ອຸບັດຕິເຫດ ຕາມທ້ອງຖນົນ ເພີ່ມຂຶ້ນຫຼາຍ ໃນແຕ່ລະປີ
2023.02.10
ພົລຈັກຕະວາ ນິລະວົງ ເຈືອງຕະລາດ ຮອງຫົວໜ້າກົມໃຫຍ່ຕໍາຣວດ ໄດ້ຣາຍງານໃນກອງປະຊຸມສລຸບວຽກງານຕໍາຣວດ ກະຊວງປ້ອງກັນຄວາມສງົບ ວ່າ ໃນປີ 2022 ທີ່ຜ່ານມາ ໃນທົ່ວປະເທດລາວ ມີຜູ້ເສັຽຊີວິດ ຈາກການເກີດອຸບັດຕິເຫດ ຕາມທ້ອງຖນົນ ທັງໝົດ 947 ຄົນ ແລະບາດເຈັບປະມານ 11,000 ຄົນ.
ພົລຈັກຕະວາ ນິລະວົງ ເຈືອງຕະລາດ ໄດ້ຣາຍງານໃນກອງປະຊຸມປະຈໍາປີ ໃນວັນທີ 9 ກຸມພາ 2023 ວ່າ ມີອຸບັດຕິເຫດເກີດຂຶ້ນຕາມທ້ອງຖນົນ 6,440 ຄັ້ງ ເມື່ອທຽບໃສ່ ປີ 2021 ເພີ່ມຂຶ້ນເຖິງ 860 ປາຍຄັ້ງ, ມີຜູ້ເສັຽຊີວິດ 947 ຄົນ ເຊິ່ງທຽບໃສ່ ປີ 2021 ຜູ້ເສັຽຊີວິດເພີ່ມຂຶ້ນ 116 ຄົນ. ສ່ວນໃຫຍ່ເກີດຈາກການຝ່າຝືນກົດລະບຽບຈາຣະຈອນ ດື່ມເມົາແລ້ວຂັບຣົຖ ແລະຈະມັກເກີດຂຶ້ນ ຢູ່ຖນົນເສັ້ນທາງຫຼັກ ໃນໄລຍະເທສການງານບຸນ, ດັ່ງເຈົ້າໜ້າທີ່ກູ້ພັຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ກຸມພາ ນີ້ວ່າ:
“ມັນເຫດເກີດເຫດຫຼາຍ ກໍຊ່ວງເທສການ ສົມມຸດວ່າປີໃໝ່ ຫຼືວ່າ ສົງການຫັ້ນນ່າ ເພາະວ່າເຂົາມາ ເຂົາເມົາມາທາງອື່ນເດ້ ແລະກໍຕາມເສັ້ນທາງໃຫຍ່ ທາງທີ່ຣົຖທຽວຫຼາຍ ຣົຖໃຫຍ່ຣົຖ ຣົຖພ່ວງຫັ້ນນ່າ ຊິເກີດ ບາງເທື່ອກໍຣົຖຈັກ ກັບຣົຖໃຫຍ່ຕໍາບາງເທື່ອກໍຣົຖພ່ວງຢຽບເລີຍ.”
ສະເພາະ ໃນນະຄອນຫຼວງວຽງຈັນ ມີຜູ້ເສັຽຊີວິດ 183 ຄົນ ທຽບໃສ່ປີ 2021 ເພີ່ມຂຶ້ນ 22 ຄົນ ແລະມີອຸບັດຕິເຫດເກີດຂຶ້ນ 1,090 ປາຍຄັ້ງ ທຽບໃສ່ປີ 2021 ເພີ່ມຂຶ້ນ 239 ຄັ້ງ ມີຜູ້ບາດເຈັບ 1,200 ປາຍຄົນ.
