ການແກ້ໄຂ ບັນຫາຢາເສບຕິດ ຕາມວາຣະແຫ່ງຊາຕ ຍັງບໍ່ບັນລຸຜົລ

ສຸພັດຕາ
2023.11.07
ການແກ້ໄຂ ບັນຫາຢາເສບຕິດ ຕາມວາຣະແຫ່ງຊາຕ ຍັງບໍ່ບັນລຸຜົລ ຢາບ້າທີ່ຖືກສົ່ງຂາຍ ທັງໃນປະເທດ ແລະບາງກໍຣະນີ ຖືກສົ່ງໄປຂາຍໃນປະເທດເພື່ອນບ້ານ: ເຈົ້ານ້າທີ່ໄທຍ ຍຶດໄດ້ ຈຳນວນ 1,640,000 ເມັດ ມູນຄ່າ ເກືອບ 60 ລ້ານບາທ ທີ່ຄາດວ່າ ຖືກນຳໄປຈາກ ແຂວງຄຳມ່ວນ ເຂົ້າທີ່ແຂວງນະຄອນພະນົມ ປະເທດໄທຍ ເດືອນກຸມພາ 2022.
RFA

ໄລຍະ 3 ປີ ຜ່ານມາ ຄື ປີ 2021-2023 ກະຊວງປ້ອງກັນຄວາມສງົບ ໄດ້ປະຕິບັດວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄຂຄະດີໄດ້ທັງໝົດ 10,843 ຄະດີ, ຈັບຜູ້ຖືກກ່າວຫາ ໄດ້ 15,966 ຄົນ ໃນນັ້ນ ເປັນຜູ້ຖືກກ່າວຫາຕ່າງປະເທດ 324 ຄົນ, ຍຶດຢາບ້າຊະນິດເມັດ ແລະເປັນຝຸ່ນ 32 ກວ່າຕັ່ນ ແລະຍຶດສານເຄມີ ເພື່ອເອົາມາຜລິດຢາເສບຕິດ 260 ກວ່າຕັ່ນ ໂດຍອີງໃສ່ຄໍາຂວັນ ໃນແຜນວຽກງານຈຸດສຸມທີ 4 ທີ່ວ່າ “ອັດ 3 ທາງ, ມ້າງ 3 ເປົ້າ ເປັນເຈົ້າ 3 ຫຼັກ.” ຕາມຄວາມເວົ້າ ຂອງພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ກ່າວຕໍ່ກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ໃນວັນທີ 3 ພຶສຈິກາ ນີ້ວ່າ:

“ຍົກສູງປະສິດທິພາບ ທາງດ້ານການຄຸ້ມຄອງ ຊີ້ນໍາ ໃນການຈັດຕັ້ງປະຕິບັດຮອບດ້ານ ໃນວຽກງານແກ້ໄຂບັນຫາຢາເສບຕິດ. ໄປຕາມຄໍາຂວັນ ທີ່ວ່າ ອັດ 3 ທາງ, ມ້າງ 3 ເປົ້າ ເປັນເຈົ້າ 3 ຫຼັກ ຖືວ່າ ອັດ 3 ທາງນີ້ ຖືວ່າ ບໍ່ມີທາງໄປແລ້ວ. ອັດໝົດເນາະ 3 ເປົ້ານີ້ ແມ່ນພວກສ່ວນກິນ ພວກເສບ ພວກຄ້າ-ຂາຍ ພວກຊື້ນີ້ແຫຼະ. ອັນນີ້ກໍແມ່ນ ອັດແນວນັ້ນແລະ ແລ້ວກໍເປັນເຈົ້າສາມຫຼັກ ຫຼັກເປັນມືອາຊີບ ຫຼັກໂປ່ງໃສ ເດັດຂາດນີ້ແຫຼະ. ທີ່ວ່າໄດ້ເຮັດແນວນັ້ນ ຕາມທີ່ທາງເທິງໄດ້ຕົກລົງ ໂດຍສະເພາະ ຫຼັກຄວາມເປັນມືອາຊີບນີ້ ຖືວ່າ ມີຜົລສໍາເຣັດເປັນຢ່າງດີ ເຊິ່ງມັນສະແດງໃຫ້ເຫັນໂຕເລຂຄະດີ ທີ່ແກ້ໄຂໄດ້ທັງໝົດ ມີ 10,843 ເຣື່ອງ.

