ຮ້ານຂາຍຢາ ບາງແຫ່ງ ເຣີ່ມຂຶ້ນລາຄາຢາ ນຳເຂົ້າຈາກຕ່າງປະເທດ
2023.02.28

ຜູ້ປະກອບການ ຮ້ານຂາຍຢາບາງແຫ່ງ ໃນນະຄອນຫຼວງວຽງຈັນ ໄດ້ປັບລາຄາຢາ ບາງຊະນິດແພງຂຶ້ນ ໂດຍສະເພາະ ກຸ່ມຢາແກ້ຫວັດ, ແກ້ຫຼຸດອາການໄຂ້, ແກ້ປວດ, ຢາຂ້າເຊື້ອແບັກທີເຣັຍ ແລະອື່ນໆ ທີ່ນໍາເຂົ້າມາຈາກຕ່າງປະເທດ.
ກ່ຽວກັບເຣື່ອງທີ່ ຜູ້ປະກອບການ ຮ້ານຂາຍຢາບາງຮ້ານ ໄດ້ປັບຂຶ້ນລາຄາຢາບາງຊະນິດ ແມ່ນປັບຂຶ້ນຕາມເຣດເງິນ ເພາະສ່ວນໃຫຍ່ການສັ່ງຊື້ຢາ ຕ້ອງຊື້ເປັນສະກຸນເງິນຕ່າງປະເທດ ແລະໄລຍະນີ້ ເງິນກີບອ່ອນຄ່າຢູ່ແລ້ວ ການໄປແລກປ່ຽນ ເປັນເງິນສະກຸນຕ່າງປະເທດ ຈຶ່ງຕ້ອງໃຊ້ເງິນກີບຫຼາຍກວ່າເກົ່າ ແຕ່ທາງຮ້ານຂາຍຢາ ກໍບໍ່ໄດ້ປັບລາຄາຢາ ທີ່ນໍາເຂົ້າຈາກຕ່າງປະເທດ ຂຶ້ນຫຼາຍ ເຊິ່ງຍັງຢູ່ໃນລາຄາທີ່ຊາວລາວ ສາມາດຊື້ໄດ້ ໂດຍແຕ່ລະຊະນິດ ປັບຂຶ້ນປະມານ 500-1,000 ກີບ.
ດັ່ງຜູ້ປະກອບການ ຮ້ານຂາຍຢາ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 28 ກຸມພາ ນີ້ວ່າ:
“ກະຂຶ້ນດ້າມ 500-1,000 ກີບຊື່ໆ ບໍ່ໄດ້ຂຶ້ນຫຼາຍ ຂຶ້ນຕາມເຣດເງິນບາທເນາະ ສ່ວນຫຼາຍມັນມີແຕ່ພວກ ທີບຟີ້, ດີຄອນເຈັ້ນ ແມ່ນແຫຼະ ເປັນພວກຢາໄທຍເນາະ ແຕ່ວ່າຢາລາວກໍບໍ່ໄດ້ຂຶ້ນ.”
ຢາທີ່ປັບລາຄາຂຶ້ນ ເປັນຕົ້ນ ຢາ ອາຊີໂຕແມັກ (Azithromax) ເຊິ່ງເປັນຢາຂ້າເຊື້ອແບັກທີເຣັຍ ຂາຍແຜງລະ 14,000 ກີບ, ຢາສະຕາເທັກ (Startec) ເຊິ່ງເປັນຢາຫຼຸດອາການຫວັດ, ແກ້ແພ້ ລາຄາປະມານເກືອບ 4,000 ກີບ ສ່ວນທີ່ເປັນຢາຂອງກຸ່ມເດັກນ້ອຍ ປະເພດຂ້າເຊື້ອແບັກທີເຣັຍ ກໍປະມານ 75,000 ກີບຕໍ່ແກ້ວ ແຕ່ລະຢ່າງປັບຂຶ້ນປະມານ 1,000 ກີບ.
