ສານເຄມີ ໃຊ້ໃນສວນກ້ວຍຈີນ ສົ່ງຜົນກະທົບ ຕໍ່ສຸຂພາບ ຄົນງານລາວ
2023.02.14
ສວນກ້ວຍຂອງນັກລົງທຶນຈີນ ຫລາຍແຫ່ງໃນປະເທດລາວ ຍັງສືບຕໍ່ສ້າງຜົລກະທົບຕໍ່ ຄົນງານລາວຢູ່ເລື້ອຍມາ ຈົນຮອດປັດຈຸບັນ ໂດຍສະເພາະເຮັດໃຫ້ຄົນງານເກີດບັນຫາ ທາງດ້ານສຸຂພາບ ເນື່ອງຈາກສວນກ້ວຍຈີນ ຍັງໃຊ້ຝຸ່ນເຄມີ ແລະສານພິດເຄມີຕ່າງໆ ຮວມທັງເພື່ອປ້ອງກັນ ບໍ່ໃຫ້ໝາກກ້ວຍເນົ່າເສັຍໃນລະຫວ່າງການຂົນສົ່ງ ໄປປະເທດຈີນ. ຝຸ່ນເຄມີ ແລະສານພິດເຄມີ ທີ່ໃຊ້ນັ້ນ ເຮັດໃຫ້ເກີດຜົລກະທົບຕໍ່ຮ່າງກາຍ ແລະສຸຂພາບ ຂອງຄົນງານລາວ, ເຮັດໃຫ້ມີທັງຜູ້ເຈັບເປັນ ແລະເສັຍຊີວິດ ດັ່ງຊາວບ້ານ ທີ່ອາໄສຢູ່ໃກ້ສວນກ້ວຍຈີນ ແຫ່ງນຶ່ງ ໃນເມືອງປາກງື່ມ ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 14 ກຸມພານີ້ວ່າ:
“ໂອ໋ ໄດ້ຍິນຂ່າວຫລາຍ ຕາຍກະແບບປິດລັບເລີຍນ່າ ເປັນພະຍາດເປັນປ່ວຍ ເປັນຫຍັງນ່າ ບໍ່ມີສົ່ງຂ່າວໃຫ້ຮູ້ ມີແຕ່ພວກທາງໃນຫັ້ນເວົ້າສູ່ຟັງ. ສ່ວນຫລາຍມີແຕ່ພວກຕ່າງແຂວງ ຕ່າງແຂວງ ມາແລ້ວກະເປັນປ່ວຍເປັນຫຍັງຕາຍ ເຂົາເອົາຄົນງານກະເອົາລາວສູງ ເພາະວ່າເກັ່ງພາສາຈີນແດ່.”
ຊາວບ້ານ ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ທີ່ອາໄສຢູ່ໃກ້ກັບສວນກ້ວຍ ຂອງບໍຣິສັດ ວີເອສ ຈໍາກັດ ຂອງຈີນ ຢູ່ເຂດບ້ານທ່າເຮືອ ແລະ ບ້ານຫາດຍື້ນ ກໍເວົ້າເຖິງສວນກ້ວຍ ແຫ່ງນີ້ວ່າ ຍັງມີການໃຊ້ຝຸ່ນເຄມີ ແລະສານເຄມີຢູ່ຕລອດ, ແຕ່ຫາກໃຊ້ໜ້ອຍລົງໃນໄລຍະນີ້ ຍ້ອນຫາກໍ່ໄດ້ເກັບໝາກກ້ວຍ ສົ່ງໄປຈີນ ແລະເຊື່ອວ່າ ຄົນງານລາວ ທີ່ເຮັດວຽກຢູ່ສວນກ້ວຍ ແຫ່ງນີ້ ຈະຕ້ອງໄດ້ຮັບຜົລກະທົບ ທາງດ້ານສຸຂພາບຢ່າງແນ່ນອນ ແຕ່ບໍ່ມີຂ່າວໃຫ້ຮູ້ຄັກແນ່.
