ພະນັກງານ ບໍຣິສັດຂຸດຄົ້ນແຮ່ ຂອງຈີນ ຍິງປືນຂົ່ມຂູ່, ທຳຮ້າຍຮ່າງກາຍ ຊາວບ້ານ

ໄຊຍາ
2023.01.31
ພະນັກງານ ບໍຣິສັດຂຸດຄົ້ນແຮ່ ຂອງຈີນ ຍິງປືນຂົ່ມຂູ່, ທຳຮ້າຍຮ່າງກາຍ ຊາວບ້ານ ກຸ່ມຜູ້ຊາຍຊາວຈີນໃຊ້ປືນ (ຮູບຊ້າຍມື ແລະຮູບຂວາມື) ຍິງຂົ່ມຂູ່ ແລະ ອີກຈຳນວນນຶ່ງ ຖືກ້ອນຫິນ (ວົງກົມສີແດງທາງລຸ່ມ) ແລະ ພ້າ (ວົງກົມສີແດງທາງເທິງ) ທຳຮ້າຍຮ່າງກາຍ ຊາວບ້ານ ທີ່ເປັນເຈົ້າຂອງດິນ ເພື່ອບັງຄັບໃຫ້ຍອມຮັບ ເງິນຄ່າຊົດເຊີຽດິນ ທີ່ບໍ່ເໝາະສົມກັບລາຄາ.
ນັກຂ່າວ ພົລເມືອງ

ໃນວັນທີ 30 ມົກກະຣາ 2023 ທີ່ຜ່ານມາສື່ສັງຄົມອ໋ອນລາຍ໌ ໄດ້ຮ່ວມກັນສະແດງຄວາມຄິດເຫັນ ແລະແບ່ງປັນວິດີໂອຄລິບເປັນຈຳນວນຫລວງຫລາຍ ກ່ຽວກັບພະນັກງານ ຂອງບໍຣິສັດຈີນ ຊື່ວ່າ ບໍຣິສັດ ຢຸນນານວັນເວ ພະລັງງານຈຳກັດ ທີ່ໄດ້ລົງທຶນສັມປະທານ ທີ່ດິນຂອງພາກຣັຖ ແລະ ປະຊາຊົນຈຳນວນຫລາຍເຮັກຕ້າຣ໌ ເພື່ອຂຸດຄົ້ນແຮ່ຊະນິດນຶ່ງ ຢູ່ບ້ານແຊວລີສູ່ ເມືອງຍອດອູ ແຂວງຜົ້ງສາລີແລ້ວໄດ້ໃຊ້ອາວຸດປືນຍິງນາບຂູ່ ຢ່າງໜ້ອຍ 2 ນັດ ທັງຈະໃຊ້ຫິນແກ່ວງໃສ່ຊາວບ້ານ, ໃຊ້ພ້າຟັນໝາກພ້າວ ຍົກໃສ່ແບບຂົ່ມຂູ່ ແລະສຸດທ້າຍ ລົງມືຕີຊາວບ້ານ ຊົນເຜົ່າໂລໂລ ທີ່ບໍ່ຍອມຮັບເງິນຄ່າຊົດເຊີຍ ດິນນາ-ດິນສວນ.

ໂດຍເຫດຜົນ ທີ່ຊາວບ້ານຊົນເຜົ່າໂລໂລ ບໍ່ຍອມຮັບຄ່າຊົດເຊີຍ ດິນນາ-ດິນສວນນັ້ນ ເປັນຍ້ອນວ່າເງິນຄ່າຊົດເຊີຍ ທີ່ທາງຂັ້ນແຂວງຄິດໄລ່ ໃຫ້ເປັນຈຳນວນໜ້ອຍ ບໍ່ເໝາະສົມກັບດິນ ທີ່ເຂົາເຈົ້າຍົກໃຫ້ຜູ້ສັມປະທານ ຈຶ່ງຢາກໄດ້ເງິນຊົດເຊີຍທີ່ສູງກ່ວານີ້ ແລ້ວນາຍບ້ານກັບກອງຫລອນບ້ານ ກໍພະຍາຍາມເຂົ້າໄປໄກ່ເກັ່ຽ ແຕ່ສຸດທ້າຍພັດຖືກພະນັກງານ ບໍຣິສັດຈີນຕີ ແລະເອົາປືນຍິງນາບຂູ່ ນາຍບ້ານກັບຊາວບ້ານ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຍອດອູ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 31 ມົກກະຣານີ້ວ່າ:

ແບບວ່າດິນຂອງປະຊາຊົນ ແລ້ວບາດນີ້ອັນນ່າມັນລະຖືກໂຄງການເນາະ ຖືກໂຄງການ ແລ້ວບາດນີ້ເບື້ອງປະຊາຊົນ ມັນຮຽກຮ້ອງມັນສູງເກີນໄປ ສູງເກີນໄປ ແລ້ວບາດນີ້ທາງບໍຣິສັດ ເບິ່ງໃນທາງຂໍ້ຕົກລົງຂອງທ່ານເຈົ້າແຂວງ ໃຫ້ເພິ່ນແລ້ວ ເພິ່ນບໍ່ພໍໃຈ ເພິ່ນກໍບໍ່ເອົາຫັ້ນນ່າ. ແບບວ່າປະຊາຊົນເຮົານີ້ ຢາກໄດ້ຄ່າຊົດເຊີຍແພງ ທາງບໍຣິສັດນີ້ກໍຕົກລົງບໍ່ໄດ້ຫັ້ນແຫລະ. ທາງບໍຣິສັດອີງໃສ່ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ແມັດກາເຣ້ນຶ່ງ ແມັດກາເຣ້ ນຶ່ງເທົ່ານັ້ນເພິ່ນໄລ່ມານີ້.

ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນຍັງບໍ່ໄດ້ມີການນຳໂຕຄົນຈີນ, ຊາວບ້ານ, ນາຍບ້ານ ແລະ ກອງຫລອນເຂົ້າມາສືບສວນ-ສອບສວນ ຢູ່ຫ້ອງການ ປກສ ເມືອງຍອດອູເທື່ອ ເນື່ອງຈາກຂັ້ນເມືອງ ກຳລັງສົ່ງວິຊາການລົງໄປຮີບໂຮມຂໍ້ມູນ ຢູ່ສະຖານທີ່ເກີດເຫດ ຊຶ່ງວິຊາການຍັງບໍ່ທັນໄດ້ຣາຍງານ ເຣື່ອງທັງໝົດມາຍັງເມືອງເທື່ອ. ຄາດວ່າທີມງານຂັ້ນແຂວງ ຈະລົງເຂົ້າມາໄກ່ເກັ່ຽ ຖ້າຫາກຂັ້ນເມືອງ ແລະ ຂັ້ນບ້ານແກ້ໄຂບໍ່ໄດ້.

ການທີ່ຄົນຕ່າງປະເທດ ຄືຄົນຈີນມີອາວຸດປືນ ໄວ້ໃນຄອບຄອງ ແລ້ວເອົາມານາບຂູ່ ປະຊາຊົນ ກໍຖືວ່າຜິດກົດໝາຽລາວ ແລະຈະມີການສືບສວນ-ສອບສວນ ເຖິງທີ່ມາທີ່ໄປ ຂອງປືນດັ່ງກ່າວ ທີ່ນຳມາກໍ່ເຫດ ໃນຄັ້ງນີ້.

ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງເມືອງຍອດອູ ແຂວງຜົ້ງສາລີ ໄດ້ທ່ານກ່າວຕື່ມວ່າ:

ເອີເຣື່ອງປືນປືນໄລ່ຍິງຫັ້ນແບບເຂົາຍິງຂູ່ຊື່ໆ ນ່າເຣື່ອງທີ່ໄປທີ່ມາຂອງປືນ ຈະໄດ້ສອບຖາມຜູ້ກ່ຽວເຂົາແລ້ວເຂົາເອົາມາແຕ່ໃສ່ຫັ້ນນ່າ. ເອີ ເອົາປືນ ປືນມີໄວ້ໃນຄອບຄອງນາບຂູ່ ປະຊາຊົນມັນກໍຖືກແລ້ວ ເອີມີແຕ່ຖ້າວິຊາການເຂົ້າມາ ເຂົາມາຣາຍງານ ແລ້ວຈຶ່ງຊິຣາຍງານໃຫ້ທາງແຂວງ.