ຂະນະທີ່ ກູ້ພັຍ ໃນແຂວງຈໍາປາສັກ ທ່ານນຶ່ງ ກໍກ່າວວ່າ ໃນແຂວງຈໍາປາສັກ ກໍເປັນແຂວງນຶ່ງຂອງພາກໃຕ້ ທີ່ມີອຸບັດຕິເຫດເກີດຂຶ້ນຫຼາຍເຊັ່ນກັນ ໂດຍສະເພາະຕາມຖນົນຫົນທາງໃຫຍ່ ທີ່ຣົຖຈັກ ມັກຈະຕໍາກັບຣົຖໃຫຍ່ເປັນປະຈໍາ ສາເຫດສ່ວນໃຫຍ່ ຍ້ອນວ່າ ຜູ້ຂັບຂີ່ບໍ່ປະຕິບັດຕາມກົດຈາຣະຈອນ ແລະອຸບັດຕິເຫດ ມັກຈະເກີດໃນໄລຍະກາງຄືນ ສ່ວນໂຕເລຂການເສັຽຊີວິດ ໃນແຂວງຈໍາປາສັກ ກໍບໍ່ສາມາດໃຫ້ຂໍ້ມູນໄດ້ລະອຽດ ເບື້ອງຕົ້ນ ໃນເດືອນກຸມພານີ້ ກໍມີຜູ້ເສັຽຊີວິດ 9 ຄົນແລ້ວ, ດັ່ງກູ້ພັຍ ໃນແຂວງຈໍາປາສັກ ກ່າວວ່າ:
“ຫຼາຍໆໃນເດືອນນີ້ ກໍ 9 ສົບເດ້ ສ່ວນຫຼາຍເປັນກາງຄືນ ສ່ວນຫຼາຍຣົຖຈັກຕໍາທ້າຍຣົຖພ່ວງ ວ່າງອາທິດກ່ອນນີ້ກະ ຣົຖຈັກຕໍາຣົຖຕູ້ ອ້າຍກັບນ້ອງເສັຽຊີວິດ ໂຕນີ້ຣົຖຕູ້ ເພິ່ນຂ້າມທາງ ເພິ່ນຕັດໜ້າເຂົາ.”
ຂະນະດຽວກັນ ເຈົ້າໜ້າທີ່ຕໍາຣວດຈາຣະຈອນ ທ່ານນຶ່ງ ກໍກ່າວວ່າ ສາເຫດທີ່ເກີດອຸບັດຕິເຫດຫຼາຍຂຶ້ນນີ້ ກໍຍ້ອນວ່າ ຝ່າຝືນກົດຈາຣະຈອນ ດື່ມເມົາແລ້ວຂັບຣົຖ ແລະມັກຈະເກີດໃນໄລຍະຍາມແລງ ແລະຍາມກາງຄືນ ສ່ວນໃຫຍ່ເປັນກຸ່ມໄວຣຸ້ນມັກເກີດອຸບັດຕິເຫດ:
“ສ່ວນຫຼາຍຈະຣະເມີດກົດ ດື່ມເຫຼົ້າແລ່ນໄວເນາະສ່ວນຫຼາຍ ເມົາແລ້ວຂັບຫັ້ນແຫຼະ ຊ່ວງມັກເກີດເນາະ ຊ່ວງບຸນປະເພນີ ປີໃໝ່ສາກົລເນາະ ແລ້ວກະປີໃໝ່ລາວ ເດືອນ 2 ເຖິງເດືອນ 5 ຈະເກີດຫຼາຍເນາະ ປະເພນີຈະຫຼາຍ ຊ່ວງເວລາຈະເກີດປະມານ 6 ໂມງແລງ ປະມານເນາະ ຫາປະມານ 11 ໂມງ ກາງຄືນເນາະ.”
ທ່ານກ່າວຕື່ມວ່າ ຈະບໍ່ໃຫ້ເກີດອຸບັດຕິເຫດເລີຍ ກໍເປັນໄປບໍ່ໄດ້ ທີ່ຜ່ານມາຕໍາຣວດຈາຣະຈອນ ກໍມີການຕັ້ງດ່ານໃນແຕ່ລະຈຸດ ໂດຍສະເພາະໃນໄລຍະເທສການງານບຸນ ເພື່ອກວດກາຜູ້ຂັບຂີ່ຜິດກົດຈາຣະຈອນ ເຊິ່ງໃນປີນີ້ ກໍຈະມີເຈົ້າໜ້າທີ່ທີ່ກ່ຽວຂ້ອງ ລົງໂຄສະນາຫຼາຍຂຶ້ນ ຕາມເຂດບ້ານ, ໂຮງຮຽນ ເພື່ອໃຫ້ຮັບຮູ້ເຖິງກົດລະບຽບຈາຣະຈອນ ແລະຫຼຸດຜ່ອນ ການເກີດອຸບັດຕິເຫດຕາມທ້ອງຖນົນ:
“ອັນນີ້ ພວກເຮົາກໍໄດ້ກວດຕລອດເນາະ ຊິໃຫ້ມັນບໍ່ເກີດເລີຍກະບໍ່ມີ ເຂົາກໍມີໂຄງການຫຼຸດຜ່ອນອຸບັດຕິເຫດເນາະ ສ່ວນໃຫຍ່ພວກເຮົານີ້ ຈະມີແຕ່ວ່າເຮັດອັນ ແບບເຜີຍແຜ່ເນາະ ລົງໂຄສະນາຕາມໂຮງຮຽນ ລະກະຕາມບ້ານ.”
