ການປາບປາມຢາເສບຕິດຢູ່ລາວ ປະກົດວ່າ ມິດງຽບລົງ ໂດຍສະເພາະໃນເຂດທ້ອງຖິ່ນນຶ່ງ ໃນແຂວງບໍຣິຄຳໄຊ. ທ່ານ ພັນຄຳ ວິພາວັນ ຊຶ່ງຂຶ້ນເປັນນາຍົກຣັຖມົນຕຣີ ສປປ ລາວ ເມື່ອຕົ້ນປີ 2021 ແຕ່ປັດຈຸບັນ ໄດ້ກາຍເປັນອະດີດນາ ຍົກຣັຖມົນຕຣີແລ້ວ ໄດ້ປະກາດຕໍ່ກອງປະຊຸມ ແຫ່ງຊາດລາວ ເມື່ອເດືອນພຶສພາ ປີ 2021 ວ່າ ຣັຖບານຂອງທ່ານ ຈະຈັດຕັ້ງປະຕິບັດ ຕາມ 2 ວາຣະແຫ່ງຊາດ ຄື:
- ວາຣະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ແລະ
- ວາຣະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາ ຢາເສບຕິດ.
ຫຼັງຈາກປະກາດ, ຣັຖບານຂອງທ່ານ ພັນຄຳ ວິພາວັນ ໃນເວລານັ້ນ ກໍໄດ້ຈັດຕັ້ງປະຕິບັດ ວາຣະແຫ່ງ ຊາດທັງ 2 ຢ່າງຈິງຈັງສົມຄວນ ເປັນຕົ້ນໄດ້ຈັດຕັ້ງປະຕິບັດວາຣະວ່າດ້ວຍ ການປາບປາມຢາເສບຕິດ; ຕົວຢ່າງ ຍຶດຢາບ້າໄດ້ເຖິງ 55 ລ້ານເມັດ ໃນເດືອນຕຸລາຂອງປີ 2021 ນັ້ນ ແລະໃນປີຕໍ່ມາ ຄືປີ 2022 ກໍຍຶດໄດ້ 49 ລ້ານເມັດ ແຕ່ຕໍ່ມາເມື່ອທ້າຍເດືອນທັນວາ ປີກາຍ ນາຍົກຣັຖມົນຕຣີ ພັນຄຳ ວິພາວັນ ກໍປະກາດ ລາອອກຈາກຕຳແໜ່ງ ໂດຍໃຫ້ເຫດຜົນວ່າ ຍ້ອນມີບັນຫາສຸຂພາບ.
ນັບແຕ່ມື້ປະກາດ ລາອອກຈົນເຖິງປັດຈຸບັນ ກໍເປັນເວລາດົນນານແລ້ວ; ເຈົ້າໜ້າທີ່ບ້ານນຶ່ງໃນເມືອງປາກ ກະດິງ ແຂວງບໍຣິຄຳໄຊ ທີ່ບໍ່ປະສົງບອກຊື່ ແລະອອກສຽງ ກ່າວກັບວິທະຍຸ ເອເຊັຍ ເສຣີ ວ່າ ທາງອຳນາດການປົກຄອງບ້ານ ແລະເມືອງບ່ອນທ່ານຢູ່ ໄດ້ຫຼຸດຜ່ອນມາຕການ ການປາບປາມຢາເສບຕິດລົງ; ຕົວຢ່າງ ໄດ້ຢຸດຕິການເຜີຍແຜ່ ແລະໂຄສະນາຕ້ານການຄ້າ ແລະການເສບຢາເສບຕິດ ພາຍໃນບ້ານ ແລະໄດ້ຢຸດຕິການສຶກສາ ອົບຮົມຊາວໜຸ່ມໄວຣຸ້ນ ຜູ້ທີ່ພົວພັນກັບຢາເສບຕິດ ຫຼືມີຄວາມສ່ຽງສູງທີ່ຈະພົວພັນກັບຢາເສບຕິດ.
ໃນເມື່ອການປາບປາມຫຼຸດຜ່ອນລົງ ການຄ້າຢາເສບຕິດ ກໍເພີ່ມຂຶ້ນ ເປັນຕົ້ນການຄ້າຢາເສບຕິດ ລະຫວ່າງປະເທດລາວແລະໄທຍ; ຕົວຢ່າງ ເມື່ອວັນທີ່ 14 ມົກກະຣາ 2023 ນີ້ ເຈົ້າໜ້າທີ່ຕຳຣວດໄທຍ ກໍຈັບໄວຣຸ້ນໄທຍສອງຄົນ ທີ່ເຈົ້າໜ້າທີ່ສົງໃສວ່າ ເປັນສ່ວນນຶ່ງຂອງຂະບວນການ ຄ້າຢາເສບຕິດຂ້າມຊາດລະຫວ່າງສອງປະເທດລາວ ແລະໄທຍ ແລະຍຶດຂອງກາງ ຊຶ່ງເປັນຢາບ້າ ເກືອບ 1 ລ້ານເມັດ.
