ພົບຜູ້ຕິດເຊື້ອ ສາຍພັນໂອໄມ່ຄຣ້ອນ ກໍຣະນີທໍາອິດ

ຈຳປາທອງ
2022.01.07
ພົບຜູ້ຕິດເຊື້ອ ສາຍພັນໂອໄມ່ຄຣ້ອນ ກໍຣະນີທໍາອິດ ຊາວລາວ ທີ່ໃຫ້ຄວາມຮ່ວມມື ແກ່ເຈົ້າໜ້າທີ່ແພດ ແລະ ໝໍ ເພື່ອກວດຫາເຊື້ອໂຄວິດ-19 ເມື່ອຮູ້ວ່າໂຕເອງມີຄວາມສ່ຽງ ຕາມຈຸດກວດທີ່ທາງການກຳນົດໄວ້ ໃນນະຄອນຫຼວງວຽງຈັນ (TS), ເດືອນທັນວາ 2021.
RFA

ຄະນະສະເພາະກິດປ້ອງກັນໂຄວິດ-19 ປະກາດໃນມື້ວັນທີ 6 ມົກກະຣານີ້ ກ່ຽວກັບການກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ ໂອໄມຄຣອນ (Omicron) ກໍຣະນີທໍາອິດ 1 ຄົນ, ເປັນແມ່ຍິງ ທີ່ເດີນ ທາງທາງເຮືອບິນຈາກປະເທດມາເລເຊັຍມາລາວ. ຄົນຕິດເຊື້ອກໍຣະນີດັ່ງກ່າວ ບໍ່ມີອາການສະແດງອອກ ແລະໄດ້ຖືກນໍາໄປກັກຕົວ ຕິດຕາມອາການຢູ່ສະຖານ ທີ່ຈໍາກັດບໍລິເວນແລ້ວ.

ຜູ້ໂດຍສານ ທີ່ເດີນທາງມານໍາກັນ 42 ຄົນ ຮວມທັງເຈົ້າໜ້າທີ່ສນາມບິນ, ພະນັກງານໂຮງ ແຮມ, ຄົນຂັບຣົຖ ແລະຜູ້ທີ່ກ່ຽວຂ້ອງຄົນອື່ນໆ ໄດ້ຖືກກັກຕົວຢູ່ໃນໂຮງແຮມ ທີ່ທາງຄະນະສະເພາະກິດປ້ອງກັນໂຄວິດ-19 ກໍານົດໄວ້ເປັນເວລາ 14 ມື້ ເພື່ອຕິດຕາມເບິ່ງອາການ ແລະ ໃນມື້ວັນທີ 12 ມົກກະຣານີ້ ກໍຈະມີການກວດຫາເຊື້ອໂຄວິດ-19 ຕື່ມອີກເປັນເທື່ອທີ 2.

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຖແລງຂ່າວຕໍ່ສື່ມວນຊົນໃນມື້ວັນທີ 7 ມົກກະຣານີ້ວ່າ:

ປະເທດຂອງພວກເຮົາ ໄດ້ຄົ້ນພົບຜູ້ຕິດເຊື້ອນໍາເຂົ້າ ທີ່ເປັນສາຍພັນໂອໄມຄຣອນ ຜູ້ທໍາອິດແລ້ວ. ຄົນເຈັບດັ່ງກ່າວ ໄດ້ຖືກຈໍາກັດບໍຣິເວນຢູ່ໃນໂຮງແຮມ ທີ່ຄະນະສະເພາະກິດໄດ້ກໍານົດໄວ້ ກໍຍັງມີການເຝົ້າລະວັງຕິດຕາມ ຢ່າງໃກ້ຊິດກັບບັນດາຜູ້ທີ່ສັມຜັດໃກ້ຊິດ ທີ່ຈະຕ້ອງໄດ້ຈໍາກັດບໍຣິເວນ ແລະກະເກັບໂຕຢ່າງເພື່ອຊອກຫາເຊື້ອໂຄວິດ-19.