ດ້ານຊາວລາວ 3 ຄົນ ກໍຮູ້ສຶກຍິນດີ ທີ່ໃນຮອບ 3 ປີຜ່ານມາ ກະຊວງປ້ອງກັນຄວາມສງົບ ມີຜົລງານການປາບປາມ ແລະສະສາງຄະດີໄດ້ຫຼາຍ ແຕ່ທັງ 3 ຄົນ ກໍຄິດຄືກັນວ່າ ບັນຫາຢາເສບຕິດ ຍັງຕ້ອງໄດ້ເອົາໃຈໃສ່ຕື່ມຫຼາຍເຣື່ອງ ໂດຍສະເພາະ ວຽກງານການປາບປາມຜູ້ຊື້-ຜູ້ຂາຍ ຜູ້ເສບຢາເສບຕິດ ທີ່ມີການລັກຊື້-ຂາຍ ແລະເສບຢາເສບຕິດ ເປັນກຸ່ມຂນາດໃຫຍ່ຂຶ້ນທຸກມື້ ຍ້ອນຢາເສບຕິດລາຄາຖືກ ຫາຊື້ງ່າຍ ຈົນເຮັດໃຫ້ເດັກນ້ອຍ ຜູ້ເຊິ່ງເປັນອະນາຄົດຂອງຊາຕ ກາຍເປັນທັງຜູ້ເສບ ແລະຜູ້ຂາຍຢາເສບຕິດໃນເວລາດຽວກັນ, ດັ່ງຊາວລາວ ຜູ້ທີ 1 ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ພຶສຈິກາ ນີ້ວ່າ:

“ຄືວ່າ ແກ້ໄຂເຕັມທີ່ ແຕ່ວ່າມັນກໍບໍ່ແລ້ວຈັກເທື່ອ ເພາະວ່າເຄືອຂ່າຍຂອງມັນ ມັນລະໄປຕາມອັນນ່າ ໄປຕາມແກ໊ງຂອງມັນ ຕາມຂບວນການຂອງມັນຫັ້ນ. ມັນໃຫຍ່ ແຕ່ກ່ອນເມັດນຶ່ງ 10 ປາຍພັນ 20 ພັນ ດຽວນີ້ ມັນນຶ່ງ 6-7 ພັນກີບ ດຽວນີ້ ມັນລັກຂາຍ. ບາງເທື່ອ ມັນເອົາເດັກນ້ອຍອາຍຸ 8 ປີ 9 ປີ ເປັນເຄື່ອງມືໄປສົ່ງ ເພື່ອບໍ່ໃຫ້ການຈັດຕັ້ງ ບໍ່ໃຫ້ກໍາລັງປ້ອງກັນໄທເຮົານີ້. ຕິດຕາມລະກະສົງໄສມັນນ່າ. ພວກມັນຊັກຊວນພາກສ່ວນເດັກນ້ອຍ ອາຍຸ 8 ປີ, 9 ປີນີ້ ໄປຂາຍ ແລະເອົາຢາໃຫ້ມັນເສບ. ດຽວນີ້ພວກນີ້ຕິດຢາເບິດ.”