ເຫດການທີ່ພະນັກງານ ບໍຣິສັດຈີນນາບຂູ່ປະຊາຊົນ ດ້ວຍປືນ ແລະຂູ່ຕີປະຊາຊົນນັ້ນ ເຮັດໃຫ້ຊາວບ້ານຊົນເຜົ່າໂລໂລ ນຶ່ງຄົນ ແລະເຈົ້າໜ້າທີ່ ອຳນາດການປົກຄອງບ້ານ ນຶ່ງຄົນໄດ້ຮັບບາດເຈັບ ໂດຍບໍຣິເວນແຜ່ນຫລັງ ຂອງຊາວບ້ານຊົນເຜົ່າໂລໂລ ຟົກຊໍ້າ ທ່ານໝໍຈຶ່ງປີ່ນປົວບາດແຜ ແລະໃຫ້ຢາໄປກິນ. ສ່ວນເຈົ້າໜ້າທີ່ ອຳນາດການປົກຄອງບ້ານ ແມ່ນບາດເຈັບ ຈາກສາເຫດຕີກັນເລັກນ້ອຍ ທ່ານໝໍຈຶ່ງໃຫ້ຢາໄປກິນ. ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງຍອດອູ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນວ່າ:

ຕີກັນວ່າຊັ້ນ ມີ່ແຕ່ໄດ້ຍິນແຕ່ດຽວນີ້ລູກປືນ ອີ່ຫຍັງ ເຂົາເຈົ້າກໍເອົາມາໃຫ້ເອື້ອຍເບິ່ງ ເອື້ອຍວ່າເປັນຕາຢ້ານເນາະ ມີແຕ່ວ່າເຂົາເຈົ້າເຈັບຊໍ້າໃນເນາະ ມາແລ້ກໍເອື້ອຍເບິ່ງນີ້ຄືແບບຊໍ້າຫັ້ນແຫລະ ແບບເປັນຊີ້ເນາະ ເຂົາເຈົ້າວ່າເອົາປືນຫັ້ນທັບວ່າຊັ້ນ ອັນຢູ່ບ່ອນທາງຫລັງຫັ້ນນ່າ. ບໍ່ຫລັງມັນພອງ ເອື້ອຍກໍໃສ່ຢາໃຫ້ ເອົາຢາໃຫ້ເຂົາໄປກິນ, ຄົນຈີນຄົນ. ລາວກໍບໍ່ຮູ້ແຫລະ ເອົາຣົຖໃຫຍ່ມາສົ່ງຄົນເຈັບຫັ້ນ. ເຂົາເຈົ້າລົມກັນຢູ່ນີ້ກໍຢາກໃຫ້ແກ້ໄຂຫັ້ນນ່າ.

ບໍຣິສັດຈີນ ໄດ້ສຳຣວດເນື້ອທີ່ດິນ ແລະແລ່ນເອກສານນຳທາງການລາວ ເພື່ອໃຫ້ຂຸດຄົ້ນບໍ່ແຮ່ຊະນິດນຶ່ງແຕ່ປີ 2021 ແລ້ວມາປີ 2022 ກໍເຣີ່ມມີການຂຸດຄົ້ນແຮ່ ຊະນິດນີ້ແລ້ວ, ສ່ວນວ່າເປັນຈຳນວນຈັກເຮັກຕ້າຣ໌ແທ້, ສັມປະທາານຈັກປີ, ດິນບໍຣິສັດ ສັມປະທານ ເປັນດິນຂອງປະຊາຊົນ ຈັກເປີເຊັນ ແລະເງິນຄ່າຊົດເຊີຍດິນ ໃຫ້ເຈົ້າຂອງດິນ ຈຳນວນເທົ່າໃດ ແມ່ນຍັງບໍ່ມີຂໍ້ມູນ.

ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ທັງຂແນງການພະລັງງານ ແລະບໍ່ແຮ່, ຂແນງການ ແລະແຜນການລົງທຶນ ແລະ ປກສ-ປກຊ ໄດ້ລົງຮີບໂຮມຂໍ້ມູນ ຢູ່ບ້ານແຊວລີ ສູ່ຊຶ່ງເປັນສະຖານທີ່ເກີດເຫດ ເພື່ອຫາແນວທາງແກ້ໄຂ. ປັດຈຸບັນວັນທີ 31 ມົກກະຣາ 2023 ເວລາ 11:30 ໂມງ ກໍຍັງຢູ່ລະຫວ່າງ ການຮີບໂຮມຂໍ້ມູນຢູ່ແລະໄກ່ເກັ່ຽກັນ ຢູ່ພ້ອມແຈ້ງໃຫ້ຮູ້ເບື້ອງຕົ້ນວ່າ ມີຊາວບ້ານຊົນເຜົ່າໂລໂລ ປະມານ 2-3 ຄອບຄົວ ທີ່ບໍ່ຍອມຮັບເງິນ ຄ່າຊົດເຊີຍ ຈາກບໍຣິສັດ ດ້ວຍເຫດຜົນດຽວກັນຄືເງິນຄ່າຊົດເຊີຍ ດິນນາ-ດິນສວນ ບໍ່ເໝາະສົມ.

