ເມື່ອວັນທີ 15 ກຸມພາ 2023 ທີ່ຜ່ານມາ ເກີດເຫດ ລູກປືນຄົກ ຂະນາດ 60 ມມ ແຕກໃສ່ທະຫານລາວ ໃນຂະນະທີ່ ຊ້ອມຍິງລູກປືນແທ້ ປະຈໍາປີ ຢູ່ສນາມກອງຮ້ອຍ 101 ເຂດບ້ານກະປື ເມືອງທ່າແຕງ ແຂວງເຊກອງ ເຮັດໃຫ້ມີນາຍ ແລະພົນທະຫານ ເສັຽຊີວິດ, ພິການ ແລະບາດເຈັບທັງໝົດ 6 ຄົນ ໃນນັ້ນ ເສັຽຊີວິດຄາທີ່ 2 ຄົນ ເປັນທະຫານຫົວໜ້າໝວດຊັ້ນຮ້ອຍໂທ ແລະເປັນທະຫານຮອງໝວດ ຊັ້ນຮ້ອຍຕຣີ ມີທະຫານອາຊີບ 1 ຄົນ ຂາຫັກ 1 ເບື້ອງ ແລະທະຫານອາຊີບ ໄດ້ຮັບເຈັບ ບໍ່ເຖິງວິກິຈ ອີກ 3 ຄົນ.
ປັດຈຸບັນ ທະຫານອາຊີບ ທີ່ໄດ້ຮັບບາດເຈັບ ທັງໝົດ 4 ຄົນ ໄດ້ຮັບການປິ່ນປົວ ຢູ່ໂຮງໝໍ 106 ກອງທັບ ແຂວງຈໍາປາສັກ ສ່ວນນາຍທະຫານທີ່ເສັຽຊີວິດ ແມ່ນໄດ້ເອົາສົບໄປປະກອບພິທີ ທາງສາສນາແລ້ວ. ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນແຂວງ ຜູ້ຂໍສງວນຊື່, ສຽງ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ກຸມພາ ທີ່ຜ່ານມານັ້ນວ່າ:
"ກອງຮ້ອຍ 101 ບ້ານກະປື ເມືອງທ່າແຕງ ເສັຽຊີວິດ 2 ພະນັກງານຂັ້ນ ອັນນັ້ນເດ້ ຂັ້ນຮ້ອຍໂທ ເປັນຫົວໜ້າໝວດ ກັບຮອງໝວດເສັຽຊີວິດຫັ້ນນ່າ ທະຫານອາຊີບນີ້ນ່າ ເຂົາເຈົ້າໄປຝຶກອົບຮົມ ປະຈໍາປີຫັ້ນນ່າ ເຈັບ 4 ຄົນ ໄດ້ສົ່ງປິ່ນປົວ ຢູ່ໂຮງໝໍ 106 ພຸ້ນເດ້ ປືນຄົກແຕກໃສ່ ມັນຝຶກຢູ່ໃນພາກສນາມເດ້ ມັນລູກປືນແທ້ຫັ້ນນ່າ ແຕ່ວ່າ ລູກປືນຫັ້ນແຫຼະ ມັນແຕກຢູ່ໃນຕີນຕັ້ງມັນນ່າ ໄປຄາຢູ່ບ່ອນຕີນຕັ້ງມັນນ່າ."
ທະຫານຫົວໜ້າໝວດ ທີ່ເສັຽຊີວິດຄາທີ່ນັ້ນ ຢູ່ໃນຕໍາແໜ່ງຜູ້ຄິດໄລ່ໄລຍະຄວາມໄກ ຄວາມສູງ ໃຫ້ຕົກໃສ່ບ່ອນເປົ້າໝາຍ ຫຼືຜູ້ຍິງປືນ ສ່ວນທະຫານຮອງໝວດ ທີ່ເສັຽຊີວິດຄາທີ່ນັ້ນ ຢູ່ໃນຕໍາແໜ່ງປ່ອນລູກປືນ ສ່ວນທະຫານອາຊີບ ທີ່ໄດ້ຮັບບາດເຈັບ ຢູ່ໃນຣັສໝີອ້ອມຂ້າງ ຂະນະທີ່ຝຶກຊ້ອມຍິງລູກປືນແທ້.