ຂະນະທີ່ ຜູ້ປະກອບການ ຮ້ານຂາຍຢາ ອີກແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍກ່າວວ່າ ຢາບາງຊະນິດໃນລາວ ກໍລາຄາເທົ່າເດີມ ກໍບໍ່ໄດ້ປັບຂຶ້ນຫຼາຍ ສ່ວນຢາທີ່ນໍາເຂົ້າມາຈາກຕ່າງປະເທດ ກໍປັບຂຶ້ນຕາມສະພາບເຣດເງິນ ສັ່ງຊື້ມາຈາກບໍຣິສັດ ນໍາເຂົ້າຢາອີກເທື່ອນຶ່ງ.
“ແມ່ນແລ້ວ ເຮົາໄລ່ເງິນຕາມເຣດເງິນ ຂອງຕລາດເລີຍເດ້ ເພາະຊື້ນໍາບໍຣິສັດ ກໍເປັນບາທຊີ້ນ່າ ຄັນເປັນບາທເຮົາກໍຊິໄລ່ບາທ ກໍຈະໄລ່ໄປຕາມເງິນ ຢາແກ້ໄອ ຢາແກ້ເຈັບຄໍ ມັນຂຶ້ນກັບວ່າ ເຮົາຊື້ກັບບໍຣິສັດ ມັນໃນລາຄາເປັນເງິນກີບບໍ ຫຼືວ່າເງິນບາທຊີ້ນ່າ ເພາະເຮົາກໍບໍ່ໄດ້ກໍານົດ ວ່າໂຕໃດຈະຢູ່ເກົ່າ ຫຼືບໍ່ຢູ່ເກົ່າ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ຮ້ານຂາຍຢາບາງແຫ່ງ ຂາຍແພງຢູ່ ຄາດວ່າຂາຍແພງ ຕາມເສຖກິຈ ທ່ານກໍເຂົ້າໃຈ ເພາະລາຄາກໍພໍຮັບໄດ້ ສ່ວນໂຮງໝໍຖ້າເປັນຂອງພາກຣັຖ ການປິ່ນປົວກໍລາຄາຖືກ ໂດຍທ່ານໝໍ ກໍປິ່ນປົວຕາມສະພາບ ແລະຖ້າໄປໂຮງໝໍເອກກະຊົນ ກໍແພງຫຼາຍ ກໍບໍ່ຢາກໄປ ເຊິ່ງທ່ານເອງກໍເລືອກ ໄປຄລີນິກເອກກະຊົນແທນ ໄດ້ທັງກວດ ແລະໄດ້ທັງຢາ ລາຄາພໍຮັບໄດ້.
“ຮ້ານນອກ ກໍຈະຂາຍແພງກວ່າ ໂຮງໝໍຂອງຣັຖໜ້ອຍນຶ່ງ ຂຶ້ນນໍາສະຖານທີ່ ຂຶ້ນນໍາຮ້ານຂາຍຢາແດ່ ຄັນວ່າເຮົາໄປຄລີນິກແພງໆຊີ້ ມັນກໍແພງ ຄັນເຮົານໍາໃຊ້ໂຮງໝໍຣັຖ ຫຼືສຸຂສາລາ ມັນກໍບໍ່ແພງ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ພາລູກໄປຫາໝໍຢູ່ຄລີນິກທົ່ວໄປ ລາຄາກໍແພງພໍຮັບໄດ້ ເພາະທ່ານໝໍ ປິ່ນດີກວ່າໂຮງໝໍບາງແຫ່ງ ໄດ້ຢາຂ້າເຊື້ອແບັກທີເຣັຍ, ຢາແກ້ຫວັດ, ຢາແກ້ໄອ, ວິຕາມິນຊີ, ນໍ້າເກືອ, ສະລິງ ລາຄາປະມານ 200,000 ປາຍກີບ.