ດັ່ງວິຊາການທີ່ຖືກແຕ່ງຕັ້ງ ຈາກຂັ້ນເມືອງໃຫ້ລົງໄປຮີບໂຮມ ຂໍ້ມູນເພື່ອຣາຍງານຂັ້ນເມືອງ ແລະຂັ້ນແຂວງກ່າວໃນມື້ດຽວກັນວ່າ:

ໂຕນີ້ກໍປະຊາຊົນກັບບໍຣິສັດບໍ່ເຂົ້າໃຈກັນຊື່ໆ ເຂົາເຈົ້າບໍ່ເຂົ້າໃຈກັນເລັກໆ ນ້ອຍໆ ຊື່ໆ ກໍບໍ່ເປັນຫຍັງມີແຕ່ຂັ້ນບ້ານຂັ້ນກຸ່ມນັ້ນດຽວນີ້ ໄກ່ເກັ່ຽກັນ.

ໄລຍະຫ່າງແຕ່ໂຕເມືອງຍອດອູ ໄປຫາບ້ານແຊວລີສູ່ ມີປະມານ 30-40 ກິໂລແມັດ ຊຶ່ງສາມາດເດີນທາງໄປດ້ວຍຣົຖໃຫຍ່ ຫລື ຣົຖຈັກໄດ້ ຍ້ອນບໍຣິສັດຈີີນ ທີ່ເຂົ້າມາຂຸດຄົ້ນແຮ່ຊະນິດນຶ່ງ ໄດ້ແປງທາງໃຫ້ສາມາດເດີນທາງເຂົ້າ-ອອກໄດ້. ສ່ວນສະພາບໂຕຈິງ ຢູ່ບ້ານແຊວລີສູ່ ເປັນບ້ານຊົນເຜົ່າ ທີ່ທຸກຍາກ ແລະ ຫ່າງໄກຄວາມຈະເຣີນ ສັນຍານອິນເຕີ້ຣ໌ເນັຕ ແລະສັນຍານໂທຣະສັບ ຍັງບໍ່ທົ່ວເຖິງ.

ອີກທັງບ້ານແຊວລີສູ່ ບໍ່ເຄີຍເກີດເຫດການສະເທືອນໃຈ ແລະເປັນຕາຢ້ານ ທີ່ມີການນາບຂູ່ ດ້ວຍປືນ ແລະຂູ່ຕີກັນແນວນນີ້ ມາກ່ອນແຕ່ພາຍຫລັງບໍຣິສັດຈີນ ເຂົ້າມາສັມປະທານດິນ ເພື່ອຂຸດຄົ້ນແຮ່ຊະນິດນຶ່ງ ກໍມີເຫດການນີ້, ທາງຊາວບ້ານຢູ່ບ້ານແຊວລີສູ່ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫານີ້ດ້ວຍການໃຫ້ຄວາມເປັນທັມ ກັບທັງສອງຝ່າຍຄືຝ່າຍຊາວບ້ານ ແລະບໍຣິສັດຈີນ.

ດັ່ງຊາວບ້ານ ຢູ່ບ້ານແຊວລີສູ່ ເມືອງຍອດອູ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:

ກໍເປັນຕາດູຕົນເຂົາເຈົ້າຫັ້ນນ່າ ແຕ່ວ່າເຣື່ອງໄປມານີ້ເຮົາກໍບໍ່ຮູ້ ບໍ່ໄດ້ຢູ່ໃນເຫດການ. ດຽວນີ້ເຮົາບໍ່ສາມາດຕີຄວາມໄດ້ຫັ້ນນ່າ ແຕ່ຄວາມຈິງຢາກໃຫ້ຂຶ້ນມາເບິ່ງ ເບິ່ງຕາມໂຕຈິງວ່າ ຜົນເສັຽຫາຍຈັ່ງໃດ ມັນເປັນແນວໃດຫັ້ນນ່າກໍຢາກໃຫ້ ເປັນທັມ ທັງສອງເບື້ອງ ສອງຝ່າຍຫັ້ນແຫລະ.

