ລະເມີດ ມາຕການ ປ້ອງກັນ ລັກເປີດຮ້ານບັນເທີງ

ປັດຈຸບັນ ຊາວລາວ ໃນນະຄອນຫຼວງວຽງຈັນ ຫຼາຍຄົນເຫັນວ່າ ຮ້ານບັນເທີງ, ຮ້ານກິນດື່ມ ແລະຮ້ານຄາຣາໂອເກະ ຫຼາຍແຫ່ງ ເຣີ່ມເປີດໃຫ້ບໍຣິການ ຂາຍເຫຼົ້າ, ຂາຍເບັຍ ເປັນປົກກະຕິແລ້ວ ໃນຂະນະທີ່ ເຈົ້າໜ້າທີ່ພັດເວົ້າວ່າ ບໍ່ອະນຸຍາດໃຫ້ ເປີດບໍຣິການ ແລະບໍ່ໄດ້ໃຊ້ມາຕການຕໍ່ຜູ້ລະເມີດ.
ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 13 ມົກກະຣາ ນີ້ວ່າ:
“ແມ່ນໆເປັນຮ້ານບັນເທີງບັກໃຫຍ່ ທັມມະດາ ຄັນເພິ່ນບໍ່ໃຫ້ເປີດນະ ຮ້ານບໍ່ເປີດເລີຍ ຮ້ານເຂົາແຮງຢ້ານຖືກຖອນໃບປະຕັງ ສະແດງວ່າເຈົ້າໜ້າທີ່ເພິ່ນໃຫ້ເປີດແລ້ວ ເພິ່ນອະນຸຍາດແລ້ວ ເຂົາເຈົ້າຈຶ່ງກ້າເປີດ.”
ຊາວລາວໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງກໍກ່າວວ່າ ເຫັນຮ້ານຄາຣາໂອເກະ ຮ້ານບັນເທີງຈໍານວນນຶ່ງ ເປີດຫຼາຍແລ້ວເຊັ່ນກັນ.
“ຕາມເຫັນກະມີສ່ວນນຶ່ງຫັ້ນແຫຼະ ກະຫຼາຍເຕີບແລ້ວເດ້ ກະບໍ່ຖືວ່າລັກເປີດເດ້ ກະຫຼາຍຮ້ານກະເປີດຕາມເຂົາທົ່ວໄປ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າຂອງຮ້ານບັນເທີງ ແລະຮ້ານຄາຣາໂອເກະ ທີ່ເປີດໃຫ້ບໍຣິການ ໃນນະຄອນຫຼວງວຽງຈັນ ກໍບອກວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍຮັບຮູ້ໃນການເປີດບໍຣິການ ບໍ່ເຊັ່ນນັ້ນ ກໍຄົງບໍ່ສາມາດເປີດບໍຣິການໄດ້.
ດັ່ງເຈົ້າຂອງຮ້ານບ້ານເທີງແຫ່ງນຶ່ງ ກ່າວວ່າ:
“ອັນນີ້ນີ້ ເຫັນຂະເຈົ້າເປີດ ລະກະເປີດນໍາເຂົາສິນ່າ ຕໍາຣວດເພິ່ນກໍມາແລ້ວ ກະເຫັນອັນແບບວ່າເປີດໄດ້ ກະຮອດ 12 ໂມງ ແລ້ວກະມອດ ເອີ່ກະມີແຕ່ວ່າ ລະວັງເອົາເອງຊິນ່າ ໃຫ້ລະວັງຊ່ອຍກັນ ຮ້ານໃດກະເປີດໝົດແລ້ວ ຢູ່ຮ້ານມີຜູ້ສາວ ລະເພິ່ນກະມາເກັບຄ່າພັກເຊົາ ແບບເປັນເດືອນຊິນ່າ.”
ນອກຈາກນີ້ ຮ້ານຄາຣາໂອເກະ ທີ່ເປີດບໍຣິການ ທາງເຈົ້າຂອງຮ້ານກໍໄດ້ໄປຂໍໜັງສື ຈາກຜແນກຖແລງຂ່າວວັທນະທັມ ແລະທ່ອງທ່ຽວແລ້ວ ຈຶ່ງມີໃບອະນຸຍາດເປີດໄດ້ ໂດຍທາງຮ້ານກໍມີມາຕການປ້ອງກັນເຊື້ອໂຄວິດ-19 ຢູ່ ຮວມທັງໃຫ້ພະນັກງານ ແລະລູກຄ້າທີ່ເຂົ້າມານັ້ນ ຕ້ອງໄດ້ຮັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຄົບໂດສເທົ່ານັ້ນ ຈຶ່ງຈະເຂົ້າມາໃຊ້ບໍຣິການໄດ້ ແລະໃຫ້ລູກຄ້າທີ່ມາດ້ວຍກັນ ຢູ່ແຕ່ພາຍໃນຫ້ອງທີ່ຈອງໄວ້ບໍ່ໃຫ້ອອກນອກ.
ດັ່ງເຈົ້າຂອງຮ້ານຄາຣາໂອເກະ ທ່ານນຶ່ງ ກ່າວວ່າ:
“ແມ່ນແລ້ວໄດ້ເປີດແລ້ວ ມີໃບອະນຸຍາດເຈົ້າໜ້າທີ່ ຖແລງຂ່າວວັທນະທັມ ມັນເປັນຮ້ານຄາຣາໂອເກະເນາະ ເພາະວ່າເຮົາກະໄດ້ປະຕິບັດຕາມມາຕການຫັ້ນແຫຼະ ໄດ້ກວດໂຄວິດແຕ່ລະຄົນ ພະນັກງານແມ່ນຫຍັງຕ້ອງໄດ້ສັກຢາ ແລ້ວກະເຮົາຈະກວດຕື່ມ ວ່າຜູ້ໃດບໍ່ຕິດ ກຸ່ມໃດມາເຂົາເຈົ້າຈະຢູ່ແຕ່ໃນຫ້ອງ ບໍ່ໄດ້ອອກມານອກພີ້ເນາະ ບໍ່ໄດ້ອອກມາມົ້ວສຸມ.”
