ມີການເປີດມົ້ວສຸມ ສິ່ງເສບຕິດ, ຄ້າປະເວນີ ຕາມຮ້ານບັນເທີງ ໃນນະຄອນຫຼວງ
2023.01.18
ຍານາງ ວິໄລວອນ ຈັນທະລາຕີ ຫົວໜ້າຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຊີ້ແຈງຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 4 ຂອງສະພາ ປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2 ໃນວັນທີ 13 ມົກຣາ 2023 ທີ່ຜ່ານມາວ່າ ບັນຫາກ່ຽວກັບການອະນຸຍາດ ຮ້ານບັນເທີງ, ຮ້ານອາຫານ ແລະ ຮ້ານກິນດື່ມ ທີ່ຕິດພັນກັບການມົ້ວສຸມ ແລະ ພັຍສັງຄົມຕ່າງໆນັ້ນ. ໃນຕໍ່ໜ້າໜ່ວຽງານ ຂອງຍານາງ ຈະຕ້ອງໄດ້ສ້າງກົນໄກ ການຄຸ້ມຄອງ ຕິດຕາມກວດກາ ແລະ ແກ້ໄຂໃຫ້ເປັນລະບົບ.
ຢູ່ເມືອງສີໂຄດຕະບອງ ເປັນເມືອງທີ່ມີຮ້ານບັນເທີງ ຈຳນວນຫລາຍ ແລະ ມີການຈຳໜ່າຍປູ໋ມເປົ້າ ອັດແກັສ ແລະ ນໍ້າໃບກະທ້ອມຢ່າງເປີດເຜີຍ ໃຫ້ລູກຄ້າທັງຊາວລາວ, ຊາວຈີນ, ຊາວໄທຍ ແລະ ຊາວວຽດນາມ ອີກທັງບາງຮ້ານ ມີຫ້ອງສະເພາະ ແບບປິດລັບ ເພື່ອເສພປຸ໋ມເປົ້າອັດແກັສ ແລະ ນໍ້າໃບກະທ້ອມ.
ສ່ວນສະພາບໂຕຈິງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເຮັດໄດ້ພຽງແຕ່ ກ່າວຕັກເຕືອນ ພ້ອມທັງເຮັດບົດບັນທຶກ ຕໍ່ເຈົ້າຂອງຮ້ານ ແລະ ຜູ້ໃຊ້ສານເສພຕິດ ແຕ່ບໍ່ສາມາດໃຊ້ບົດລົງໂທດທີ່ໜັກ ເປັນຕົ້ນ ຈັບເຂົ້າຄຸກຄືຢາເສບຕິດປະເພດຢາບ້າໄດ້ ຈຶ່ງລໍຖ້າຂັ້ນເທິງອອກລະບຽບ ຂໍ້ກຳນົດ ເພື່ອແກ້ໄຂບັນຫານີ້ ຢ່າງຈິງຈັງ ເພື່ອປ້ອງກັນບໍ່ໃຫ້ສານເສບຕິດ ປະເພດປຸ໋ມເປົ້າອັດແກັສ ແລະ ນໍ້າໃບກະທ້ອມ ຣະບາດໜັກກ່ວານີ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 18 ມົກຣານີ້ວ່າ:
“ບັນຫາປຸມເປົ້າ ກັບນໍ້າກະທ້ອມເນາະ ທີ່ພົ້ນເດັ່ນຕິດພັນຢູ່ໃນເຂດເຮົາຫັ້ນນ່າ ເກືອບທຸກໆບ່ອນຂອງປະເພດຮ້ານອາຫານ ກິນດື່ມໃຫຍ່ໆມີໝົດແລ້ວວ່າຊັ້ນສາ ເວົ້າບ່ອນໝົດຈີນກໍມີທີ່ເອົາໄປ ບໍຣິໂພກ ນ່າມີ່ແຕ່ໄປເຮັດບົດບັນທຶກ ກ່າວເຕືອນໄວ້ຮຽບຮ້ອຍ ແຕ່ວ່າເຮົາຍັງບໍ່ທັນເຫັນນິຕິກັມໂຕໃດ ເປັນບ່ອນອີງໃຫ້ວາຕໍ່ບັນຫາໂຕນີ້ ໃຜຊິຈັບຄຸມຂັງອີ່ຫຍັງ ຄືວ່າບໍ່ທັນເຫັນກັບສາຍ ເຈົ້າໜ້າທີ່ເຮົາກໍເວົ້າຄັນຢາເສບຕິດຍັງວ່າລັກຊື້ລັກຂາຍ ໂຕອັນນີ້ແມ່ນເປີດເຜີຍ ແບບບໍຣິການເປັນແບບເປີດແປນເລີຍຫັ້ນນ່າ.”
