ຕ້ອງຈ່າຍຄ່າ ໂຮງໝໍກະເສມຣາດ 173 ລ້ານກີບ
2022.01.10

ຈາກກໍຣະນີ ທີ່ມີຜູ້ຕິດເຊື້ອໂຄວິດ-19 ທ່ານນຶ່ງ ໄດ້ປິ່ນປົວຢູ່ໂຮງໝໍກະເສມຣາດ ອິນເຕີເນຊັ້ນແນລ ວຽງຈັນ ພຽງ 10 ມື້ ໂພສລົງທາງສື່ສັງຄົມອອນລາຍນ໌ ເຟສບຸກ ວ່າ ມີຄ່າໃຊ້ຈ່າຍທັງໝົດ 173 ລ້ານປາຍກີບ.
ກ່ຽວກັບເຣື່ອງນີ້ ຊາວລາວຫຼາຍຄົນກໍເວົ້າວ່າ ເປັນລາຄາແພງເກີນໄປ ຂນາດຜູ້ທີ່ມີເງິນຢ່າງຜູ້ປິ່ນປົວເຊື້ອໂຄວິດ-19 ຜູ້ນີ້ ທີ່ຕ້ອງຈ່າຍເງິນເຖິງ 173 ລ້ານກີບນັ້ນ ຍັງບອກວ່າແພງແລ້ວ ແລະບໍ່ປະທັບໃຈໃນດ້ານການບໍຣິການນໍາດ້ວຍ ແຕ່ສໍາລັບປະຊາຊົນຄົນທົ່ວໄປທີ່ມີລາຍໄດ້ໜ້ອຍ ກໍຍິ່ງບໍ່ສາມາດໄປໃຊ້ບໍຣິການທີ່ໂຮງໝໍແຫ່ງດັ່ງກ່າວນີ້ໄດ້ເລີຍ.
ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 10 ມົກກະຣາ ນີ້ວ່າ:
“ເຣື່ອງເອກະຊົນນີ້ ເຮົາກໍຮູ້ວ່າມັນແພງຢູ່ແລ້ວ ແຕ່ວ່າມັນບໍ່ຄິດວ່າ ຈະເກີນປານນີ້ ໃຜກໍຢາກຢື້ຊີວິດໂຕເອງໃຫ້ຢູ່ລອດເນາະ ຄັນຜູ້ບໍ່ມີແດ່ເດ້ ຕາຍຢູ່ຫັ້ນນັ້ນແລ້ວຈົບ ແຕ່ເພິ່ນມີເງິນ ເພິ່ນຍັງຈະຕັກຫງາຍແຫຼະ ຊົ່ວເຮົາປະຊາຊົນທັມມະດານີ້ ບໍ່ໄດ້ໄປຢຽບແລ້ວ.”
ຊາວລາວໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງກໍກ່າວວ່າ ບໍ່ແມ່ນແຕ່ຄ່າປິ່ນປົວໂຄວິດ-19 ແພງເທົ່ານັ້ນ ຄ່າປິ່ນປົວແນວອື່ນກໍແພງຄືກັນ ເປັນຕົ້ນ ຄ່າໃຊ້ຈ່າຍໃນການເກີດລູກ ກໍມີລາຄາແພງເຊັ່ນກັນ ພັກຟື້ນພຽງ 3 ມື້ ລາຄາທີ່ຕ້ອງຈ່າຍໃຫ້ໂຮງໝໍດັ່ງກ່າວ ຕົກເປັນເງິນເຖິງ 20 ປາຍລ້ານກີບ ເຊິ່ງກໍຖືວ່າແພງກວ່າໂຮງໝໍເອກະຊົນອື່ນໆ.
“ກະແມ່ນຫັ້ນແຫຼະ ການເກັບນີ້ແພງເດ້ ເຫັນແຕ່ ຄົນໄປເກີດລູກຫັ້ນນ່າ ເຫັນບິນຖືກຢູ່ 20 ປາຍລ້ານ ກະຍັງວ່າຕົກໃຈ 3 ມື້ 20 ປາຍລ້ານ ຄັນແມ່ນຢູ່ຣັຖນີ້ 5 ລ້ານສູງສຸດແລ້ວ ໂຮງໝໍເອກະຊົນແພງທຸກບ່ອນ ຕ່າງແຕ່ວ່າ ໂຕກະເສມຣາດນີ້ນ່າແພງຫຼາຍອີ່ຫຼີ ກວ່າໂຮງໝໍເອກະຊົນອື່ນ.”
