ຕຳຣວຈ ຈັບຢາເສບຕິດ ລ໊ອດໃຫຍ່ ພ້ອມຜູ້ຄ້າ 4 ຄົນ

ໄຊຍາ
2022.01.31
ຕຳຣວຈ ຈັບຢາເສບຕິດ ລ໊ອດໃຫຍ່ ພ້ອມຜູ້ຄ້າ  4 ຄົນ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຈັບຜູ້ຄ້າ ຢາເສບຕິດ ຈຳນວນ 4 ຄົນ, ວັນທີ 26 ມົກກະຣາ 2022.
ຮູບພາບ: ຈາກ ເພຈຄວາມສງົບ

ເມື່ອວັນທີ 26 ມົກກະຣາ 2022 ຜ່ານມາ ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວໄດ້ຣາຍງານວ່າ ໄດ້ຈັບກຸມກຸ່ມຄ້າຢາເສບຕິດໄດ້ 4 ຄົນ ຢູ່ເຂດເທສບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຂະນະທີ່ກຳລັງຂົນສົ່ງໄປ ຍັງປາຍທາງໂດຍຍຶດຂອງກາງໄດ້ ເປັນຢາບ້າຈຳນວນ 18,240 ມັດ ເທົ່າກັບ 36,480,000 ເມັດ ນໍ້າໜັກ 3,648 ກິໂລກຣາມ ແລະ ເຮໂລອິນ 2 ແທ່ງ ແຕ່ຍັງບໍ່ທັນຮູ້ທີ່ມາຂອງຢາເສບຕິດ.  

ດັ່ງເຈົ້າໜ້າທີ່ຕຳຣວດ ປກສ ແຂວງບໍ່ແກ້ວກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 31 ມົກກະຣານີ້ວ່າ:

ໂຕນີ້ນີ້ ເຂົາເຈົ້າເອົາມາແຕ່ບ່ອນໃດນີ້ ພວກເຮົາຍັງບໍ່ຮູ້ເທື່ອແຕ່ວ່າ ຕົ້ນທາງອອກມາຈາກເມືອງຕົ້ນເຜິ້ງພວກເຮົາສາມາດມ້າງໄດ້ ຢູ່ໂຕແຂວງພີ້ ເຂົ້າໄດ້ຮັບຄ່າຈ້າງ ຈາກຈຸດນີ້ມາຫາຈຸດນີ້ຊື່ໆເນາະ ໂອ້ຂໍ້ຫານີ້ໃນເບື້ອງຕົ້ນ ພວກເຮົາຈະຕັ້ງໄປກ່ອນວ່າ ເປັນການຂົນສົ່ງຢາເສບຕິດ ແບບຜິດກົດໝາຽເນາະ.

ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນກຳລັງດຳເນີນການ ສືບສວນ-ສອບສວນ ກຸ່ມຄ້າຢາເສບຕິດທັງ 4 ຄົນ ເພື່ອນຂຍາຍຜົລ ເຂົ້າໄປສູ່ຜູ້ຮ່ວມຂະບວນການ ຄ້າຢາເສບຕິດຄັ້ງນີ້. ສ່ວນຢາເສບຕິດ ທີ່ຍຶດໄວ້ເປັນຂອງກາງ ກໍຈະໄດ້ນຳເອົາໄປກວດວິຈັຍ ຫລັງຈາກຮູ້ຜົລແລ້ວ ຈະສົ່ງໃຫ້ອັຍຍາການ ຖແລງການຕັດສິນ.

ຢາໂຕນີ້ນີ້ ພວກເຮົາຕ້ອງໄດ້ ເກັບເອົາໄວ້ກ່ອນເນາະ ແລ້ວພວກເຮົາຊິໄດ້ເກັບເອົາໂຕຢ່າງ ຂອງຢາແຕ່ລະຊະນິດ ໄປວິຈັຍຫລັງຈາກຜົລວິຈັຍ ອອກມາແລ້ວ ພວກເຮົາຈະໄດ້ສລຸປເປັນສຳນວນ ສົ່ງໃຫ້ອັຍຍາການຖແລງ ໃຫ້ສານຕັດສິນ ຫລັງຈາກສານຕັດສິນແລ້ວ ພວກເຮົາຊິທຳລາຍເນາະຢາ.