ທາງດ້ານໂຮງໝໍ 106 ກອງທັບ ຢືນຢັນວ່າ ທະຫານທີ່ໄດ້ຮັບບາດເຈັບ ຈໍານວນ 4 ຄົນ ຢູ່ໂຮງ 106 ກອງທັບ ແລະພົ້ນຂີດອັນຕລາຍ ທັງໝົດແລ້ວ ສ່ວນທະຫານທີ່ຂາຫັກ ກໍໄດ້ອອກຈາກຫ້ອງໄອຊີຢູ ພາຍຫຼັງທີ່ຜ່ານຕັດແລ້ວ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ໂຮງໝໍ 106 ກອງທັບ ກ່າວໃນມື້ດຽວກັນນີ້ວ່າ:
“ກະປອດພັຍໝົດແລ້ວ ອາການກະດີຂຶ້ນ ໝົດແລ້ວ ປົກກະຕິແລ້ວ ອອກຈາກໄອຊີຢູໝົດແລ້ວ.”
ສໍາລັບເຫດການທີ່ເກີດຂຶ້ນ ລະຫວ່າງການຝຶກຊ້ອມໃຫຍ່ ເພື່ອຍິງລູກປືນແທ້ ປະຈໍາປີນັ້ນ ແມ່ນວັນທີ 15 ກຸມພາ 2023 ທະຫານທີ່ກ່ຽວຂ້ອງທັງໝົດ ໄດ້ຝຶກຊ້ອມຍິງລູກປືນແທ້ ຂະນາດ 60 ມມ ແລະຍິງໄປທັງໝົດ 5 ລູກແລ້ວ ແຕ່ລູກທີ 6 ພັດເກີດເຫດປືນແຕກຄົກແຕກໃສ່ທະຫານກຸ່ມດັ່ງກ່າວ ໃນຄວາມເປັນຈິງແລ້ວ ທະຫານທັງໝົດນີ້ ເປັນທະຫານມືອາຊີບ ທີ່ມີການສະແດງ ຍິງລູກປືນຄົກຢູ່ຫຼາຍເຂດ ໃນຫຼາຍປີທີ່ຜ່ານມາ ຈຶ່ງບໍ່ຮູ້ວ່າ ສາເຫດທີ່ລູກປືນຄົກແຕກໃສ່ ມາຈາກອີ່ຫຍັງແທ້.
ດັ່ງເຈົ້າໜ້າທີ່ທະຫານ ກອງຮ້ອຍ 101 ກ່າວໃນມື້ດຽວກັນນີ້ວ່າ:
“ຍິງກໍຍິງມາແລ້ວ 5 ລູກ ຫັ້ນນ່າ ບາດນີ້ ມາປ່ອນລູກປືນເຂົ້າຫັ້ນ ມັນແຕກໂລດ ມັນແຕ່ຢູ່ໃນເລົາພຸ້ນເລີຍ ລູກ 60 ທັມມະດາ ລູກ 60 ເຮົານີ້ ມັນຍິງ ມັນມີແກ໊ສສົ່ງເນາະ ສົ່ງໄປແລ້ວ ມັນຕົກລົງມາ ມັນຈັ່ງແຕກ ອັນນີ້ມັນບໍ່ເປັນແນວນັ້ນ ມັນແຕກຢູ່ໃນເລົາຫັ້ນເລີຍ ຕອນປ່ອນເຂົ້າຫັ້ນ ເຂົາກໍວ່າ ເຄີຍເຮັດເຄີຍຍິງຢູ່ນ່າ ຍິງມາແລ້ວ ມື້ດຽວກໍ 5 ລູກ ເຂົາຍິງ ແຕ່ວ່າ ສຸດທ້າຍຫັ້ນ ຈັກມັນໄປພາດຈັ່ງຊັ້ນ.”
