ຂໍ້ມູນທາງການ ລະບຸວ່າ ຊາວໜຸ່ມລາວ ຕິດສິ່ງເສບຕິດຫຼາຍຂຶ້ນ

ຈຳປາທອງ
2023.05.22
ຂໍ້ມູນທາງການ ລະບຸວ່າ ຊາວໜຸ່ມລາວ ຕິດສິ່ງເສບຕິດຫຼາຍຂຶ້ນ ກະຊວງປ້ອງກັນຄວາມສງົບ (ປກສ), ນະຄອນຫຼວງວຽງຈັນ ເດືອນມີນາ 2023.
ນັກຂ່າວ ພົລເມືອງ

ກະຊວງປ້ອງກັນ ຄວາມສງົບ ໄດ້ເປີດເຜີຍໃຫ້ຮູ້ວ່າ ໄລຍະປີ 2022-2023 ນີ້ ມີຊາວໜຸ່ມໃນລາວ ຕິດສິ່ງເສບຕິດ ປະເພດ ຢາບ້າ, ນໍ້າກະທ່ອມ, ຢາສູບໄຟຟ້າ, ກາເຟ ດີດກະຕຸ້ນປະສາດ ແລະໝາກປູມເປົ້າ ເປັນຈໍານວນຫຼາຍ ແລະກໍາລັງ ໄດ້ຮັບຄວາມນິຍົມສູງ ໃນປັດຈຸບັນ. ສິ່ງເສບຕິດເຫລົ່ານັ້ນ ຖືວ່າຍັງເປັນສິ່ງທີ່ຜິດກົດໝາຍ ໃນລາວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ທ່ານນຶ່ງ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 22 ພຶສພານີ້.

“ເດັກນ້ອຍຕົກມາປີນີ້ນີ່ ສັງເກດເຫັນວ່າມີນໍ້າກະທ່ອມ ມີຢາສູບໄຟຟ້າ ມີກາເຟດີດ ປູມເປົ້າມາຣະບາດ ຢູ່ໃນຊາວໜຸ່ມນີ້ແຫຼະ ໄທເຮົາກະມີແຜນຕຽມຮັບມືຢູ່ດຽວນີ້ນ່າ ກະຍັງບໍ່ທັນໄດ້ວາມີດໍາເນີນຄະດີດອກ ກົດໝາຍລາວເຮົາກະຍັງຊິໄດ້ປັບປຸງອີກ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ກະຊວງປ້ອງກັນຄວາມສງົບ ໄດ້ສັ່ງໃຫ້ເຈົ້າໜ້າທີ່ປ້ອງກັນ ແລະປາບປາມຢາເສບຕິດຂັ້ນເມືອງ ແລະແຂວງ ຊ່ອຍກັນສະກັດກັ້ນ ແລະຕິດຕາມຢ່າງເຂັ້ມງວດ ເມື່ອພົບເຫັນຊາວໜຸ່ມຄົນໃດ ທີ່ກໍາລັງມົ້ວສຸມເສບສິ່ງເສບຕິດເຫລົ່ານັ້ນ ກໍໃຫ້ຈັບໂຕມາສຶກສາອົບຮົມ, ກ່າວເຕືອນ ແລະແນະນໍາໃຫ້ຜູ້ປົກຄອງຊ່ອຍດູແລ ເຂັ້ມງວດ.

ສາເຫດທີ່ເຮັດໃຫ້ສິ່ງເສບຕິດ ປະເພດນໍ້າກະທ່ອມ, ຢາສູບໄຟຟ້າ, ກາເຟ ດີດກະຕຸ້ນປະສາດ ແລະໝາກປູມເປົ້າ ໄດ້ຮັບຄວາມນິຍົມຫຼາຍ ໃນກຸ່ມຊາວໜຸ່ມລາວນັ້ນ ກໍຍ້ອນມາຕການປ້ອງກັນ ແລະປາບປາມຢາເສບຕິດ ຂອງທາງການລາວ ຍັງບໍ່ເຂັ້ມງວດເທົ່າທີ່ຄວນ ແລະການລາດເວນ ຕາມຊາຍແດນ ແລະແມ່ນໍ້າຂອງ ກໍບໍ່ມີຄວາມຕໍ່ເນື່ອງ ສົ່ງຜົລໃຫ້ມີການລັກລອບນໍາສິ່ງເສບຕິດ ເຂົ້າມາຂາຍໃນລາວໄດ້ງ່າຍ, ແຕ່ທາງການລາວ ຍັງບໍ່ມີສະຖິຕິຈໍານວນຊາວໜຸ່ມລາວ ທີ່ຕິດສິ່ງເສບຕິດວ່າ ມີເທົ່າໃດກັນແທ້. ກ່ຽວກັບບັນຫາຢາເສບຕິດຢູ່ລາວ ທີ່ຜ່ານມາ ຣັຖບານກໍໄດ້ນໍາໄປປຶກສາຫາຣື ກັບສະພາແຫ່ງຊາຕ ເພື່ອຫາແນວທາງແກ້ໄຂ ຢ່າງເປັນຮູບປະທັມ, ແຕ່ກໍຍັງແກ້ໄຂບໍ່ໄດ້.