ທ່ານໄດ້ສລຸປວ່າ ສຳລັບຈຸດໝາຽ ປາຍທາງ ທີ່ຈະຂົນສົ່ງຢາເສບຕິດ, ຄ່າຈ້າງທີ່ໄດ້ຮັບ ຈາກການຂົນສົ່ງຢາເສບຕິດ, ຜູ້ວ່າຈ້າງຂົນສົ່ງຢາເສບຕິດ ແມ່ນຍັງຢູ່ໃນລະຫວ່າງ ຂັ້ນຕອນ ການສືບສວນ-ສອບສວນ ແລະເປັນຄວາມລັບ ຂອງຄະດີນີ້. ສ່ວນວ່າຢາເສບຕິດ ມາຈາກໃສນັ້ນ ຍັງບໍ່ສາມາດບອກໄດ້ ຕ້ອງລໍຖ້າພິສູຕຫລັກຖານ ໃຫ້ຊັດເຈັນ.

ເຂົ້າສະຕ໋ອກ ເຂົາກັບມ້ຽນໄວ້ເນາະ ມັນກໍຜ່ານຫລາຍຢູ່ ຢາເສບຕິດມັນກໍມາສ່ວນຫລາຍ ເຂົາເຈົ້າມັກຜລິດເອງນ່າ ເຂົາກຳລັງສືບສວນ-ສອບສວນຢູ່ ກໍສ່ວນຫລາຍເຂົາຈັບໄດ້ ເຂົາກໍຜລິດເອງ ບາງທີເຂົາກໍເອົາມາແຕ່ພຸ້ນ ມາຈາກປະເທດພະມ້າ.

ສ່ວນຜູ້ຕ້ອງຫາ ທີ່ຖືກຈັບໄດ້ນັ້ນ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ແຈ້ງໃຫ້ຮູ້ວ່າມີ ທ້າວ ໄຊບໍທໍ່ ອາຍຸ 34 ປີ, ທ້າວ ມົວວາ ອາຍຸ 25 ປີ ທັງສອງ ຢູ່ບ້ານ ກິ່ວລົມ ເມືອງປາກທາ ແຂວງບໍ່ແກ້ວ, ທ້າວ ລົງວີ ອາຍຸ 26 ປີ ແລະ ນາງ ຈຶເຮີ ອາຍຸ 29 ປີ ທັງ 2 ຢູ່ບ້ານຮົ່ມເຢັນ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.

ການຈັບຢາເສບຕິດ ໄດ້ເປັນປະຣິມານ ຈຳນວນຫລາຍ ໃນຄັ້ງນີ້ຖືວ່າ ເປັນອັນດັບ 2 ຂອງປະເທດ ທີ່ຕຳຣວດ ປກສ ແຂວງບໍ່ແກ້ວຈັບໄດ້. ໂດຍກ່ອນໜ້ານີ້ ປກສ ແຂວງບໍ່ແກ້ວ ຈັບຢາບ້າໄດ້ ເຖິງ 55 ລ້ານເມັດ ແລະ ຢາໄອສ໌ 1,537 ຕັນ ເມື່ອທ້າຍ ເດືອນຕຸລາປີ 2021 ທີ່ຜ່ານມາ ທີ່ຊຸກເຊື່ອງໃນຣົຖຂົນສົ່ງ.

ຕໍ່ກັບກໍຣະນີ ເຈົ້າໜ້າທີ່ຕຳຣວດ ປກສ ແຂວງບໍ່ແກ້ວ ຈັບຢາເສບຕິດ ລ໊ອດໃຫຍ່ໄດ້ເປັນເທື່ອທີ 2 ຂອງແຂວງບໍ່ແກ້ວ. ປະຊາຊົນຕ່າງກໍ ສະແດງຄວາມຍິນດີ ຊົມເຊີຍ. ສາເຫດທີ່ ແຂວງບໍ່ແກ້ວ ຈັບຢາເສບຕິດໄດ້ຫລາຍ ຍ້ອນວ່າພູມສັນຖານ ຂອງເມືອງຕົ້ນເຜິ້ງ ຕິດກັບໄທຍ ແລະ ພະມ້າ .

ດັ່ງປະຊາຊົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໄດ້ກ່າວ ໃນມື້ດຽວກັນວ່າ:

ຄືວ່າເນາະ ບ່ອນຕັ້ງຖີ່ນຖານ ຂອງເມືອງຕົ້ນເຜິ້ງ ນັ້ນໃກ້ຊາຍແດນ ຕິດກັບໄທຍແດ່ ພະມ້າແດ່ ເຂົາເຈົ້າມີເຄື່ອຂ່າຍດຽວກັນ ອາທິດແລ້ວນີ້ ອາທິດກ່ອນນັ້ນ ຢູ່ທາງຫ້ວຍຊາຍ ຢູ່ເທົ່າໃດ 3 ໂຕນປາຍບໍ່.

