ປະຊາຊົນເຊົາຢ້ານ ເຖິງວ່າໂຄວິດ-19 ຈະຣະບາດ ຫຼາຍທີ່ສຸດ

ໄຊຍາ
2022.03.23
ປະຊາຊົນເຊົາຢ້ານ ເຖິງວ່າໂຄວິດ-19 ຈະຣະບາດ ຫຼາຍທີ່ສຸດ ການແຜ່ຣະບາດ ຂອງໂຄວິດ-19 ໃນປີທີ່ຜ່ານມາ ເຮັດໃຫ້ຫຼາຍຄົນ ກັງວົນ ຈຶ່ງເຫັນພາບ ຄົນອອກໄປຕໍ່ແຖວຖ້າສັກວັກຊິນ ປ້ອງກັນໂຄວິດ-19 ຢ່າງຫຼວງຫຼາຍ ທີ່ໂຮງໝໍ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ເດືອນ ເມສາ ປີ 2021.
RFA

ຜູ້ຕິດເຊື້ອໂຄວິດ-19 ໃນປະເທດລາວຍັງເພີ່ມຫລາຍຂຶ້ນ ຕໍ່ເນື່ອງໃນແຕ່ລະວັນ ຊຶ່ງມາຮອດວັນທີ 23 ມີນານີ້ ຄະນະສະເພາະກິຈຄວບຄຸມເຊື້ອ ພະຍາດໂຄວິດ-19 ໄດ້ຣາຍງານວ່າ ກວດພົບຜູ້ຕິດເຊື້ອໃໝ່ສູງທີ່ສຸດ ເທົ່າທີ່ເຄີຍຣາຍງານຈຳນວນ 2,625 ຄົນ. ໃນນີ້ ນະຄອນຫລວງວຽງຈັນ ຕິດເຊື້ອຫລາຍກວ່າໝູ່  ຮອງລົງມາແຂວງສວັນນະເຂດ, ອຸດົມໄຊ, ໄຊຍະບູຣີ ແລະ ແຂວງອື່ນໆ.

ການຣະບາດຂອງ ເຊື້ອໂຄວິດ-19 ໃນຮອບໃໝ່ນີ້, ແຂວງໄຊຍະບູຣີກໍໄດ້ແຈ້ງການ ຄວບຄຸມການຣະບາດຂອງ ເຊື້ອໂຄວິດ-19 ໃນວັນທີ 22 ມີນາ ຜ່ານມານີ້ ໂດຍໄດ້ສັ່ງປິດດ່ານທ້ອງຖີ່ນ ຫລື ດ່ານປະເພນີ, ປິດຮ້ານບັນເທີງ ແລະ ກິຈກັມປະເພນີຕ່າງໆ . ນອກຈາກນີ້ຍັງ ເລັ່ງສັກວັກຊີນປ້ອງກັນ ໂຄວິດ-19 ໃຫ້ແກ່ເດັກນ້ອຍອາຍຸ 6-11 ປີ ແລະ ສັກວັກຊີນເຂັມທີ 2-3 ໃຫ້ໄດ້ຕາມເປົ້າໝາຍ. ຜ່ານມາປະຊາຊົນໄດ້ໄປມາ ຫາສູ່ກັນເປັນປົກກະຕິ, ຈັດງານບຸນປະເພນີຕ່າງໆ ຊຶ່ງເປັນສາເຫດນຶ່ງທີ່ເຮັດໃຫ້ ເຊື້ອໂຄວິດ-19 ແຜ່ລາມໄດ້ງ່າຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງໃນແຂວງໄຊຍະບູຣີ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວຕໍ່ RFA ໃນວັນທີ 23 ມີນາ ນີ້ວ່າ:

ຕ້ອງໄດ້ປິດຕາມການແຈ້ງການ ຂອງຄະນະສະເພາະກິດຂັ້ນແຂວງ ຂັ້ນເມືອງຊ່ວງວັນທີ 20 ມານີ້ກໍເຫັນວ່າກາໄດ້ມີການຣະບາດຫັ້ນແຫລະ ຍ້ອນອີງໃສ່ການໄປມາຫາສູ່ການທ່່ອງທ່ຽວ ເນາະການເຮັດບຸນສີນກິນທານ ງານໝັ້ນ ງານແຕ່ງຖືວ່າມັນບໍ່ມີການປິດດ່ານຖືວ່າເປີດເສຣີ ຫັ້ນແຫລະປັດຈຸບັນນີ້ເພິ່ນເລັ່ງໃສ່ໃນການສັກຢາເປັນມາຕການເຂັ້ມງວດ.