ກ່ຽວກັບເຫດການນີ້ ຊາວບ້ານນາງນຶ່ງ ກໍກ່າວວ່າ ຕັ້ງແຕ່ຢູ່ບ້ານກະປື ມາດົນກວ່າ 40 ປີ ກໍບໍ່ເຄີຍເຫັນ ເຫດການທະຫານເສັຽຊີວິດ ຂະນະທີ່ຊ້ອມຍິງລູກປືນແທ້ປະຈໍາປີ ຈັກເທື່ອ ແຕ່ຕົກມາປີ 2023 ນີ້ ຖືເປັນປີທໍາອິດ ທີ່ມີເຫດການດັ່ງກ່າວເກີດຂຶ້ນ ແລະທາງຊາວບ້ານພາຍໃນເຂດບ້ານກະປື ກໍຮູ້ສຶກເສັຽໃຈຕໍ່ເຫດການດັ່ງກ່າວ ຍ້ອນການເສັຽຊີວິດ ແລະການບາດເຈັບ ມາຈາກຝຶກຊ້ອມ ບໍ່ໄດ້ມາຈາກການສູ້ຮົບແທ້ ຈຶ່ງບໍ່ຄວນມີເຫດການນີ້ເກີດຂຶ້ນ. ດັ່ງຊາວບ້ານ ຢູ່ບ້ານກະປື ເມືອງທ່າແຕງ ແຂວງເຊກອງ ກ່າວໃນມື້ດຽວກັນນີ້ວ່າ:
“ກະຕົກໃຈແດ່ແຫຼະເນາະ ແຕ່ເກີດມາ ກໍບໍ່ເຄີຍໄດ້ຍິນຫັ້ນນ່າ ເຂົາກໍໄປຊ້ອມຮົບເດ້ ມັນກໍດັງຫັ້ນແຫຼະ ແຕ່ວ່າ ເຮົາກໍບໍ່ໄດ້ສົນໃຈ ເພາະວ່າ ບໍ່ຄິດວ່າ ມັນຊິເກີດອຸບັດຕິເຫດນ່າ ຂອງເຂົາຊ້ອມຍິງເດ້ ໃຫ້ມີຄວາມພ້ອມຕລອດ ແຕ່ລະປີຕ້ອງໄດ້ມີການຊ້ອມ ບໍ່ຢາກໃຫ້ເກີດຫັ້ນແຫຼະ ໃຜກໍເສັຽໃຈຫັ້ນແຫຼະ ເພາະວ່າເປັນການຊ້ອມຊື່ໆ ບໍ່ແມ່ນວ່າ ຊິໄປສູ້ຮົບຫັ້ນນ່າ ມັນເກີດອຸບັດຕິເຫດແນວນີ້ ກໍເສັຽໃຈຫັ້ນແລ້ວ.”
ຕໍ່ເຫດການ ການສູນເສັຽໃນຄັ້ງນີ້ ຜແນກ ປກຊ-ປກສ ແຂວງເຊກອງ ກໍຈະເຮັດບົດຣາຍງານ ໄປຍັງກະຊວງປ້ອງກັນປະເທດ ຫາກໄດ້ຣາຍລະອຽດຂໍ້ມູນທີ່ຄັກແນ່ແລ້ວ ແຕ່ຜແນກ ປກຊ-ປກສ ແຂວງເຊກອງ ບໍ່ສາມາດບອກໄດ້ວ່າ ປືນທີ່ແຕກນັ້ນ ເປັນປືນທີ່ຜລິດ ແລະນໍາເຂົ້າຈາກປະເທດໃດ.
ສ່ວນການອະນຸເຄາະ ແລະປົວແປງຈິດໃຈ ແກ່ຄອບຄົວທະຫານທີ່ເສັຽຊີວິດ ຂະນະທີ່ປະຕິໜ້າທີ່ ຫຼືທະຫານທີ່ໄດ້ຮັບບາດເຈັບ ຂະນະທີ່ປະຕິບັດໜ້າທີ່ ແມ່ນເປັນວຽກຂອງຜແນກສູ້ຮົບ ປະຈໍາແຂວງເຊກອງ ເຊິ່ງປັດຈຸບັນ ຍັງຢູ່ລະຫວ່າງ ການຮິບໂຮມຂໍ້ມູນ ກ່ຽວກັບກໍຣະນີນີ້ຢູ່, ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ປກຊ-ປກສ ແຂວງເຊກອງ.
ນອກຈາກນີ້ ເຫດການດັ່ງກ່າວ ຖືເປັນເຫດການທີ່ຊາວລາວ ຜູ້ໃຊ້ສື່ສັງຄົມອອນລາຍນ໌ ຄື ເຟສບຸຄ໌ ກໍໄດ້ໃຫ້ຄວາມສົນໃຈ ໂດຍຄວາມຄິດເຫັນສ່ວນໃຫຍ່ ເປັນໄປໃນທິດທາງດຽວກັນ ຄື ພາກັນສະແດງຄວາມເສັຽໃຈຕໍ່ຄອບຄົວ ທີ່ມີນາຍ ແລະທະຫານເສັຽຊີວິດ ແລະໄດ້ຮັບບາດເຈັບ ຈາກເຫດການຄັ້ງນີ້.