ສະຫະພັນຜະດຸງຄັນສາກົລ ຮັບຮອງມາຕຖານ ການສຶກສາ ຜະດຸງຄັນລາວ

ແພດຜະດຸງຄັນ ກຳລັງກວດສຸຂພາບ ຂອງແມ່ຍິງທີ່ຖືພາ.
ແພດຜະດຸງຄັນ ກຳລັງກວດສຸຂພາບ ຂອງແມ່ຍິງທີ່ຖືພາ. (UNFPA Laos)

0:00 / 0:00

ວັນທີ 7 ມົກກະຣາ 2023 ທີ່ຜ່ານມາ ສະຫະພັນຜະດຸງຄັນສາກົລ ຫຼື The international Confederation of Midwives (ICM) ໄດ້ປະກາດຢ່າງເປັນທາງການ ໃນການຮັບຮອງເອົາສູນການສຶກສາຜະດຸງຄັນ 3 ແຫ່ງ ຄື ວິທຍາໄລ ວິທຍາສາຕສຸຂພາບ ແຂວງຈໍາປາສັກ, ແຂວງຫຼວງພຣະບາງ ແລະແຂວງຊຽງຂວາງ ໃຫ້ເປັນວິທຍາໄລ ໂຕແບບ ທີ່ໄດ້ມາຕຖານສາກົລ ດ້ານການສຶກສາຜະດຸງຄັນ ເຊິ່ງຜົລການປະເມີນທີ່ອອກ ແມ່ນສາມາດບັນລຸ ເກນມາຕຖານ ຂອງ ICM ໄດ້ເຖິງ 35 ໃນຈໍານວນທັງໝົດ 37 ມາຕຖານ ໂດຍທີ 2 ມາຕຖານ ທີ່ຍັງເຫຼືອ ສາມາດບັນລຸໄດ້ບາງສ່ວນ.

ສະເພາະວິທຍາໄລ ວິທຍາສາຕສຸຂພາບ ແຂວງຈໍາປາສັກ ກໍຖືກຮັບຮອງມາຕຖານ ການສຶກສາດ້ານຜະດຸງຄັນ ໂດຍການຖືກຮັບຮອງນີ້ ຈະເຮັດໃຫ້ນັກສຶກສາຜະດຸງຄັນ ທີ່ຮຽນຈົບຫຼັກສູດໄປ ສາມາດຊ່ອຍຫຼຸດຜ່ອນ ອັດຕຣາການເສັຽຊີວິດຂອງແມ່ ແລະລູກ ໄດ້ຕາມມາຕຖານສາກົລ ອີກທັງ ປະມານເດືອນມິນາ 2023 ນີ້ ແຂວງຈໍາປາສັກ ຈະມີຄລີນິກທີ່ກວດແມ່ ແລະ ເດັກໂດຍສະເພາະ ວິທຍາໄລ ວິທຍາສາຕສຸຂພາບ ແຂວງຈໍາປາສັກ ແລ້ວຈະຊ່ອຍແມ່ ແລະເດັກໃຫ້ມີທາງເລືອກ ມາໃຊ້ບໍຣິການ ຢູ່ວິທຍາໄລ ບໍ່ຕ້ອງລໍຖ້າກວດນໍາທ່ານໝໍ ຢູ່ໂຮງໝໍແຂວງດົນ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ວິທຍາໄລ ວິທຍາສາຕສຸຂພາບ ແຂວງຈໍາປາສັກ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 27 ມົກກະຣາ ນີ້ວ່າ:

“ໄດ້ມາຕຖານ ຂອງການສຶກສາຂອງອາຊ້ຽນ ໝາຍຄວາມວ່າ ພວກເຮົາເຮັດຕາມເພິ່ນຊີ້ບອກ ເພາະວ່າສູດ ດຽວນີ້ວິທຍາໄລເຮົາ ຊິກ້າວໄປສູ່ ເຮົາຊິມີຄລີນິກ ເຮົາຊິມີບ່ອນກວດແມ່ ແລະເດັກສະເພາະ ແລ້ວເຮົາກໍຊິອາສັຍເວົ້າວ່າ ສອນນັກສຶກສາເຮົາ ໄປຕາມທິດສະດີເຮົາເລີຍ ແລ້ວກະເຮົາຊິຊ່ອຍ ຜແນກສາທາຣະນະສຸຂ ຫຼຸດການອັ່ງອໍ ແລ້ວແມ່ນວິທຍາໄລເຮົາ ຊິແບ່ງເບົາໃນສ່ວນນີ້ນໍາ ຊ່ອຍທັງແມ່ແລະເດັກ ຖ້າເປັນພວກແມ່ສ່ຽງພັຍ ໂນ້ນນັ້ນນີ້ ເຂົາເຈົ້າຊິສົ່ງຕໍ່ເນາະ ໂຕໃດທີ່ເຂົາເຮັດເອງໄດ້ ເຂົາກໍເຮັດຕາມເຕັກນິກທີ່ເຮົາສອນໄປ.”

ຍານາງກ່າວຕື່ມວ່າ ທີ່ຜ່ານມາຮອດປັດຈຸບັນ ແຕ່ລະປີ ວິທຍາໄລ ວິທຍາສາຕສຸຂພາບ ແຂວງຈໍາປາສັກ ຈະຜລິຕຊັພຍາກອນມະນຸສ ຄື: ນັກສຶກສາຜະດຸງຄັນສາຍຕຣົງ (ສາຍຕຣົງ ຄື ນັກຮຽນຈົບຊັ້ນ ມ.7 ມາຮຽນຕໍ່ຫຼັກສູດຜະດຸງຄັນ 3 ປີ ແລ້ວໄປຊອກວຽກເອງ) ປະມານ 20 ຄົນ ໂດຍອີງຕາມໂກຕ້າທີ່ກະຊວງສາທາຣະນະສຸຂ ກໍານົດໃຫ້ ແລະທຽບໃສ່ຈໍານວນຄຣູ 1 ຄົນ ຕໍ່ນັກສຶກສາ 8 ຄົນ ເຊິ່ງສ່ວນຫຼາຍ ນັກສຶກສາຫຼັກສູດຜະດຸງຄັນ ຢູ່ວິທຍາໄລ ວິທຍາສາຕສຸຂພາບ ຈະເປັນນັກສຶກສາ ຈາກແຂວງຈໍາປາສັກ, ອັດຕະປື, ເຊກອງ ແລະສາຣະວັນ.

ເມື່ອເວົ້າເຖິງຄຸນນະພາບ ຂອງນາງຜະດຸງຄັນ ທີ່ຮຽນຈົບຫຼັກສູດ ຈາກວິທຍາໄລ ທີ່ໄດ້ຖືກຮັບຮອງມາຕຖານ ການສຶກສາດ້ານຜະດຸງຄັນ ແມ່ນຈະມີຄຸນນະພາບ ໃນການຊ່ອຍຫຼຸດຜ່ອນ ອັດຕຣາການຕາຍ ຂອງແມ່ແລະເດັກຢ່າງຫຼວງຫຼາຍ ເນື່ອງຈາກ ຫຼັກສູດຜະດຸງຄັນຂອງລາວ ໄດ້ມາຕຖານສາກົລ ມີການສອບເສັງທັງພາກປະຕິບັດ ແລະພາກທິດສະດີລະດັບຊາຕ ໃນນັ້ນ ກວມເອົາໂຕຊີ້ວັດ ນາງຜະດຸງຄັນ 1 ຄົນ ຊ່ອຍແມ່ຖືພາເກີດລູກດ້ວຍໂຕເອງ ຈໍານວນຈັກເທື່ອ ໂຕຊີ້ວັດນາງຜະດຸງຄັນ 1 ຄົນ ເປັນຜູ້ຊ່ອຍທ່ານໝໍ ຊ່ອຍແມ່ຖືພາເກີດລູກ ຈໍານວນຈັກເທື່ອ ແລະໂຕຊີ້ວັດ ການບົ່ງມະຕິພຍາດ ທີ່ນາງຜະດຸງຄັນສາມາດເຮັດໄດ້ ຈໍານວນຈັກເທື່ອ.