ຂະນະດຽວກັນ ທາງການແຂວງບໍ່ແກ້ວ ກໍໄດ້ແຈ້ງການມາຕການປ້ອງກັນ ເຊື້ອໂຄວິດ-19 ໃໝ່ເຊັ່ນກັນໃນວັນທີ 22 ມີນາ 2022 ໂດຍແຈ້ງການສະບັບນີ້ ບໍ່ໄດ້ແຕກຕ່າງຈາກອັນເກົ່າ ແຕ່ເຕືອນໃຫ້ປະຊາຊົນຕ້ອງເອົາໃຈໃສ່ ປ້ອງກັນເຊື້ອໂຄວິດ-19 ໄດ້ກັບມາຣະບາດຮອບໃໝ່. ແຂວງບໍ່ແກ້ວແມ່ນແຂວງນຶ່ງ ທີ່ມີແຮງງານຈຳນວນຫລາຍ ເຂົ້າມາເຮັດວຽກ ແລະ ຍັງມີການ ຈັດງານບຸນປະເພນີຫລາຍເກີນໄປ ເພື່ອສະກັດການແຜ່ເຊື້ອ ຖ້າພາກສ່ວນໃດຕ້ອງການຈັດງານ ກໍຂໍໃຫ້ແຈ້ງຄະນະຮັບຜິດຊອບ ແລະຈຳນວນຄົນບໍ່ໃຫ້ເກີນ 50 ຄົນ. ສ່ວນຮ້ານອາຫານ, ຮ້ານບັນເທີງຍັງໃຫ້ເປີດ ແຕ່ຕ້ອງປິດພາຍໃນເວລາ 23:00 ໂມງ. ດັ່ງເຈົ້າໜ້າທີ່ຄະນະສະເພາະກິດ ແຂວງບໍ່ແກ້ວທ່ານນຶ່ງໄດ້ກ່າວວ່າ:

ພື້ນຖານກໍໄດ້ປະຕິບັດຄືເກົ່າ ການຈັດບຸນປະເພນີແລ້ວກາບຸນຕ່າງໆ ນີ້ບໍ່ໃຫ້ຈຳນວນຫລາ ຊ່ວງທີ່ເຮົາເປີດບ້ານເມືອງມານັ້ນມີງານບຸນ ງານດອງນັ້ນຫລາຍ ຮ້ານອາຫານຮ້ານບັນເທີງນີ້ ກໍໃຫ້ຈັດໄລຍະຫ່າງກໍມີນໍ້າຢາລ້າງມືປົກກະຕິ ຄືເກົ່າຫັ້ນແຫລະ.

ແຂວງສວັນນະເຂດ ກໍເປັນແຂວງນຶ່ງທີ່ຍັງຄົງມີຜູ້ຕິດເຊື້ອຫລາຍ ໃນວັນທີ 23 ມີນາ ພົບຜູ້ຕິດເຊື້ອໃໝ່ເຖິງ 335 ຄົນສ່ວນຫລາຍແມ່ນຕິດຢູ່ໃນຊຸມຊົນ. ຕໍ່ບັນຫາດັ່ງກ່າວແຂວງ ສວັນນະເຂດກໍໄດ້ອອກແຈ້ງການອີງຕາມສະບັບເດີມ ກໍຄືໃຊ້ມາຕການເກົ່າທີ່ເຄີຍປະກາດມາ. ສ່ວນການສລອງປີໃໝ່ລາວໃນເດືອນເມສານັ້ນຄາດວ່າ ອາດຈະຈັດຢູ່ໃນຂອບເຂດຈຳກັດ ຫລື ແບບຄອບຄົວທັງນີ້ ກໍຕ້ອງລໍຖ້າແຈ້ງການຈາກຄະນະສະເພາະກິດ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ:

ໃຊ້ມາຕການ ຕາມວິທີປ້ອງກັນໂຄວິດ-19 ຫັ້ນແລ້ວມັນກໍຕິດນຳຊຸມຊົນ ສ່ວນນຶ່ງກະດາຍລາງເທື່ອກໍມີກິຈກັມ ການໄປການທ່ຽວກັນ ມັນກາອັນນັ້ນແດປີໃໝ່ນີ້ ຢ້ານບໍ່ຈັດດອກຈັດກໍຈັດຢູ່ ໃນຂອບເຂດຈຳກັດ ຫລືແບບຄອບຄົວຫັ້ນນ່າ ຄືຜ່ານມາຫັ້ນກໍມີແຕ່ຟັງແຈ້ງການເພີ່ມຕື່ມ.

ສ່ວນເມືອງວິລະບູຣີ ແຂວງສວັນນະເຂດ ກໍໄດ້ອອກແຈ້ງການເພີ່ມຕື່ມ ໃນວັນທີ 18 ມີນາ ຜ່ານມາ ຫ້າມປະຊາຊົນ ຈັດງານສັງສັນຕ່າງໆ, ງານດອງ, ງານຜູກແຂນ ສ່ວນງານປະເພນີ ໃຫ້ເຮັດຕາມຮີດຄອງ. ທາງດ້ານຮ້ານບັນເທີງ ແມ່ນໃຫ້ປິດທັງໝົດຖ້າຫາກມີ ການຝ່າຝືນຈະມີການປັບໄໝ ຕາມຣະບຽບທີ່ວາງອອກ.