ຂະນະທີ່ ຊາວລາວໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ຖ້າບາງຄົນບໍ່ມີຕົ້ນທຶນ ແລະບໍ່ມີປະກັນສັງຄົມ ເຈັບປ່ວຍຂຶ້ນມາ ການໄປຊື້ຢາຢູ່ຮ້ານຂາຍຢາ ກໍເປັນທາງເລືອກທີ່ດີທີ່ສຸດ ເຖິງແມ່ນຈະແພງ ແຕ່ກໍຖືວ່າຖືກກວ່າໄປໂຮງໝໍ.
“ຕອນນັ້ນໄປກວດ ເຈັບກະເພາະ ສ່ວນຫຼາຍກໍໄປ ຢູ່ໂຮງໝໍ ມະໂຫສົດຫັັ້ນ ກໍໄດ້ເສັຍເງິນຢູ່ ກະແສນປາຍ ສອງແສນຫັ້ນແຫຼະ ມັນກໍແພງຫັ້ນແຫຼະ ແຕ່ວ່າບາງທີ ເຮົາບໍ່ມີທຶນອີ່ຫຍັງເນາະ ເຮົາມີບັດປະກັນສັງຄົມ ບໍ່ໄດ້ເສັຍເງິນ ນີ້ບໍ່ໄດ້ໄປຕໍ່ປະກັນສັງຄົມເທື່ອ.”
ຂະນະດຽວກັນ ຊາວລາວໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ໃນໄລຍະນີ້ ເງິນກີບລາວອ່ອນຄ່າ ຢາປິ່ນປົວພຍາດກໍຕ້ອງແພງຢູ່ແລ້ວ ແລະໄປຊື້ຢາກິນເອງ ບັນດາຮ້ານຂາຍຢາ ກໍຢາກຈະຂາຍຢູ່ແລ້ວເປັນທັມມະດາ:
“ກະແພງຂຶ້ນແມ່ນແລ້ວ ແພງຂຶ້ນກວ່າເກົ່າ ຊື້ເອງນີ້ ໄປເວົ້າຮ້ານຂາຍຢາ ເຂົາຢາກຂາຍ ເຂົາກໍເອົາໃຫ້ຫຼາຍໆຢ່າງໆ ມັນກໍເລີຍຕົກແພງ.”
ພາຍຫຼັງ ທີ່ເກີດການຣະບາດ ຂອງໂຄວິດ-19 ລາຄາຢາ, ອຸປະກອນການແພດ ມີລາຄາແພງຂຶ້ນຫຼາຍ ແຕ່ປັດຈຸບັນ ສະຖານະການໄດ້ກັບມາ ເປັນປົກກະຕິແລ້ວ ທາງດ້ານ ຣັຖມົນຕຣີ ກະຊວງສາທາຣະນະສຸຂ ຂອງລາວ ກໍໄດ້ມີການແຈ້ງການຫຼ້າສຸດ ໃນວັນທີ 23 ກຸມພາ 2023 ວ່າ ຈະເຣີ່ມອອກມາຕການຄວບຄຸມການຂາຍຢາ ແລະ ຂາຍອຸປະກອນການແພດ ຢູ່ໃນການທີ່ລາຄາເໝາະສົມ ຖ້າພົບວ່າ ຮ້ານຂາຍຢາແຫ່ງໃດ ລະເມີດ ກໍຈະເຕືອນກ່ອນ ຖ້າພົບຄັ້ງທີ່ 3 ກໍຈະມີການປັບໃໝ 1,000,000-3,000,000 ກີບ ແລະຖ້າພົບວ່າ ບໍ່ຕິດປ້າຍລາຄາ ຈະປັບໃໝ 500,000 ຫາ 1,000,000 ລ້ານກີບ ແລະຫາກພົບວ່າ ເກັບລາຄາທີ່ບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 1,000,000 ຫາ 5,000,000 ກີບ ນອກຈາກນີ້ ຜູ້ໃດລະເມີດ ຈະຖືກດໍາເນີນຄະດີທາງອາຍານໍາດ້ວຍ.