ດັ່ງເຈົ້າໜ້າທີ່ ວິທຍາໄລ ວິທຍາສາຕສຸຂພາບ ແຂວງຈໍາປາສັກ ຜູ້ດຽວກັນກັບຂ້າງເທິງ ກ່າວຕື່ມວ່າ:

“ການສອບ ຫຼືອີ່ຫຍັງຕ່າງໆ ຕ້ອງໄປຕາມຫຼັກສູດຫັ້ນແລ້ວ ຄາດໝາຍຜູ້ນຶ່ງ ເອົາລູກອອກຈັກເທື່ອ 20 ເທື່ອ ເອົາອອກເອງ ສົມມຸດ ກໍຕ້ອງໃຫ້ຄົບ ຊ່ອຍຈັກເທື່ອ ເຮັດນັ້ນ ເຮັດນູນນັ້ນ ຈັກເທື່ອ ຄືຄາດໝາຍນັກສຶກສາ ຖ້າບໍ່ຄົບ ແມ່ນພວກເຮົາບໍ່ໄດ້ ເພາະວ່າ ສໍາລັບຜະດຸງຄັນ ພວກເຮົາມີສອບລະດັບຊາຕ.”

ວິທຍາໄລ ວິທຍາສາຕສຸຂພາບ ແຂວງຫຼວງພຣະບາງ ກໍຖືກຮັບຮອງມາຕຖານ ການສຶກສາ ດ້ານຜະດຸງຄັນ ໂດຍການຖືກຮັບຮອງນີ້ ຈະເຮັດໃຫ້ການຮຽນ-ການສອນ ຫຼັກສູດຜະດຸງຄັນ ມີຄຸນນະພາບຫຼາຍຂຶ້ນ ຕາມມາຕຖານສາກົລ ຍ້ອນສະຫະພັນຜະດຸງຄັນສາກົລ ຈະເຂົ້າມາປະເມີນທຸກໆ 3 ປີ (ແຜນບໍ່ເປັນທາງການ) ອີກທັງ ພາຍຫຼັງທີ່ນັກສຶກສາຜະດຸງຄັນ ຮຽນຈົບຫຼັກສູດໄປ ທາງວິທຍາໄລ ຈະມີການປະເມີນຕິດຕາມເພື່ອເບິ່ງວ່າ ພວກເຂົາເຈົ້າສາມາດນໍາວິຊາຄວາມຮູ້ທີ່ຮຽນມາ ຊ່ອຍໃຫ້ສຸຂສຶກສາ ດ້ານການວາງແຜນຄອບຄົວ ແລະຊ່ອຍແມ່ຖືພາ ເກີດລູກຢ່າງປອດພັຍໄດ້ບໍ່.

ດັ່ງເຈົ້າໜ້າທີ່ ວິທຍາໄລ ວິທຍາສາຕສຸຂພາບ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