ທ່ານກ່າວຕື່ມວ່າ ພະນັກງານປະຈໍາຢູ່ໂຮງແຮມ ທີ່ກໍາກັບພວກທີ່ຖືກກັກຕົວ ຊຶ່ງມີຄວາມສ່ຽງນັ້ນ ຕ້ອງໄດ້ໃສ່ຊຸດປ້ອງກັນເຊື້ອໂຄວິດ-19, ໃສ່ຜ້າອັດປາກອັດດັງ, ໜ້າກາກໃສ. ເຊື້ອໂຄວິດ-19 ສາຍພັນ ໂອໄມຄຣອນ ທຽບໃສ່ສາຍພັນ ເດວລ໌ຕ້າ ແມ່ນບໍ່ຮຸນແຮງ, ແຕ່ສາມາດແພ່ເຊື້ອໄດ້ໄວກວ່າສາຍພັນ ເດວລ໌ຕ້າ ເຖິງ 3.5 ເທົ່າ. ຜູ້ຕິດເຊື້ອ ໂອໄມຄຣອນ ຈະມີອາການປ່ວຍບໍ່ແຮງ, ປິ່ນປົວຫາຍໄວກວ່າຜູ້ຕິດເຊື້ອສາຍພັນ ເດວລ໌ຕ້າ ແລະການສ່ຽງຕໍ່ການເສັຍຊີວິດກໍຕໍ່າກວ່າ. ຜູ້ຕິດເຊື້ອໂຄວິດ-19 ສາຍພັນ ໂອໄມຄຣອນ ມີອາການເມື່ອຍ, ປວດຕາມຕົນຕົວ, ເຈັບຄໍ, ເຈັບຫົວ, ໄອແຫ້ງ, ມີໄຂ້ຕໍ່າ, ເວລາກິນ ແລະດື່ມ ມີຣົດຊາດປົກກະຕິ. ຜູ້ທີ່ໄດ້ສັກວັກຊິນປ້ອງກັນໂຄວິດ-19 ແລ້ວກໍຕິດເຊື້ອນີ້ໄດ້ ແລະຖ້າຜູ້ມີໂຣກປະຈໍາຕົວ, ຄົນສູງອາຍຸ ແລະຜູ້ທີ່ຍັງບໍ່ທັນໄດ້ສັກວັກຊິນ ກໍອາຈມີອາການຮຸນແຮງໄດ້.

ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວເພິ່ມຕື່ມວ່າ:

ການສຶກສາຄົ້ນຄວ້າຂອງບັນດານັກວິທຍາສາດ ຈາກຫລາຍປະເທດກ່ຽວກັບສາຍພັນໂອໄມຄຣອນ ນັ້ນພົບວ່າກະຈາຍໂຕໄດ້ງ່າຍຂຶ້ນ 3-3.5 ເທົ່າຖ້າທຽບໃສ່ສາຍພັນແດລຕ້າຫັ້ນ ຄົນເຈັບທີ່ຕິດເຊື້ອສາຍພັນໂອໄມຄຣອນນີ້ຈະມີອາການ ເບົາບາງ ຊຶ່ງອັເຕຣາການເສັຽຊີວິດ ຕໍ່າກວ່າສາຍພັນແດລຕ້າ ແມ່ນມີອາການເມື່ອຍ ປວດຕາມກ້າມຊີ້ນ ເຈັບຄໍ ໄອແຫ້ງ ເຈັບຫົວ ແລະກໍມີໄຂ້ຕໍ່າ ຍັງສາມາດຮັບຮູ້ຣົດຊາດອາຫານ ຫລືວັດຖຸຕ່າງໆໄດ້.”

ເຊື້ອໂຄວິດ-19 ສາຍພັນ ໂອໄມຄຣອນ ເປັນສາຍພັນໃໝ່ ເຖິງມັນຈະບໍ່ເປັນອັນຕະລາຍຮ້າຍແຮງ ຄືກັນກັບສາຍພັນ ເດວລ໌ຕ້າ ແຕ່ກໍຕ້ອງໄດ້ປ້ອງກັນເອົາໄວ້.

ດັ່ງເຈົ້າໜ້າທີ່ທີ່ກ່ຽວ ຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຢູ່ນະຄອນຫລວງວຽງຈັນທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 7 ມົກກະຣານີ້ວ່າ:

ໂອ້ມີຄຣອນນີ້ມັນເປັນສາຍພັນນຶ່ງ ມັນ...ເນາະເວົ້າງ່າຍບໍ່ຮ້າຍແຮງ ແຕ່ວ່າຖືວ່າເຮົາ ກໍປ້ອງກັນໄດ້ ມັນເປັນພະຍາດໂຕໃໝ່ ກະບໍ່ເຫັນວ່າຜູ້ຕິດໂອໄມຄຣອນແລ້ວ ສິຕາຍບໍ່ແມ່ນ ຕາຍຫລາຍກ່ອນໝູ່ນີ້ ແມ່ນແດລຕ້ານີ້ແຫລະ.”

