ຕໍາຫຼວດແຂວງບໍ່ແກ້ວ ຍຶດຢາເສບຕິດໄດ້ຫຼາຍປະເພດ

ຈຳປາທອງ
2024.04.01
ຕໍາຫຼວດແຂວງບໍ່ແກ້ວ ຍຶດຢາເສບຕິດໄດ້ຫຼາຍປະເພດ ຊາຍ 2 ຄົນທີ່ຕ້ອງສົງໄສ ໃຊ້ລົດຂົນສົ່ງຢາເສບຕິດ ຖືກຈັບ ແລະ ຂະຫຍາຍຜົນ ພົບຢາເສບຕິດ ຈຳນວນມະຫາສານ. ປກສ ແຂວງບໍ່ແກ້ວ ວັນທີ 20 ມີນາ 2024.
ຂໍຂອບໃຈຮູບພາບຈາກເພຈ ຄວາມສະຫງົບ Lao Security News

ເຈົ້າໜ້າທີ່ຕຳຫຼວດ ຈຸດກວດການ້ຳເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກວດລົດຈິບ ສີດຳຄັນໜຶ່ງ ທີ່ກຳລັງແລ່ນໄປ ທາງເມືອງຫ້ວຍຊາຍ ໃນວັນທີ 25 ມີນາ ທີ່ຜ່ານມາ, ກວດພົບຢາເສບຕິດ ປະເພດຢາໄອສ໌ 166 ຫໍ່ ໜັກ 166 ກິໂລກະຣາມ ແລະກັກຕົວຜູ້ຕ້ອງຫາໄດ້ 2 ຄົນ ຄື ທ້າວ ຄົວປໍເລົາ ອາຍຸ 34 ປີ ແລະ ທ້າວ ກາວຢ່າງ ອາຍຸ 28 ປີ.

ພາຍຫຼັງໄດ້ສອບສວນ ຜູ້ຕ້ອງຫາທັງ 2 ຄົນແລ້ວ, ເຈົ້າໜ້າທີ່ຕຳຫຼວດ ກໍໄດ້ເຂົ້າກວດຄົ້ນເຮືອນຫຼັງໜຶ່ງ ທີ່ຜູ້ຕ້ອງຫາ ມາຮັບເອົາຢາໄອສ໌ ຢູ່ໃນບ້ານ ສີບຸນເຮືອງ ເມືອງຕົ້ນເຜິ້ງ ຊຶ່ງຢູ່ຕິດກັບເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ແລະຢູ່ກົງກັນ ຂ້າມ ກັບແຂວງທ່າຂີ້ເຫຼັກ ລັດສານ ປະເທດມຽນມ້າ ຫຼື ພະມ້າ ທີ່ເປັນຈຸດລັກຂົນສົ່ງຢາເສບຕິດຂ້າມຊາດ, ໄດ້ກວດພົບຢາເສບຕິດ ປະເພດຢາບ້າ ຈຳນວນ 775 ມັດ, ແຕ່ເຈົ້າຂອງເຮືອນ ຫຼົບໜີໄປໄດ້.

ນອກຈາກນັ້ນແລ້ວ, ຢູ່ເຮືອນພັກ ຂອງທ້າວ ກາວຢ່າງ, ເຈົ້າໜ້າທີ່ຕຳຫຼວດ ກໍໄດ້ພົບ ແລະຍຶດລົດຈິບ ສີແດງ ອີກໜຶ່ງຄັນໄວ້. ລວມຂອງກາງທີ່ຍຶດໄດ້ ຄືຢາໄອສ໌ 166 ຫໍ່, ຢາບ້າ 775 ມັດ ແລະ ລົດຈິບ 2 ຄັນ.

