ຄົນງານລາວ ນອກລະບົບ ຍັງຂາດສິດທິ ທາງປະກັນສັງຄົມ
2023.01.19

ເມື່ອວັນທີ 12 ມົກກະຣາ ທີ່ຜ່ານມາ ສະຫະພັນກັມມະບານລາວ ແລະອົງການ ອ໋ອກແຟມ (Oxfam) ປະຈໍາປະເທດລາວ ໄດ້ລົງນາມເຊັນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບວຽກງານ ການສົ່ງເສີມ ການປົກປ້ອງທາງສັງຄົມ ແລະສິດທິແຮງງານ ຂອງຄົນງານລາວ ໃນພາກການກະເສຕ ແລະອາຫານ ໃນປະເທດລາວ ຍ້ອນເປັນກຸ່ມຄົນງານ ທີ່ເຮັດວຽກນອກລະບົບ ບໍ່ມີປະກັນສັງຄົມ ເຊິ່ງອາຈຖືກເອົາປຽບໃນດ້ານຕ່າງໆ ບໍ່ວ່າຈະເປັນການໃຊ້ແຮງງານໜັກ, ຄວາມຮຸນທາງເພດ ແລະເຮັດວຽກໃນສະຖານທີ່ ທີ່ບໍ່ປອດພັຍ ໂດຍສະເພາະກຸ່ມແມ່ຍິງ.
ດັ່ງເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບເຣື່ອງນີ້ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 19 ມົກກະຣາ 2023 ນີ້ວ່າ:
“ອີງໃສ່ພົລເມືອງລາວ ມັນເປັນກະສິກັມຫຼາຍຊິນ່າ ຖືວ່າຂະເຈົ້າ ເຮັດເຣື່ອງກະສິກັມ ເຣື່ອງອາຫານນີ້ຫຼາຍ ເລີຍວ່າພວກເຮົາ ຢາກສົ່ງເສີມພວກຂະເຈົ້າ ໃຫ້ເຂົ້າເຖິງການປົກປ້ອງສັງຄົມ ແມ່ນຫຍັງ ວ່າຊັ້ນສາ ມີສວັດດີການ ມີແມ່ນຫຍັງປະມານນີ້ ແຕ່ວ່າ ຜ່ານມາ ຂະເຈົ້າກໍຍັງບໍ່ທັນໄດ້ເຂົ້າເຖິງ ພວກວຽກງານປົກປ້ອງສັງຄົມນີ້ເນາະ ກໍເລີຍຢາກສົ່ງເສີມພວກຂະເຈົ້າ.”
ສໍາລັບສາເຫດ ທີ່ເຮັດຄົນງານລາວ ຈໍານວນຫຼາຍ ທີ່ເຮັດວຽກໃນຂແນງການ ດັ່ງກ່າວນີ້ ກາຍເປັນຄົນງານນອກລະບົບ ແລະບໍ່ສາມາດເຂົ້າເຖິງ ປະກັນສັງຄົມ ຫຼືການບໍຣິການຕ່າງໆ ຈາກໜ່ວຍງານຣັຖໄດ້ນັ້ນ ເປັນຍ້ອນ ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ທີ່ເຮັດທຸຣະກິຈ ດ້ານການກະເສຕ ສ່ວນໃຫຍ່ ດໍາເນີນການໄລຍະສັ້ນ ຕາມຣະດູການ ຈຶ່ງມັກຈ້າງຄົນງານແບບມື້ຕໍ່ມື້ ຫຼື ແບບຮັບເໝົາ ເຊິ່ງບໍ່ມີການເຊັນສັນຍາ ລະຫວ່າງກັນ ແບບໄລຍະຍາວ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບປະກັນສັງຄົມ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຄືວ່າ ການກະເສຕຖືວ່າ ກໍາລັງຊິເຣີ່ມ ຊິເຂົາມາຢູ່ ເຣີ່ມເຂົ້າມາ ແຕ່ບໍ່ທັນເຂົ້າມາຫຼາຍເທື່ອ ບໍ່ປົກກະຕິເນາະ ເວົ້າເຣື່ອງພວກມາເຮັດການ ກະເສຕນີ້ ມັນແບບໄລຍະສັ້ນໆນ່າ ໄລຍະສັ້ນ ຜູ້ໄປຜູ້ມາ ສົມມຸດວ່າບໍຣິສັດ ທີ່ມາເຮັດໂຕນີ້ນີ້ ມັນບໍ່ທັນໝັ້ນຄົງ ມັນຍັງບໍ່ເປັນເວລາຍາວ ມັນບໍ່ເປັນປີນ່າ ມັນມາເຮັດໜ້ອຍນຶ່ງ ແລ້ວມັນກໍແລ້ວຊີ້ນ່າ.”