ປະຊາຊົນ ນະຄອນຫລວງວຽງຈັນ ທ່ານນຶ່ງກໍເຫັນຄລິບ ວີດີໂອ ທີ່ເຜີຍແຜ່ລົງເຟສບຸກຄ໌ ກ່ຽວກັບພະນັກງານຈີນ ເອົາປືນຍິງນາບຂູ່ ແລະຕີກັນກັບຊາວບ້ານແລ້ວ ພ້ອມໃຫ້ຄວາມເຫັນວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເປັນໂຕກາງໄກ່ເກັ່ຽ ໃຫ້ທັງສອງຝ່າຍເຂົ້າໃຈກັນ ໂດຍສະເພາະເຣື່ອງເງິນຄ່າຊົດເຊີຍທີ່ດິນ ໃຫ້ແກ່ຊາວບ້ານນັ້ນ.

ດັ່ງປະຊາຊົນ ຢູ່ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

ກໍຢາກໃຫ້ໄກ່ເກັ່ຽກັນໃຫ້ໄດ້ທັງ 2 ຝ່າຍຫັ້ນແຫລະໃຫ້ມັນເຂົ້າໃຈກັນທັງ 2 ຝ່າຍຫັ້ນແຫລະ. ດິນຂອງປະຊາຊົນ ຢູ່ແຕ່ວ່າຣັຖເປັນຄຸ້ມຄອງ ແຕ່ວ່າເຮົາຢາກໄດ້ຕາມຄວາມເໝາະສົມ ຕາມເຫດຕາມຜົນ ລາຄາມັນກໍບໍ່ຄືກັນນ່າ ມັນມີດິນສວນດິນນາ ດິນໄຮ່ ນີ້ແຫລະລາຄາມັນກໍບໍ່ຄືກັນ.

ກ່ອນໜ້ານີ້ ເຄີຍມີເຫດການຄົນຈີນຕີ ຫລືນາບຂູ່ຄົນລາວຫລາຍເຫດການ ເປັນຕົ້ນວ່າເມື່ອກາງຄືນ ຂອງວັນທີ 12 ພຶສພາ 2022 ທີ່ຜ່ານມາ ມີວີດີໂອເຫດການຄົນງານຈີນ ລຸມຕີຄົນງານລາວ ຖືກເປີດເຜີຍທາງສື່ສັງຄົມອ໋ອນລາຍນ໌ ໂດຍໃນວີດີໂອ ລະບຸວ່າເຫດການເກີດຂຶ້ນ ຢູ່ໃນໂຮງງານຜລິດເຈັ້ຽ ຂອງບໍຣິສັດ ຊັນເປເປີ້ ໂຮນດິ້ງ ລາວ ຈຳກັດ ຢູ່ໃນເຂດບ້ານມັນຈິ ເມືອງເຊໂປນ ແຂວງສວັນນະເຂດ ຊຶ່ງມີຄົນຈີນບໍ່ຕໍ່າກ່ວາ 5 ຄົນໄດ້ລຸມຕີຄົນງານລາວ ຄົນນຶ່ງ ໂດຍມີຄົນງານລາວ ແລະ ຊາວບ້ານທີ່ເຫັນເຫດການ ພະຍາຍາມເຂົ້າໄປລະງັບເຫດໄວ້ ແຕ່ໄດ້ບໍ່ໄດ້ລະບຸທີ່ມາວ່າເຫດດັ່ງກ່າວ ເກີດຍ້ອນສາເຫດໃດແທ້.

ວັນທີ 02 ມີນາ 2022 ທີ່ຜ່ານມາ ກຸ່ມຄົນຂັບຣົຖທີ່ເປັນຄົນຈີນ ປະມານ 10 ຄົນໄດ້ໃຊ້ໄມ້ລຸມຕີຄົນລາວທີ່ຂັບຣົຖບັນທຸກ ຂົນສົ່ງຢູ່ເຂດບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ ຈົນບາດເຈັບສາຫັດ ຕາເບື້ອງຊ້າຍບໍ່ເຫັນດີ ຍ້ອນຖືກຕີລະຫວ່າງໝົດສະຕິໄປ ແລ້ວຖືກນຳສົ່ງໂຕໄປໂຮງໝໍ ທີ່ໃກ້ຄຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.