນທາງການ ເຊິ່ງຈະປັບປຸງໃນເຣື່ອງ ກໍ່ສ້າງພື້ນຖານ ໂຄງຮ່າງ, ການບໍຣິການ, ປິ່ນປົວສຸຂພາບ ໃຫ້ປະຊາຊົນໂດຍໄດ້ຮັບການຊ່ອຍເຫຼືອ ຈາກຣັຖບານຈີນ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວລາວໃນແຂວງຫຼວງພຣະບາງ ຈໍານວນນຶ່ງເຫັນວ່າ ເປັນເຣື່ອງທີ່ດີຫຼາຍ ຖ້າທາງການແຂວງຫຼວງພຣະບາງ ປັບປຸງໂຮງໝໍແຂວງສໍາເຣັດ ເພາະປັດຈຸບັນນີ້ ໃນເວລາທີ່ຄົນເຈັບປ່ວຍ ໃຊ້ບໍຣິການ ຢູ່ໂຮງໝໍແຂວງຫຼວງພຣະບາງ ກໍຍັງບໍ່ໄດ້ມີຄຸນນະພາບດີເທົ່າທີ່ຄວນ ເປັນຕົ້ນ ຫ້ອງປິ່ນປົວກໍແຄບ ຮວມເຖິງຍັງ ບໍ່ພຽງພໍຕໍ່ຄວາມຕ້ອງການ ຂໍຜູ້ເຈັບປ່ວຍ ທີ່ບາງເທື່ອຕ້ອງໄດ້ລໍຖ້າດົນ ເພາະເຈົ້າໜ້າທີ່ບຸກຄະລາກອນແພດ ແລະໝໍ ກໍບໍ່ພຽງພໍ ຕໍ່ການບໍຣິການ.

ດັ່ງກຊາວລາວ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ມົກກະຣາ ນີ້ວ່າ:

“ຖ້າວ່າເພິ່ນປັບປຸງຂຶ້ນມາໃໝ່ ມັນກໍຈະດີຂຶ້ນ ເຈັບສໍ່າໃດສໍ່ານຶ່ງ ມັນກໍຈະບໍ່ໄດ້ລົງໄປໂຮງໝໍໃຫຍ່ ຢູ່ນະຄອນຫຼວງພຸ້ນແລ້ວ ເພາະວ່າຫ້ອງການປິ່ນປົວແມ່ນຫຍັງ ກໍບໍ່ພຽງພໍຫັ້ນນ່າ ຫ້ອງນອນຂອງຄົນເຈັບແມ່ນຫຍັງຈັ່ງຊີ້ ມັນກະບໍ່ພຽງພໍ ຫ້ອງວິເຄາະແມ່ນຫຍັງ ບາງເທື່ອມັນກໍອາຈແຄບຫັ້ນນ່າ ຜ່ານມາເນາະ ເພິ່ນເອົາອຸປະກອນ ເຄື່ອງມືຕ່າງໆເຂົ້າມາໃໝ່ ກໍຈະດີຢູ່.”

ຂະນະທີ່ ຊາວລາວ ໃນແຂວງຫຼວງພຣະບາງ ອີກທ່ານນຶ່ງ ກໍກ່າວກ່ຽວກັບເຣື່ອງນີ້ວ່າ ຖືວ່າເປັນຂ່າວດີ ສໍາລັບຊາວລາວ ໃນນະຄອນຫຼວງພຣະບາງ ແຕ່ກໍຕ້ອງລໍຖ້າເບິ່ງວ່າ ສ້າງສໍາເຣັດແລ້ວຈະດີ ມີຄຸນນະພາບ ຫຼືບໍ່ ເພາະທີ່ຜ່ານມາ ລາວເອງໄປໃຊ້ບໍຣິການ ຢູ່ໂຮງໝໍແຂວງຫຼວງພຣະບາງ ກໍບໍ່ໄດ້ດີ ແລະມີຄຸນນະພາບເທົ່າທີ່ຄວນ ໂດຍສະເພາະ ການບໍຣິການ ຂອງເຈົ້າໜ້າທີ່ແພດ ແລະ ໝໍ ກໍບໍ່ໄດ້ເອົາໃຈໃສ່ຄົນເຈັບປ່ວຍ ເທົ່າທີ່ຄວນ:

“ກະເຄີຍໄປຢູ່ໂຮງໝໍນ່າ ຄືວ່ານໍາກັນຫັ້ນແຫຼະ ໄດ້ໃຊ້ເວລາແບບວ່າບໍ່ເອົາໃຈໃສ່ນ່າ ແບບບໍ່ຢາກເບິ່ງເຮົາ ຂຽນແຕ່ຢາໃຫ້ເຮົາໄປກິນ ລະກະແລ້ວແຫຼະ ຊັ້ນນ່າ ການບໍຣິການກໍຄືວ່າຫັ້ນແຫຼະ ບໍ່ຢາກຄັກຢູ່ພີ້ແທ້ ບໍ່ຢາກເອົາໃຈໃສ່ປານໃດ.”