ຢູ່ເມືອງສີໂຄດຕະບອງ ຍັງມີເຮືອນພັກ, ຮ້ານບັນເທີງ ທີ່ແອບແຝງຄ້າປະເວນີນຳດ້ວຍ ຫລ້າສຸດວັນທີ 6 ມົກຣາ ທີ່ຜ່ານມາເຈົ້າໜ້າທີ່ ໄດ້ຈັບຄົນຈີນ ທີ່ມາຖ່າຍວີດີໂອລາມົກ ເພື່ອເຜີຍແຜ່ທາງສື່ສັງຄົມອ໋ອນລາຍນ໌ນຳດ້ວຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຜູ້ດຽວກັນກ່າວວ່າ:
“ແມ່ນນຳໃຊ້ສະຖານທີ່ນີ້ ເປັນບ່ອນຄ້າປະເວນີ ຄ້າປະເວນີ ຖືວ່າມັນແຕະຕ້ອງ ກັບວັທນະທັມ ຫລື ວ່າຮີດຄອງປະເພດນີ ອັນດີງາມຂອງເຮົາເນາະ ແຕ່ວ່າມັນແມ່ນວຽກເຮົາຢູ່ແລ້ວ ແມ່ນບໍ່ຍົກໂຕຢ່າງຄື ມື້ວັນທີ 6 ເດືອນ 1 ຫັ້ນຄົນຈີນມາເຊົ່າ ແລ້ວມາຖ່າຍຄລິບ ມາຖ່າຍໜັງເປັນຄລິບລາມົກ ທາງກຸ່ມກໍໄປຈັບແລ້ວ.”
ຢຸ່ເມືອງໄຊທານີ ກໍມີບັນຫາການມົ້ວສຸມ ປຸ໋ມເປົ້າອັດແກັສ ແລະນໍ້າໃບກະທ້ອມ ເຊັ່ນກັນຊຶ່ງເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ລົງກວດກາ ຕິດຕາມຢ່າງຕໍ່ເນື່ອງ ທັງກາງເວັນ ແລະກາງຄືນ ໂດຍອີງຕາມຫາງສຽງ ຂອງປະຊາຊົນ ທີ່ໄດ້ແຈ້ງບັນຫາດັ່ງກ່າວ ເຂົ້າມາຫາເຈົ້າໜ້າທີ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງໄຊທານີ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ພວກຄົນທອກຄົນໄທຍ, ຄົນຈີນ ຈຳນວນນຶ່ງ ຄົນວຽດ ກໍມີ ໄປເສບ ໄປດົມນໍ້າກະທ້ອມ ກະແທ້ນປູມປອກ ປຸມເປົ້າ ທາງເມືອງໄທເຮົາ ກໍມີກັມມະການ ສົມທົບກັບເຈົ້າໜ້າທີ່ຕຳຣວດ ທ່ອງທ່ຽວ ແລ້ວກໍບ້ານກຸ່ມເນາະ ຖືວ່າເຮົາກໍໄດ້ມີການເຄື່ອນໄຫວ ຕິດຕາມກວດກາແນະນຳ ຢູ່ເລື້ອຍໆ ເທີງກາງເວັນ ເທີງມື້ຄືນ ຈຳນວນນຶ່ງ ເຮົາກໍອາໄສ ຫາງສຽງຈາກສັງຄົມ.”
