ສະຫະຣັຖ ມອບວັກຊິນປ້ອງກັນໂຄວິດ-19 ໃຫ້ລາວ
2022.01.25

ຣັຖບານສະຫະຣັຖອາເມຣິກາ ມອບວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ 9 ແສນໂດສໃຫ້ຣັຖບານ ສປປລາວ ຜ່ານໂຄງການ COVAX Facility ຕື່ມອີກ 1 ຊຸດ ເປັນຊຸດທີ 2 ໃນມື້ວັນທີ 24 ມົົກກະຣານີ້. ຊຸດທໍາອິດແມ່ນໄດ້ມອບໃຫ້ 8 ແສນໂດສ ເມື່ອຕົ້ນເດືອນມົກກະຣາ ນີ້. ຮວມທັງໝົດ ຣັຖບານສະຫະຣັຖອາເມຣິກາ ໄດ້ມອບວັກຊິນປ້ອງກັນ ໂຄວິດ-19 ຍີ່ຫໍ້ໄຟເຊີ ໃຫ້ຣັຖບານລາວ ຕື່ມອີກຈໍານວນ 1,700,000 ໂດສ.
ດັ່ງທີ່ທ່ານ ປີເຕີ ເຮມອນ ທູດສະຫະຣັຖອາເມຣິກາ ປະຈໍາ ສປປລາວ ກ່າວໃນມື້ວັນທີ 24 ມົກກະຣານີ້ວ່າ:
“ຊຸດທີ 1 ເມື່ອປະມານ 3 ອາທິດກ່ອນມີ 8 ແສນໂດສ ຊຸດທີ 2 ມີ 9 ແສນໂດສ ຮວມທັງໝົດ 1.7 ລ້ານໂດສເສຖກິດຂອງວັກຊິນໄຟເຊີ ທີ່ຣັຖບານສະຫະຣັຖສົ່ງມາໃຫ້ ສປປ ລາວ ທີ່ສາມາດຊ່ອຍສນັບ ສນູນຣັຖບານລາວໃນການປ້ອງກັນສຸຂພາບຂອງປະຊາຊົນລາວ ແລະໃນການເປີດໂຮງຮຽນ ແລະຟືນເສຖກິດຢ່າງປອດພັຍ.”
ວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ ທີ່ສະຫະຣັຖອາເມຣິກາມອບໃຫ້ລາວເທື່ອນີ້ ແມ່ນຈະຖືກສົ່ງໄປແຂວງຕ່າງໆ ເພື່ອສັກໃຫ້ 3 ກຸ່ມເປົ້າໝາຍ ຄືເດັກນ້ອຍອາຍຸແຕ່ 12 ປີຂຶ້ນໄປ, ຜູ້ສູງອາຍຸແລະຄົນມີໂຣກປະຈໍາຕົວ.
ດັ່ງເຈົ້າໜ້າທີ່ ສັກວັກຊີນປ້ອງກັນໂຄວິດ-19 ຢູ່ນະຄອນ ຫລວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 25 ມົກກະຣານີ້ວ່າ:
“ສັກຜູ້ສູງອາຍຸ ທີ່ມີພະຍາດປະຈໍາໂຕ ເດັກນ້ອຍອາຍຸ 12 ຂຶ້ນໄປ ຄັນສົມມຸດວ່າ ຜູ້ສູງອາຍຸນໍ ທີ່ເພິ່ນຢູ່ໃນກຸ່ມເປົ້າໝາຍ ເຂັມທີ 3 ເພິ່ນກໍສັກໃຫ້ ເພິ່ນກໍຕ້ອງໄດ້ມີການແຈກຢາຍທົ່ວປະ ເທດຢູ່ແລ້ວຫັ້ນນະ.”
ຕໍ່ການຊ່ອຍເຫລືອຂອງສະຫະຣັຖອາເມຣິກາ ທາງດ້ານວັກຊິນປ້ອງກັນໂຄວິດ-19 ນີ້ ປະ ຊາຊົນລາວແສນດີໃຈ ຍ້ອນວ່າພວກເຂົາເຈົ້າຈະມີຄວາມປອດໄພຈາກເຊື້ອໂຄວິດ-19 ແລະຢາກໃຫ້ສະຫະຣັຖອາເມຣິກາຊ່ອຍເຫລືອຕລອດໄປ ເພື່ອໃຫ້ການຣະບາດຂອງໂຄວິດ-19 ຫລຸດໜ້ອຍຖອຍລົງ.
