ຄະດີລັກພາໂຕ ເພີ່ມຂຶ້ນຫຼາຍ ຢູ່ນະຄອນຫຼວງວຽງຈັນ

ຈຳປາທອງ
2023.02.10
ຄະດີລັກພາໂຕ ເພີ່ມຂຶ້ນຫຼາຍ ຢູ່ນະຄອນຫຼວງວຽງຈັນ ພັນເອກ ອຸບົນ ຈຸນລະມະນີ ຮອງຫົວໜ້າ ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ.
ຮູບພາບຈາກ: ປກສ

ໃນປີ 2022 ທີ່ຜ່ານມາ ຢູ່ ສປປ ລາວ ມີຄະດີລັກພາໂຕຮຽກຄ່າໄຖ່ຫລາຍ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ຊຶ່ງເຈົ້າໜ້າທີ່ຕໍາຣວດ ຈັບຜູ້ຕ້ອງຫາໄດ້ 20 ຄົນ, ໃນນັ້ນເປັນຄົນຈີນ ຢ່າງໜ້ອຍ 4 ຄົນ. ຕໍາຣວດແກ້ໄຂຄະດີໄດ້ 10 ຄະດີ, ອີງຕາມການຣາຍງານ ຂອງ ພັນເອກ ອຸບົນ ຈຸນລະມະນີ ຮອງຫົວໜ້າ ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ຢູ່ໃນກອງປະຊຸມສລຸບ ວຽກງານຂອງ ຕໍາຣວດປະຈໍາປີ 2022 ໃນມື້ວັນທີ 9 ກຸມພານີ້.

ກ່ຽວກັບບັນຫາທີ່ວ່ານີ້ ປະຊາຊົນລາວຈໍານວນບໍ່ໜ້ອຍ ກໍຮູ້ຂ່າວ ທັງກຸ່ມອາຊະຍາກັມຂອງຄົນຕ່າງປະເທດ ແລະແກ໋ງຈີນ ທີ່ລັກພາໂຕຮຽກຄ່າໄຖ່ ແລະຂ້າຄົນລາວ; ພວກເຂົາຖືກຈັບໄປກໍພໍແຕ່ ອອກຂ່າວຊື່ໆ, ປະຊາຊົນເວົ້າຫຍັງບໍ່ໄດ້.

ດັ່ງ ຊາວນະຄອນຫລວງວຽງຈັນ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 10 ກຸມພານີ້ວ່າ:

“ປີກາຍນີ້ ໄດ້ຍິນຂ່າວຢູ່ວ່າ ມີຣົຖຕູ້ມາລັກພາຕົວເດັກນ້ອຍ. ພວກເຂົາເຈົ້າກະວ່າແກ້ງຄົນຈີນຫັ້ນແຫລະ ເຮົາເວົ້າຫຍັງບໍ່ໄດ້ນ່າ ແກ້ງຈີນນີ້ກະຂ້າຄົນລາວຢູ່ເຕັກ, ຢູ່ບາ. ຍັງຈັບບໍ່ໄດ້ ຈັບໄປຢູ່ອອກຂ່າວຊື່ໆ ແຕ່ບໍ່ແຈ້ງມາວ່າ ຜູ້ນັ້ນຜູ້ນີ້ ຖືກຈັບເທົ່ານັ້ນປີກະບໍ່ໄດ້ວ່າ.

ໃນຂະນະດຽວກັນ ປະຊາຊົນລາວອີກຜູ້ນຶ່ງ ກໍເຫັນວ່າ ຄະດີລັກພາໂຕຮຽກຄ່າໄຖ່ ທີ່ເປັນສີມືຂອງຄົນຕ່າງປະເທດ ຢູ່ສປປ ລາວ ນັ້ນ ຖືວ່າເປັນບັນຫາໃໝ່ ຊຶ່ງຫລາຍພາກສ່ວນ ທີ່ກ່ຽວຂ້ອງຕ້ອງໄດ້ຕື່ນຕົວເຝົ້າລະວັງ ແລະປາບປາມ ແລະວ່າ ການລັກພາຕົວຮຽກຄ່າໄຖ່ ຫລືຂ້າຖິ້ມກໍມີ ຊຶ່ງສ່ວນໃຫຍ່ແມ່ນຢູ່ໃນກຸ່ມທຸຣະກິຈ.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

“ກະເຄີຍມີແຫລະເນາະ ເຣີ່ມມືແດ່ລະເນາະ ປະເພດຂັດແຍ່ງກັນກໍລັກໄປ ຂ້າກັນຖິ້ມ ສ່ວນຫລາຍກະຊິແມ່ນເຣື່ອງທຸຣະກິຈນີ້ແຫລະ ດຽວນີ້ລະວັງແຫລະ ມັນແມ່ນເຣື່ອງທຸຣະກິຈນີ້ແຫລະ ຄັນວ່າບໍ່ແກ້ໄຂໄປ ມັນກະຈັກໜ່ອຍ ອັນນີ້ເກີດຂຶ້ນ ອັນນັ້ນເກີດຂຶ້ນຫລາຍ ກະບໍ່ດີເດ໋.”