ຢູ່ເມືອງຈັນທະບູຣີ ຈະມີແຕ່ຮ້ານອາຫານ ເປີດແປນເປັນສ່ວນໃຫຍ່ ຊຶ່ງຮ້ານອາຫານພາຍໃນເມືອງ ຈະບໍ່ມີການມົ້ວສຸມ ຢາເສພຕິດ ທີ່ຜິດກົດໝາຽ ເນື່ອງຈາກເປັນຮ້ານອາຫານ ແບບເປີດແປນ ແຕ່ຮ້ານອາຫານສ່ວນໃຫຍ່ ຈະເຮັດຜິດຕໍ່ລະບຽບ ຂອງຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ຄືຂໍອະນຸຍາດເມືອງເປີດຮ້ານອາຫານ ແຕ່ໂຕຈິງເປີດເປັນຮ້ານບັນເທີງ ມີການຂາຍເຄື່ອງດື່ມ ມືນເມົາ ເປີດເພັງສຽງດັງເນື່ອງນັນ ແລະ ເປີດຮ້ານກາຍ 11 ໂມງກາງຄືນ. ຕໍ່ປະກົດການນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະລົງກວດກາ ທຸກທ້າຍສັບປະດາ ເພື່ອແກ້ໄຂບັນຫາ ສຽງດັງ ແລະການເປີດຮ້ານກາຍໂມງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຈັນທະບູຣີ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ດຽວນີ້ເນາະບໍ່ວ່າສະເພາະ ແຕ່ເມືອງເຮົາທຸກເມືອງກໍເປັນຄືກັນໝົດ ຄືເຮົາອອກອະນຸຍາດ ຮ້ານອາຫານເນາະແຕ່ວ່າ ມີການເປີດເພັງເປີດດົນຕຣີ ຫລື ວ່າຂາຍເຄື່ອງດື່ມ ທີ່ອັນນ່າສີ່ງມືນເມົາຫັ້ນນ່າ ທ້າຍອາທິດເຮົາຈະມີພະນັກງານເຮົາເນາະ ລົງເລາະກວດນຶ່ງກໍຄືກວດເຄື່ອງສຽງ ສອງມາກໍແມ່ນການປິດ-ເປີດຫັ້ນແຫລະ.”
ພາຍໃນເຂດບ້ານດົງຄຳຊ້າງ ຮ້ານບັນເທີງຫລາຍຮ້ານ ເຣີ່ມປິດກິຈການໄປຫລາຍຮ້ານແລ້ວ ເນື່ອງຈາກຜົນກະທົບ ຈາກການຣະບາດຂອງໂຄວິດ-19. ປັດຈຸບັນພາຍໃນເຂດບ້ານດົງຄຳຊ້າງ ຍັງມີຮ້ານບັນເທີງປະມານ 2 ຮ້ານທີ່ຍັງເປີດບໍຣິການ ແລະ ບາງຄັ້ງມີການເປີດເພັງ ສຽງດັງຈົນເຖິງ 3 ໂມງເຊົ້າ, ເຖິງແມ່ນວ່າ ຈະມີແຜ່ນກັນສຽງດັງແລ້ວ ກໍຍັງເຮັດໃຫ້ລົບກວນເວລາພັກຜ່ອນ ຂອງຊາວບ້ານເຂດນັ້ນຊາວບ້ານ ຈຶ່ງຢາກໃຫ້ແກ້ໄຂບັນຫາ ຢ່າງຈິງຈັງ.
ດັ່ງຊາວບ້ານ ຢູ່ເຂດບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ບາງເທື່ອກໍເລັກນ້ອຍ ບາງເທື່ອກໍຫລາຍໂມງນຶ່ງ ສອງໂມງບໍ່ ບາງເທື່ອຮ້ວາຍ ບາງເທື່ອຮອດ 3 ໂມງມັນກໍເປັນບາງຄັ້ງ ບໍ່ສເມີໄປ ເຈົ້າເຮົາກໍແຈ້ງໄປເປີດສຽງ ເນື່ອງນັນກໍໄຄວ່າຊັ້ນສາ ມີຜົນດີເພິ່ນກໍໃຫ້ການຮ່ວມມື ເຮົາບັນຫາມັນກໍມີແຕ່ສໍ່ານັ້ນ.”