ກ່ຽວກັບເຣື້ອງດັ່ງກ່າວນີ້ ທຸກຄົນກໍຮູ້ຢູ່ແລ້ວວ່າ ກ່ອນທີ່ຈະເຂົ້າໄປປິ່ນປົວຢູ່ໂຮງໝໍເອກະຊົນແຫ່ງໃດໆກໍຕາມ ຫຼາຍຄົນຕ້ອງຮັບໄດ້ ເຖິງລາຄາທີ່ຈະຕ້ອງຈ່າຍໃນການປິ່ນປົວເພື່ອໃຫ້ມີຊີວິດຢູ່ຕໍ່ໄປ ແລະຄົນມີເງິນເທົ່ານັ້ນ ເຖິງຈະເຂົ້າໄປໃຊ້ບໍຣິການໄດ້.
ດັ່ງຊາວລາວອີກທ່ານນຶ່ງ ກ່າວວ່າ:
“ແມ່ນມີເງິນເທົ່ານັ້ນ ທີ່ຈະໄປໄດ້ ເພາະວ່າໂຮງໝໍໂຕນີ້ ຄົນລາວນີ້ ທົ່ວນະຄອນຫຼວງ ເຂົາເຈົ້າຮູ້ໝົດແລ້ວ ວ່າຄ່າປິ່ນປົວແພງຢູ່ແລ້ວນ່າ.”
ອີງຕາມຂໍ້ມູນຂອງຜູ້ປິ່ນປົວໂຄວິດ-19 ທີ່ໂພສລົງສື່ສັງຄົມອອນລາຍ ເຟສບຸກ ທີ່ຕ້ອງໄດ້ເສັຍຄ່າໃຊ້ຈ່າຍທັງໝົດ 173 ລ້ານກີບ ໃນວັນທີ່ 9 ມົກກະຣາ 2022 ນີ້ວ່າ ລາວເອງ ໄດ້ເຂົ້າປິ່ນປົວຢູ່ໂຮງໝໍກະເສມຣາດ ອິນເຕີເນຊັ້ນແນລ ວຽງຈັນ ໃນວັນທີ່ 25 ທັນວາ 2021 ກາງຄືນ ແລະໄດ້ອອກຈາກໂຮງໝໍດັ່ງກ່າວ ໃນວັນທີ່ 3 ມົກກະຣາ 2022 ກ່ອນທ່ຽງຄືນ ສໍາລັບບິນຄ່າໃຊ້ຈ່າຍບໍ່ມີລາຍຣະອຽດຈະແຈ້ງ ແລະຍັງມີລາຄາແພງເກີນໄປ ຫາກທຽບໃສ່ການບໍຣິການແບບອະນາຖາ ບໍ່ມີຈັນຍາບັນ ພະຍາບານໃຊ້ພຶດຕິກັມ ແລະຄໍາເວົ້າເຮັດໃຫ້ບັນທອນຈິດໃຈຄົນໄຂ້.
ຜູ້ປິ່ນປົວເຊື້ອໂຄວິດ-19 ດັ່ງກ່າວນັ້ນ ຍັງກ່າວຕື່ມວ່າ ສ່ວນໂຕແລ້ວ ຄອບຄົວຂອງລາວ ແມ່ນຄົນໄຂ້ຢູ່ໂຮງໝໍບໍາລຸງລາດ ມາເກືອບ 30 ປີ ຈ່າຍເງິນແຕ່ຫຼັກແສນ ຫາຫຼັກລ້ານ ເຊິ່ງຈ່າຍຫຼາຍກວ່າ 5 ລ້ານບາດ ກໍຈ່າຍມາແລ້ວ ແຕ່ລາວບໍ່ເຄີຍຕິວ່າແພງ ຍ້ອນຄຸນນະພາບຂອງແພດແລະໝໍ ແລະການບໍຣິການ ບໍ່ໄດ້ເຮັດໃຫ້ຄົນໄຂ້ຜິດຫວັງ ແລະບໍ່ເຄີຍເສັຍໃຈກັບຈໍານວນເງິນທີ່ໄດ້ຈ່່າຍໄປ ເພາະມັນຄຸ້ມຄ່າ ແລະເໝາະສົມທີ່ສຸດ.
ພາຍຫຼັງ ທີ່ເກີດການວິພາກວິຈານ ກ່ຽວກັບເຣື່ອງດັ່ງກ່່າວ ທາງໂຮງໝໍກະເສມຣາດ ອິນເຕີເນຊັ້ນແນລ ວຽງຈັນ ກໍໄດ້ອອກຈົດໝາຍຊີ້ແຈງ ໃນວັນທີ່ 9 ມົກກະຣາ 2022 ວ່າ ຜູ້ປິ່ນປົວເຊື້ອໂຄວິດ-19 ດັ່ງກ່າວນັ້ນ ມີການຫາຍໃຈລົ້ມແຫຼວ ຣະດັບ 80%-84% ຕ້ອງເຂົ້າປິ່ນປົວໃນຫ້ອງ ICU ເປັນເວລາ 3 ມື້ ທັງຍັງມີພຍາດປະຈໍາໂຕຫຼາຍຢ່າງນໍາດ້ວຍ ເຊັ່ນ ເບົາຫວານ, ຄວາມດັນ, ປະດົງ, ໝາກໄຂ່ຫຼັງ ເຊິ່ງສ່ຽງທີ່ຈະເສັຍຊີວິດໄດ້ເຖິງ 80% ຕ້ອງປັບປ່ຽນການໃຊ້ຢາຕ່າງໆ ເພື່ອໃຫ້ກັບມາປົກກະຕິ ທັງມີການເຈາະເລືອດທົ່ວຮ່າງກາຍ, ການເອັສເຣປອດ ພໍເຊົາຈາກວິກິຈ 3 ມື້ແລ້ວ ຈຶ່ງສາມາດເຄື່ອນຍ້າຍຍໄປປິ່ນປົວຢູ່ຫ້ອງປົກກະຕິໄດ້.