ຂະນະທີ່ ຊາວລາວຜູ້ທີ 2 ກ່າວວ່າ ພາຍໃນບ້ານໂຕເອງ ມີການແຜ່ຣະບາດຂອງຢາເສບຕິດ ເປັນວົງກວ້າງ ເຮັດໃຫ້ມີບັນຫາຂີ້ລັກມັກຈົກຕາມມາ ສ່ວນວ່າ ເຈົ້າໜ້າທີ່ຂັ້ນເມືອງ, ຂັ້ນແຂວງ ແລະຂັ້ນສູນກາງ ຕ້ອງເອົາໃຈໃສ່ ລົງພົບພໍ້ຊາວບ້ານ ໃນທ້ອງຖິ່ນຄັກແນ່ ເພື່ອເລາະເກັບກໍາຂໍ້ມູນໂຕຈິງ ຕາມສຽງສະທ້ອນຂອງຊາວບ້ານ ບໍ່ແມ່ນແຕ່ເອົາປື້ມ ແລະບິກ ມາຈົດສະພາບການຣະບາດຂອງຢາເສບຕິດ ພາຍໃນບ້ານ ນໍານາຍບ້ານຣາຍງານເທົ່ານັ້ນ ແລະສໍາຄັນທີ່ສຸດແມ່ນວ່າ ຕ້ອງສ້າງສູນປິ່ນປົວຜູ້ຕິດຢາເສບຕິດ ແລະຈັດລະບົບຄ້າຍຄຸມຂັງ-ດັດສ້າງ ໃຫ້ມີຄຸນນະພາບ ບໍ່ແມ່ນວ່າ ພາກຣັຖ ບໍ່ມີງົປມານປຸງແຕ່ງອາຫານໃຫ້ນັກໂທດ ຫຼື ຄຸກເຕັມ ຈົນຕ້ອງໄດ້ປ່ອຍໂຕນັກໂທດ ໃນຄະດີຢາເສບຕິດ ກັບຄືນສູ່ສັງຄົມກ່ອນເວລາທີ່ກໍານົດ ທັ້ງໆທີ່ ພວກເຂົາເຈົ້າກັບໄປບ້ານ ກໍບໍ່ມີວຽກເຮັດ ຈາກນັ້ນ ກໍກັບໄປເປັນຜູ້ຊື້-ຂາຍ ແລະເສບຢາເສບຕິດຄືເກົ່າ.

ດັ່ງຊາວລາວ ຜູ້ທີ 2 ຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:

“ອັນນີ້ ບໍ່ມີການຫຼຸດຜ່ອນເດີ້ ລັກເຫຼັກ ລັກໄຟນີ້ ກໍຍ້ອນພວກຢາເສບຕິດນີ້ແຫຼະ ຂີ່ຣົຖຈັກມາສົ່ງກັນ ຕາມບ່ອນທີ່ສອກຫຼີກຫັ້ນນ່າ ບ່ອນເສັ້ນທາງທີ່ປ່ຽວໆຫັ້ນເນາະ. ອັນນີ້ (ຂັ້ນເທິງ) ມານັ່ງແຕ່ຫ້ອງການບ້ານ ຖ້າແຕ່ຈົດເອົາ ມີສະພາບຫຍັງຊື່ໆນ່າ. ມັນບໍ່ຮູ້ ຈັບມາແລ້ວ ແລ້ວອອກມາ ຂາຍຄືເກົ່າ ພວກເອົາໄປດັດສ້າງ ມັນອອກມາ ກໍຂີ່ຣົຖເລາະ ຫົວໃສ່ໜ້າເຮົາເສີຍ. ຄຸກມັນກໍເຕັມ ກະຄືເຮົາເວົ້າ ຢູ່ໜອງແປນເຮົານີ້ ກໍເຕັມເນາະ. ອັດຕຣາກິນກໍບໍ່ພໍ ເກັບເງິນແຕ່ລະບ້ານບໍ ບ້ານນຶ່ງ 4-5 ແສນ (ກີບ) ໄປປະກອບສ່ວນ ແກ້ໄຂ ພວກນີ້ຫັ້ນນ່າ.”

ສ່ວນຊາວລາວ ຜູ້ທີ 3 ກ່າວຄືກັບຊາວລາວ ຜູ້ທີ 2 ວ່າ ກ່ອນໜ້ານີ້ ກໍເຫັນວ່າ ເຈົ້າໜ້າທີ່ລົງມາແກ້ໄຂບັນຫາຢາເສບຕິດ ແບບຈັບຖືກຜູ້ກ່າວຫາ ດໍາເນີນຄະດີຕາມກົດໝາຍຄັກແນ່ ແຕ່ມາດຽວນີ້ ມີບາງກໍຣະນີທີ່ຜູ້ຖືກກ່າວຫາ ໃນຂໍ້ຫາຢາເສບຕິດ ຖືກປ່ອຍໂຕຈາກການກັກໂຕຢ່າງໄວວາ ຍ້ອນມີການມອບເງິນ ໃຫ້ເຈົ້າໜ້າທີ່ໃນລະຫວ່າງການສືບສວນ-ສອບສວນ.

