ເຣື້ອງທີ່ເກັບບັນທຶກໄວ້
2022-01-31
ປກສ ແຂວງບໍ່ແກ້ວ ຈັບຢາເສບຕິດ ລ໊ອດໃຫຍ່ໄດ້, ພົບຢາບ້າ 36 ລ້ານເມັດ ແລະ ຢາໄອສ໌ ອີກ 590 ກິໂລກຣາມ, ສຳລັບຈຸດໝາຽ ປາຍທາງ ທີ່ຈະຂົນສົ່ງຢາເສບຕິດ, ຄ່າຈ້າງທີ່ໄດ້ຮັບ ຈາກການຂົນສົ່ງ ຢາເສບຕິດ, ຜູ້ວ່າຈ້າງ ຂົນສົ່ງ ຢາເສບຕິດ ແມ່ນຍັງຢູ່ ໃນລະຫວ່າງ ຂັ້ນຕອນ ການສືບສວນ-ສອບສວນ.
2022-01-27
ເຊື້ອ HIV ແລະ AIDS ຍັງເປັນພັຍມືດ ທີ່ຄຸກຄາມຊີວິດ ຂອງຄົນລາວ ຕາມຂແນງ ທີ່ກ່ຽວຂ້ອງ ຣາຍງານວ່າ ປີ 2021 ຜູ້ຕິດເຊື້ອຫຼຸດລົງ ແຕ່ຍອດຜູ້ຕິດເຊື້ອສະສົມ ຍັງເພີ່ມຂຶ້ນ.
2022-01-27
ຊາວລາວຫຼາຍຄົນ ເຣີ່ມໃຊ້ຊີວິດ ແບບປົກກະຕິ ຫຼາຍຂຶ້ນ ແຕ່ບາງຄົນ ກໍບໍ່ເອົາໃຈໃສ່ ປະຕິບັດຕາມມາຕການປ້ອງກັນ ເຊື້ອໂຄວິດ-19 ເທົ່າທີ່ຄວນ ໂດຍມີການ ຊຸມແຊວ ດື່ມເຫຼົ້າ ດື່ມເບັຍຕາມຮ້ານບັນເທີງ ແລະຮ້ານກິນດື່ມ ຕ່າງໆ.
2022-01-26
ປະຊາຊົນລາວ ຜູ້ທຸກຍາກ ຍາກທີ່ຈະໄດ້ຮັບ ການປິ່ນປົວ ເວລາເຈັບປ່ວຍ ແລະໄປກວດ ສຸຂພາບ ເປັນຕົ້ນ ຊາວຊົນເຜົ່າ ຢູ່ຕາມຊົນນະບົດ ແລະເຂດພູດອຍ ຍ້ອນບໍ່ມີເງິນ, ໂຮງໝໍຢູ່ໄກ, ຫົນທາງບໍ່ສະດວກ, ເຄີກຫາຢູ່ ຫາກິນລ້ຽງຊີບ.
2022-01-25
ສະຫະຣັຖ ອາເມຣິກາ ມອບວັກຊິນ ປ້ອງກັນ ໂຄວິດ-19 ຍີ່ຫໍ້ໄຟເຊີຣ໌ (Pfizer) 9 ແສນໂດສ ໃຫ້ລາວຕື່ມອີກ ໃນມື້ວັນທີ 24 ມົກກະຣານີ້, ວັກຊິນທັງໝົດ ທີ່ຊ່ອຍ 4 ຄັ້ງ ຮວມກັນເປັນ 2,807,460 ໂດສ.
2022-01-21
ອີງຕາມ ການຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌ ໃນວັນທີ່ 20 ມົກກະຣາ 2022 ນີ້ ທາງການລາວ ໄດ້ອອກແຈ້ງການ ໂຈະການນໍາເຂົ້າໝູ ແລະຜລິດຕະພັນໝູ ຈາກປະເທດໄທຍ ຍ້ອນວ່າ ປະເທດໄທຍ ມີການຣະບາດ ຂອງພຍາດ ອະຫິວາໝູ ອາຟຣິກາ.
2022-01-19
ຣັຖບານລາວ ຫ້າມນໍາເຂົ້າສິນຄ້າ ຈາກຕ່າງປະເທດ ຫຼາຍປະເພດ ເຊັ່ນ ພືດ, ສັດ ແລະ ປາ, ຫ້າມນໍາເຂົ້າມາຈໍາໜ່າຍ ແລະບໍຣິໂພຄຢູ່ພາຍໃນ ໂດຍເດັດຂາດ, ເພື່ອເປັນການ ສົ່ງເສີມ ການຜລິດພາຍໃນ ໃຫ້ປະຊາຊົນລາວ ສາມາດ ທໍາມາຫາກິນ ກຸ້ມຕົນເອງໄດ້.