ກ່ຽວກັບເຣື່ອງ ການເກີດອຸບັດຕິເຫດ ຕາມທ້ອງຖນົນນີ້ ຊາວລາວ ກໍກ່າວວ່າ ທີ່ຜ່ານມາ ເຫັນແຕ່ປ້າຍເຕືອນບອກເສັ້ນທາງຢູ່ ໃນເວລາເສັ້ນທາງໂຄ້ງອັນຕລາຍ ແຕ່ບໍ່ເຫັນເຈົ້າໜ້າທີ່ຕໍາຣວດຈາຣະຈອນ ຈະມີການຫຼຸດຜ່ອນ ການເກີດອຸບັດຕິເຫດຢ່າງຈິງຈັງເທື່ອ ເຖິງແມ່ນວ່າມີການຕັ້ງດ່ານກວດກາກໍຕາມ ກໍເຫັນແຕ່ວ່າ ຂູດຮີດເອົາເງິນປະຊາຊົນ ທຸກມື້ນີ້ ປະຊາຊົນກໍຕ້ອງຂັບຂີ່ຣົຖບໍ່ປມາດ ແລະສ້າງວິນັຍໂດຍໃຫ້ມີເອກກະສານຖືກຕ້ອງ ຈຶ່ງຈະບໍ່ໄດ້ຖືກປັບໃໝ.
ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ແຕ່ລະເສັ້ນທາງ ມັນກະມີບ່ອນເຕືອນເນາະ ບ່ອນໃດອັນຕລາຍ ອີ່ຫຍັງອີ່ຫັ້ນນ່າ ຜ່ອນຄວາມໄວ ຫຼືວ່າໃສ່ເກັ່ຽຕໍ່າ ເກັຽສູງຈັ່ງຊິນ່າ ບໍ່ຂັບປະມາດ ຫັ້ນແຫຼະ ບໍ່ເຫັນມີວ່າຕັ້ງເພື່ອກວດກາ ຄວາມປອດພັຍໃຫ້ນັກຂັບຂີ່ ຜູ້ທີ່ໃຊ້ຣົຖໃຊ້ຖນົນຮ່ວມກັນຫັ້ນນ່າ ມີແຕ່ກວດແນວເພິ່ນຊິເອົາເງິນຫັ້ນແຫຼະ.”
ພ້ອມດຽວກັນນີ້ ຊາວລາວທ່ານນຶ່ງ ໃນແຂວງຈໍາປາສັກ ກໍກ່າວວ່າ ການເກີດອຸບັດຕິເຫດ ຕາມທ້ອງຖນົນນີ້ ສາມາດເກີດຂຶ້ນໄດ້ຢູ່ແລ້ວ ເຊິ່ງກໍຢູ່ທີ່ໂຕຂອງບຸກຄົນ ວ່າຈະປະຕິບັດຕາມກົດລະບຽບຫຼືບໍ່ ເພາະເຈົ້າໜ້າທີ່ຕໍາຣວດ ກໍມີກົດໝາຍປ້ອງກັນຢູ່ແລ້ວ ໂດຍເບື້ອງຕົ້ນ ທຸກຄົນ ຕ້ອງມີເອກກະສານຂັບຂີ່ຣົຖຢ່າງຖືກຕ້ອງ, ບໍ່ແລ່ນຣົຖໄວເກີນໄປ ຕາມທີ່ກົດໝາຍກໍານົດ ຖ້າປະຕິບັດໄດ້ ກໍຫຼຸດຜ່ອນການເກີດອຸບັດຕິເຫດໄດ້.