ເຈົ້າໜ້າທີ່ຫ້ອງການກວດກາ ແລະຄວບຄຸມຢາເສບຕິດ ແຂວງບໍ່ແກ້ວ ກ່າວເຖິງສິ່ງເສບຕິດວ່າ ດຽວນີ້ລະບາດໜັກຫຼາຍໃນກຸ່ມຊາວໜຸ່ມລາວ ໂດຍສະເພາະນໍ້າກະທ່ອມ, ຢາສູບໄຟຟ້າ, ກາເຟ ດີດກະຕຸ້ນປະສາດ ແລະໝາກປູມເປົ້າ ຊຶ່ງມີຂາຍຢູ່ທົ່ວໄປຕາມສະຖານທີ່ ບັນເທິງ ແລະກໍຈະຣະບາດໄປເລື້ອຍໆ ເຖິງຈະໄດ້ຕິດຕາມ ປາບປາມ.

“ໄທເຮົາກະໄດ້ຕິດຕາມຫັ້ນແຫຼະ ທັງເປົ້າໝາຍເກົ່າແລະເປົ້າໝາຍໃໝ່ ຫຼາຍໄດໆ ເປົ້າໝາຍໃໝ່ຂຶ້ນຕໍ່ ມັນກະບໍ່ຢຸດເຊົາ ມັນກະມີຕລອດແຫຼະ ມັນຖືບັນຫານີ້ເປັນເສຖກິຈ ຂອງເຂົາເດ໋.”

ທ່ານກ່າວວ່າ ປະເພດສິ່ງເສບຕິດສໄມໃໝ່ ເປັນຕົ້ນ ນໍ້າກະທ່ອມ, ຢາສູບໄຟຟ້າ, ກາເຟ ດີດກະຕຸ້ນປະສາດ ແລະໝາກປູມເປົ້າ ແມ່ນຖືກນໍາເຂົ້າມາຈາກສອງປະເທດ ຄືໄທຍ ແລະຈີນ ເປັນຫຼັກ ແລະມີຈໍາໜ່າຍທົ່ວໄປ. ເມື່ອຊາວໜຸ່ມລາວ ຮູ້ຕາມສື່ສັງຄົມອອກລາຍນ໌ ທີ່ໂຄສະນາ ກໍພາກັນຢາກລອງ ແລ້ວນິຍົມກັນຫຼາຍ.

ກ່ຽວກັບບັນຫານີ້ ຊາວລາວຜູ້ນຶ່ງຢູ່ແຂວງຄໍາມ່ວນ ເວົ້າວ່າ ຢາກໃຫ້ຣັຖບານ ເອົາໃຈໃສ່ ແລະເຂັ້ມງວດໃນການປ້ອງກັນ ແລະປາບປາມ ເພື່ອບໍ່ໃຫ້ຊາວໜຸ່ມລາວ ຕົກເປັນເຫຍື່ອຂອງຢາເສບຕິດ ຈົນເຮັດໃຫ້ເສັຍ ການຮຽນ ແລະເສັຍອະນາຄົດໄປ.

“ເນັ້ນເຖິງບັນຫາ ຂອງຜົລກະທົບສິ່ງເສບຕິດ ຕໍ່ນັກສຶກສາ ຊ່ວຍກັນຊຸກຍູ້ ໂຕນັ້ນຫັ້ນນ່າ ບໍ່ໃຫ້ເຂົາເມົາມົ້ວສິ່ງເສບຕິດຫັ້ນເນາະ ຫຼື ອື່ນໆທີ່ກ່ຽວຂ້ອງ ວ່າຊິຊຸກຍູ້ ບໍ່ໃຫ້ເຂົາກິນເຂົາເສບນ່າ.”

ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ພຶສພານີ້ເຖິງຢາເສບຕິດ ທີ່ກໍາລັງຣະບາດຢ່າງໜັກໜ່ວງ ຢູ່ໃນຂະນະນີ້ວ່າ ເຖິງແມ່ນວ່າທາງການຈະປ້ອງກັນ ແລະປາບປາມກໍຕາມ ແຕ່ມັນກໍມີຂາຍຢູ່ທຸກບ່ອນ ຫາຊື້ໄດ້ງ່າຍ ຮວມທັງຢາບ້າ ແລະຢາອີ.