ດັ່ງທີ່ປະຊາຊົນຢູ່ນະຄອນຫລວງວຽງຈັນຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ອາເມຣິກາຊ່ວຍ ແສນດີໃຈແລ້ວນໍ ໃຫ້ປະຊາຊົນມີຄວາມປອດພັຍ ຕໍ່ພະຍາດອັນນີ້ມີພູມຕ້ານທານ ດີໃຈທີ່ສຸດແລ້ວ ກະຢາກໃຫ້ເພິ່ນຊ່ວຍເຫລືອຕລອດໄປແລ້ວ ເພື່ອວ່າຫລຸດໜ້ອຍຖອຍລົງຈາກພະຍາດໂຄວິດ.”
ແລະຊາວລາວອີກຜູ້ນຶ່ງກໍເວົ້າວ່າ ດີໃຈຫລາຍທີ່ສະຫະຣັຖອາເມຣິກາຄອຍຊ່ອຍເຫລືອວັກຊິນປ້ອງກັນໂຄວິດ-19 ນີ້ຢ່າງຕໍ່ເນື່ອງ, ເປັນການດີ ແລະຢາກໃຫ້ທາງການລາວ ເພິ່ນແຈກຢາຍວັກຊິນນີ້ ອອກໄປແຂວງຕ່າງໆ ເພື່ອຈະໄດ້ເປີດປະເທດ.
“ຄັນຊິເວົ້າກະຍິນດີຫັ້ນແຫລະນໍ ອັນເພິ່ນມາຊ່ວຍຫັ້ນນະ ໃຫ້ເຮົາໄດ້ທົ່ວເຖິງມັນກໍດີຫັ້ນແລ້ວ ຢາກໃຫ້ເພິ່ນກະຈາຍໄປທົ່ວເຖິງ ຈະໄດ້ເປີດປະເທດ.”
ເຈົ້າໜ້າທີ່ສາທາຣະນະສຸຂແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 25 ມົກກະຣານີ້ວ່າ ທີ່ຜ່ານມາ ນະຄອນໄກສອນ ພົມວິການ ແຂວງສວັນນະເຂດ ກໍໄດ້ຮັບວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີຈໍານວນນຶ່ງ ເພື່ອສັກໃຫ້ປະຊາຊົນກຸ່ມເປົ້າໝາຍ.
ທ່ານເວົ້າວ່າ ເທື່ອລ້າສູດທີ່ທາງການລາວໄດ້ຮັບວັກຊິນປ້ອງກັນໂຄວິດ-19 ນີ້ ເພິ່ນບອກວ່າ ຈະແຈກຢາຍໄປເມືອງຕ່າງໆ ຊຶ່ງຄາດວ່າ ຮອດທ້າຍປີ 2022 ນີ້ ການສັກວັກຊິນປ້ອງກັນໂຄວິດ-19 ຈະສາມາດບັນລຸເປົ້າໝາຍໄດ້ 80% ຂອງຈໍານວນພົລເມືອງລາວ, ແຕ່ກໍຍັງມີຄວາມທ້າທາຍຢູ່ ໂດຍສະເພາະແມ່ນປະຊາຊົນຍັງບໍ່ທັນເຂົ້າໃຈເຣື່ອງຄວາມສໍາຄັນຂອງວັກຊິນ ແລະບໍ່ຢາກສັກວັກຊິນນັ້ນ.
“ຄາດໝາຍ 80% ໂຕນີ້ມັນກໍປາສຈາກບໍ່ໄດ້ນໍ ສິ່ງທີ່ຖ້າວ່າທ້າທາຍທີ່ວ່າເອົາສັກວັກຊິນນີ້ນະ ຖ້າວ່າເຮົາບໍ່ໄດ້ເຮັດສຸຂສຶກສາກ່ອນ ບາງເຂດເຂົາກໍຍັງບໍ່ທັນໄດ້ເຂົ້າໃຈ ບາງເຂດເຂົາກະເບິ່ງໂລກໂຊຊຽນຫັ້ນເດ ເປັນນັ້ນເປັນນີ້.”