ສໍາລັບການປັບປຸງ ແລະ ຍົກລະດັບ ໂຮງໝໍແຂວງຫຼວງພຣະບາງນີ້ ຈະປັບປຸງເປັນໄລຍະເວລາ 2 ປີ ໂດຍທາງການແຂວງ ຈະກໍ່ສ້າງອາຄານໃໝ່ 3 ອາຄານ ໃນນັ້ນ ຈະມີອາຄານສຸກເສີນພາຍນອກ ໄວ້ສໍາລັບປິ່ນປົວສຸນເສີນ ໂດຍສະເພາະ ການຜ່າຕັດກະດູກ, ຜ່ານຕັດຫົວໃຈ-ເສັ້ນເລືອດ ແລະເຮັດເປັນຫ້ອງ CCU ແລະຫ້ອງ ICU ແລະມີການກໍ່ສ້າງ ອາຄານຫໍພັກ ໄວ້ສໍາລັບແພດ ແລະ ໝໍ ມາຈາກປະເທດຈີນ ທີ່ຈະມາປະຈໍາຢູ່ໂຮງໝໍແຂວງ ແລະມີການກໍ່ສ້າງອາຄານ ໄວ້ສໍາລັບເກັບອຸປະກອນ ການແພດ.

ນອກຈາກນີ້ ທາງການຫຼວງພຣະບາງ ກໍຈະມີການສ້ອມແປງ ຕຶກເກົ່າໃຫ້ດີຂຶ້ນນໍາດ້ວຍ ແລະທາງການແຂວງ ກໍຈະສົ່ງເຈົ້າໜ້າທີ່ແພດ ແລະ ໝໍ ໄປຮຽນ ແລະຝຶກອົບຮົມ ຢູ່ທີ່ປະເທດຈີນ ເປັນໄລຍະເວລາ 2 ປີ ແລ້ວຈຶ່ງກັບມາຮັບໃຊ້ ແລະບໍຣິການປະຊາຊົນ.

ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ:

“ປັດຈຸບັນນີ້ ເຮົາກໍາລັງຈະພັທນາໂຕນີ້ຂຶ້ນມາ ປັບປຸງສ້ອມແປງຄືນໃໝ່ ທຸກລະບົບເລີຍ ການກໍ່ສ້າງ ຍົກລະດັບໂຮງໝໍແຂວງເນາະ ເວົ້າເຣື່ອງຕຶກຫົວໃຈ-ເສັ້ນເລືອດ CCU-ICU ນ່າ ຫຼັງຈາກທີ່ເຮົາກໍ່ສ້າງສໍາເຣັດ ແລ້ວຈະມີຜູ້ຊ່ຽວຊານປະຈໍາຂອງຈີນ ມາປະຈໍາ ໃນໄລຍະ 3-5 ປີ ກໍເອົາພະນັກງານດ້ານວິຊາການ ເອົາໄປຝຶກອົບຮົມຢູ່ຈີນ ໄລຍະ 2 ປີ ໃນການກໍ່ສ້າງ ພາຍຫຼັງສໍາເຣັດ ລະກໍສາມາດມາປະຈໍາການໄດ້.”

ພ້ອມດຽວກັນນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ໃນແຂວງຫຼວງພຣະບາງ ອີກທ່ານນຶ່ງ ກໍກ່າວວ່າ ການປັບປຸງ ແລະຍົກລະດັບໂຮງໝໍ ແຂວງຫຼວງພຣະບາງນີ້ ທາງການແຂວງຫຼວງພຣະບາງ ໄດ້ຮັບເງິນທຶນສນັບສນູນຈາກຣັຖບານຈີນ ເປັນຜູ້ຊ່ອຍເຫຼືອ ເບື້ອງຕົ້ນ ກໍໄດ້ເຣີ່ມປັບປຸງ ໃນການກໍ່ສ້າງພື້ນຖານໂຄງຮ່າງແລ້ວ ເພື່ອຈະໄດ້ຮັບໃຊ້ ແລະບໍຣິການປິ່ນປົວ ສຸຂພາບຂອງປະຊາຊົນ ໃຫ້ມີຄວາມສະດວກສະບາຍຂຶ້ນ.

“ແມ່ນແລ້ວ ປະເທດຈີນເພິ່ນຊ່ວຍເຫຼືອມາ ເພິ່ນປັບປຸງແຕ່ໂຄງຮ່າງພື້ນຖານ ເປັນຕຶກ ເປັນອາຄານແມ່ນຫຍັງຊີ້ນ່າ ກໍສະດວກສະບາຍຊິນ່າ ເຮົາກໍປັບໄປນໍາທຸກມື້ນີ້ລະ ວ່າຈະເຮັດຈັ່ງໃດດີ ບໍ່ໃຫ້ຄົນເຈັບລໍຖ້າດົນ.”

ຢ່າງໃດກໍຕາມ ການປັບປຸງ ແລະຍົກລະດັບ ໂຮງໝໍແຂວງຫຼວງພຣະບາງ ມີກໍານົດຈະສໍາເຣັດ ໃນປີ 2025 ເຊິ່ງໂຮງໝໍແຂວງຫຼວງພຣະບາງ ຈະມີອາຄານປິ່ນປົວ ຜ່າຕັດກະດູກ ແລະ ຜ່າຕັດຫົວໃຈ-ເສັ້ນເລືອດ ເປັນຄັ້ງທໍາອິດ ໂດຍຈະມີແພດແລະໝໍ ຜູ້ຊ່ຽວຊານ ມາຈາກປະເທດຈີນ ເພື່ອທໍາການປິ່ນປົວຄົນເຈັບກ່ອນ ຈົນກວ່າແພດແລະໝໍ ໃນແຂວງຫຼວງພຣະບາງ ທີ່ໄປຝຶກອົບຮົມຢູ່ຈີນຈະຮຽນຈົບແລ້ວ ກັບມາປິ່ນປົວຄົນເຈັບ ພາຍໃນໂຮງໝໍແຂວງຫຼວງພຣະບາງໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.