ປະຊາຊົນ ແຂວງບໍ່ແກ້ວ ຕ່າງກໍຊົມເຊີຍ ການຈັບກຸມຢາເສບຕິດ ລ໊ອດໃຫຍ່ໄດ້ເທື່ອນີ້ ໂດຍຢາກໃຫ້ຣັຖບານລາວ ແກ້ໄຂບັນຫານີ້ ເພື່ອຈະບໍ່ສ້າງຜົລກະທົບຕໍ່ ກັບການຊີວິຕ ການເປັນຢູ່ ຂອງປະຊາຊົນ ທີ່ເກີດປະກົດການ ຂີ້ລັກ ງັດແງະ ຫລາຍຂຶ້ນ.

ດັ່ງປະຊາຊົນ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນວ່າ:

ຂີ້ລັກກໍເປັນ ມີປັນຫາຕລອດຢູ່ ໃນຊີວິດເຮົານີ້ ຄັນບໍ່ແກ້ບັນຫາໂຕນີ້ ຈະມີຜົລກະທົບຕໍ່ໄປ ຈະຫລາຍກວ່ານີ້ອີກ ລັກໄກ່, ລັກງົວ, ລັກຄວາຍ, ລັກອັນນັ້ນ ອັນນີ້ໄປຂາຍ ແລ້ວຊືືຶ້ເມັດກິນລະກໍ ຖ້າລູກຖ້າເມັຽບໍ່ມີກໍຈະຕີລູກຕີເມັຽ ແລ້ວກໍຂ້າລູກຂ້າເມັຽ ເຫັນໃຜຊິເວົ້າຫລາຍ ກໍເຂົ້າເຂົາໄປເດ້ຄົນຕິດຢາ.

ໃນຂະນະທີ່ ສຳນັກຂ່າວ ເອເອຟພີ ໄດ້ຣາຍງານເມື່ອວັນທີ 29 ມົກກະຣາ 2022 ໂດຍການໃຫ້ສັມພາດຂອງທ່ານ ເຈເຣມີ ດັກລາສ ຜູ້ແທນ ຣະດັບພູມມິພາກ ຂອງສຳນັກງານວ່າ ດ້ວຍຢາເສບຕິດ ແລະອາຊະຍາກັມ ແຫ່ງສະຫະປະຊາຊາຕ ຫລື UNODC ທີ່ຣະບຸວ່າ ຕຳຣວດ ປກສ ແຂວງບໍ່ແກ້ວ ຈັບກຸມການລັກລອບ ຂົນຢາເສບຕິດ ລ໊ອດໃຫຍ່ ໂດຍສາມາດຍຶດ ຢາບ້າ 36 ລ້ານເມັດ ທີ່ແຂວງບໍ່ແກ້ວນັ້ນ ຖືວ່າ ເປັນການຈັບຢາບ້າ ໄດ້ລ໊ອດໃຫຍ່ ເປັນອັນດັບ 2 ຂອງລາວ ຫລັງຈາກ 3 ເດືອນກ່ອນ ຈັບຢາບ້ານໄດ້ ເຖິງ 55 ລ້ານເມັດ ຊຶ່ງເປັນການຈັບໄດ້ ລ໊ອດໃຫຍ່ທີ່ສຸດ ໃນລະດັບ ເອເຊັຽຕາເວັນ ອອກສ່ຽງໃຕ້.

ຣາຍງາລະບຸຕື່ມວ່າ ຈາກການຄາດການເບື້ອງຕົ້ນ ເຊື່ອວ່າຢາເສບຕິດ ລ໊ອດນີ້ ໜ້າຈະຜລິຕ ໃນຣັຖສານຂອງພະມ້າ ກ່ອນຈະລັກລອບ ຂົນສົ່ງເຂົ້າປະເທດລາວ ຊຶ່ງໃນໄລຍະຫລັງນີ້ ຖືກໃຊ້ເປັນທາງຜ່ານ ເພື່ອລັກລອບ ຂົນຢາເສບຕິດ ເຂົ້າໄທຍ ເນື່ອງຈາກນະໂຍບາຍ ຊາຍແດນຂອງໄທຍ ມີການເຝົ້າລະວັງ ຢ່າງເຂັ້ມງວດ ປ້ອງກັນການ ຣະບາດຂອງ ໂຄວິດ-19.

ເຈົ້າໜ້າທີ່ຄາດວ່າ ຢາບ້າ 36 ລ້ານເມັດ ປາຍທາງອາຈເປັນປະເທດໄທຍ ສ່ວນຢາໄອສ໌ ຈະມີເປົ້າໝາຽ ລັກລອບ ໄປຂາຍທີ່ປະເທດ ອອສເຕຣເລັຽ ຊຶ່ງເປັນຕລາດ ທີ່ມີມູນຄ່າສູງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.