ເຈົ້າໜ້າທີ່ຕຳຣວດໄທຍ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ກ່າວກ່ຽວກັບເຣື່ອງນີ້ຕໍ່ວິທະຍຸ ເອເຊັຍເສຣີ ໃນວັນທີ່ 19 ມົກກະຣານີ້ວ່າ:
“ຈັບຜູ້ຕ້ອງຫາໄດ້ສອງຄົນ ພ້ອມກັບຣົຖແລະຢາເສບຕິດ. ພວກເຂົາບອກວ່າ ພວກເຂົາຮັບຈ້າງຂົນຢາເສບຕິດຈາກປະເທດລາວ ເຂົ້າມາໃນເຂດພື້ນທີ່ ແຂວງຂອນແກ່ນ ແລະຮ້ອຍເອັດ. ປັດຈຸບັນ ເຈົ້າໜ້າທີ່ ກຳລັງຊອກຫາ ຈັບຜູ້ຮ່ວມຂະບວນການອື່ນໆ ໂດຍສະເພາະຜູ້ຈ້າງ; ນອກຈາກນັ້ນ ຕຳຣວດ ກໍກຳລັງຂຍາຍຜົນ ຄືກຳລັງກວດຊັບສິນ ແລະຍຶດຊັບຂອງພວກກ່ຽວ.”
ເຈົ້າໜ້າທີ່ຕຳຣວດໄທຍ ທ່ານນີ້ ເລົ່າເຫດການການຈັບເທື່ອນີ້ຕື່ມວ່າ ໃນເວລາ 4 ໂມງເຊົ້າຂອງວັນນັ້ນ ເຈົ້າໜ້າທີ່ຕຳຣວດ ພູທອນພາກສີ່ ຂອງໄທຍ ໄດ້ຈັບໄວຣຸ້ນໄທຍ ສອງຄົນ ທີ່ລັກລອບຂົນຢາບ້າຈຳນວນ 998,000 ເມັດ ທີ່ມີມູນຄ່າຕາມທ້ອງຕລາດເມືອງໄທຍ ປະມານ 15 ລ້ານບາທ ຫຼື 7 ຕື້ກີບ. ຜູ້ຕ້ອງຫາ ມີແຜນ ຈະຂົນຢາເສບຕິດຈຳນວນນີ້ ໄປຈຳໜ່າຍຢູ່ທີ່ພາກອີສານ ເຊັ່ນແຂວງຂອນແກ່ນ, ມະຫາສາຣະຄາມ, ເລີຍ, ຮ້ອຍເອັດ ແລະໜອງບົວລຳພູ ປະເທດໄທຍ ຊຶ່ງພວກເຂົາໄດ້ເຮັດມາສອງເທື່ອແລ້ວ ແລະແຕ່ລະເທື່ອ ກໍໄດ້ຮັບຄ່າຈ້າງຄັ້ງລະ 30,000 ບາທ, ອີງຕາມຄຳສາຣະພາບ ຂອງຜູ້ຕ້ອງຫາທັງສອງ, ແຕ່ເຈົ້າໜ້າທີ່ຕຳຣວດ ບໍ່ເຊື່ອຄຳສາຣະພາບ ຂອງທັງສອງ. ພົນຕຳຣວດໂທ ຢັນຢົງ ເວດຊະໂອສົດ ຜູ້ບັນຊາການ ກອງຕຳຣວດພູທອນ ພາກສີ່ ກໍໄດ້ສັ່ງເຈົ້າໜ້າທີ່ຕຳຣວດ ທຸກຜແນກທີ່ກ່ຽວຂ້ອງ ໃຫ້ຟ້າວສືບສວນ ສອບສວນ ແລະຊອກຫາຈັບ ສະມາຊິກຮ່ວມຂະບວນຄົນອື່ນໆໃຫ້ໄດ້.
ເຈົ້າໜ້າທີ່ຕຳຣວດ ພາກສີ່ ອີກຜູ້ນຶ່ງ ໃຫ້ຣາຍລະອຽດ ກ່ຽວກັບເຣື່ອງນີ້ຕື່ມວ່າ:
“ພວກເຮົາຮູ້ວ່າ ບ່ອນນີ້ ມີສິ່ງຜິດກົດໝາຍ ຂ້າມມາຈາກຝັ່ງປະເທດລາວເລື້ອຍໆ; ແລ້ວພວກເຮົາກໍຈອບເບິ່ງ ແລະກໍເຫັນເຮືອຂ້າມມາຈາກລາວ. ພວກເຮົາໃຊ້ອຸບປະກອນກວດເບິ່ງ ແລະກໍຮູ້ວ່າ ສິ່ງຂອງທີ່ຢູ່ໃນເຮືອລຳນັ້ນ ແມ່ນຢາເສບຕິດ. ເວລາເຮືອມາເຖິງຝັ່ງໄທຍ ກໍມີຄົນຍົກຢາເສບຕິດຂຶ້ນຝັ່ງ ແລະຄາດວ່າ ຜູ້ຍົກຂຶ້ນມານັ້ນ ແມ່ນຜູ້ຂັບເຮືອ ແລະກໍຕ້ອງແມ່ນຄົນລາວ. ບຸດນຶ່ງ ຣົຖກະບະຄັນນຶ່ງ ກໍແລ່ນເຂົ້າມາໃນບໍຣິເວນ ພວກເຮົາເຈົ້າໜ້າທີ່ກໍເລີຍເຂົ້າໄປກວດ ແລະກໍເຫັນເປັນຢາບ້າຈຳນວນດັ່ງກ່າວ.”
ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ຜູ້ຂັບເຮືອ ຫຼົບໜີທັນ ເພາະໃນເວລານັ້ນ ເຈົ້າໜ້າທີ່ຢູ່ເທິງບົກ ບໍ່ໄດ້ຢູ່ໃກ້ນ້ຳ ຈຶ່ງຈັບຜູ້ກ່ຽວບໍ່ທັນ.
ຕໍ່ບັນຫາຢາເສບຕິດນີ້ ຊາວລາວຄົນນຶ່ງ ຢູ່ບ້ານສິງໄຊ ເມືອງປາກຊັນ ແຂວງບໍຣິຄຳໄຊ ກ່າວວ່າ ຕຳຣວດລາວ ຍັງບໍ່ປາບປາມຢາເສບຕິດ ເຂັ້ມງວດເທົ່າທີ່ຄວນ.
“ກໍດີຫັ້ນແຫຼະ ຄັນຈັບໄດ້ ໄທຍເຮົາກໍບໍ່ໄດ້ສົ່ງເສີມ ຄັນຈັບໄດ້ ກໍມີແຕ່ໃຫ້ປາບຫັ້ນແຫຼະ ເວົ້າງ່າຍໆສາ ສົມມຸດ ຜູ້ໃດຕິດໄປແລ້ວ ມັນບໍ່ສົມກັບວຽກກັບງານນ່າ ຄວາມໝາຍນ່າ ຜົນກະທົບມັນຫຼາຍຢ່າງວ່າຊັ້ນສາ. ຄົນມີຄອບຄົວແລ້ວ ມັນກໍເຮັດໃຫ້ຄອບຄົວຫັ້ນດ້ອຍລົງ. ເຈົ້າໜ້າທີ່ລາວເຮົາຖືເບົາ ໝາຍຄວາມວ່າ ປ່ອຍໃຫ້ມີຊ່ອງວ່າງ ຊ່ອງຫຍັງ ອັນນ່າ ທັມມະດາ ຄັນວ່າ ພ້ອມກັນຈັດການ ເອົາໃຈໃສ່ມັນຊິບໍ່ມີຕີ້; ຖ້າຜູ້ໃດທຳຜິດ ແລ້ວປະຕິບັດຕາມຣະບຽບກົດໝາຍ ມັນຈັ່ງຊິໄດ້ ຂ້ອຍວ່າ.”
ຊາວລາວອີກຜູ້ນຶ່ງ ທີ່ຢູ່ບ້ານທ່ານາ ເມືອງປາກຊັນ ແຂວງບໍຣິຄຳໄຊເຊັ່ນດຽວກັນ ກ່າວວ່າ ເຂົາເອງ ກໍບໍ່ຢາກໃຫ້ມີບັນຫາຢາເສບຕິດຢູ່ໃນລາວ.
“ກໍບໍ່ມີໃຜຢາກໃຫ້ເຮັດໃຫ້ເກີດດອກ ຄ້າຂາຍນີ້ນ່າ; ມັນຂ້າປະເທດຊາດບ້ານເມືອງ ຂ້າລູກຂ້າຫຼານເຮົາ ກໍຢາກເຮົາຊິປາບປາມແບບວ່າ ບໍ່ມີເລີຍມັນກໍເປປັນໄດ້ຍາກ ແຕ່ວ່າ ເຮັດແນວໃດໃຫ້ຫຼຸດນ້ອຍຖອຍລົງເທື່ອລະໜ້ອຍ ກໍເປັນການດີນ່າ ກໍຕ້ອງໄດ້ເປັນເຈົ້າການນຳກັນ.”
ສຳຣັບຜູ້ຕ້ອງຫາຊາວໄທຍ ສອງຄົນນັ້ນ ປັດຈຸບັນ ກຳລັງຖືກສືບສວນ ແລະສອບສວນ ແລະຈະຖືກດຳເນີນຄະດີ ໃນຂໍ້ຫາຮ່ວມກັນມີຢາເສບຕິດ ປະເພດທີ່ນຶ່ງ ຫຼືຢາບ້າຢູ່ໃນຄອບຄອງ.