ດັ່ງຊາວລາວຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:

“ກ່ຽວກັບບັນຫາຢາເສບຕິດນີ້ ບາງທີກໍ ຢູ່ບາງພື້ນທີ່ກໍ ຈັບໄດ້ ແລ້ວກໍຮູ້ສຶກວ່າ ປ່ອຍໄວກາຍ ບາງທີກໍໄດ້ຢາເສບຕິດ ກໍບໍ່ຮູ້ວ່າ ເຂົາເຄັຍກັນແນວໃດ. ເຮົາກໍບໍ່ຮູ້ກັບເຂົາ ອັນນີ້ກໍຢູ່ກັບເຈົ້າໜ້າທີ່ ຈັບກັນແທ້ແຫຼະມື້ກີ້ນີ້ ຜ່ານມາດຽວນີ້ ຮູ້ສຶກວ່າ ເອົາເງິນໄປ ກໍໄດ້ແກ້ກັນກໍ ຄິດວ່າ ບໍ່ໄດ້ວ່າ ຜູ້ນັ້ນ ຜູ້ນີ້.”

ເຊັ່ນດຽວກັບ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ກໍກ່າວຄືກັບຊາວລາວວ່າ ເຖິງແມ່ນວ່າ ກະຊວງປ້ອງກັນຄວາມສງົບແຫ່ງຊາຕ ຈະພະຍາຍາມປາບປາມ ບັນຫາຢາເສບຕິດ ຈົນມີຜົລງານຫຼາຍ ແຕ່ບັນຫາດັ່ງກ່າວຍັງໜ້າເປັນຫ່ວງ ຍ້ອນເຈົ້າໜ້າທີ່ຕໍາຣວດທີ່ກ່ຽວຂ້ອງ ກັບການດໍາເນີນຄະດີ ນໍາຜູ້ຖືກກ່າວຫາ ຄະດີຢາເສບຕິດຈໍານວນບໍ່ໜ້ອຍ ພາກັນຮັບເງິນຈາກຜູ້ກ່າວຫາ ແລະຢ້ານກົວຕໍ່ອານາດເສັ້ນສາຍ ຂອງລູກທ່ານ ຫຼານເທີ ສະນັ້ນ ຕ້ອງແກ້ໄຂເຣື່ອງນີ້ ເພື່ອໃຫ້ຢາເສບຕິດ ຫຼຸດໜ້ອຍຖອຍລົງແທ້ໆ.

ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:

“ຄັນຊິເຮັດ ຕ້ອງເຮັດເອົາຈິງເອົາຈັງ ງົປມານກໍຕ້ອງໃຫ້ມີ. ອັນທີ 2 ມາ ແລ້ວແມ່ນ ຕ້ອງດໍາເນີນຄະດີ ໃຫ້ມັນເຖິງທີ່ສຸດ 2 ກະຣາມ ຂຶ້ນເມືອ ຫຼືວ່າ 2 ເມັດຂຶ້ນເມືອ ຫາ 200 ກະຣາມ ຕ້ອງຈໍາຄຸກ 5 ປີໂລດ, ແຕ່ວ່າບາດນີ້ ມາເບິ່ງແລ້ວ ດຽວນີ້ ພວກເຮົາຍອມໜັງສືນ້ອຍ ໜັງສືໃຫຍ່ນີ້ແຫຼະ. ມີແຕ່ຜູ້ມີອໍານາດ, ມີອິດທິພົນ ເປັນເຈົ້າເປັນນາຍ ຂຽນໜັງສືນ້ອຍໆມາວ່າ ຜູ້ນີ້ເປັນລູກຫຼານເຮົາ ຜູ້ນັ້ນ ເປັນພີ່ນ້ອງເຮົາ ສຸດທ້າຍມາ ເຮົາຈໍາເປັນ ຕ້ອງໄດ້ປ່ອຍ. ຄະດີທັງໆທີ່ ຕ້ອງຕັດສິນຈໍາຄຸກເທົ່ານີ້ ເທົ່ານັ້ນປີ ພັດປ່ອຍເພິ່ນອອກມາ ເຮັດໃຫ້ສັງຄົມເຮົາບໍ່ສງົບ ແລ້ວເຮັດໃຫ້ທາງດ້ານກົດໝາຍເຮົາບໍ່ສັກສິດ.”