“ເອີ! ເຣື່ອງໃຊ້ມັນກະໃຊ້ທຸກປີນີ້ແຫລະ ແຕ່ວ່າມັນຂຶ້ນກັບໃຊ້ໜ້ອຍ ໃຊ້ຫລາຍນີ້ນ່າ ຊ່ວງນີ້ມັນບໍ່ມີແລ້ວຊ່ວງນີ້ເພາະວ່າ ເຂົາເຈົ້າຕັດກ້ວຍແລ້ວ ມັນຢາກໝົດແລ້ວ ບາດພຸ້ນແຫລະ ບາດເຂົາເຈົ້າເອົາກ້ວຍໃໝ່ ເຂົາເຈົ້າ ຍັງບໍ່ທັນເອົາໃສ່ປຸ໋ຍ ໃສ່ຫຍັງ ມັນກະບໍ່ມີແລ້ວ ພຸ້ນບາດເຂົາເຈົ້າສົ່ງມາໃຫ້ພຸ້ນ ມັນຈຶ່ງມີ.”
ກ່ຽວກັບເຣື່ອງການໃຊ້ສານເຄມີ ໃນສວນກ້ວຍຈີນນີ້ ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ກ່າວວ່າ ສ່ວນໃຫຍ່ແລ້ວກໍບໍ່ມີພາກສ່ວນທີ່ກ່ຽວຂ້ອງ ລົງມາຕິດຕາມ ກວດ ກາຢ່າງເປັນປະ. ມີແຕ່ດົນໆລົງມາກວດເທື່ອນຶ່ງ ດັ່ງນັ້ນຈຶ່ງບໍ່ມີຂໍ້ມູນລະອຽດວ່າ ສວນກ້ວຍແຕ່ລະແຫ່ງ ມີການໃຊ້ສານເຄມີ ແລະປຸ໋ຍເຄມີຫລາຍໜ້ອຍສໍ່າໃດ.
“ໂຕນີ້ບໍ່ຈັກສິວ່າເດີ ໂຕເຄມີນີ້ນ່າເພາະວ່າພວກເຮົາກໍບໍ່ຮູ້ວ່າ ສານເຄມີມັນເປັນແນວໃດຫັ້ນນ່າ ພວກກິ່ນຂິວຖືວ່າຢາກຫລຸດຜ່ອນ ແຫລະກິ່ນຂິວຫັ້ນນ່າ ມັນມາປູກດົນແລ້ວ ເຂົາບໍ່ໄດ້ໃຊ້ບໍ່ແນວໃດກະບໍ່ເຂົ້າໃຈຫັ້ນນ່າ.”
ພ້ອມດຽວກັນນັ້ນ ພະນັກງານຢູ່ສວນກ້ວຍຈີນອີກແຫ່ງນຶ່ງ ຢູ່ແຂວງອັດຕະປື ກໍເວົ້າເຖິງເຣື່ອງຄ່າຈ້າງຄົນງານລາວ ໃນສວນກ້ວຍຂອງນັກລົງທຶນຈີນວ່າ ມີຫລາຍແຫ່ງ ໃຫ້ຄ່າຈ້າງໜ້ອຍ ໂດຍຄິດໄລ່ເປັນລາຍມື້ ສເລັ່ຍມື້ລະ 80,000 ກີບ ແລະກໍໃຫ້ຄົນງານຊື້ເຂົ້າ, ຊື້ອາຫານກິນເອງ ມີແຕ່ບ່ອນສໍາລັບໃຫ້ພັກເຊົາໃນສວນກ້ວຍເທົ່ານັ້ນ.
“ຮັບຢູ່ແບບມີແຕ່ວັນນຶ່ງ 80 ພັນກີບນຶ່ງໄດ໋ ໂອ໋ ເຮົາສິວ່າເປັນລາຄາຖືກເດີ ແມ່ນແຫລະໄລ່ເປັນມື້ ມີສະຖານທີ່ໃຫ້ພັກເຊົາເນາະ ແຕ່ວ່າໃຫ້ກິນເຂົ້າໂຕເອງເນາະ.”