ນອກຈາກນີ້ ທາງໂຮງໝໍກໍຢືນຢັນວ່າ ການຮັກສາພະຍາບານ ເປັນໄປຕາມມາຕຖານສາກົລ ເບິ່ງແຍງຄົນໄຂ້ຢ່າງໃກ້ຊິດເຕັມຄວາມສາມາດ ຄ່າໃຊ້ຈ່າຍເປັນໄປຕາມເວດສະພັນ ອຸປະກອນ ເຄື່ອງມືການແພດ ແລະຊັພຍາກອນຕາມໂຕຈິງ ຖືກຕ້ອງແລະເໝາະສົມ ຮວມໄປເຖິງກ່ອນການໃຊ້ບໍຣິການ ທາງໂຮງໝໍກໍໄດ້ແຈ້ງໃຫ້ກັບຄອບຄົວ ແລະຍາດພີ່ນ້ອງຂອງຜູ້ປ່ວຍຮູ້ທຸກຂັ້ນຕອນ ແລະຄ່າໃຊ້ຈ່າຍໃນການປິ່ນປົວ ກ່ອນການບໍຣິການທຸກຄັ້ງ.
ດັ່ງເຈົ້າໜ້າທີ່ໂຮງໝໍກະເສມຣາດ ອິນເຕີເນຊັ້ນແນລ ວຽງຈັນ ທ່ານນຶ່ງ ກ່າວວ່າ:
“ທຸກໆຄັ້ງ ແມ່ນເຮົາຈະປະເມີນລາຄາ ແລະແຈ້ງຄົນໄຂ້ກ່ອນຢູ່ແລ້ວ ໂຕນັ້ນຂຶ້ນກັບຄົນໄຂ້ເອງເນາະ ເພາະເຮົາປະເມີນລາຄາຄ່າໃຊ້ຈ່າຍທຸກຢ່າງໃຫ້ໝົດແລ້ວ ສະດວກປິ່ນປົວຫຼືບໍ່ ຂຶ້ນຢູ່ກັບຄົນໄຂ້ເອງເນາະ.”
ສໍາລັບເຣື່ອງດັ່ງກ່າວນີ້ ກໍຍັງມີຊາວລາວອີກທ່ານນຶ່ງ ທີ່ໄດ້ໄປໃຊ້ບໍຣິການໃນໂຮງໝໍດັ່ງກ່າວ ແຕ່ໄປປິ່ນປົວພຍາດອື່ນໆ ຮວມຄ່າໃຊ້ຈ່າຍທັງໝົດຫຼາຍກວ່າ 200 ລ້ານກີບ.
ນອກຈາກນີ້ ກໍຍັງມີຊາວລາວອີກທ່ານນຶ່ງ ທີ່ເຄີຍໄດ້ໄປໃຊ້ບໍຣິການຢູ່ໂຮງໝໍແຫ່ງດັ່ງກ່າວນີ້ 1 ຄັ້ງ ໂດຍໄປກວດຄື້ນແມ່ເຫຼັກໄຟຟ້າ ເພື່ອກວດອະອັຍວະພາຍໃນ ແລະເຄີຍຖາມຄ່າກວດ ແຕ່ທາງໂຮງໝໍກໍບໍ່ໄດ້ແຈ້ງລາຄາໃຫ້ຮູ້ ສຸດທ້າຍຕ້ອງເສັຍຄ່າກວດ 7,300,000 ກີບ ລາວເອງເກືອບບໍ່ໄຫວ ເຊິ່ງກໍເຫັນວ່າແພງກວ່າປົກກະຕິ ຫາກທຽບໃສ່ໂຮງໝໍ 150 ຕຽງ ຈ່າຍພຽງແຕ່ 1,600,000 ກີບ.
ສໍາລັບສະຖານະການ ການຕິດເຊື້ອໂຄວິດ-19 ໃນວັນທີ່ 10 ມົກກະຣາ 2022 ທາງການລາວ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 641 ຄົນ ເສັຍຊີວິດໃນມື້ນີ້ ມີ 11 ຄົນ.
ມາຮອດປັດຈຸບັນ ສປປ.ລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 119,521 ຄົນ ແລະເສັຍຊີວິດສະສົມ 448 ຄົນ.