ເຖິງຢ່າງໃດກໍຕາມ ພົນເອກ ວິໄລ ຫຼ້າຄໍາຟອງ ກໍໄດ້ສເນີ 7 ທິດທາງ ແຜນການໃນການຈັດຕັ້ງປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕໍ່ກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ໃນຕອນນຶ່ງວ່າ:

“ສະນີສ້າງສູນ ເພື່ອແບບປິ່ນປົວ ຄົບວົງຈອນຂຶ້ນ ໂດຍໃຫ້ມີການຝຶກວິຊາອາຊີບ ໃຫ້ແກ່ຜູ້ຕິດຢາເສບຕິດ ເພື່ອໃຫ້ມີລາຍຮັບ ໃຫ້ເຂົາເຈົ້າ ເພື່ອປິ່ນປົວ. ເມື່ອເຮົາປິ່ນປົວດີແລ້ວ ກັບເມືອແລ້ວ ກໍຖືວ່າປົວໃຫ້ດີຄັກແນ່ແລ້ວ ຈຶ່ງໃຫ້ເຂົາເຈົ້າຈຶ່ງໃຫ້ກັບເມືອ. ຈຶ່ງໃຫ້ກັບຄືນສູ່ສັງຄົມ ໂດຍມີ ກະຊວງປ້ອງກັນຄວາມສງົບ, ກະຊວງສາທາ, ກະຊວງແຮງງານ ໄດ້ຮ່ວມກັນເປັນເຈົ້າການ ຝຶກວິຊາຊີບດັ່ງກ່າວ.”

ໃນ 7 ທິດທາງແຜນການ ໃນການຈັດຕັ້ງປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ພົນເອກ ວິໄລ ຫຼ້າຄໍາຟັງ ສເນີນັ້ນ ຍັງປະກອບດ້ວຍ ເອົາບັນຫາຢາເສບຕິດ ເຂົ້າເປັນເງື່ອນໄຂ ສ້າງພະນັກງານສືບທອດໃນຕໍ່ໜ້າ, ສເນີປັບປຸງກົລໄກປະສານງານ ຄຸ້ມຄອງ ກວດກາການສັງລວມ ຣາຍງານໃຫ້ເປັນລະບົບ, ສເນີໃຫ້ທຸກພາກສ່ວນ ມີວຽກງານໂຄສະນາຜົລຮ້າຍ ຂອງຢາເສບຕິດ ເປັນບູລິມະສິດ, ຕ້ອງຊອກຫາແຫຼ່ງທຶນ ເພື່ອພັທນາໂຄງການ ປູກພືດອື່ນທົດແທນປູກພືດທີ່ເປັນຢາເສບຕິດ, ແຕ່ລະແຂວງ ຕ້ອງກໍານົດເອົາເມືອງ ບ້ານ ເປັນໂຕແບບປອດຢາເສບຕິດ ແລະສຸມໃສ່ ງົບກວດກາ ຕ້ານ ແລະສະກັດກັ້ນຢາເສບຕິດ, ປະຕິບັດນະໂຍບາຍ ຍ້ອງຍໍບຸກຄົນ ບ້ານ ເມືອງ ແຂວງ ທີ່ປະຕິບັດວາຣະແຫ່ງຊາຕ ໃນ 3 ປີທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.