“ຖືກຮັບຮອງໂຕນີ້ແລ້ວ ພວກເຮົາກໍຈະໄດ້ປັບປຸງ ອັນນ່າລະບົບການຮຽນ-ການສອນ ໃຫ້ມັນດີຂຶ້ນ ທຸກໆ 3 ປີ ເຂົາເຈົ້າຈະມາກວດ ມາກວດຫັ້ນນ່າ ອັນສົມມຸດ ນັກສຶກສາທີ່ຈົບໄປຫັ້ນ ໂຕຢ່າງວ່າ ບາງຄົນກໍເຮັດໄດ້ ບາງຄົນກໍບໍ່ໄດ້ເຮັດຫັ້ນນ່າ ເຮັດວຽກຫັ້ນນ່າ ພວກເຮົາກໍຊິໄປສອບຖາມ ເຮັດການປະເມີນເບິ່ງວ່າ ນັກສຶກສາຂອງພວກເຮົານ່າ ອັນໄປລົງເຮັດວຽກຢູ່ຫັ້ນນ່າ ເຂົາເຈົ້າ ເຮັດວຽກໄດ້ບໍ່ ໃນວຽກງານສຸຂສຶກສາ ເຂົາເຮັດແບບໃດ ການຊ່ອຍເກີດລູກບໍ ເປົ້າໝາຍຫຼັກໆຂອງພວກເຮົາ ແມ່ນໂຕນີ້ແຫຼະ ຫຼຸດຜ່ອນການຕາຍຂອງແມ່ ແລະເດັກ ເຮົາກໍຈະເຮັດໄດ້ບໍ່ ຫຼືຈະເຮັດໄດ້ໃນປີໃດ ພວກເຮົາກໍຈະຕ້ອງໄດ້ບືນຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາຮອດປັດຈຸບັນ ແຕ່ລະປີ ວິທຍາໄລ ວິທຍາສາຕສຸຂພາບ ແຂວງຫຼວງພຣະບາງ ຈະຜລິຕນາງຜະດຸງຄັນ ຫຼັກສູດສາຍຕຣົງ ໄດ້ປະມານ 20 ຄົນ ແລະຫຼັກສູດສາຍຕໍ່ເນື່ອງ ໄດ້ປະມານ 10 ຄົນ ຕາມໂກຕ້າທີ່ກະຊວງສາທາຣະນະສຸຂ ວາງທິດທາງໃຫ້ ແຕ່ສະເພາະຫຼັກສູດສາຍຕໍ່ເນື່ອງ ຕ້ອງແມ່ນນາງຜະດຸງຄັນເກົ່າ ທີ່ຈົບຫຼັກສູດຊັ້ນກາງ ແລ້ວສົນໃຈຈະຮຽນຕໍ່ຫຼັກສູດ ຜະດຸງຄັນຊັ້ນສູງ ເປັນເວລາ 1 ປີເຄິ່ງເທົ່ານັ້ນ ບໍ່ເອົານາງພຍາບານ, ເຈົ້າໜ້າທີ່ຣັຖ ຫຼືອາສາສມັກ ຈາກໂຮງໝໍ ຫຼືສຸຂສາຣາ ມາຮຽນຫຼັກສູດ ສາຍຕໍ່ເນື່ອງຄືແຕ່ກ່ອນແລ້ວ ຍ້ອນປີນີ້ ປະເທດລາວ ໄດ້ຖືກຮັບຮອງການສຶກສາ ດ້ານຜະດຸງຄັນ ຕາມມາຕຖານສາກົລແລ້ວ.