ທີ່ຜ່ານມາ ຄົນງານລາວນອກລະບົບ ທີ່ເຮັດວຽກດ້ານການກະເສຕ ຈໍານວນຫຼາຍ ພັດຂາດຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບສິດຜົລປໂຍດ ແລະການຊ່ອຍເຫຼືອ ໃນດ້ານທີ່ຄວນຈະໄດ້ຮັບ ເຮັດໃຫ້ພວກເຂົາເຈົ້າ ຈຳເປັນຕ້ອງໄດ້ເບິ່ງແຍງໂຕເອງ ແລະຮັບຜິດຊອບຄ່າໃຊ້ຈ່າຍ ຈາກການເຈັບເປັນ ທັງໝົດດ້ວຍໂຕເອງ ເຖິງແມ່ນວ່າ ຈະເປັນການປະສົບອຸບັດຕິເຫດ ໃນລະຫວ່າງການເຮັດວຽກກໍຕາມ.
ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງພາກປະຊາສັງຄົມລາວ ທີ່ເຮັດວຽກດ້ານແຮງງານ ທ່ານນຶ່ງກ່າວວ່າ:
“ອ່າ ແຮງງານນອກລະບົບ ຖືກເອົາປຽບຈາກນາຍຈ້າງ ແມ່ນ ໂດຍຄ່າຈ້າງແຮງງານຕໍ່າເນາະ ແລ້ວກະບໍ່ໄດ້ຮັບການປົກປ້ອງ ເວລາເຮົາໄປເຮັດວຽກຢູ່ກາເຟນີ້ ແລ້ວເມື່ອຂະເຈົ້າ ເວລາເກີດອຸບັດຕິເຫດ ຫຼືແມ່ນຫຍັງຕ່າງໆ ຂະເຈົ້າກໍຖືວ່າ ເປັນຄວາມຮັບຜິດຊອບຂອງພວກເຂົາ.”
ວຽກງານໃນພາກການກະເສຕ ແລະອາຫານ ແບບບໍ່ມີສັນຍາໄລຍະຍາວ ເຮັດໃຫ້ຄົນງານລາວ ບໍ່ທັນຮັບໄດ້ຮັບສວັດດີການ, ບໍ່ມີວຽກງານ ແລະຣາຍໄດ້ທີ່ໝັ້ນຄົງ ອີກທັງຍັງບໍ່ສາມາດຕໍ່ລອງ ຄ່າຈ້າງແຮງງານທີ່ເໝາະສົມ ນໍານາຍຈ້າງໄດ້ພໍເທົ່າໃດ.
ດັ່ງຄົນງານລາວ ທີ່ເຮັດວຽກເປັນກັມມະກອນ ຢູ່ຟາມລ້ຽງງົວແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:
“ບໍ່ຄ່ອຍມີສັນຍາຫຍັງນ່າ ສຸດແລ້ວແຕ່ເຮົາຢູ່ໄດ້ ກໍຄືຢູ່ໄປແນວນີ້ນ່າ ແຕ່ກໍຖືວ່າຢາກອອກໄປ ກໍຄືຄອບເພິ່ນດີໆ ໃຫ້ເພິ່ນຫາຄົນໃໝ່ມາແທນຈັ່ງຊີ້ ຢູ່ທາງເຮົາ ເຂົາກໍຮອດເດືອນ ສິ້ນເດືອນມາກໍເຂົາກໍຊິຈ່າຍ.”
ເນື່ອງຈາກວຽກງານ ດ້ານການກະເສຕ ເປັນວຽກງານທີ່ຂ້ອນຂ້າງໜັກ ແລະໄດ້ຄ່າຕອບແທນໜ້ອຍ ສະນັ້ນ ສວັດດີການ ແລະ ການຊ່ອຍເຫຼືອທາງດ້ານສຸຂພາບ ແລະຄວາມປອດພັຍ ຈຶ່ງມີຄວາມຈໍາເປັນຢ່າງຫຼວງຫຼາຍ ໂດຍສະເພາະກໍຣະນີແມ່ຍິງຖືພາ ແລະແມ່ຍິງທີ່ຫາກໍເກີດລູກໃໝ່.