ກ່ຽວກັບເລື່ອງທີ່ວ່ານີ້, ເຈົ້າໜ້າທີ່ຕຳຫຼວດ ທ່ານໜຶ່ງ ຢູ່ແຂວງບໍ່ແກ້ວ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ເມສາ  ນີ້ວ່າ ທາງເຈົ້າໜ້າທີ່ຕຳຫຼວດ ໄດ້ສະກັດຈັບ ຜູ້ຕ້ອງຫາດັ່ງກ່າວ ແລະສົ່ງໃຫ້ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ດຳເນີນການສືບສວນ-ສອບສວນ ແລະຂະຫຍາຍຜົນຕໍ່ໄປ. ຕາມການສັນນິຖານຂອງທ່ານ ທ່ານຄາດວ່າ ການລັກຂົນຢາເສບຕິດທີ່ວ່ານີ້ ແມ່ນໃຊ້ແຂວງບໍ່ແກ້ວ ເປັນທາງຜ່ານທຳອິດ ຈາກປະເທດມຽນມ້າ ເພື່ອສົ່ງອອກໄປປະເທດທີສາມ.

“ເຮົາຈັບໄດ້ລະ ເຮົາສົ່ງໃຫ້ທາງແຂວງສືບສວນ. ເຈົ້າແມ່ນລ່ະ, ເຂົາເຈົ້າເອົາເຂົ້າມາລະກະເອົາໄປເພື່ອຈະອອກໄປປະເທດທີສາມຕໍ່ນັ້ນແຫຼະເຈົ້າ.”

ແຕ່ເຖິງຢ່າງໃດກໍຕາມ ຜູ້ປະກອບການເຮືອນພັກ ນາງໜຶ່ງ ຢູ່ແຂວງບໍ່ແກ້ວ ກໍເວົ້າວ່າ ສະພາບການ ຢູ່ໃນເມືອງຫ້ວຍຊາຍນີ້ ກໍຍັງຖືວ່າ ມີຄວາມປອດໄພ ແລະມີນັກທ່ອງທ່ຽວ ເຂົ້າມາຫຼາຍຢູ່. ເຖິງແມ່ນວ່າ ຈະມີຂະບວນການຄ້າຢາເສບຕິດ ໃຊ້ເສັ້ນທາງຜ່ານເມືອງນີ້ ລັກຂົນສົ່ງຢາເສບຕິດຢູ່ກໍຕາມ.

“(ຈາກສາມຫຼ່ຽມຄຳມາຫ້ວຍຊາຍ) ປະມານ 70 ກິໂລແມັດເຈົ້າ, ຊົ່ວໂມງໜຶ່ງເຈົ້າ. ບໍ່ມີໆ ເຈົ້າ, ປອດໄພເຈົ້າ. ນັກທ່ອງທ່ຽວເຂົາເຈົ້າກະເຂົ້າມາທ່ຽວຫຼາຍຢູ່.”

ແລະຢູ່ນະຄອນຫຼວງວຽງຈັນ ຊາວບ້ານນາງໜຶ່ງ ກໍເວົ້າວ່າ ປັດຈຸບັນ ຂະບວນການຄ້າຢາເສບຕິດ ພະຍາຍາມຊອກຫາຄົນ ໂດຍສະເພາະໄວລຸ້ນ ໄປເຮັດວຽກ ນຳພວກເຂົາເຈົ້າ ຢູ່ທາງພາກເໜືອ ໂດຍໃຊ້ເງິນ ແລະເຄື່ອງຂອງມີຄ່າ ເປັນສິ່ງຈູງໃຈ.

“ທາງພາກເໜືອໆ, ທາງສາມຫຼ່ຽມ ວ່າຊີ້ນ່າ ຄືມາເລາະແຕ່ຄວາມສະມັກໃຈ ເອົາອິຫຍັງມາລໍ່ຫັ້ນແຫຼະ ຄືເອົາເງິນ ເອົາອາຍໂຟນ ເອົາອິຫຍັງມາລໍ່ຈັ່ງຊີ້ແຫຼະ.”

ເວົ້າເຖິງການປາບປາມ ການຂົນສົ່ງຢາເສບຕິດ ຢູ່ ສປປລາວ, ພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ກ່າວເມື່ອບໍ່ນານມານີ້ວ່າ ເຈົ້າໜ້າທີ່ຕຳຫຼວດ ຍັງພົບຂໍ້ຫຍຸ້ງຍາກ ໃນການສະກັດ ຈັບລົດຂົນສົ່ງຢາເສບຕິດ, ຍຶດໄດ້ແຕ່ຢາເສບຕິດ ເປັນຂອງກາງ ສ່ວນຄົນຂັບ ຫຼົບໜີໄປໄດ້ ແລະຮູ້ໄດ້ແຕ່ເປົ້າໝາຍ.