2022-01-18
ພະນັກງານ ເກັບກູ້ລະເບີດ ຖືກລະເບີດແຕກໃສ່ ໃນສວນກາເຟ ຂອງປະຊາຊົນ ຢູ່ເຂດບ້ານ ຫລັກ 38 ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ເມື່ອວັນທີ 3 ທັນວາທີ່ຜ່ານມາ, ເຮັດໃຫ້ ມີຜູ້ເສັຍຊີວິດ ທັນທີ 3 ຄົນ ແລະບາດເຈັບອີກ 2 ຄົນ.
2022-01-14
ໃນໄລຍະ 6 ປີທີ່ຜ່ານມາ, ລາວມີຜູ້ບາດເຈັບ ແລະເສັຍຊີວິດ ຍ້ອນອຸບັດຕິເຫດ ຕາມທ້ອງຖນົນ ສເລັ່ຍ 1,000 ຄົນຕໍ່ປີ ແລະ ສ່ວນຫລາຍເປັນຍ້ອນ ບໍ່ມີໃບຂັບຂີ່, ດື່ມສິ່ງມືນເມົາ, ຂັບຂີ່ຣົຖໄວ ແລະບໍ່ຮູ້ກົດຈະຣາຈອນ.
2022-01-13
ຮ້ານບັນເທີງ, ຮ້ານກິນດື່ມ ແລະຮ້ານຄາຣາໂອເກະ ຫຼາຍແຫ່ງ ໃນນະຄອນຫຼວງວຽງຈັນ ເຣີ່ມເປີດໃຫ້ບໍຣິການ ຂາຍເຫຼົ້າ, ຂາຍເບັຍ ເປັນປົກກະຕິແລ້ວ, ໃນຂະນະທີ່ ເຈົ້າໜ້າທີ່ ພັດບອກວ່າ ຍັງບໍ່ໄດ້ອະນຸຍາດໃຫ້ເປີດ ບໍຣິການ ເທື່ອ ແລະ ບໍ່ໄດ້ໃຊ້ ມາຕການຫຍັງ ຕໍ່ຜູ້ລະເມີດນັ້ນເລີຍ.
2022-01-11
ພຍາດ ອະຫິວາໝູ ອາຟຣິກາ ແຜ່ຣະບາດ ຢູ່ບາງເມືອງ ແລະ ບາງແຂວງ ພາຍໃນ ປະເທດລາວ ເປັນຮອບທີ່ 3 ໂດຍຢູ່ໃນ ລະຫວ່າງ ການຮິບໂຮມ ຂໍ້ມູນ ແລະຍັງ ບໍ່ສາມາດຣະບຸໄດ້ ຢ່າງຄັກແນ່ ວ່າຢູ່ບ້ານໃດ ເມືອງໃດ ແຂວງໃດ ແລະ ມີໝູຖືກຜົລ ກະທົບຈັກໂຕ.
2022-01-10
ຜົລກະທົບ ຂອງໂຄວິດ-19 ໃນຕົ້ນປີ 2020 ຊຶ່ງເປັນໄລຍະ ທີ່ການສຶກສາລາວ ຕ້ອງປະເຊີນຄວາມຫຍຸ້ງຍາກ ທັງການຢຸດ ການຮຽນ-ການສອນ ຊົ່ວຄາວ ເຮັດໃຫ້ ເຫັນບັນຫາ ຄວາມບໍ່ເທົ່າທຽມ ຂອງການໄດ້ຮັບ ການສຶກສາ.
2022-01-10
ມີຜູ້ຕິດເຊື້ອ ໂຄວິດ-19 ທ່ານນຶ່ງ ໄດ້ປິ່ນປົວ ຢູ່ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ້ນແນລ ວຽງຈັນ ພຽງ 10 ມື້ ແຕ່ຕ້ອງຈ່າຍ ຄ່າປິ່ນປົວ ເຖິງ 173 ລ້ານກີບ ນັ້ນ, ຊາວລາວ ຫຼາຍຄົນເວົ້າວ່າ ເປັນລາຄາ ແພງເກີນໄປ ສໍາລັບ ປະຊາຊົນ ຄົນທົ່ວໄປ.
2022-01-07
ທາງການລາວ ປະກາດໃນມື້ວັນທີ 6 ມົກກະຣານີ້ ເຖິງການກວດພົບ ຜູ້ຕິດເຊື້ອໂຄວິດ-19 ສາຍພັນ ໂອມິຄຣອນ ກໍຣະນີທໍາອິດ ທີ່ມາຈາກມາເລເຊັຍ ຜູ້ໂດຍສານ ມານໍາກັນ 42 ຄົນ ຮວມທັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຄົນອື່ນໆ ໄດ້ຖືກກັກຕົວ 14 ມື້.
2022-01-06
ເຖິງແມ່ນວ່າ ຣັຖບານລາວ ຈະວາງຈຳໜ່າຍ ຢາປິ່ນປົວໂຄວິດ-19 ແລ້ວ, ແຕ່ຊາວບ້ານ ຍັງບໍ່ສາມາດ ຊອກຊື້ໄດ້ງ່າຍ ເພາະຕລອດ 1 ສັປດາທີ່ຜ່ານມາ ຖືວ່າຍັງຂາດຕລາດ