ຢ່າງໃດກໍຕາມ ທາງການລາວກໍຍັງຢືນຢັນວ່າ ຍັງບໍ່ທັນອະນຸຍາດໃຫ້ເປີດບໍຣິການຮ້ານບັນເທີງ ຮ້ານກິນດື່ມ ຮ້ານຄາຣາໂອເກະຕ່າງໆເທື່ອ ອະນຸຍາດໃຫ້ເປີດແຕ່ຮ້ານອາຫານໄດ້ ແລະຍັງບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ຫາກພົບເຫັນ ເຈົ້າໜ້າທີ່ກໍຈະລົງໄປປິດຮ້ານດັ່ງກ່າວ ແລະຖອນໃບອະນຸຍາດທັນທີ ພ້ອມກັບປັບໃໝຕາມກົດໝາຍນໍາດ້ວຍ.
ດັ່ງເຈົ້າໜ້າທີ່ຖແລງຂ່າວວັທນະທັມແລະທ່ອງທ່ຽວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ:
“ຮ້ານຄາຣາໂອເກະ ຮ້ານບ້ານເທີງນີ້ ຍັງບໍ່ທັນໄດ້ເປີດ ເພິ່ນຍັງບໍ່ອະນຸຍາດໃຫ້ເປີດເປັນທາງການ ເອົາຜູ້ລັກເປີດກໍຈັບໄປປັບໃໝເດ້ເນາະ ຖອນໃບອະນຸຍາດອີ່ຫຍັງຕ່າງໆຫັ້ນແຫຼະ ຖືວ່າບ່ອນໃດເປີດໄປເອົາຫຼັກຖານໄດ້ຂໍ້ມູນຄົບ ເຂົາເຈົ້າກໍຖອນໃບອະນຸຍາດ.”
ທີ່ຜ່ານມາ ໃນນະຄອນຫຼວງວຽງຈັນ ກໍຍັງມີຮ້ານບັນເທີງ ຮ້ານຄາຣາໂອເກະຫຼາຍແຫ່ງ ຍັງລັກເປີດບໍຣິການ ແລະບໍ່ປະຕິບັດຕາມມາຕການປ້ອງກັນເຊື້ອໂຄວິດ-19 ແນ່ນອນວ່າທຸກຄົນຕ້ອງຖືກດໍາເນີນຄະດີ ປັບໃໝ ແລະຖືກນໍາໄປກັກໂຕ ເພື່ອກວດຫາເຊື້ອໂຄວິດ-19 ຜູ້ໄປສັງສັນຕາມຮ້ານຄາຣາໂອເກະ ຮ້ານບັນເທີງດັ່ງກ່າວ ສ່ວນນຶ່ງ ມັກຈະກວດພົບເຊື້ອໂຄວິດ-19 ສໍາລັບເຈົ້າຂອງຮ້ານກໍຖືກປັບໃໝເຊັ່ນກັນ ແລະຖືກສັ່ງປິດຮ້ານຕາມກົດໝາຍນໍາດ້ວຍ.
ດັ່ງເຈົ້າໜ້າທີ່ຕໍາຣວດ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງກ່າວວ່າ:
“ຜ່ານມາກະມີແຕ່ຕັ້ງວົງເຫຼົ້າຊຸມແຊວ ເປີດຄາຣາໂອເກະ ບາງຮ້ານເນາະ ເຊັ່ນທາງເມືອງນາຊາຍທອງ ຮ້ານ 68 ຫຼືວ່າທາງເບື້ອງ ສີສັດຕະນາກ ຮ້ານໂຄ້ງຄໍາພວກນີ້ ກະມີການລ່ວງລະເມີດ ພວກເຮົາກໍໄດ້ລົງຕິດຕາມກວດກາ ສ້າງບົດບັນທຶກແຕ່ລະຮ້ານຢູ່ ແລະໄດ້ກັກໂຕ ເອົາໄປກວດໂຄວິດ ຈໍານວນນຶ່ງກະຕິດໂຄວິດ ພວກເຮົາກໍໄດ້ເອົາເຂົ້າໄປປິ່ນປົວ ຢູ່ໂຮງແຮມປານີ.”
ເຖິງແມ່ນວ່າທາງການລາວ ຈະມີແຈ້ງການຫ້າມເປີດ ຮ້ານຄາຣາໂອເກະ ແລະຮ້ານບັນເທີງຕ່າງໆ ເພື່ອເປັນການປ້ອງກັນກັນການແຜ່ຣະບາດຂອງເຊື້ອໂຄວິດ-19 ແລ້ວກໍຕາມ ແຕ່ໃນປັດຈຸບັນ ກໍຍັງເຫັນມີການເປີດຮ້ານຄາຣາໂອເກະ ຮ້ານບັນເທີງ ຂາຍເຫຼົ້າຂາຍເບັຍ ເປັນປົກກະຕິຢູ່ ໂດຍສ່ວນນຶ່ງ ກໍມີເຈົ້າໜ້າທີ່ທີ່ກ່ຽວຂ້ອງຈໍານວນນຶ່ງ ຮູ້ເຫັນເປັນໃຈ ແລະມີການເກັບເງິນ ກັບຮ້ານດັ່ງກ່າວນັ້ນນໍາດ້ວຍ.