“ເຮົາກັກລົດ ເວລາມີຢາຢູ່ຫັ້ນ ເຮົາກະໄລ່. ໄລ່ໄປລະມັນກະ ຈອດລົດ, ຈອດລົດແລ້ວເຮົາກະຮຸມຈັບມັນ ກະໂຕນລົດ ແລ້ວກະແລ່ນເຂົ້າປ່າໄປເລີຍເນາະ ເຮົາກະໄລ່ບໍ່ທັນ. ບາງເທື່ອກະກາງຄືນ ເຮົາກະນຳມັນກະບໍ່ເຫັນແຫຼະ ມັນກະໄປເລີຍ ກະໄດ້ແຕ່ລົດຫັ້ນ ກັບຢາບາງບ່ອນ. ລະລາຍໃຫຍ່ນີ້ ສ່ວນຫຼາຍເຮົາກໍຈັບກວດຄົ້ນຊອກ ຖືວ່າໂຕມັນເອງຫັ້ນມັນກະບໍ່ທັນມັນດອກ ກະໄດ້ແຕ່ພວກເປົ້າໝາຍຫັ້ນແຫຼະເນາະ. ແຕ່ວ່າມັນກະໄດ້ຂື້ນບັນຊີໄວ້ຢູ່ໃນເປົ້າໝາຍຂອງພວກເຮົາໃນການຕິດຕາມ.”

ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ແຂວງບໍ່ແກ້ວ ກໍສາມາດຈັບກຸ່ມຜູ້ຄ້າຢາເສບຕິດ ໄດ້ຈຳນວນໜຶ່ງ ເປັນຕົ້ນ ໃນວັນທີ 6 ກຸມພາທີ່ຜ່ານມານີ້, ຕຳຫຼວດ ປະຈຳຈຸດກວດການ້ຳເກິ່ງ ເມືອງຕົ້ນເຜິ້ງ ກໍຈັບ ທ້າວ ຈ້າວຢຸ້ນຊ່ານ ອາຍຸ 36 ປີ ສັນຊາດຈີນ ເປັນຄົນຢູ່ແຂວງເມິງໂປ ລັດສານ ປະເທດມຽນມ້າ ພ້ອມຂອງກາງ ຢາບ້າ 103 ເມັດ, ຢາເຄຕາມິນ 2 ຖົງ, ຢາອີ 52 ເມັດ, ຢາຂາຄູ່  392 ຖົງ ແລະ ຢາປະເພດອື່ນໆ ທີ່ບໍ່ແມ່ນຢາເສບຕິດ ອີກຈຳນວນໜຶ່ງ. ແລະ ໃນວັນທີ 31 ມັງກອນທີ່ຜ່ານມາ, ຕຳຫຼວດ ກໍໄດ້ກັກລົດກະບະ ຄັນໜຶ່ງ ແລະໄດ້ກວດພົບຢາບ້າ 400 ມັດ ນ້ຳໜັກ 800 ກິໂລກຣາມ ມີ 8,000,000 ເມັດ, ແຕ່ຄົນຂັບລົດ ຫຼົບໜີໄປໄດ້.

ແລະຢູ່ຫຼາຍເຂດ ໃນທົ່ວປະເທດລາວ ກໍຈັບພວກຜູ້ຄ້າຢາເສບຕິດ ໄດ້ຫຼາຍ ເປັນຕົ້ນ ໃນໄລຍະຕົ້ນເດືອນມີນາ ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດ ເມືອງຫົງສາ ແຂວງໄຊຍະບູລີ ກໍໄດ້ຈັບ ທ້າວ ຄົວເນັງ ຢາງ ອາຍຸ 36 ປີ ພ້ອມຂອງກາງຢາໄອສ໌ 33 ເປົ໊າ ທີ່ມີນ້ຳໜັກຫລາຍກວ່າ 1 ໂຕນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.