“ທັງຢາບ້າຢາອີ ຫຼາຍມັນເກີດຂຶ້ນ ເຂົາຫລິ້ນຫຼາຍ ຄັນເວົ້າລວມນີ້ ປາບປາມຄືກັນ ຄັນເຂົາຮູ້ນີ້ເຂົາຈັບໂລດແຫຼະ ຈັບປັບໄໝແລ້ວໃສ່ໂທດກະມີ ຖືວ່າເຈົ້າໜ້າທີ່ກະເຮັດນໍາກະມີເນາະ ໄດ້ເງິນແລ້ວປ່ອຍເຂົາ.”

ທີ່ແຂວງບໍ່ແກ້ວ ຊາວລາວຜູ້ນຶ່ງເວົ້າວ່າ ຢາກໃຫ້ທາງການ ເປີດເຜີຍໃຫ້ສັງຄົມຮູ້ເຖິງເຣື່ອງ ຂະບວນການຂົນສົ່ງ, ເຄື່ອຂ່າຍຢາເສບຕິດ, ຜູ້ຖືກກ່າວຫາ ແລະຜົລກະທົບຂອງຢາເສບຕິດໃນລາວຢ່າງກົງໄປກົງມາ, ຕົວຢ່າງຢູ່ໄທຍ ຈັບປຶບ ອອກຂ່າວປັບ.

“ສ່ວນຫຼາຍແມ່ນທາງບໍ່ແກ້ວ ທາງຕົ້ນເຜິ້ງພຸ້ນແຫຼະ ຢູ່ໄທຍຈັບປຶບຕ້ອງອອກຂ່າວເນາະ ຢູ່ລາວນີ້ຫາຍງຽບ ກະຄືວ່າ.”

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຕໍາຣວດ ປກສ ແຂວງຫຼວງນໍ້າທາ ກໍຈັບກຸ່ມຊາວໜຸ່ມລາວ ທັງຊາຍ ແລະຍິງ 18 ຄົນ ທີ່ພາກັນຕົ້ມນໍ້າກະທ່ອມດື່ມ ຢູ່ຫໍພັກນັກສຶກສາ, ແລ້ວນໍາ ໄປສຶກສາອົບຮົມ, ກ່າວເຕືອນ ແລະແຈ້ງຜູ້ປົກຄອງ ໃຫ້ຮັບຮູ້ ແຕ່ບໍ່ມີການດໍາເນີນຄະດີໃດໆ.

ແລະຢູ່ແຂວງຄໍາມ່ວນ ເຈົ້າໜ້າທີ່ຕໍາຣວດ ປກສ ກໍໄດ້ຈັບຊາວໜຸ່ມລາວ 29 ຄົນ ອາຍຸລະຫວ່າງ 20 ຫາ 26 ປີ ທີ່ກໍາລັງມົ້ວສຸມ ຢາເສບຕິດປະເພດຢາເຄ, ຢາສູບໄຟຟ້າ ແລະກາເຟ ດີດກະຕຸ້ນປະສາດ, ແຕ່ບໍ່ມີຣາຍງານເຖິງເຣື່ອງການດໍາເນີນຄະດີ ແຕ່ຢ່າງໃດ.

ເມື່ອປີ 2022 ທີ່ຜ່ານມາ ກະຊວງປ້ອງກັນຄວາມສງົບ ໄດ້ຂຶ້ນບັນຊີຣາຍຊື່ ນັກຄ້າຢາເສບຕິດ ທັງໝົດ 2,272 ຄົນ ທີ່ຕ້ອງເຝົ້າລະວັງ ແລະຕິດຕາມໂຕ ມາດໍາເນີນຄະດີ ຊຶ່ງສ່ວນຫຼາຍ ຈະເປັນເຄືອຂ່າຍ ຂອງຂະບວນການຄ້າຢາເສບຕິດ ຂ້າມຊາຕ, ຜູ້ຕ້ອງຫາຄະດີຢາເສບຕິດ ທີ່ເຄີຍຕິດຄຸກມາແລ້ວ ແລະກຸ່ມທີ່ມີໝາຍຈັບ ແຕ່ຍັງຫາໂຕບໍ່ພົບ. ປັດຈຸບັນ ບັນຫາຢາເສບຕິດໃນລາວ ຖືເປັນວາຣະແຫ່ງຊາຕ ທີ່ຣັຖບານ ຈະຕ້ອງດໍາເນີນການ ສະກັດກັ້ນ, ປ້ອງກັນ ແລະປາບປາມ ໃຫ້ຫຼຸດໜ້ອຍລົງ ແລະໃຫ້ທຸກພາກສ່ວນ ໃນສັງຄົມ ເອົາໃຈໃສ່ ເປັນຫູ ເປັນຕາ ຊ່ອຍກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.