ຫລ້າສຸດນີ້ ຄົນງານລາວ 2 ຜົວເມັຍ ຢູ່ນະຄອນຫລວງວຽງຈັນ ທີ່ໄປເຮັດວຽກຢູ່ສວນກ້ວຍຈີນ ແຫ່ງນຶ່ງໃນແຂວງວຽງຈັນ ກໍໄດ້ຂາດການຕິດຕໍ່ ກັບຄອບຄົວເປັນເວລາຫລາຍເດືອນ. ຈົນມາຮອດເດືອນກຸມພາປີ 2023 ນີ້ ທາງຄອບຄົວຈຶ່ງໄດ້ຕິດຕາມຫາ ໂດຍບໍ່ຮູ້ວ່າ ຍ້ອນສາເຫດຫຍັງ ພວກກ່ຽວຈຶ່ງບໍ່ຕິດຕໍ່ມາ ຫາທາງຄອບຄົວ ແລະກໍບໍ່ຮູ້ວ່າ ເຮັດວຽກຢູ່ສວນກ້ວຍ ບ່ອນໃດ. ດັ່ງນັ້ນຈຶ່ງໄດ້ພະຍາຍາມແຈ້ງຂ່າວ ທາງສື່ສັງຄົມອອນລາຍນ໌ ເພື່ອໃຫ້ສັງຄົມຮູ້ ໂດຍຫວັງວ່າ ຈະມີຜູ້ພົບເຫັນ ແລ້ວແຈ້ງຂ່າວໃຫ້ທາງຄອບຄົວຮູ້, ອີງຕາມຄໍາເວົ້າຂອງເພື່ອນບ້ານ ນາງນຶ່ງ ຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 14 ກຸມພານີ້.
“ເພິ່ນວ່າ ເພິ່ນໄປເຮັດວຽກຢູ່ສວນກ້ວຍ 2 ຜົວເມັຽ ແຕ່ວ່າເພິ່ນບໍ່ຕິດຕໍ່ຫາ ເລີຍຫັ້ນນ່າ ບໍ່ຮູ້ໃຊ້ຊີວິດຈັ່ງໃດ ເພິ່ນວ່າ ຢູ່ແຖວວັງວຽງເບາະ ຫລືວ່າແຖວນີ້ແຫລະ ຫາກໍ່ຮູ້ບໍ່ໄດ້ຍິນຂ່າວເລີຍຫັ້ນນ່າ ລູກສາວລາວກະມີຕັ້ງວ່າຊິຫາຄົນຫັ້ນນ່າ.”
ສໍາລັບເຣື່ອງການສົ່ງ ໝາກກ້ວຍຈາກລາວໄປຈີນ ກໍຍັງມີຫລາຍຢູ່ເລື້ອຍໆ ຊຶ່ງໃນ 6 ເດືອນທ້າຍປີ 2022 ມີມູນຄ່າເຖິງ 141 ລ້ານໂດລ້າຣ໌ສະຫະຣັຖ ຖືເປັນມູນຄ່າການສົ່ງສິນຄ້າ ດ້ານການກະເສດອອກ ເປັນອັນດັບ 2 ຮອງລົງມາຈາກມັນຕົ້ນ, ອີງຕາມຣາຍງານ ຂອງໜັງສືພິມປະຊາຊົນ ໃນມື້ວັນທີ 2 ກຸມພານີ້ ແລະໃນໄລຍະທີ່ຜ່ານມາ ຣັຖບານລາວກໍມີນະໂຍບາຍ ສົ່ງເສີມການຜລິດພືດເປັນສິນຄ້າ ເຮັດໃຫ້ມີການຄ້າຂາຍຫລາຍຂຶ້ນ ແຕ່ກໍຍັງມີບັນຫາດ້ານມາດຕະຖານ ຂອງສິນຄ້າຢູ່. ກະຊວງກະສິກັມ ແລະປ່າໄມ້ ຂອງລາວ ໄດ້ລົງນາມອະນຸສັນຍາ ກັບອົງການບໍຣິຫານ ພາສີຂອງທາງການຈີນ ກ່ຽວກັບເງື່ອນໄຂ ການສົ່ງໝາກກ້ວຍ ຈາກລາວໄປຈີນ ຊຶ່ງຈະໄດ້ມີການກວດກາ ຄັກແນ່.