ຢູ່ບ້ານດົງນາໂຊກໃຕ້ ມີຮ້ານບັນເທີງຈຳນວນຫລາຍ ເຮັດໃຫ້ຊາວບ້ານ ໃນເຂດບ້ານດົງນາໂຊກໃຕ້ ກໍໄດ້ຮັບຜົນກະທົບ ຈາກຮ້ານບັນເທີງເຊັ່ນ ຍາມພັກຜ່ອນບໍ່ເຕັມທີ່ ຍ້ອນສຽງດັງ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນບ້ານ ກໍໄດ້ລົງໄປແກ້ໄຂບັນຫາທຸກຄັ້ງ ທີ່ຊາວບ້ານຮ້ອງທຸກແຈ້ງບັນຫາມາ.
ດັ່ງອຳນາດການປົກຄອງບ້ານ ດົງນາໂຊກໃຕ້ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນວ່າ:
“ໄທຍເຮົາກໍໄດ້ລົງເຮັດບົດບັນທຶກ ສະເພາະບ້ານເຮົາລະແມ່ນ ເຂົາເປີດກາຍໂມງ ກາຍເວລາ ທາງເຮົາກໍໄດ້ສົມທົບກັບ ປກສ ກຸ່ມ, ສົມທົບກັບຜແນກຫ້ອງການ ວັທນະທັມ ທ່ອງທ່ຽວ ເມືອງລົງເຮັດບົດບັນທຶກແກ້ໄຂ ຫ້າມບໍ່ໃຫ້ເຂົາເປີດກາຍໂມງ ກາຍເວລາບໍ່ໃຫ້ສຽງດັງ ເກີນຂອບເຂດ ທີ່ກົດໝາຽກຳນົດໄວ້.”
ໃນຕໍ່ໜ້າວຽກທີ່ ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຈະເຮັດຕໍ່ໄປກໍຄືຈະສົມທົບກັບເຈົ້າໜ້າທີ່ ອຳນາດການປົກຄອງເມືອງ ແລະ ບ້ານ ເພື່ອຄວາມເປັນເອກພາບກັນ ໃນດ້ານການແກ້ໄຂ ເພື່ອສເນີຕໍ່ການປົກຄອງ ເພື່ອຮັບຮອງເອົານິຕິກັມ ແລະ ວິທີການແກ້ໄຂ.
ຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຈະອອກລະບຽບ ຂໍ້ກຳນົດໂດຍສະເພາະ ແມ່ນອີງໃສ່ກົດໝາຽມາຕຣາ 28-29 ຂອງຂໍ້ຫ້າມ ລວມທັງເຣື່ອງໂມງເວລາ ຖ້າຮອດ 00:00ໂມງ ຕ້ອງໄດ້ໃຫ້ປິດ ນອກນັ້ນຈະໄດ້ເຮັດບົດບັນທຶກ ກັບບັນດາຜູ້ປະກອບການ ທຸຣະກິຈເພື່ອໃຫ້ຮັບຮູ້ ຕໍ່ລະບຽບທີ່ອອກ.
ຜແນກ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫລວງຈັນ ຈະກວດຄືນ ໂດຍສົມທົບກັບອົງການປົກຄອງເມືອງ ໃນການກວດກາຄືນ ກ່ຽວກັບຮ້ານອາຫານ ທີ່ອອກໃບອະນຸຍາດ ແລ້ວບໍ່ເຄື່ອນໄຫວ ເປັນຮ້ານອາຫານ ແຕ່ເຄື່ອນໄຫວ ເປັນຮ້ານບັນເທີງ ເພາະວ່າທຸກມື້ນີ້ ອອກໜັງສືເປັນຮ້ານອາຫານ ແຕ່ມີມີການເປີດເພັງ ມີສຽງເນື່ອງນັນ ສຸດທ້າຍກໍເປັນຮ້ານບັນເທີງ ຊຶ່ງເປັນການດຳເນີນ ທຸຣະກິຈບໍ່ຖືກຕ້ອງ ຕາມການອະນຸຍາດ. ອີງຕາມ ຍານາງ ວິໄລວອນ ຈັນທະລາຕີ ຫົວໜ້າຜແນກ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຣາຍງານຕໍ່ກອງປະຊຸມ ສະພານະຄອນຫລວງວຽງຈັນ.