ດ້ານນາງຜະດຸງຄັນ ນາງນຶ່ງ ກ່າວວ່າ ມື້ວານນີ້ ໄດ້ມີການສເລີມສລອງກັບໝູ່ ຍ້ອນວຽກງານຜະດຸງຄັນໃນລາວ ໄດ້ຖືກຮັບຮອງມາຕຖານສາກົລ ເປັນປະເທດທໍາອິດໃນອາຊ້ຽນ ເນື່ອງຈາກທີ່ຜ່ານມາ ໂຕເອງແລະໝູ່ ໄດ້ທຸ້ມເທ ກັບວຽກງານຜະດຸງຄັນຢ່າງໜັກ ເປັນຕົ້ນ ເອົາຄວາມຮູ້ທີ່ຮຽນມາ ເພື່ອປັບເຂົ້າກັບຄວາມເຊື່ອຂອງແມ່ຍິງຊົນເຜົ່າ ທີ່ຍັງມີຄວາມເຊື່ອ ອອກລູກຢູ່ເຮືອນ ແລະຢູ່ປ່າ ໂດຍທີ່ໂຕເອງແລະໝູ່ຈໍານວນນຶ່ງ ບໍ່ໄດ້ບັງຄັບໃຫ້ແມ່ຍິງຊົນເຜົ່າ ມາເກີດລູກຢູ່ສຸຂສາຣາ ແຕ່ໃຫ້ເກີດລູກຢູ່ເຮືອນ ແລະປ່າ ຕາມທີ່ເຂົາເຈົ້າຕ້ອງການ ເພື່ອບໍ່ໃຫ້ເຂົາເຈົ້າລີ້ໄປເກີດລູກຜູ້ດຽວ ສ່ວນນາງຜະດຸງຄັນ ຈະຕຣຽມເຄື່ອງມືທີ່ຈະຊ່ອຍເກີດລູກ ແລະຊ່ອຍເກີດລູກ ຄຽງຂ້າງແມ່ຖືພາຊົນເຜົ່າຢູ່ປ່າ ແລະຢູ່ເຮືອນ ໂດຍອີງຕາມແນວຄິດ “ລູກເກີດລອດ ແມ່ປອດພັຍ”, ດັ່ງນາງຜະດຸງຄັນ ນາງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

"ເວົ້າເຣື່ອງຄວາມຕື້ນຕັນໃຈ ກໍແຊຣ໌ກັນ ມະນືງພືງພືດ ໂຮງຮຽນກະຕົບມືກັນ ຊົມເຊີຽກັນຢ່າງໃຫຍ່ແຫຼະເວີ່ຍ ບາງຄັ້ງ-ບາງຄາວ ທີ່ເຮົາ ການເວົ້ານໍາຄົນ ທີ່ມີຄວາມເຊື່ອນີ້ ມັນກະຕ້ອງຄ່ອຍອະທິບາຍໄປ ເຮົາຈະເຮັດຈັ່ງໃດ ຈັ່ງເຮັດໃຫ້ລູກ ແລະແມ່ປອດພັຍ ຊ່ອຍຢູ່ບ້ານເນາະສ່ວນນຶ່ງ ສ່ວນນຶ່ງ ກໍໄປຊ່ອຍຢູ່ (ປ່າ) ຄືຢ່າງເວົ້າ ຄືຈັດໃຫ້ (ເຄື່ອງມືທາງການແພດຊ່ອຍເກີດລູກ) ຄວາມປອດພັຍເນາະ."

ອີງຕາມຂໍ້ມູນ ຂອງຫ້ອງການສາທາຣະນະສຸຂ ເມືອງໂພນທອງ ແຂວງຫຼວງພຣະບາງ ໄດ້ລະບຸຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນ 27 ມົກກະຣາ ນີ້ວ່າ ທົ່ວເມືອງໂພນທອງ ມີນາງຜະດຸງຄັນຣັຖກອນ ແລະນາງຜະດຸງຄັນອາສາສມັກ 98% ແລ້ວ ເຫຼືອແຕ່ 2% ຫຼື ສຸຂສາຣາ 2 ແຫ່ງ ທີ່ມີຜະດຸງຄັນ ນັກສຶກສາຝຶກງານປະຈໍາການ.