ຢູ່ແຂວງອຸດົມໄຊ ເຈົ້າໜ້າທີ່ສາທາຣະນະສຸກແຂວງທ່ານນຶ່ງກໍເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ທາງການແຂວງຍັງບໍ່ທັນໄດ້ຮັບວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີນັ້ນເທື່ອ ແຕ່ເພິ່ນຈະສົ່ງມາໃຫ້, ຄາດວ່າຈະໄດ້ຮັບໃນຕົ້ນເດືອນກຸມພາທີ່ຈະມາເຖິງນີ້, ຕາມເປົ້າໝາຍ ຮອທ້າຍປີ 2022 ນີ້ ຈະສັກວັກຊິນໃຫ້ປະຊາຊົນໄດ້ເຖິງ 80%, ແຕ່ກໍຍັງມີຄວາມທ້າທາຍຢູ່ ໂດຍສະເພາະຊົນເຜົ່າບໍ່ຢາກສັກ ຍ້ອນວ່າສັກແລ້ວໄຂ້ ບໍ່ໄດ້ເຮັດວຽກ.
“ເພິ່ນກໍວາງແຜນ ທ້າຍປີ 2022 ນີ້ຈະໃຫ້ມັນໄດ້ 80 ຫັ້ນແຫລະ ຕາມແຜນຂອງເວົ້າເຣື່ອງສັກຢາ ຊົນ ເຜົ່າເຂົາເຈົ້າບໍ່ຢາກຮ່ວມມື ຍ້ອນວ່າໄຂ້ ບໍ່ໄດ້ວຽກໄດ້ຫຍັງຫັ້ນນະ ບໍ່ຢາກສັກແບບຫັ້ນນະ.”
ສະຫະຣັຖອາເມຣິກາ ເປັນປະເທດນຶ່ງ ທີ່ຊ່ອຍເຫລືອດ້ານວັກຊິນປ້ອງກັນໂຄວິດ-19 ໃຫ້ ສປປລາວ ຫລາຍ ຄືໃນມື້ວັນທີ 2 ມິຖຸນາ 2021 ໄດ້ຊ່ອຍວັກຊິນຍີ່ຫໍ້ໄຟເຊີ 100,620 ໂດສ, ໃນມື້ວັນທີ 19 ກໍຣະກະດາ 2021 ໄດ້ຊ່ອຍວັກຊິນຍີ່ຫໍ້ Johnson & Johnson 1,008,000 ໂດສ, ໃນມື້ວັນທີ 2 ມົກກະຣາ 2022 ໄດ້ຊ່ອຍວັກຊິນຍີ່ຫໍ້ໄຟເຊີ 799,110 ໂດສ ແລະໃນມື້ວັນທີ 24 ມົກກະຣານີ້ ກໍໄດ້ຊ່ອຍວັກຊິນຍີ່ຫໍ້ໄຟເຊີຕື່ມອີກ 899,730 ໂດສ. ຮວມທັງໝົດເປັນ 2,807,460 ໂດສ.
ເວົ້າເຖິງການຊ່ອຍເຫລືອວັກຊິນປ້ອງກັນໂຄວິດ-19 ຫລາຍປະເທດກໍໃຫ້ການຊ່ອຍເຫລືອລາວ ແລະລ້າສຸດນີ້ ຣັຖບານຈີນກໍຊ່ອຍຣັຖບານລາວ ເພິ່ມຕື່ມ 2 ລ້ານໂດສ.
ໃນມື້ວັນທີ 25 ມົກກະຣານີ້ ທາງການລາວຣາຍງານວ່າ ມີຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 560 ຄົນ. ໃນນັ້ນຕິດເຊື້ອພາຍໃນ 556 ຄົນ ແລະນໍາເຂົ້າ 4 ຄົນ, ເສັຍຊີວິດ 2 ຄົນ. ຢູ່ປະເທດລາວ ມີຜູ້ຕິດເຊື້ອສະສົມ 130,853 ຄົນ, ເສັຍຊີວິດທັງໝົດ 529 ຄົນ.
ມາເຖິງມື້ວັນທີ 24 ມົກກະຣານີ້ ມີຜູ້ໄດ້ສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 1 ແລ້ວ 4,689,612 ຄົນ ກວມເອົາ 63% ແລະໄດ້ສັກເຂັມທີ 2 ແລ້ວ 3,954,643 ຄົນ ກວມເອົາ 53% ຂອງຈໍານວນພົລເມືອງລາວ.