ເຣື່ອງການຣະບາດ ຂອງເຊື້ອໂຄວິດ-19 ສາຍພັນ ໂອໄມຄຣອນ ມາເຖິງປະເທດລາວ ຊາວນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ ປະຊາຊົນຫລາຍຄົນ ທີ່ໄດ້ຍິນຂ່າວ ກໍຢ້ານ ແລະຕ້ອງໄດ້ລະມັດລະວັງຕົວຫຍາຍຂຶ້ນກວ່າເກົ່າ.

ຍັງເປັນຕາຢ້ານຫັ້ນລະ ແຕ່ມັນມາມັນເຮັດຈັ່ງໃດລະ ມັນກໍຕ້ອງຍອມຮັບແລະກໍຕ້ອງປັບໂຕ ມັນກະຫາກວ່າຮູ້ຂ່າວແຕ່ກະບໍ່ເຫັນເຂົາເຈົ້າ ເວົ້າອີ່ຫຍັງຫັ້ນນ່າເນາະ ມາເຜີຍແຜ່ກະດີແດ່ ບາງຄົນເຂົາເຈົ້າຮູ້ຫັ້ນນ່າ ກໍຈະໄດ້...ໂຕເອງໃຫ້ມີຫລາຍກວ່ານີ້ນ່າ.”  

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຫລາຍຄົນ ເປັນຕົ້ນຜູ້ທີ່ຢູ່ຊົນນະບົດ ຫ່າງໄກກໍຍັງບໍ່ຮູ້, ທາງການຄວນເຜີຍແພ່ໃຫ້ສັງຄົມຮູ້ທົ່ວເຖິງ.

ດັ່ງປະຊາຊົນຢູ່ນະຄອນຫລວງວຽງຈັນອີກຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ຈັ່ງວ່າເດີ ບໍ່ມີຄວາມຮູ້ເຣື່ອງນີ້ເດ໊ ກະຄວນຫັ້ນແຫລະ ຄວນເຜີຍແຜ່ຫັ້ນແຫລະ ໃຫ້ສັງຄົມໄດ້ຮັບຮູ້ເນາະ ຜູ້ຫ່າງໄກສອກຫລີກຕິດຕາມຂ່າວສານ ສື່ສັຄົມອອນລາຍ ບໍ່ໄດ້ ກະບໍ່ຮູ້ແລ້ວ.”

ສໍາລັບເຣື່ອງມາຕການປ້ອງກັນການຣະບາດຂອງເຊື້ອ ໂອໄມຄຣອນ ທາງການລາວກໍຍັງໃຫ້ປະຕິບັດມາຕການເກົ່າຢູ່, ກວດກາຄົນເຂົ້າ-ອອກປະເທດຢ່າງເຂັ້ມງວດ,ເລັ່ງສັກວັກຊິນປ້ອງກັນໂຄວິດ-19 ໃຫ້ປະຊາຊົນໃນທົ່ວປະເທດໃຫ້ໄດ້ 70% ຊຶ່ງປັດຈຸບັນ ມີຜູ້ໄດ້ສັກວັກຊິນເຂັມທີ 1 ແລ້ວ 62% ຂອງຈໍານວນພົລເມືອງ ແລະໄດ້ສັກເຂັມທີ 2 ຫລືໄດ້ສັກຄົບກໍານົດແລ້ວ 49%.

ອີງຕາມການປະກາດຂອງທາງການລາວໃນມື້ວັນທີ 7 ມົກກະຣານີ້, ທົ່ວປະເທດ ໄດ້ເກັບຕົວຢ່າງຈາກນະຄອນຫລວງວຽງຈັນແລະ 17 ແຂວງ ມາກວດຫາເຊື້ອໂຄວິດ-19 ໃນ ມື້ວັນທີ 6 ມົກກະຣານີ້ ຈໍານວນ 5,475 ຄົນ, ໄດ້ກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກ 1,020 ຄົນ ຊຶ່ງໃນນັ້ນຢູ່ນະຄອນຫລວງວຽງຈັນ 432 ຄົນ,ແຂວງຫລວງພຣະບາງ 83 ຄົນ,ແຂວງໄຊຍະບູຣີ 80 ຄົນ, ຕິດເຊື້ອພາຍໃນ 1,018 ຄົນ ແລະນໍາເຂົ້າ 2 ຄົນ, ເສັຍຊີວິດ 10 ຄົນ.

ມາເຖິງມື້ວັນທີ 7 ມົກກະຣານີ້ ຢູ່ປະເທດລາວມີຜູ້ຕິດເຊື້ອສະສົມ 116,890 ຄົນ, ເສັຍຊີຊິດທັງໝົດ 421 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.