ວິທຍຸ ເອເຊັຽ ເສຣີ ຈຶ່ງມີໂອກາດ ຖາມປະຊາຊົນຢູ່ບ້ານນາຫຼວງ ເມືອງໂພນທອງ ແຂວງຫຼວງພຣະບາງ ເບິ່ງເປັນບ້ານທີ່ ນາງຜະດຸງຄັນ ປະຈໍາສຸຂສາຣາ ບ້ານນາຫຼວງ ສາມາດຊ່ອຍແມ່ ແລະ ເດັກຊົນເຜົ່າ ມີສຸຂພາບຮ່າງກາຍ ແຂງແຮງ ປອດພັຍຈາກການເກີດລູກ ຈໍານວນຫຼາຍ ແລະພົບວ່າ ພາຍຫຼັງທີ່ມີຜະດຸງຄັນຜູ້ຍິງປະຈໍາສຸຂສາຣາ ເຮັດໃຫ້ແມ່ຍິງຖືພາ ແລະເດັກນ້ອຍຊົນເຜົ່າ ເຂົ້າມາຮັບການບໍຣິການການວາງແຜນຄອບຄົວ, ສັກວັກຊີນ ແລະຝາກທ້ອງຢູ່ສຸຂສາຣາ ຈໍານວນຫຼາຍ ບໍ່ຄືແຕ່ກ່ອນ ທີ່ມີແຕ່ເຈົ້າໜ້າທີ່ຜູ້ຊາຍ ແລະບໍ່ມີນາງຜະດຸງຄັນ ແມ່ຍິງຖືພາ ຈະບໍ່ຍອມເປີດສີ້ນກວດທ້ອງ ຫຼື ກວດພາຍໃນເລີຍ.

ດັ່ງປະຊາຊົນ ຢູ່ບ້ານນາຫຼວງ ເມືອງໂພນທອງ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

“ມາເກີດລູກຢູ່ໂຮງໝໍນີ້ກະ ທັງໆທີ່ຈະມາເກີດລູກ ມາຮອດພີ້ ກໍຍັງທັງຍາກ ເຂົາເປີດສີ້ນ ນາງຜະດຸງຄັນນີ້ເປັນເພດຍິງ ເວົ້ານຸ້ມນວນແດ່ ເອົາອົກອົກໃຈຜູ້ຍິງ ຕໍ່ຜູ້ຍິງດ້ວຍກັນນ່າ ລະກະເລີຍວ່າ ເຮັດໃຫ້ເຂົາເຈົ້າ ມີການເປີດອົກເປີດໃຈກັນຫຼາຍຂຶ້ນຫັ້ນນ່າ ກະເລີຍດີຂຶ້ນ.”

ອົງການ UNFPA ລາວ ຍັງໄດ້ລະບຸວ່າ ຈາກຂໍ້ມູນການຄົ້ນຄວ້າຫຼ້າສຸດ ໄດ້ສະແດງໃຫ້ເຫັນວ່າ ຜະດຸງຄັນ ທີ່ຜ່ານການຝຶກອົບຮົມ ເປັນຢ່າງດີ ມີອຸປະກອນທີ່ຈໍາເປັນ ແລະມີເຄືອຂ່າຍການບໍຣິການທີ່ເຂົ້າເຖິງໄດ້ ຈະສາມາດຕອບສນອງ ຄວາມຕ້ອງການ ດ້ານສຸຂພາບຂອງແມ່ ໄດ້ເຖິງ 80% ຜະດຸງຄັນ ມີບົດບາດສໍາຄັນເປັນຢ່າງຍິ່ງ ໃນການຫຼຸດຜ່ອນການເສັຽຊີວິດຂອງແມ່ໃນລາວ.

ອົງການ UNFPA ແມ່ນເປັນໜ່ວຍງານນຶ່ງ ຂອງອົງການສະຫະປະຊາຊາຕ ທີ່ເຮັດວຽກດ້ານສຸຂພາບ ທາງເພດ ແລະສຸຂຈະເຣີນພັນ ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ຮວມທັງປະເທດລາວ ມີເປົ້າໝາຍໃນການຫຼຸດຜ່ອນ ການຕາຍຂອງແມ່ ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0 (ສູນ), ຄວາມຕ້ອງການດ້ານການວາງແຜນຄອບຄົວ ແຕ່ບໍ່ໄດ້ຮັບການສນອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0 (ສູນ).