ດັ່ງຄົນງານລາວ ທີ່ເຮັດວຽກ ຢູ່ສວນມັນຕົ້ນ ທ່ານນຶ່ງ ກ່າວວ່າ:
“ສ່ວນຫຼາຍ ມັນບໍ່ມີ ເປັນເງິນເດືອນ ມັນໄລ່ເປັນມື້ໆ ກິນເປັນມື້ໆໄປເລີຍ ສົມມຸດໄຖ ອັນນັ້ນອັນນີ້ ຂຸດອັນນັ້ນອັນນີ້ ກໍໄລ່ເປັນມື້ໄປເລີຍ ຄັນເກີດລູກ ຜູ້ຍິງເກີດລູກ ຈະໄດ້ເງິນຫຼາຍກ່ອນ ຄັນເປັນຜົວເຮັດປະກັນສັງຄົມ ເມັຍຢູ່ໃບປະກັນຜົວຫັ້ນ ກະໄດ້ເງິນໜ້ອຍດຽວ ຄັນເມັຍເຮັດເອງປະກັນສັງຄົມ ເມັຍຈະໄດ້ຫຼາຍ ຄັນເກີດລູກເກີດຫຍັງ ເຈັບເປັນຫັ້ນນ່າ.”
ໂຄງການສົ່ງເສີມ ປົກປ້ອງທາງສັງຄົມ ແລະສິດທິແຮງງານ ຂອງຄົນງານລາວ ໃນພາກການກະເສຕ ແລະ ອາຫານ ໃນປະເທດລາວ ດັ່ງກ່າວນີ້ ໄດ້ຮັບການສນັບສນູນ ຈາກກົມຮ່ວມມືການຄ້າສາກົລ ແລະການພັທນາ ກະຊວງການຕ່າງປະເທດ ຂອງປະເທດເບລຢ້ຽມ ຜ່ານອົງການ ອ໋ອກແຟມ (Oxfam Solidarity) ໂດຍມີແຜນການຈັດຕັ້ງປະຕິບັດ ໃນໄລຍະ 5 ປີ (ລະຫວ່າງປີ 2022-2026) ເພື່ອເພີ່ມຂີດຄວາສາມາດ ໃນການປົກປ້ອງສິດທິ ແຮງງານ ແລະການປົກປ້ອງສັງຄົມ ໃຫ້ແກ່ຄົນງາລາວ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ກຸ່ມແມ່ຍິງ ທີ່ເຮັດວຽກ ໃນພາກການກະເສຕ ໃຫ້ສາມາດເຂົ້າເຖິງກອງທຶນປະກັນສັງຄົມ ແລະມີເງື່ອນໄຂເຮັດວຽກທີ່ປອດພັຍ ໃນລະຫວ່າງການເຮັດວຽກ.
ປັດຈຸບັນ ມີຄົນງານລາວໃນວັຍເຮັດວຽກ ເປັນຄົນງານທົ່ວປະເທດປະມານ 2,500,000 ຄົນ ອີງຕາມາການຣາຍງານ ຂອງຍານາງ ຄໍາໃບ ຂັດຕິຍະ ຣັຖມົນຕຣີ ກະຊວງແຮງງານ ແລະສວັດດີການສັງຄົມ ທີ່ໄດ້ກ່າວຣາຍງານ ໃນກອງປະຊຸມ ສະພາແຫ່ງຊາຕລາວ ເມື່ອຄັ້ງທີ່ຫາກໍຜ່ານມານັ້ນ ໃນທ້າຍປີ 2022, ແຕ່ໃນຈໍານວນດັ່ງກ່າວນັ້ນ ມີຄົນງານລາວ ຖືກກວດພົບວ່າ ເປັນຄົນງານນອກລະບົບ ປະມານ 83% ຫຼືປະມານ 2,075,000 ຄົນ ສ່ວນເຫຼືອ ອີກ 17% ແມ່ນເປັນຄົນງານລາວ ທີ່ເຮັດວຽກນໍາບໍຣິສັດເອກກະຊົນ 7% ຂະນະທີ່ ອີກ 10% ເຮັດວຽກນໍາໜ່ວຍງານຣັຖ, ອີງຕາມການຣາຍງານ ຂອງກະຊວງແຮງງານ ແລະສວັດດີການສັງຄົມ ຮ່ວມກັບອົງການຈັດຕັ້ງສາກົລ ທີ່ບໍ່ຂຶ້ນກັບຣັຖບານ ເມື່ອເດືອນກຸມພາ ປີ 2022 ທີ່ຜ່ານມາ.