ແຕ່ເຖິງຢ່າງໃດກໍຕາມ ທ່ານກໍເຊື່ອວ່າ ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ແລະພາກສ່ວນທີ່ກ່ຽວຂ້ອງ ຈະສາມາດສະກັດກັ້ນ ແລະປາບປາມກຸ່ມອາຊະຍາກັມດັ່ງກ່າວໄດ້ ເພື່ອບໍ່ໃຫ້ບັນຫານີ້ກາຍເປັນບັນຫາໃຫຍ່ໃນປະເທດ ຈົນກາຍເປັນພັຍຕໍ່ພົລເມືອງລາວ.

ເຫດການທີ່ວ່ານີ້ ຢູ່ລາວບໍ່ເຄີຍມີ, ເມື່ອມັນເກີດຂຶ້ນແລ້ວ ກໍຕ້ອງໄດ້ລະມັດລະວັງ ທັງຢູ່ນະຄອນຫລວງວຽງຈັນ ແລະແຂວງຕ່າງໆ ແລະມີການຕື່ນຕົວກ່ຽວກັບເຣື່ອງທີ່ວ່ານັ້ນ, ມີການກວດກາການ ເຂົ້າ-ອອກ ຂອງຄົນຕ່າງປະເທດ ທີ່ມາພັກເຊົາຢູ່ໃນແຕ່ລະບ້ານ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ອໍານາດການປົກຄອງບ້ານທ່ານນຶ່ງ ຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 10 ກຸມພານີ້.

“ເຫດການໂຕນີ້ຫັ້ນ ລາວບໍ່ເຄີຍມີເນາະ ດຽວນີ້ມີມັນກະຫຍຸ້ງຍາກ ໄດ້ລະວັງໝົດແຫລະ ບ້ານໃດເມືອງໃດກະໄດ້ລະວັງນໍາກັນ ເພາະວ່າຂີ້ຢ້ານໝົດເນາະ ຖ້າມີຄົນມາພັກເຊົາຢູ່ບ້ານ ກໍໄດ້ຖາມຊື່ຈົດປວັດໄວ້ ຄັນບໍ່ມີປວັດແລ້ວກໍໄລ່ໜີ ຄົນຕ່າງໜ້າຕ່າງຕາ.”

ນັກກົດໝາຍລາວທ່ານນຶ່ງ ກໍເວົ້າວ່າ ສໍາລັບຄົນຕ່າງປະເທດ ທີ່ຖືກລັກພາໂຕຮຽກຄ່າໄຖ່ ຢູ່ປະເທດລາວ ແລ້ວຖືກຊ່ອຍໃຫ້ພົ້ນໄດ້ນັ້ນ ສາມາດຮ້ອງຂໍໃຫ້ທະນາຍຄວາມ ໃນລາວຊ່ອຍເຫລືອ ສູ້ຄະດີໃຫ້ໄດ້ ຄືກັນກັບຄະດີອື່ນໆ ທີ່ເກີດຂຶ້ນໃນລາວ.

“ທາງຣັຖບານລາວເຮົາ ມີກົດໝາຍຄຸ້ມຄອງ ລະຫວ່າງຄົນມາຢູ່ປະເທດນ່າ ລາວເຮົາທີ່ວ່າມີການລັກພາຕົວບໍ່ແມ່ນຫຍັງ ບໍ່ໄດ້ຮັບຄວາມຍຸຕິທັມ ແມ່ນຫຍັງ ພວກເຮົາສາມາດປົກປ້ອງໄດ້ໝົດ ຕໍ່ສູ້ໄດ້ໝົດ.”

ຄະດີໃຫຍ່ ທັງຄະດີລັກພາໂຕຮຽກຄ່າໄຖ່ ແລະຄະດີຄາດຕະກັມຢູ່ນະຄອນຫລວງ ວຽງຈັນເກີດຂຶ້ນຫລາຍ, ໃນນັ້ນມີທັງຄະດີຄາດຕະກໍາ 2 ສົບ ແລ້ວຝັງໄວ້ຢູ່ປ່າແຄມທາງ ໃນເຂດບ້ານໃໝ່ ເມືອງສີໂຄດຕະບອງໃນທ້າຍເດືອນມິນາ 2022 ໂດຍມີຜູ້ກໍ່ເຫດທັງໝົດ 13 ຄົນ. ໃນນັ້ນເປັນຄົນຈີນ 4 ຄົນ ແລະທີ່ເຫລືອແມ່ນຄົນລາວ ແລະອີກເຫດການນຶ່ງທີ່ສໍາຄັນ ກໍໄດ້ເກີດຂຶ້ນໃນເດືອນກັນຍາ 2022 ຄືການລັກພາໂຕ ແລ້ວຄາດຕະກໍານັກທຸຣະກິດຈີນ 1 ຄົນຢູ່ໂຮງງານຫລອມເຫລັກແຫ່ງນຶ່ງໃນເຂດບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ. ເຈົ້າໜ້າທີ່ຕໍາຣວດ ໄດ້ຈັບຜູ້ກໍ່ເຫດໄດ້ທັງໝົດ 2 ຄົນ ໃນນັ້ນເປັນນັກທະຣະກິຈຈີນ ຜູ້ນຶ່ງ ຊື່ ເລິນ ຢູເວິນ, ອາຍຸ 30 ປີ ແລະອີກຜູ້ນຶ່ງ ແມ່ນແມ່ຍິງລາວ ທີ່ເປັນເມັຍຂອງທ້າວ ເລິນ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.