ຕໍ່ກັບການຣະບາດຂອງ ເຊື້ອໂຄວິດ-19 ຮອບໃໝ່ນີ້ ປະຊາຊົນກໍບໍ່ໄດ້ວິຕົກກັງວົນແຕ່ຢ່າງໃດ ເພາະຄຸ້ນເຄີຍກັບພະຍາດນີ້ແລ້ວ ແຕ່ຖ້າອອກໄປທາງນອກ ກໍຕ້ອງຮູ້ຈັກປ້ອງກັນໂຕເອງ ເຊັ່ນການໃສ່ໜ້າກາກອັດປາກ, ອັດດັງ ເປັນຕົ້ນ.

ດັ່ງປະຊາຊົນ ໃນແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ:

ສ່ວນຫລາຍ ກໍຊີນຊີນໄປແບບນີ້ນ່າແບບເສີຍໆ ບໍ່ຄ່ອຍຢ້ານປານໃດບໍ່ຄືຮອບທຳອິດ ຢ້ານແຮງຢູ່ເດຮອບນີ້ຈະບໍ່ປານໃດດອກນີ້ທັມມະດາ ກໍຢູ່ໃຜຢູ່ມັນຮັກສາປິ່ນປົວເອົາໃຜ ເອົາລາວໂຮມໃຜໂຮມລາວແລ້ວກາຈົບ.

ປະຊາຊົນ ໃນນະຄອນຫລວງວຽງຈັນ ກໍໃຫ້ຄຳເຫັນຄ້າຍຄືກັນ ກໍບໍ່ຮູ້ສຶກວິຕົກກັງວົນກັບເຊື້ອ ໂຄວິດ-19 ກັນແລ້ວ ພາກັນໃຊ້ຊີວິດປົກກະຕິຄືເກົ່າ. ຮ້ານອາຫານກໍຍັງມີຄົນຫລາຍຄືເກົ່າ ສ່ວນນຶ່ງຍ້ອນເຂົາເຈົ້າຮູ້ຈັກປ້ອງກັນຕົນເອງ ແລະປິ່ນປົວເອງນຳດ້ວຍ ຈຶ່ງບໍ່ຮູ້ສຶກຢ້ານການຣະບາດຮອບໃໝ່.

ບໍ່ຢ້ານແລ້ວ ເມື່ອກີ້ຂ້ອຍກໍຫາມາແຕ່ຮ້ານອາຫານ ເຂົາບໍ່ໄດ້ຢ້ານຮ້ານອາຫານ ກາຄົນເຕັມຄືເກົ່າເຂົາບໍ່ຢ້ານເລີຍ ເຂົາເຈົ້າຮູ້ຈັກປ້ອງກັນຕົນເອງ ກາຮູ້ຈັກປິ່ນປົວໂຕເອງ.

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກ່າວເຖິງເຊື້ອ ໂຄວິດ-19 ສາຍພັນໂອມິຄຣອນນີ້ວ່າ ຜູ້ຕິດເຊື້ອສາຍພັນດັ່ງກ່າວນີ້ ຈະບໍ່ມີອາການຮຸນແຮງຄື ກັບສາຍພັນທີ່ຜ່ານມາແຕ່ກົງກັນຂ້າມຖ້າຕິດເຊື້ອ ໃນຜູ້ສູງອາຍຸ ຜູ້ທີ່ມີພະຍາດປະຈຳໂຕ ກໍເຮັດໃຫ້ມີອາການຮຸນແຮງໄດ້ ຫລືອາດຈະເຖິງຂັ້ນວິກິດເສັຍຊີວິດໄດ້.

ສາເຫດທີ່ມີຜູ້ຕິດ ເຊື້ອໂຄວິດ-19 ເຖິງ 2,000 ປາຍຄົນ ໃນວັນທີ 23 ມີນານັ້ນ ຍ້ອນປະຊາຊົນຍັງຖືເບົາ ບໍ່ໄດ້ປະຕິບັດຕາມມາຕການ ທີ່ຄະນະສະເພາະກິດໄດ້ວາງອອກ ແລະ ຍັງມີບຸກຄົນຈຳນວນນຶ່ງ ເຂົ້າໃຈການຕິດເຊື້ອ ໂຄວິດ-19 ແມ່ນເປັນເຣື່ອງທັມມະດາ, ກິນຢາ ປິ່ນປົວຕາມອາການກໍດີຂຶ້ນ.

ການຣາຍງານ ຂອງຕິດເຊື້ອໂຄວິດ-19 ຂອງຄະນະສະເພາະກິດ ແມ່ນເປັນພຽງສ່ວນນຶ່ງ ຂອງການຕິດເຊື້ອທັງໝົດ ທີ່ມາກວດຕາມສະຖານບໍຣິການ ຂອງສາທາຣະນະສຸກເທົ່ານັ້ນ ແຕ່ຍັງມີຫລາຍຄົນ ທີ່ໄດ້ຊື້ເຄື່ອງວັດແບບໄວ ມາກວດເອງ ແລະປິ່ນປົວຢູ່ເຮືອນ ຊຶ່ງໝາຍຄວາມວ່າ ຜູ້ຕິດເຊື້ອໃນແຕ່ລະວັນ ອາດຫລາຍກ່ວານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.